ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້າສາວ ຂອງ Kim Jong Un ອາໄສຢູ່ໃນ ສຫລ ຢ່າງລັບໆ ມາໄດ້ 18 ປີແລ້ວ


ນ້າສາວຂອງ Kim Jong Un ນ້ອງສາວແມ່ ແລະສາມີ ຮູ້ກັນຢູ່ ເກົາຫລີເໜືອວ່າ ນາງ Ko Yong Suk ແລະທ້າວ Ri Gang ຢືນຖ່າຍຮູບຢູ່ຈະຕຸລັດ Times Square ທີ່ນະຄອນ New York.
ນ້າສາວຂອງ Kim Jong Un ນ້ອງສາວແມ່ ແລະສາມີ ຮູ້ກັນຢູ່ ເກົາຫລີເໜືອວ່າ ນາງ Ko Yong Suk ແລະທ້າວ Ri Gang ຢືນຖ່າຍຮູບຢູ່ຈະຕຸລັດ Times Square ທີ່ນະຄອນ New York.

ບາງທີ​ອາດຍັງ​ຮູ້​ກັນ​ໜ້ອຍ​ຢູ່ໃນ​ຄວາມ​ຈິງ​ທີ່ວ່າ ນ້າສາວ​ຂອງ Kim Jong Un ຜູ້ນຳ​ ເກົາຫລີ​ເໜືອ ໄດ້ອາ​ໄສ​ຢູ່ໃນ​ສະຫະລັດ ​ມາເປັນ​ເວລາ 18 ປີແລ້ວ.

ໜັງສືພິມ The Washington Post ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ນາງ Ko Yong Suk ອາຍຸ 60 ປີ ​ໄດ້ໃຊ້​ຊີວິດຢ່າງລຶກລັບ​ໃນ​ສະຫະລັດ ກັບ​ສາມີ​ຂອງ​ນາງ ທ້າວ Ri Gang ​ແລະ​ລູກ​ເຂົາ​ເຈົ້າ​ສາມ​ຄົນ ນັບ​ແຕ່​ໄດ້​ໂຕນ​ໜີ​ ຈາກ​ເກົາ ຫລີ​ເໜືອ​ໃນ​ປີ 1998.

ນາງ Ko ​ແລະ ທ້າວ Ri ຊຶ່ງຄັ້ງ​ນຶ່ງ​ ໄດ້​ເປັນ​ບັນດາ​ສະມາຊິກຂອງ​ຄອບຄົວ​ທີ່ ປົກຄອງ ​ເກົາ​ຫລີ​ເໜືອ ​ໄດ້​ຮ້ອງ​ຂໍບໍ່​ໃຫ້ໜັງ​ສື​ພິມ Washington Post ພິມ​ເຜີຍ​ແຜ່ຊື່​ທີ່​ເຂົາ​ເຈົ້າ​ ໃຊ້ ຫລື​ເປີດ​ເຜີຍ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ສະຫະລັດ ເພື່ອ​ປົກປ້ອງ​ ​ພວກ​ລູກ​ເຕົ້າທີ່​ໃຫຍ່​ແລ້ວ ​ຂອງ​ເຂົາເຈົ້າ ທີ່​ດຳລົງ​ຊີວິດ​ຢູ່​ຢ່າງເປັນ​ປົກກະຕິ​ນັ້ນ.

ໃນເປີດ​ເຜີຍ​ຈາກ​ຄວາມ​ມິດ​ງຽບ​ຂອງ​ເຂົ້າ​ເຈົ້າຢູ່​ໃນ​ສະຫະລັດ ນາງ Ko ​ແລະ ທ້າວ Ri ​ໄດ້ ​ໃຊ້​ເວລາ 20 ຊົ່ວ​ໂມງ​ໂອ້​ລົມ​ກັບ​ນັກ​ຂ່າວ Washington Post ສອງ​ຄົນ​ໃນນະຄອນ New York ທີ່​ບ້ານ​ພັກ​ເຂົາ​ເຈົ້າ ​ທີ່ໃຊ້​ເວລາ​ຂັບລົດຫຼາຍ​ຊົ່ວໂມງ​ອອກ​ໄປນັ້ນ.

ນາງ Ko ​ແລະ ທ້າວ Ri ​ເຮັດ​ທຸລະ​ກິດ​ຮ້ານຊັກ​ແຫ້ງ ກ່າວ​ຕໍ່​ໜັງສືພິມວ່າ ລູກ​ເຕົ້າ​ຂອງ​ເຂົາ​ ເຈົ້າ​ໄປ​ໂຮງຮຽນ​ທີ່​ດີ ​ແລະ​ປະສົບ​ຜົນສຳ​ເລັດ. ທ້າວ Ri ​ໄດ້​ກ່າວ​ຕໍ່​ໜັງສືພິມ Washing- ton Post ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ພວກ​ເຮົາ​ໄດ້​ບັນ​ລຸ ​ໃນຄວາມ​ຝັນແບບ​ອາເມຣິກັນ ຂອງ​ເຂົາ​ເຈົ້າ.”

ນາງ Ko ກ່າວ​ວ່າ ພວກລູກຂອງ​ລາວ ​ບໍ່​ມີ​ຄວາມ​ສົນ​ໃຈ​ ກ່ຽວ​ກັບ​ເກົາຫລີ​ເລີຍ​ບໍ່ວ່າເກົາ ຫລີເໜືອ ຫລື​ເກົາຫລີ​ໃຕ້. ລູກ​ຊາຍກົກ​ຂອງ​ເຂົາ​ເຈົ້າ ເປັນ​ນັກຄະນິດສາດ ລູກ​ຊາຍ​ຄົ​ນທີ ​ສອງ​ ຊ່ວຍ​ເຮັດ​ທຸລະ​ກິດ ​ແລະ​ລູກ​ສາວ ​ເຮັດ​ວຽກ​ກ່ຽວ​ກັບເລື້ອງ computer science.

ນາງ Ko ​ເປັນ​ນ້ອງ​ສາວ​ຂອງ ນາງ Ko Yong Hui ​ເປັນ​ນຶ່ງໃນ​ພັນ​ລະ​ຍາ​ຂອງ​ມື້​ລາງ​ຜູ້ນຳ​ ເກົາຫລີ​ເໜືອ Kim Jong Il ​ແລະ​ເປັນແມ່​ຂອງ Kim Jong Un ຊຶ່ງລາຍ​ງານ​ວ່າ ມີ​ຄວາມ ​ສຳພັນ​ຢ່າງ​ໃກ້ຊິດ​ກັບ Kim Jong Un ​ເພາະ ວ່າ​ນາງ​ໄດ້​ບົວລະບັດ​ລາວ ​ເວລາ​ລາວ​ຍັງ ​ເຂົ້າ​ໂຮ​ງຮຽນ​ຢູ່ Switzerland​.

​ໃນ​ປີ 1998 ​ເວ​ລາ Kim Jong Un ​ມີ​ອາຍຸ 14 ປີ ອ້າຍ​ຂອງ​ລາວ ອາຍຸ 17 ປີ ​ນາງ Ko ແລະທ້າວ Ri ​ໄດ້​ຕັດສິນ​ໃຈ​ໂຕນ​ໜີ ຫຼັງ​ຈາກເອື້ອຍ​ຂອງ​ນາງ Ko ​ໄດ້​ກວດ​ພົບວ່າ​ ​ເປັນ​ ມະເ​ຮັງ​ຢູ່​ນົມ ​ແລະ​ໄດ້​ເສຍ​ຊີວິດ ຫົກ​ປີຕໍ່​ມາ ​ໃນ​ປີ 2004​. ​ເຂົາ​ເຈົ້າ​ໄດ້​ກ່າວ​ ຕໍ່​ໜັງສືພິມ
Washington Post ວ່າ ນັບແຕ່ເດັກ​ຊາຍ​ຄົນ​ນີ້ ໄດ້​ໃຫຍ່​ໂຕ​ມາ ເຂົາ​ເຈົ້າ​ຈະ​ບໍ່​ເປັນ​ທີ່​ຕ້ອງການໂດຍລັດທິນີ້ ​ອີກ​ຕໍ່​ໄປ ​ແລະ​ໄດ້ພາກັນ​ຫລົບໜີ ຍ້ອນມີ​ຄວາມ​ເປັນ​ຫ່ວງກ່ຽວ​ ກັບການ​ເສຍຖາ ນະ​ສິດ​ພິ​ເສດ​ຂອງ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG