ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ອອສເຕຣເລຍ ແລະ ຝຣັ່ງ ຈະສະໜອງລູກປືນໃຫຍ່ ໃຫ້ ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ອອສເຕຣເລຍ ທ່ານນາງ ເພັນນີ ວັອງ ຟັງລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ ທ່ານ ຣິເຈີດ ມາລສ໌ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມ ຫຼັງຈາກກອງປະຊຸມຮ່ວມກັບຄູ່ຮ່ວມຕຳແໜ່ງຝຣັ່ງ, ນະຄອນຫຼວງ ປາຣີ, 30 ມັງກອນ 2023.

ຝ​ຣັ່ງ ແລະ ອອ​ສ​ເຕ​ຣ​ເລຍ ໄດ້​ຕົກ​ລົງ​ທີ່​ຈະ​ເຂົ້າ​ຮ່ວມກອງ​ກຳ​ລັງ​ເພື່ອ​ຜະ​ລິດ​ລູກ​ປືນ​ໃຫຍ່ຫຼາຍ​ພັນ​ລູກ ເພື່ອ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ຂັບ​ໄລ່ກອງ​ກຳ​ລັງ ຣັດ​ເຊຍ ອອກ​ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ທ່ານ ຣິ​ເຈີດ ມາ​ລ​ສ໌ (Richard Marls) ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ເພັນ​ນີ ວັອງ ແມ່ນ​ໄດ້​ເດີ​ນ​ທາງ​ໄປ​ທະ​ວີບ​ຢູ​ໂຣບ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ພັນ​ທະ​ມິດ​ທີ່​ສຳ​ຄັນ. ນັກ​ຂ່າວ​ວີ​ໂອ​ເອ ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ແລະ ອອ​ສ​ເຕ​ຣ​ເລຍ ເວົ້າ​ວ່າ ລູກ​ປືນ​ໃຫຍ່ 155 ​ມມ ຫຼາຍ​ພັນ​ລູກ ຈະ​ຖືກ​ຜະ​ລິດ​ຮ່ວມ​ກັນ​ໂດຍ​ຜູ້​ສະ​ໜອງ​ອາ​ວຸດ ເນັກ​ສ​ເຕີ (Nexter) ຂອງ ຝ​ຣັ່ງ, ໃນ​ຂະ​ນະ​ທີ່ ອອ​ສ​ເຕ​ຣ​ເລຍ ຈະ​ສະ​ໜອງ​ດິນ​ປືນ​ໃຫ້. ການ​ສະ​ໜອງ​ຊຸດ​ທຳ​ອິດ​ແມ່ນ​ຄາດ​ວ່າ​ຈະ​ຖືກ​ສົ່ງ​ໃຫ້​ຢູ​ເຄ​ຣນ ພາຍ​ໃນ​ທ້າຍ​ເດືອນ​ເມ​ສານີ້.

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ໃນ​ນະ​ຄອນຫຼວງ ປາ​ຣີ ໂດຍ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ເຊ​ບາ​ສ​ຕຽນ ເລີ​ກອກ​ນູ ແລະ ຄູ່​ຮ່ວມ​ຕຳ​ແໜ່ງຂອງ​ທ່ານ​ຈາກ ອອ​ສ​ເຕ​ຣ​ເລຍ ທ່ານ ຣິ​ເຈີດ ມາ​ລ​ສ໌.

ອອ​ສ​ເຕ​ຣ​ເລຍ ແມ່ນ​ຜູ້​ປະ​ກອບ​ສ່ວນ​ທີ່​ໃຫຍ່​ທີ່​ສຸດ ທີ່ບໍ່​ແມ່ນ​ສະ​ມາ​ຊິກ​ອົງ​ການ NATO ຕໍ່​ຄວາມ​ພະ​ຍາ​ຍາມ​ໃນ​ສົງ​ຄາມ​ຂອງ ຢູ​ເຄ​ຣນ.

ອອ​ສ​ເຕ​ຣ​ເລຍ ​ໄດ້​ສະ​ໜອງ​ລູກ​ສອນ​ໄຟ ແລະ ລົດ​ຫຸ້ມ​ເກາະ ລຳ​ລຽງ​ພົນ​ Bushmaster ໄປ​ໃຫ້. ກຸ່ມ​ເຈົ້າ​ໜ້າ​ທີ່ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ 70 ຄົນ ກໍ​ໄດ້​ໄປ​ປະ​ຈຳ​ການ​ໃນ​ອັງ​ກິດ ເພື່ອ​ຊ່ວຍ​ຝຶກ​ຊ້ອ​ມ​ໃຫ້​ກອງ​ທະ​ຫານ ຢູ​ເຄ​ຣນ.

ອອ​ສ​ເຕ​ຣ​ເລຍ ກໍ​ຍັງ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຢ່າງກວ້າງ​ຂວາງ​ຕໍ່ ຣັດ​ເຊຍ, ເຊິ່ງ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ ເທົ່າ​ທີ່​ລັດ​ຖະ​ບານ ແຄນ​ເບີ​ຣາ ເຄີຍ​ກຳ​ນົດ​ຕໍ່​ລັດ​ຖະ​ບານ​ຕ່າງ​ປະ​ເທດ.

ທ່ານ ມາ​ລ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວວ່າ ປາ​ຣີ ແລະ ແຄ​ນ​ເບີ​ຣາ ແມ່ນ​ກຳ​ລັງ​ຢືນ​ຮ່ວມ​ມື​ສາ​ມັກ​ຄີ​ກັນ​ກັບ ຢູ​ເຄ​ຣນ.

ທ່ານ ມາ​ລ​ສ໌ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຢາກ​ດຳ​ເນີນ​ການ​ຮ່ວມ​ກັນ ເພື່ອ​ສະ​ແດງ​ໃຫ້​ເຫັນ ກ່ຽວ​ກັບ ວ່າ​ມັນ​ສຳ​ຄັນ​ແນວ​ໃດ​ສຳ​ລັບ ອອ​ສ​ເຕ​ຣ​ເລຍ ແລະ ຝ​ຣັ່ງ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ​ຄວາມ​ຂັດ​ແຍ້ງ​ປັດ​ຈຸ​ບັນ​ນີ້. ພວກ​ເຮົາ​ທັງ​ສອງ​ໄດ້​ສະ​ໜັ​ບ​ສະ​ໜູນ ຢູ​ເຄ​ຣນ ໃນ​ວິ​ທີ​ອື່ນ​ຕ່າງ​ຫາກ, ແຕ່​ພວກ​ເຮົາ​ຢາກ​ເຮັດ​ໃຫ້​ມັນ​ຈະ​ແຈ້ງ​ຢ່າງ​ແທ້​ຈິງວ່າ ອອ​ສ​ເຕ​ຣ​ເລຍ ແລະ ຝ​ຣັ່ງ ແມ່ນ​ຢືນ​ຄຽງ​ຂ້າງ​ກັນ​ໃນ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ຕໍ່​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ນີ້.”

ພ້ອມ​ກັນ​ນັ້ນ​ໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ສື່ມວ​ນ​ຊົນ​ໃນ​ນະ​ຄອນຫຼວງ ປາ​ຣີ ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ແຄ​ເທີ​ຣີນ ຄາ​ລົນ​ນາ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ທ່ານ​ນາງ ເພັນ​ນີ ວັອງ.

ໃນ​ຂະ​ນະ​ທີ່​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຄວາ​ມ​ພະ​ຍາ​ຍາມ​ຂອງ ຢູ​ເຄ​ຣນ ເພື່ອ​ຂັບ​ໄລ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໄດ້​ຄອບ​ງຳ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ນັ້ນ, ລັດ​ຖະ​ບານ ປາ​ຣີ ແລະ ແຄ​ນ​ເບີ​ຣາ ກໍ​ໄດ້​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ສາຍ​ພົວ​ພັນ​ທາງ​ການ​ທູດ.

ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ​ ໄດ້​ຖືກ​ກະ​ທົບ​ຢ່າງ​ຮຸນ​ແຮງ ​ໃນ​ປີ 2021 ເວ​ລາລັດ​ຖະ​ບານ ແຄນ​ເບີ​ຣາ ໄດ້​ຍົກ​ເລີກ​ສັນ​ຍາ​ເຮືອ​ດຳ​ນ້ຳ​ຂອງ ຝ​ຣັ່ງ ມາເອົາ​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ ຂອງ ອາ​ເມ​ຣິ​ກາ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ພັນ​ທະ​ມິດ ​ດ້ານ​ຄວາມ​ປອດ​ໄພ​ສາມ​ຝ່າຍ​ກັບ ຝ​ຣັ່ງ ແລະ ອັງ​ກິດ ເຊິ່ງ​ຮູ້​ຈັກ​ກັນ​ໃນ​ຊື່ AUKUS.

ທ່ານ ມາ​ລ​ສ໌ ແລະ ທ່ານ​ນາງ ວັອງ ກໍ​ຍັງ​ມີ​ກຳ​ນົດ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ໃນ​ອາ​ທິດນີ້​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ ອັງ​ກິດ.

ອ່ານລາຍງານນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG