ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ທ່ານ​ນາງ Aung San Suu Kyi ພົບປະ ປະທານປະເທດ ຈີນ


ປະທານປະເທດຈີນ ທ່ານ Xi Jinping (ຂວາ) ພົບປະກັບ ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງ Aung San Suu Kyi ທີ່ຫໍສາລາໃຫຍ່ປະຊາຊົນ ໃນນະຄອນຫຼວງປັກກິ່ງ (11 ມິຖຸນາ 2015)

ຜູ້ນຳ​ຝ່າຍ​ຄ້ານຂອງ​ມຽນມາ ທ່ານ​ນາງ Aung San Suu Kyi
ໄດ້​ພົບປະ​ກັບ​ ທ່ານ Xi Jingping ​ປະທານ​ປະ​ເທດ​ຈີນ
ໃນ​ຂະນະທີ່ທ່ານນາງ ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ​ຜູ້ນຳປະຊາທິ
ປະ​ໄຕ ​ສືບ​ຕໍ່​ການ​ຢ້ຽມຢາມຈີນ.

ຜູ້ນຳ​ທັງ​ສອງທ່ານ​ໄດ້​ພົບ​ປະກັນ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຫໍ​ປະຊຸມ
ສາລາປະຊາຊົນ ​ໃນນະຄອນ​ປັກ​ກິ່ງ ອິງ​ຕາມ​ລາຍງານອົງການ
​ຂ່າວ​ຊິນ​ຫົວ ຊຶ່ງ​ບໍ່​ໄດ້​ໃຫ້​ລາຍ​ລະອຽດຫຍັງເພີ້​ມຕື່ມ.

ທ່ານ​ນາງ Aung San Suu Kyi ​ໄດ້​ເລີ້ມ​ທຳ​ການ​ຢ້ຽມຢາມ​ຈີນ​ ເປັນ​ຄັ້ງ​ທຳອິດ​ຂອງ​ທ່ານ​ນາງ ​ໃນ​ວັນ​ພຸດ​ວານ​ນີ້ ໂດຍມີ​ເປົ້າ​ໝາຍ​ເພື່ອ​ສົ່ງ​ເສີມ​ສາຍ​ພົວພັນ​ທາງ​ການ​ທູດ​ສອງ​ຝ່າຍ ທີ່​ໄດ້​ທົດ​ສອບ​ອັນເປັນຜົນເນື່ອງມາຈາກການ​ປະຕິ​ຮູບ​ປະຊາທິປະ​ໄຕໃນ​ປະ​ເທດ​ຂອງ​ທ່ານ​ນາງ.

ຈີນ​ເປັນ​ພັນທະມິດທີ່ສຳຄັນກັບ​ອະດີດ​ພວກຜູ້ນຳ​ທະຫານ​ທີ່ປົກຄອງມຽນມາ ທີ່​ໄດ້​ກັກ​ບໍລິ​ເວນ​ທ່ານ​ນາງ​ໃຫ້​ຢູ່​ກັບ​ບ້ານ​ເປັນ​ເວລາ​ຫຼາຍໆ​ປີ​ນັ້ນ ຈົນ​ຮອດ​ປີ 2010 ທ່ານ​ນາງ​ຈຶ່ງໄດ້​ຖືກ​ປ່ອຍ​.

ທ່ານ​ນາງ ​ແມ່ນ​ເປັນ​ຕົວ​ແທນ​ຄົນ​ສຳ​ຄັນ​ຂອງ​ພັກ​ຝ່າຍ​ຄ້ານ ​ແລະ​ເປັນ​ຜູ້ນຳ​ຂອງ​ພັກສັນນິ ບາດແຫ່ງຊາດເພື່ອປະຊາທິປະ​ໄຕ​ ຫລື NLD ຊຶ່ງ​ຄາດໝາຍ​ວ່າ​ຈະ​ເປັນ​ພັກ​ທີ່​ໄດ້​ຮັບ
ອຳນາດ​ຫຼາຍຂຶ້ນ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ໜ້າ ​ໃນ​ທ້າຍ​ປີ​ນີ້.

ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ມຽນມາ​ກັບ​ຈີນ​ນັ້ນ ​ແມ່ນ​ມີ​ຄວາມ​ທ້າ​ທາຍ ນັບ​ຕັ້ງ​ແຕ່ ລັດຖະບານ​ທະຫານ​ໄດ້​ມອບ​ອຳນາດ ​ໃຫ້​ທາງ​ລັດຖະບານ​ພົນລະ​ເຮືອນ​ໃນ​ປີ 2010 ​ແລະ​ກໍ​ໄດ້​ເລີ້ມ​ທຳ​ການ​ປະຕິ​ຮູບທາງ​ດ້ານ​ປະຊາທິປະ​ໄຕມາ​ຫຼາຍໆ​ບັ້ນ​ແລ້ວ ຢ່າງ​ຕໍ່​ເນື່ອງ.

​ໃນ​ການ​ຕອບ​ຮັບ​ດັ່ງກ່າວ​ນີ້ ສະຫະລັດ ​ແລະ​ຢູໂຣບ ​ແມ່ນ​ໄດ້ເລີ້ມ​ຜ່ອນຜັນການ​ລົງ​ໂທດ​ຕໍ່​ມຽນມາ ​ແລະ​ນັບແຕ່ນັ້ນ​ມາ​ປະ​ເທດ​ດັ່ງກ່າວ ກໍມີການ​ຫຼັ່ງ​ໄຫຼ​ໃນການລົງທຶນຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກເຂົ້າໄປໃນມຽນມາຢ່າງວ່ອງໄວ.

Aung San Suu Kyi China
please wait

No media source currently available

0:00 0:00:30 0:00

XS
SM
MD
LG