ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາກະກຽມ ຂັ້ນສຸດທ້າຍ ສໍາລັບການເລືອກຕັ້ງ (ເບິ່ງສະໄລດ໌)


Survivors walk under a fallen electric post after super Typhoon Haiyan battered Tacloban city, central Philippines.
Survivors walk under a fallen electric post after super Typhoon Haiyan battered Tacloban city, central Philippines.

ມຽນມາ ​ພວມ​ກະກຽມ​ຂັ້ນສຸດ​ທ້າຍ​ໃນ​ວັນ​ເສົາ​ມື້ນີ້ ສຳ​ຫຼັບການ​ເລືອກ​ຕັ້ງຄັ້ງປະຫວັດ​ສາດໃນ​
ວັນ​ອາທິດ​ມື້ອື່ນ ​ເວລາ​ທ່ານ​ນາງ​ອອງຊານຊູ​ຈີຜູ້​ປຸກລະດົມ​ເພື່ອປະຊາ​ທິປະ​ໄຕທີ່ໄດ້​ຖືກ​ກັກ​ບໍ
ລິເວນ​ເມື່ອ​ນຶ່ງ​ປີກ​ວ່າໆ​ຜ່ານ​ມານີ້ມີ​ທ່າ​ທາງວ່າຈະ​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະພາ​ແຫ່ງ​
ຊາດ​ຂອງ​ປະ​ເທດທີ່​ຄອບ​ງຳ​ໂດຍ​ພວກ​ທະຫານ​.

ການ​ປະກອບສ່ວນເຂົ້າຮ່ວມ​ໃນ​ການ​ເລືອກ​ຕັ້ງດັ່ງກ່າວ​ຂອງ​ທ່ານ​ນາງ​ ມີຂຶ້ນກໍ​ຍ້ອນ ໄດ້ມີການ​
ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງລົງ ກັບ​ລັດຖະບານທີ່​ໄດ້​ເລີ່​ມດຳ​ເນີນ​ການ​ປະຕິ​ຮູບປະຊາທິປະ​ໄຕ​ແບບ
​ບໍ່ຄາດ​ຝັນໃນ​ໄລຍະ​ຫຼາຍໆ​ເດືອນ​ຜ່ານ​ມານີ້.

ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້ອື່ນ​ນີ້ ​ແມ່ນ​ເພື່ອແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ສ່ວນ​ນ້ອຍໆ ຈຳນວນ​ນຶ່ງ
ສໍາລັບກຸ່ມຊົນສ່ວນນ້ອຍຢູ່​ໃນ​ສະພາ​ແຫ່ງ​ຊາດ​ທໍ່​ນັ້ນ ​ແຕ່​ກໍ​ບໍ່ໄດ້​ເຮັດ​ໃຫ້ການ​ສະ​ແດງ​ຄວາມຮູ້
ສຶກ​ກະຕືລືລົ້ນຂອງ​ປະຊາຊົນ​ຫຼຸດນ້ອຍ​ຖອຍ​ລົງ​ແຕ່​ຢ່າງ​ໃດ ສຳ​ຫຼັບທ່ານນາງ​ອອ​ງຊານ ​ຊູ​ຈີ ຜູ້
​ທີ່​ລັດຖະບານ​ພະຍາຍາມຢາກປິດ​ປາກ​ປິດ​ສຽງມາ​ໄດ້ສອງ​ທົດ​ສະ​ວັດ​ແລ້ວນັ້ນ ​ແລະ​ພັກ​ສັນນິ
ບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ ທ່ານ​ນາງ.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນໂນ​ແບ​ລຂະ​ແໜງ​ສັນຕິພາບກ່າວ​ໃນ​ມື້ວັນ​ສຸກ
ວານ​ນີ້ວ່າ ທ່ານ​ນາງ​ບໍ່​ຄາດ​ວ່າ ການ​ເລືອກ​ຕັ້ງຂອງ​ມຽນມາ​ຈະດຳ​ເນີນ​ໄປ​ຢ່າງ​ຍຸຕິ​ທຳ ແຕ່​ມັນ
ກໍ​ມີ​ຄວາມ​ສຳຄັນ.

XS
SM
MD
LG