ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ອອງ ຊານ ຊູ ຈີ ເວົ້າ​ວ່າ ການ​ກ່າວ​ຫາ ຂ້າ​ລ້າງ​ເຜົ່າ​ພັນ ຕໍ່ ມຽນ​ມາ ແມ່ນ "ບໍ່​ເປັນ​ຄວາມ​ຈິງ"


ປະ​ຊາ​ຊົນ ຊຸມ​ນຸມ​ກັນ​​ເພື່​ອ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ ອອງ ຊານ ຊູ ຈີ, ໃນ​ຂະ​ນະ​ທີ່​ເພິ່ນ ກຽມ​ປ້ອງ​ກັນ ມຽນ​ມາ ຢູ່​ສານ​ຍຸ​ຕິ​ທຳ ສາ​ກົນ ກ່ຽວ​ກັບ ຂໍ້​ກ່າວ​ຫາ ຂ້າ​ລ້າງ​ເຜົ່າ​ພັນ​ຊາວ ໂຣ​ຮິງ​ຢາ. ນະ​ຄອນ ຢາງ​ກຸ້ງ.
ປະ​ຊາ​ຊົນ ຊຸມ​ນຸມ​ກັນ​​ເພື່​ອ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ ອອງ ຊານ ຊູ ຈີ, ໃນ​ຂະ​ນະ​ທີ່​ເພິ່ນ ກຽມ​ປ້ອງ​ກັນ ມຽນ​ມາ ຢູ່​ສານ​ຍຸ​ຕິ​ທຳ ສາ​ກົນ ກ່ຽວ​ກັບ ຂໍ້​ກ່າວ​ຫາ ຂ້າ​ລ້າງ​ເຜົ່າ​ພັນ​ຊາວ ໂຣ​ຮິງ​ຢາ. ນະ​ຄອນ ຢາງ​ກຸ້ງ.

ຜູ້​ນຳຂອງ ມຽນ​ມາ, ທ່ານ​ນາງ ອອງ ຊານ ຊູ ຈີ, ໄດ້​ເປັນ​ຫົວ​ໜ້າໃນ​ການ​ປ້ອງ​ກັນ​ຄະ​ດີ​ຂອງ​ປະ​ເທດ​ຂອງ​ເພິ່ນ ຢູ່​ສານສານ​ຍຸ​ຕິ​ທຳ​ສາ​ກົນ​ໃນ​ນະ​ຄອນ ເຮກ ປະ​ເທດ ໂຮນ​ລັງ ຕໍ່​ການ​ກ່າວ​ຫາ ກ່ຽວ​ກັບ ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ຕໍ່​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ ໃນ​ປະ​ເທດ​ນັ້ນ.

ເຈົ້າ​ຂອງ​ລາງວັນ​ໂນ​ແບ​ລ​ດັ່ງ​ກ່າວ ​ໄດ້​ຢືນ​ຢູ່​ຕໍ່​ໜ້າຄະ​ນະ​ຕຸ​ລາ​ການ ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ອັງ​ຄານ​ວານນີ້ ແລະ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ກ່າວ​ອ້າງ​ຂອງ​ລັດ​ຖະ​ບານ​ຂອງ​ເພິ່ນ​ວ່າ ກອງ​ທັບ​ໄດ້​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງ ໂຣ​ຮິງ​ຢາ ຜູ້​ທີ່​ໄດ້​ໂຈມ​ຕີ​ດ່ານ​ຮັກ​ສາ​ຄວາມ​ປອດ​ໄພ ໃນ​ລັດ ຣາ​ໄຄ​ນ໌ ທີ່​ຕັ້ງ​ຢູ່​ພາກ​ຕ​າ​ເວັນ​ຕົກ​ຂອງ​ປະ​ເທດ​ໃນ​ເດືອນ​ສິງ​ຫາ 2017. ທ່ານ​ນາງ​ໄດ້​ປາ​ກົດ​ຕົວ ​ຕໍ່​ໜ້າ​ສານ​ໃນ​ບົດ​ບາດ​ທາງ​ການ​ຂອງ​ເພິ່ນ ໃນ​ຖາ​ນະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ ມຽນ​ມາ.

ກອງ​ທັບ​ມຽນ​ມາ ໄດ້​ປາບ​ປາມ​ທຳ​ລາຍ​ລ້າງ ເພື່ອ​ເປັນການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຕ່າງໆ, ຈົນ​ບັງ​ຄັບ​ໃຫ້​ຊາວ ໂຣ​ຮິງ​ຢາ ຫຼາຍກວ່າ 700,000 ຄົນ​ຕ້ອງຫຼົບ​ໜີ​ເຂົ້າ​ໄປ​ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ ທີ່​ຢູ່​ໃກ້​ຄຽງ. ການ​ສືບ​ສວນ​ສອບ​ສວນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ບັບ​ນຶ່ງ​ໄດ້​ສະຫຼຸບ​ວ່າ ການປາບ​ປາມ​ດັ່ງ​ກ່າວ “ໄດ້​ດຳ​ເນີນໄປດ້ວຍ​ຈຸດ​ປະ​ສົງ​ຂ້າງ​ລ້າງເຊື້ອ​ຊາດເຜົ່າ​ພັນ,” ອີງ​ຕາ​ມ​ການ​ສຳ​ພາດ​ກັບ​ຜູ້​ລອດ​ຊີ​ວິດ ຜູ້​ທີ່​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ ການ​ສັງ​ຫານ​ໝູ່, ການຄາດ​ຕະ​ກຳແບບ​ຮວບ​ຮັດ​ຕັດ​ຕອນ, ການ​ຂົ່ມ​ຂືນ​ໝູ່ ແລະ ການ​ຈູດ​ໄຟ​ເຜົາ​ໝູ່​ບ້ານ​ຕ່າງໆ.

ຄະ​ດີ​ຕໍ່ ມຽນ​ມາ ໄດ້​ຖືກ​ນຳ​ໄປ​ຂຶ້ນ​ສານ​ຍຸ​ຕິ​ທຳ​ສາ​ກົນ ໂດຍ​ປະ​ເທດ ແກມເບຍ ​ທີ່​ເປັນ​ປະ​ເທດ​ນ້ອຍໆໃນ​ພາກ​ຕາ​ເວັນ​ຕົກ​ຂອງ ອາ​ຟ​ຣິ​ກາ ຕາງ​ໜ້າ​ໃຫ້​ສະ​ມາ​ຊິກ 57 ປະ​ເທດ​ຂອງ​ອົງ​ການ​ ການ​ຮ່ວມ​ມື ອິ​ສ​ລາມ. ໃນ​ຕອນ​ເປີດ​ການ​ດຳ​ເນີນ​ຄະ​ດີ​ເມື່ອ​ວັນ​ອັງ​ຄານ​ວາ​ນນີ້, ບັນ​ດາ​ທະ​ນາຍ​ຄວາມ​ສຳ​ລັບປະ​ເທດ ແກມ​ເບຍ ໄດ້​ລະ​ບຸ​ການ​ກະ​ທຳຫຼາຍ​ຢ່າງ ກ່ຽວ​ກັບ ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ ໂດຍກອງ​ທັບ​ຂອງ ມຽນ​ມາ ໃນ​ລະ​ຫວ່າງ​ການ​ປາບ​ປາມນັ້ນ.

ທ່ານ​ນາງ ອອງ ຊານ ຊູ ຈີ ໄດ້​ເອີ້ນ​ການ​ກ່າວ​ຫາ​ໂດຍ​ປະ​ເທດ ແກມ​ເບຍ ວ່າ “ບໍ່​ເປັນ​ຄວາມ​ຈິງ.”

Myanmar's de facto leader Aung San Suu Kyi is leading her country's defense at the International Court of Justice in The Hague against accusations of genocide against the country's Rohingya Muslims.

The Nobel Peace laureate stood before the United Nations tribunal Wednesday and reiterated her government's claim that the military was targeting Rohingya militants who had attacked security posts in western Rakhine state in August 2017.She is appearing before the court in her official role as Myanmar's foreign minister.

Myanmar's military launched a scorched earth campaign in response to the attacks, forcing more than 700,000 Rohingyas to flee into neighboring Bangladesh.A U.N. investigation concluded the campaign was carried out "with genocidal intent," based on interviews with survivors who gave numerous accounts of massacres, extrajudicial killings, gang rapes and the torching of entire villages.

The case against Myanmar was brought to the IJC by the small West African nation Gambia on behalf of the 57-member Organization for Islamic Cooperation.Lawyers for Gambia recounted numerous acts of atrocities committed by Myanmar's military during the crackdown during Tuesday's opening session.

Aung San Suu Kyi called the allegations made by Gambia "misleading" during her opening statement.

XS
SM
MD
LG