ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດເຂດຊາຍແດນຍ້ອນ COVID-19 ຂອງ ອອສເຕຣເລຍ ເຮັດໃຫ້ກຳມະກອນ ຍົກຍ້າຍຖິ່ນຖານ ແຍກຈາກຄອບຄົວ


ນັກເດີນທາງຢືນລຽນແຖວຢູ່ຄາວເຕີ້ສາຍການບິນ Virgin Australia ທີ່ສະໜາມບິນສາກົນ Kingsford Smith, ທ່າມກາງໂຣກລະບາດ ໄວຣັສໂຄໂຣນາ. ນະຄອນ ຊິດນີ, ອອສເຕຣເລຍ. 18 ມີນາ, 2020.
ນັກເດີນທາງຢືນລຽນແຖວຢູ່ຄາວເຕີ້ສາຍການບິນ Virgin Australia ທີ່ສະໜາມບິນສາກົນ Kingsford Smith, ທ່າມກາງໂຣກລະບາດ ໄວຣັສໂຄໂຣນາ. ນະຄອນ ຊິດນີ, ອອສເຕຣເລຍ. 18 ມີນາ, 2020.

ການຄວບຄຸມ COVID-19 ທີ່ເຄັ່ງຄັດໃນປະເທດ ອອສເຕຣເລຍ ແມ່ນກຳລັງແບ່ງແຍກຄອບຄົວ ຂອງກຳມະກອນຍົກຍ້າຍຖິ່ນຖານທັງຫຼາຍ ຜູ້ທີ່ຕິດຄ້າງຢູ່ຕ່າງປະເທດນັບຕັ້ງແຕ່ເຂດຊາຍແດນສາ ກົນຂອງເຂົາເຈົ້າໄດ້ ຖືກປິດ. ຜູ້ຖືວີຊາຊົ່ວຄາວບໍ່ມີສິດທິຄືກັບປະຊາຊົນ ອອສເຕຣເລສ ທີ່ຈະເດີນ ທາງກັບປະເທດດັ່ງກ່າວ ໃນລະຫວ່າງໂຣກລະບາດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


(ເພງ ຜູ້ຍົກຍ້າຍຖິ່ນຖານໃນ ເຟສບຸກ)

“ສໂກໂມ ບໍ່ໃຫ້ພວກເຮົາກັບບ້ານ ແລະ ເຂົາເຈົ້າເວົ້າວ່າ ເຂົາເຈົ້າບໍ່ຮູ້ວ່າ ມັນຈະໃຊ້ເວລາດົນປານໃດ ກ່ອນທີ່ພວກເຮົາຈະໄປຮອດ.”

ເພງສຳລັບ ສໂກໂມ, ເປັນຖ້ອຍຄຳທີ່ທ້າວ ສກັອດ ມໍຣິສສັນ ມັກຈະໄດ້ຍິນ ຈາກຊາວ ອາເມຣິກັນ ທີ່ຖືກວີຊາຊົ່ວຄາວ. ນາຍົກລັດຖະມົນຕີ ອອສເຕຣເລຍ ໄດ້ຖືກຮຽກຮ້ອງໃຫ້ອະນຸຍາດກຳມະກອນຍົກຍ້າຍຖິ່ນຖານທີ່ຕິດຄ້າງຢູ່ທະເລ ກັບຄືນໄປເຮັດວຽກ, ບ້ານ ແລະ ຄອບຄົວຂອງເຂົາເຈົ້າ.

ກຳມະກອນຕ່າງຊາດຫຼາຍຮ້ອຍຄົນ, ລວມທັງຜູ້ທີ່ມາຈາກປະເທດ ສະຫະລັດ, ອັງກິດ ອາຟຣິກາໃຕ້ ແລະ ບຣາຊິລ ໄດ້ເດີນທາງອອກຈາກ ອອສເຕຣເລຍ ຊົ່ວຄາວ ເພື່ອໄປທ່ອງທ່ຽວພັກຜ່ອນ, ເພື່ອການສຶກສາ ຫຼື ເຂົ້າຮ່ວມພິທີສົ່ງສະ ການກ່ອນທີ່ໂຣກລະບາດ COVID-19 ໄດ້ບັງຄັບໃຫ້ລັດ ຖະບານໃນນະຄອນ ຫຼວງ ແຄນເບີຣາ ປິດເຂດຊາຍແດນ.

ເຂົາເຈົ້າຖືກປ່ອຍໃຫ້ຢູ່ຫ່າງໄກຈາກຄອບຄົວ, ຄູ່ຮັກ ແລະ ວຽກງານຂອງເຂົາເຈົ້າໃນ ອອສເຕຣເລຍ.

ທ່ານນາງ ໂຄລເອ ເຟລັດເຈີ ໄດ້ຍ້າຍຈາກປະເທດ ອັງກິດ ໄປຢູ່ນະຄອນ ເພີດ, ລັດ ອອສເຕຣເລຍ ຕາເວັນຕົກ, ແຕ່ໄດ້ຖືກແຍກຈາກລູກຊາຍຂອງ ລາວອາຍຸ 6 ປີຊື່ວ່າທ້າວ ເທເລີ. ລາວໄດ້ໄປຮຽນເພື່ອກຽມສອບເສັງໃນປະ ເທດ ອັງກິດ ເວລາທີ່ເຂດຊາຍແດນຂອງ ອອສເຕຣເລຍ ໄດ້ປິດ ແລະ ຖືກ ປະຕິເສດການອະນຸ ຍາດໃຫ້ໄປຫາຄອບຄົວຂອງລາວ.

ທ່ານນາງ ໂຄລເອ ກ່າວວ່າ “ສຳລັບແມ່ທຸກຄົນທີ່ຢູ່ຫ່າງໄກຈາກລູກເປັນເວລາ ດົນແນນນັ້ນ ແມ່ນຄວາມເຈັບປວດທີ່ບໍ່ສາມາດອົດທົນໄດ້. ມັນຄືກັບທຸກໆມື້ ມັນຍາກ. ຂ້າພະເຈົ້າບໍ່ເຂົ້າໃຈວ່າຂອບ ເຂດທີ່ແທ້ຈິງແມ່ນຫຍັງ, ອັນໃດແມ່ນ ກໍລະນີທີ່ໜ້າເຫັນເອິກເຫັນໃຈ ເພາະວ່າມັນບໍ່ມີກົດລະບຽບ ຫຼື ກົດເກນທີ່ແທ້ຈິງ,​ສະນັ້ນພວກເຮົາບໍ່ຮູ້ວ່າພວກເຮົາຢູ່ໃນກໍລະນີໃດແທ້.”

ປະເທດ ອອສເຕຣເລຍ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າຕໍ່ຄົນຕ່າງປະເທດ ໃນວັນທີ 20 ມີນາ. ບັນດາເຈົ້າໜ້າທີ່ເວົ້າວ່າ ການຕັດສິນໃຈຕ່າງໆ ກ່ຽວກັບ ຜູ້ທີ່ ໄດ້ຮັບອະນຸຍາດໃຫ້ກັບຄືນພາຍໃຕ້ສະຖານະການທີ່ພິເສດ ແມ່ນຈະຖືກພິ ຈາລະນາເພື່ອຜົນປະໂຫຍດຂອງສາທາລະນະສຸກ.

ບັນດາເຈົ້າໜ້າທີ່ໄດ້ກ່າວຢໍ້າວ່າ ການປິດເຂດຊາຍແດນສາກົນ ໄດ້ເປັນນຶ່ງໃນ ປັດໄຈຕ່າງໆໃນຄວາມສາມາດທີ່ຈະຄວບຄຸມການລະບາດຂອງໄວຣັສໂຄໂຣນາ ຂອງ ອອສເຕຣເລຍ.

ປະຊາຊົນ ອອສເຕຣເລຍ ແລະ ຜູ້ຖືວີຊາຖອນວອນ ແມ່ນຈະໄດ້ຮັບອະນຸຍາດ ໃຫ້ກັບຄືນ ແຕ່ຕ້ອງປະເຊີນກັບການບັງຄັບກັກຕົວກວດໂຣກ 14 ວັນຢູ່ໃນໂຮງ ແຮມ ເຊິ່ງລັດຖະບານຈະເປັນຜູ້ຈ່າຍໃຫ້.

ອອສເຕຣເລຍ ມີກໍລະນີ COVID-19 ທີ່ຖືກຢືນຢັນ 7,000 ກໍລະນີ. ຄົນໄຂ້ ຈຳນວນຫຼາຍແມ່ນໄດ້ຫາຍດີແລ້ວ, ແຕ່ປະມານ 100​ຄົນໄດ້ເສຍຊີວິດຈາກໄວ ຣັສດັ່ງກ່າວ.

ຂໍ້ຫ້າມໃນການກັກບໍລິເວນໃນທີ່ສຸດໄດ້ຖືກຜ່ອນເບົາລົງໃນທົ່ວປະເທດດັ່ງກ່າວ. ຮ້ານກາເຟ, ຮ້ານອາຫານ, ສະຖານທີ່ບູຊາ ແລະ ໂຮງຮຽນ ແມ່ນໄດ້ເປີດຄືນ ພາຍໃຕ້ການຄວບຄຸມສຸກຂະອະນາໄມທີ່ເຄັ່ງຄັດ.

ແຕ່ຜູ້ທີ່ຢາກໃຫ້ເຂດຊາຍແດນສາກົນຂອງ ອອສເຕຣເລຍ ເປີດຄືນຢ່າງເຕັມທີ່ ນັ້ນ ແມ່ນຈະປະ ເຊີນກັບການລໍຖ້າທີ່ດົນ ແລະ ບໍ່ແນ່ນອນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG