ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ມີການລະເມີດ ລະບຽບການ ຢ່າງແຜ່ກວ້າງ ໃນການເລືອກຕັ້ງ ຂອງມຽນມາ (ເບິ່ງສະໄລດ໌)


ທ່ານນາງ Aung San Suu Kyi ຜູ້ນໍາພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໃຕ ໃນມຽນມາ ກ່າວປາໄສ ຕໍ່ຊື່ມວນຊົນ ທີ່ບ້ານພັກ ຂອງທ່ານນາງ ໃນວັນສຸກ ທີ່ 30, 2012.

ຜູ້​ນໍາປະຊາທິປະໄຕຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ກ່າວ​ວ່າ ການ​
ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດຄັ້ງພິ​ເສດ ທີ່​ຈະ​ມາ​ເຖິງ​ນີ້ ​ໄດ້ປະສົບ​ກັບ​ບັນຫາ​ຢ່າງ​
ໜັກ​ເນຶ່ອງຈາກມີ​ການລ​ະ​ເມີດ​ລະບຽບ ການ​ຢ່າງ​ແຜ່​ກວ້າງ.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ທີ່​ໄດ້​ຮັບ​ລາງ​ວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ກ່າວ​ຕໍ່ພວກ​
ນັກ​ຂ່າວໃນ​ວັນ​ສຸກມື້ນີ້​ ທີ່​ນະຄອນ​ຢ່າງກຸ້ງວ່າ ການລະ​ເມີດ​ລະບຽບ​ການ​ເຫຼົ່ານີ້ ​ແມ່ນ
“​ເກີນ​ຂອບ​ເຂດ​ທີ່​ຈະ​ຮັບ​ເອົາ​ໄດ້​ໃນ ການ​ເລືອກ​ຕັ້ງ​ແບບ​ປະຊາທິປະໄຕ​ນັ້ນ​” ​ແ​ຕ່ທ່ານ​
ນາງກໍກ່າວ​ວ່າ ທ່ານ​ນາງ​ພ້ອມ​ດ້ວຍພັກ​ຂອງ​ທ່ານ ຄືພັກ​ສັນນິບາດແຫ່ງ​ຊາດ​ເພື່ອປະ
ຊາທິ ປະໄຕ ​“​ໄດ້​ຕັດສິນ​ທີ່ຈະ​ພາກັນດໍາ​ເນີນການ​ໄປ​ໜ້າ.”

ທ່ານ​ນາງ Aung San Suu Kyi ​ແລະບັນດາຜູ້​ສະມັກ​ຄົນ​ອື່ນໆ​ຂອງ ພັກ​ສັນນິບາດ​
ແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ​ ພາກັນ​ເຂົ້າ​ແຂ່ງຂັນ ​ເອົາ 48 ບ່ອນ​ນັ່ງ​ທີ່ຍັງ​ຫວ່າງຢູ່ ໃນ
ການ​ເລືອກ​ຕັ້ງຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ອາທິດ ນີ້.​ ​ໃນ​ຕົ້ນ​ເດືອນ​ນີ້ ພັກ​ສັນນິບາດ​ແຫ່ງ​ຊາດ​
ເພື່ອ​ປະຊາທິປະ​ໄຕ​ໄດ້​ລະ ບຸ​ໃຫ້​ຊາບ ກ່ຽວ​ກັບ​ການ​ຜິດ​ລະບຽບ​ການ​ເລືອກ​ຕັ້ງຈຳ
ນວນ​ນຶ່ງ​ເຊັ່ນ​ການ ຈຳກັດ​ບ່ອນ​ໂຄສະນາ​ຫາ​ສຽງໂດຍ​ລັດຖະບານ ​ແລະ​ບັນຊີ​ລາຍ​ຊື່​
ເລືອກ ຕັ້ງຂອງ​ລັດຖະບານ ​ທີ່​ປະກົດ​ວ່າ​ ຮວມທັງ​ຊື່​ພວກ​ທີ່​ເສຍ​ຊີວິດ​ໄປ​ແລ້ວ​ເປັນ​ຈຳ
ນວນ​ຫຼວງຫຼາຍ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິ​ໄຕ ​ໄດ້ບ໋ອຍຄອດ​ຫຼືບໍ່​ເຂົ້າຮ່ວມ​ ​ການ​ເລື​ອກຕັ້ງ
ໃນ​ປີ 2010 ​ເພື່ອ​ສ້າງຕັ້ງລັດຖະບານ​ພົນລະ​ເຮືອນ​ທີ່ ​ໄດ້​ຮັບ​ການໜຸນ​ຫຼັງຈາກ​ພວກ
ທະຫານເຂົ້າຮັບ​ໜ້າ​ທີ່​ແທນ​ລັດຖະບານ ທະຫານ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​
ນານ ຍ້ອນ​ກົດ​ລະບຽບ​ຕ່າງໆ​ໄດ້​ຂັດຂວາງ​ບໍ່​ໃຫ້​ທ່ານ​ນາງ​ອອງຊານ ຊູ​ຈີ​ ​ເຂົ້າສະມັກ
ແຂ່ງຂັນ. ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມລົ້ນ​
ໃນ​ການ​ເລືອກ​ຕັ້ງປີ 1990 ແຕ່​ລັດຖະບານ​ທະຫານ​ທີ່​ປົກຄອງ​ປະ ​ເທດ​ຢູ່​ໃນ​ເວລາ​
ນັ້ນບໍ່​ຍອມ​ມອບ​ອຳນາດ​ໃຫ້.

ລັດຖະບານ​ມຽນມາ ​ໄດ້​ເຊື້ອ​ເຊີນ​ຫຼາຍໆ​ປະ​ເທດ ​ແລະ​ອົງການ​ຈັດ​ຕັ້ງ​ນາໆ​ຊາດ​ໄປ
ສັງ​ເກດ​ການ​ເບີ່​ງການ​ເລືອກ​ຕັ້ງໃນ​ວັນ​ອາທິດ​ນີ້ ຮວມ​ທັງ ສະຫະລັດອາ​ເມ​ຣິ​ກາ
ຢູ​ໂຣບ ຍີ່​ປຸ່ນ ​ແລະ​ສະມາຄົມ​ບັນດາ​ປະຊາ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ
ໃຕ້​ຫຼືອາ​ຊ່ຽນ.

ເບິ່ງລາຍງານວີດີໂອພາສາລາວ ກ່ຽວກັບການເລືອກຕັ້ງຢູ່ມຽນມາ:

XS
SM
MD
LG