ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ແລະ ຈີນ ສະແຫວງຫາສາຍພົວພັນທີ່ເລິກເຊິ່ງຂຶ້ນກວ່າເກົ່າກັບໝູ່​ເກາະ ໂຊ​ໂລມອນ


ນາຍົກລັດຖະມົນຕີທີ່ໄດ້ຮັບການເລືອກຕັ້ງຄົນໃໝ່ຂອງໝູ່ເກາະໂຊໂລມອນ ທ່ານ ເຈເຣມາຍອາ ມາເນເລ ກ່າວໃນລະຫວ່າງກອງປະຊຸມຂ່າວ ຢູ່ດ້ານນອກທໍາຍນຽບລັດຖະສະພາ ໃນນະຄອນຫຼວງໂຮເນຍຣາ, ວັນທີ 2 ພຶດສະພາ 2024.
ນາຍົກລັດຖະມົນຕີທີ່ໄດ້ຮັບການເລືອກຕັ້ງຄົນໃໝ່ຂອງໝູ່ເກາະໂຊໂລມອນ ທ່ານ ເຈເຣມາຍອາ ມາເນເລ ກ່າວໃນລະຫວ່າງກອງປະຊຸມຂ່າວ ຢູ່ດ້ານນອກທໍາຍນຽບລັດຖະສະພາ ໃນນະຄອນຫຼວງໂຮເນຍຣາ, ວັນທີ 2 ພຶດສະພາ 2024.

ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງ ເພັນນີ ວອງ ກ່າວວ່າ ແຄນເບີຣາ ຕ້ອງການສ້າງສາຍສຳພັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າກັບປະເທດໝູ່ ເກາະໂຊໂລມອນ ທີ່ຕັ້ງຢູ່ບໍລິເວນຂົງເຂດປາຊີຟິກ ແລະພາກພື້ນ ທີ່ມີການຕັດ ສິນໃຈ “ໂດຍບໍ່ມີຄວາມຢ້ານກົວ”, ໃນຂະນະທີ່ ຈີນ ຍັງຄົງສົ່ງທູດພິເສດຂອງ ຕົນໄປຍັງນະຄອນຫຼວງໂຮເນຍຣາ ເພື່ອທໍາການພົບປະກັບນາຍົກລັດຖະມົນ ຕີຄົນໃໝ່ ທ່ານ ເຈເຣມາຍອາ ມາເນເລ.

ທ່ານນາງ ວອງ ກ່າວຢູ່ນະຄອນຫຼວງ ໂຮເນຍຣາ ໃນວັນພະຫັດມື້ນີ້ວ່າ ອອສເຕຣເລຍ ເປັນປະເທດຄູ່ຮ່ວມພັດທະນາທີ່ໃຫຍ່ທີ່ສຸດຂອງໝູ່ເກາະ ໂຊໂລມອນ, ແລະໄດ້ສົ່ງສະມາຊິກລັດຖະບານອາວຸໂສອັນດັບທີສອງ ແລະທີສາມ ໄປພົບປະກັບ ທ່ານ ມາເນເລ ນັບຕັ້ງແຕ່ ທ່ານ ມາເນເລ ໄດ້ຮັບການເລືອກໃນເດືອນແລ້ວນີ້ ເນື່ອງຈາກ ອອສເຕຣເລຍ ຕ້ອງການຮັດ ແໜ້ນສາຍພົວພັນທີ່ເລິກເຊິ່ງຂຶ້ນ.

ທ່ານນາງ ວອງ ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການຢ້ຽມຢາມເປັນເວລາ ສອງມື້ຂອງທ່ານນາງວ່າ “ພວກເຮົາຕ້ອງການໃຫ້ພາກພື້ນຫມູ່ເກາະປາຊີຟິກ ທີ່ພວກເຮົາທຸກຄົນສາມາດດໍາເນີນການຕັດສິນໃຈຂອງພວກເຮົາເອງ, ສາມາດ ດໍາເນີນການປະຕິບັດດ້ານອະທິປະໄຕຂອງພວກເຮົາ ໂດຍບໍ່ມີຄວາມຢ້ານກົວ, ແລະເປັນບ່ອນທີ່ພວກເຮົາທຸກຄົນ ສາມາດເຕີບໃຫຍ່ ພ້ອມທັງຢູ່ຮ່ວມກັນໂດຍ ສັນຕິວິທີ”, ພ້ອມກັນນັ້ນ ທ່ານນາງຍັງໄດ້ໃຫ້ສັນຍາດ້ວຍຈໍານວນເງິນ 3.4 ລ້ານໂດລາ ສໍາລັບພື້ນຖານໂຄງລ່າງຂອງໂຮງຮຽນ 40 ແຫ່ງໃນປະເທດໝູ່ ເກາະແຫ່ງນັ້ນ.

ທ່ານ ມາເນເລ ​ບອກ​ລັດ​ຖະ​ມົນ​ຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອອສເຕຣເລຍ ທ່ານ ຣີຊາດ ມາເລສ ທີ່​ໄດ້​ໄປ​ຢ້ຽມ​ຢາມໝູ່ເກາະດັ່ງກ່າວ​ໃນ​ເດືອນ​ແລ້ວ​ນີ້ວ່າ ລັດ​ຖະ​ບານ​ຂອງ​ທ່ານ ​ກຳ​ລັງ​ດຳ​ເນີນ​ການ​ທົບ​ທວນ​ຄືນກ່ຽວກັບ​ຄວາມ​ປອດ​ໄພ ເພື່ອ​ກຳ​ນົດການ​ຮ່ວມ​ມື​ດ້ານ​ຕຳຫຼວດຮ່ວມກັນໃນອະນາຄົດ.

ອອສເຕຣເລຍ ​ສະ​ຫນອງ​ການ​ສະ​ຫນັບ​ສະ​ຫນູນດ້ານ​ຕໍາ​ຫຼວດ​ແກ່​ການ​ເລືອກ​ຕັ້ງ​ແຫ່ງ​ຊາດຂອງປະເທດໝູ່ເກາະ​ໃນ​ເດືອນ​ເມ​ສາທີ່ຜ່ານມາ​, ເຊິ່ງ ຈີນ ກໍມີ​ເຈົ້າໜ້າທີ່​ຕຳ​ຫຼວດເຂົ້າໄປໃນ​ຢູ່​ໝູ່​ເກາະ​ທີ່ເປັນຂົງເຂດຍຸດທະສາດ ໂດຍຕັ້ງ​ຫ່າງໄປທາງທິດຕາເວັນອອກສຽງເໜືອຂອງອອສເຕຣເລຍ 1,600 ກິ​ໂລ​ແມັດ ແຫ່ງນີ້ເຊັ່ນກັນ.

ຂໍ້​ຕົກລົງ​ດ້ານ​ຄວາມ​ປອດ​ໄພ​ທີ່​ມີກັບ ​ຈີນ ​ໃນ​ປີ 2022 ​ໂດຍ​ຜູ້ນຳ​ຄົນກ່ອນທີ່ນິ ຍົມ​ປັກ​ກິ່ງ ທ່ານມານາສເຊ ໂຊກາແວ, ​ໄດ້​ເຮັດ​ໃຫ້​ລັດຖະບານແຄນເບີຣາ ​ແລະ​ວໍ​ຊິງ​ຕັນຕື່ນ​ຕົກ​ໃຈ ທ່າມກາງ​ຄວາມ​ກັງວົນ​ກ່ຽວ​ກັບ​ຄວາມ​ທະ​ເຍີທະຍານ​ດ້ານ​ທະຫານ​ເຮືອ​ຂອງ​ຈີນ ຢູ່ບໍລິເວນ​ພາກພື້ນດັ່ງກ່າວ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

deeper ties with its Pacific neighbour Solomon Islands and a region where decisions are made "without fear", as China also sent its envoy to Honiara to meet new Prime Minister Jeremiah Manele.

Australia is the Solomon Islands biggest development partner, and had sent its second- and third-most senior government members to meet Manele since he was elected last month because it wanted to deepen ties, Wong said in Honiara on Thursday.

"We want a Pacific Islands region where all of us can make our own decisions, can exercise our sovereignty without fear, and where we can all grow and live together peacefully," she told reporters on a two-day visit, also pledging $3.4 million for infrastructure for 40 schools.

Manele had told Australia's Defence Minister Richard Marles, who visited last month, his government was undertaking a security review to determine the future of policing cooperation.

Australia provided policing support for national elections in April. China also has a policing presence on the archipelago, strategically located 1,600 km (990 miles) northeast of Australia.

A security pact struck with China in 2022 by the previous pro-Beijing leader Manasseh Sogavare, alarmed Canberra and Washington amid concern over China's naval ambitions in the region.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG