ລາຍງານທີ່ຮົ່ວໄຫລ ຂອງສະຫະພາບອາຟຣິກາ ຮຽກຮ້ອງ
ໃຫ້ມີການຫ້າມ ປະທານາທິບໍດີຊູດານໃຕ້ ແລະຄູ່ແຂ່ງຄົນ
ສຳຄັນຂອງທ່ານ ບໍ່ໃຫ້ເຂົ້າຮ່ວມ ລັດຖະບານໄລຍະຂ້າມ
ຜ່ານ ແລະໃຫ້ປະເທດ ທີ່ໄດ້ຮັບຄວາມເສຍຫາຍ ຈາກສົງ
ຄາມດັ່ງກ່າວ ຢູ່ພາຍໃຕ້ການຄວບຄຸມຂອງສະຫະພາບອາ
ຟຣິກາ.
ອົງການຂ່າວ Reuters ໄດ້ພິມເຜີຍແຜ່ລາຍງານເລື້ອງດັ່ງ
ກ່າວ ໃນວັນສຸກວານນີ້ ໃນຂະນະທີ່ການເຈລະຈາຮອບໃໝ່
ເລີ້ມຂຶ້ນເພື່ອຫາທາງຍຸດຕິບັນຫາຂັດແຍ້ງ ຢູ່ໃນຊູດານໃຕ້ ທີ່
ດຳເນີນມາເປັນເວລາ 15 ເດືອນແລ້ວນັ້ນ ຢູ່່ທີ່ນະຄອນຫຼວງ
Addis Ababa ໂດຍປາດສະຈາກການຕົກລົງກັນໃດໆ.
ໂຄສົກຍິງກະຊວງຕ່າງປະເທດສະຫະລັດ ທ່ານນາງ Marrie Harf ກ່າວວ່າ ບັນດາຜູ້ນຳ
ຊູດານໃຕ້ “ອີກຄັ້ງນຶ່ງໄດ້ປະສົບກັບຄວາມລົ້ມແຫລວ” ຕໍ່ປະຊາຊົນຂອງຕົນ.
ທ່ານນາງ Half ກ່າວວ່າ ບັນຫາຂັດແຍ້ງຢູ່ໃນຊູດານໃຕ້ໄດ້ເປັນຜົນເຮັດໃຫ້ເກີດ “ໂສກ
ນາດຕະກຳຕໍ່ປະຊາຊົນຂອງຕົນ” ແລະ “ໄພພິບັດດ້ານມະນຸດສະທຳ.” ທ່ານນາງກ່າວ
ວ່າ ສະຫະລັດ “ຂໍປະນາມຢ່າງແຮງ" ຕໍ່ການຂາດການນຳພາທາງການເມືອງ ເພື່ອແກ້
ໄຂບັນຫາຂັດແຍ້ງທີ່ມະນຸດສ້າງຂຶ້ນດັ່ງກ່າວ” ແລະມີ ຄວາມກະຕືລືລົ້ນ ຕໍ່ແຜນການທົບ
ທວນເບິ່ງສະຖານະການ ຂອງ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ.
ອີງຕາມອົງການຂ່າວ Reuters ແລ້ວ ລາຍງານຂອງສະຫະພາບອາຟຣິກາ ກ່າວວ່າ ປະທານາທິບໍດີ Salva Kiir ແລະອະດີດຮອງປະທານນາທິບໍດີ ທີ່ໄດ້ກາຍມາເປັນຜູ້
ນຳກະບົດ ທ່ານ Reik Marchar ສົມຄວນທີ່ຈະຖືກຫ້າມຕໍ່ການມີບົດບາດໃດໆໃນ
“ການບໍລິຫານງານໄລຍະຂ້າມຜ່ານ” ພ້ອມດ້ວຍບັນ ດາລັດຖະມົນຕີທັງໝົດ ທີ່ກຳ
ຕຳແໜ່ງ ກ່ອນຈະມີການຍຸບຄະນະລັດຖະບານ ແລະທ່ານ Machar ຖືກປົດອອກ
ຈາກຕຳແໜ່ງໃນເດືອນກໍລະກົດ ປີ 2013.