ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າທຳນຽບຫ້າແຈ ກ່າວວ່າ ບໍ່ມີປະເທດໃດ ຄັດຄ້ານ ຕໍ່ຄວາມໄຝ່ຝັນ ຂອງຢູເຄຣນ ທີ່ຢາກເຂົ້າຮ່ວມອົງການເນໂຕ້


ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານ Andriy Taran (ຊ້າຍ) ແລະລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສະຫະລັດ ທ່ານລອຍ ອອສຕິນ ກວດແຖວທະຫານກອງກຽດຕິຍົດ ໃນລະຫວ່າງພິທີຕ້ອນຮັບ ກ່ອນການປະຊຸມຂອງພວກທ່ານທີ່ນະຄອນຫຼວງກີຢິບ ເມື່ອວັນທີ 19 ຕຸລາ 2021.
ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານ Andriy Taran (ຊ້າຍ) ແລະລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສະຫະລັດ ທ່ານລອຍ ອອສຕິນ ກວດແຖວທະຫານກອງກຽດຕິຍົດ ໃນລະຫວ່າງພິທີຕ້ອນຮັບ ກ່ອນການປະຊຸມຂອງພວກທ່ານທີ່ນະຄອນຫຼວງກີຢິບ ເມື່ອວັນທີ 19 ຕຸລາ 2021.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ກ່າວວ່າ ບໍ່ມີປະເທດທີສາມໃດໆ ອອກສຽງຄັດຄ້ານຕໍ່ຄວາມໄຝ່ຝັນ ຂອງຢູເຄຣນ ທີ່ຢາກຈະເຂົ້າຮ່ວມອົງການພັນທະ ມິດເນໂຕ້.

ທ່ານອອສຕິນໃຫ້ຄວາມເຫັນດັ່ງກ່າວ ໃນລະຫວ່າງການເດີນທາງໄປຢ້ຽມຢາມນະຄອນຫຼວງກີຢິບໃນວັນອັງຄານວານນີ້ ເວລາມີການຖາມ ກ່ຽວກັບການຄັດຄ້ານຂອງຣັດເຊຍຕໍ່ການເຂົ້າເປັນສະມາຊິກຂອງອົງການເນໂຕ້ ຊຶ່ງທ່ານກ່າວວ່າ “ຢູເຄຣນ ມີສິດທີ່ຈະທຳການຕັດສິນໃຈ ກ່ຽວກັບອະນາຄົດຂອງຕົນ ແລະພວກເຮົາກໍຄາດວ່າ ເຂົາເຈົ້າຈະສາມາດເຮັດສິ່ງນັ້ນ ໂດຍປາສະຈາການແຊກແຊງໃດໆຈາກພາຍນອກ.”

ຄວາມເຄັ່ງຕຶງ ລະຫວ່າງຣັດເຊຍ ແລະພັນທະມິດ ທີ່ນຳພາໂດຍສະຫະລັດ ໂດຍທີ່ມົສກູໄດ້ປະກາດໃນວັນຈັນທີ່ຜ່ານມານີ້ວ່າ ຕົນຈະໂຈະການສົ່ງຜູ້ຕາງໜ້າຖາວອນຂອງຕົນໄປປະຈຳຢູ່ອົງການເນໂຕ້ ເພື່ອເປັນການຕອບໂຕ້ຕໍ່ການທີ່ກຸ່ມພັນທະມິດດັ່ງກ່າວ ໄດ້ຂັບໄລ່ຊາວຣັດເຊຍ 8 ຄົນ ໃນຕົ້ນເດືອນນີ້.

ນອກນັ້ນແລ້ວ ທ່ານອອສຕິນ ຍັງເອີ້ນຣັດເຊຍວ່າ ເປັນ “ອຸບປະສັກ” ໃນການແກ້ໄຂແບບສັນຕິໃດໆກໍຕາມ ຕໍ່ສົງຄາມທີ່ພວມດຳເນີນຢູ່ ໃນພາກຕາເວັນອອກຂອງຢູເຄຣນ.

ທ່ານອອສຕິນ ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ຣັດເຊຍ ສິ້ນສຸດການຢຶດຄອງແຫຼມໄຄຣເມຍ ຢຸດເຊົາການແກ່ຍາວສົງຄາມໃນພາກຕາເວັນອອກຂອງຢູເຄຣນຢຸດເຊົາການກໍ່ຄວາມບໍ່ທຸ່ນທ່ຽງຢູ່ໃນທະເລດຳແລະຢູ່ຕາມຊາຍແດນຂອງຢູເຄຣນ

ທ່ານກ່າວຕື່ມວ່າ “ພວກເຮົາຈະສືບຕໍ່ດຳເນີນການທຸກສິ່ງຢ່າງທີ່ພວກເຮົາສາມາດເຮັດໄດ້ ເພື່ອໃຫ້ການສະໜັບສະໜຸນໃນຄວາມພະຍາຍາມຂອງຢູເຄຣນເພື່ອພັດທະນາຄວາມສາມາດໃນການປ້ອງກັນໂຕ.”

ໃນຕົ້ນປີນີ້ ຣັດເຊຍໄດ້ສົ່ງກຳລັງເປັນຈຳນວນຫຼາຍທີ່ສຸດໄປເຕົ້າໂຮມກັນຢູ່ຕາມບໍລິເວນຊາຍແດນໃກ້ໆຢູເຄຣນ ນັບແຕ່ໄດ້ມີການຮວມເອົາເຂດໄຄຣເມຍເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ໃນປີ 2014. ກຳລັງດັ່ງກ່າວໄດ້ມີການຖອນອອກໄປຫຼັງຈາກໄດ້ເຂົ້າຮ່ວມໃນການຊ້ອມລົບ ໃກ້ໆຊາຍແດນຢູເຄຣນ.

ການເດີນທາງໄປຢ້ຽມຢາມຢູເຄຣນຂອງທ່ານອອສຕິນ ແມ່ນບ່ອນຢຸດແວ່ແຫ່ງທີ ສອງ ໃນຢ້ຽມຢາມຢູໂຣບຂອງທ່ານ ຫຼັງຈາກໄດ້ໄປຢ້ຽມຢາມປະເທດຈໍເຈຍ ໃນວັນຈັນທີ່ຜ່ານມານີ້.

ທ່ານແບຣັດລີ ບາວແມັນ ນັກຊ່ຽວຊານດ້ານປ້ອງກັນປະເທດ ທີ່ມູນນິທິປ້ອງກັນປະຊາທິ ປະໄຕ ເອີ້ນການຢຸດແວ່ຢ້ຽມຢາມຈໍເຈຍ ແລະຢູເຄຣນ ຂອງທ່ານອອສຕິນນັ້ນວ່າ “ເປັນສັນຍານທີ່ມີຄວາມສຳຄັນແລະມີຄວາມໝາຍໃນທາງບວກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG