ທ່ານ ວີລລຽມ ບາຣ ຜູ້ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ເລືອກໃຫ້ເປັນລັດ ຖະມົນຕີ
ວ່າການ ກະຊວງຍຸຕິທຳ ນັ້ນ ໃນວັນອັງຄານມື້ນີ້ ຈະເລີ້ມຕົ້ນການພິຈາລະນາຮັບຟັງ
ການໃຫ້ການເປັນເວລາສອງມື້ ເພື່ອເຂົ້າຮັບຕຳແໜ່ງດັ່ງກ່າວ ທີ່ຄາດກັນວ່າ ຈະເປັນ
ການຂຸດຄົ້ນຫາ ທັດສະນະອັນກວ້າງຂວາງ ຂອງທ່ານ ບາຣ ໃນເລື້ອງຂອງອຳນາດ
ຝ່າຍບໍລິຫານ ແລະການຕຳໜິຂອງທ່ານ ຕໍ່ການສືບສວນສອບສວນ ກ່ຽວກັບ ການ
ແຊກແຊງ ໃນການເລືອກຕັ້ງ ຂອງຣັດເຊຍ ໂດຍໄອຍະການພິເສດ.
ທ່ານ ບາຣ ຜູ້ທີ່ໄດ້ເຄີຍຮັບໃຊ້ເປັນລັດຖະມົນຕີວ່າການກະຊວງຍຸຕິທຳ ພາຍໃຕ້ອະດີດ
ປະທານາທິບໍດີ ຈອຣ໌ຈ ເຮຈ ດັບໂບຢູ ບຸຊ ນັ້ນ ໄດ້ພາໃຫ້ມີການກວດສອບ ໃນໄລຍະ
ສອງສາມສັບປະດາ ຜ່ານມານີ້ ກ່ຽວກັບການຂຽນບັນທຶກ ສະບັບນຶ່ງຂອງທ່ານ ເມື່ອ
ປີກາຍນີ້ ທີ່ໄດ້ຕຳໜິ ໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ທີ່ສຳຫຼວດ ເບິ່ງວ່າ ທ່ານ
ທຣຳ ໄດ້ພະຍາຍາມຂັດຂວາງການ ສືບສວນດັ່ງກ່າວ ຫຼືບໍ່.
ໃນບົດບັນທຶກ 19 ໜ້າ ທີ່ຂຽນຫາ ທ່ານ ຣອດ ໂຣເຊັນສໄຕນ໌ ຮອງລັດຖະມົນຕີວ່າການ
ກະຊວງຍຸຕິທຳ ຜູ້ທີີ່ກຳກັບນຳ ການສືບສວນສອບສວນ ຢູ່ນັ້ນ ທ່ານ ບາຣ ໄດ້ໃຫ້ຄຳ
ເຫັນວ່າ ການສືບສວນ ທ່ານ ທຣຳ ຂອງທ່ານ ມັລເລີ ທີ່ວ່າ ທ່ານ ທຣຳ ຂໍຮ້ອງ ຜູ້ອຳ
ນວຍການ ອົງການສັນຕິບານກາງ FBI ໃນເວລານັ້ນ ຄື ທ່ານເຈມສ໌ ໂຄມີ ວ່າ ໃຫ້
“ຍົກເລີກສະ” ກ່ຽວກັບ ການສືບສວນສອບສວນ ອີກອັນນຶ່ງຕ່າງຫາກ ແລະຕໍ່ຈາກນັ້ນ
ກໍໄດ້ປົດທ່ານ ໂຄມີ ອອກຈາກຕຳແໜ່ງ ຊຶ່ງທ່ານບາຣ ເຫັນວ່າ ເປັນ “ການເຂົ້າໃຈຜິດ
ຢ່າງເສຍຫາຍ” ແລະ“ການຂາດຄວາມຮັບຜິດຊອບ ຢ່າງໃຫຍ່ຫຼວງ.”
ບົດບັນທຶກ ທີ່ໄດ້ຂຽນຂຶ້ນເມື່ອວັນທີ 8 ມິຖຸນາ ປີກາຍ ໄດ້ຖືກເປີດເຜີຍ ເມື່ອເດືອນ
ແລ້ວນີ້ ຫຼັງຈາກທີ່ ທ່ານ ທຣຳ ໄດ້ສະເໜີຊື່ ທ່ານ ບາຣ ອາຍຸ 68 ປີ ເພື່ອໃຫ້ເຂົ້າມາຮັບ
ຕຳແໜ່ງ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ຕໍ່ຈາກ ທ່ານ ແຈັຟ ແຊັສສັນ ໃນເວລາ
ນັ້ນ ຜູ້ທີ່ທ່ານທຣຳ ໄດ້ປົດອອກຈາກຕຳແໜ່ງ ຍ້ອນວ່າ ທ່ານ ແຊັສສັນ ໄດ້ຖອນໂຕ
ຈາກການຄວບຄຸມ ກ່ຽວກັບການສືບສວນສອບສວນ ເລື້ອງຣັດເຊຍ. ມີຄວາມເປັນຫ່ວງ
ຢ້ານວ່າ ທ່ານ ບາຣ ຜູ້ທີ່ເປັນທະນາຍ ຄວາມຫົວອານຸລັກນິຍົມ ສັງກັດພັກຣີພັບບລີກັນ
ອາດຈະຈຳກັດການສືບສວນ ສອບສວນດັ່ງກ່າວ ພັກເດໂມແຄຣັດຈຶ່ງໄດ້ປະຕິຍານວ່າ
ຈະນຳເອົາບົດບັນທຶກ ນັ້ນ ມາເປັນຈຸດສຳຄັນ ໃນການພິຈາລະນາຮັບຮອງເອົາ ທ່ານ
ບາຣ.
ໂດຍການຫາຊ່ອງທາງ ເພື່ອບໍ່ໃຫ້ມີຄວາມກັງວົນດັ່ງກ່າວ ຈາກພັກເດໂມແຄຣັດ ທ່ານ
ບາຣ ໄດ້ເປີດເຜີຍ ການຂຽນຄຳໃຫ້ການຂອງທ່ານ ຕໍ່ ຄະນະກຳມະການ ຕຸລາການ
ຂອງສະພາສູງ ໃນວັນຈັນວານນີ້ໂດຍໂຕ້ແຍ້ງວ່າ ບົດບັນທຶກດັ່ງກ່າວ ເປັນ “ຄຳເຫັນ ທີ່ມີຂອບເຂດທີ່ແຄບ” ແລະ ບໍ່ໄດ້ກ່າວເຖິງ ການສືບສວນສອບສວນ ກ່ຽວກັບ ການ
ແຊກແຊງເຂົ້າ ໃນການເລືອກຕັ້ງ ປີ 2016 ຂອງ ຣັດເຊຍ ແລະ ສ່ວນອື່ນທີ່ “ເປັນທິດ
ສະດີ ການກີດຂວາງຂອງຕຸລາການ ທີ່ອາດເປັນໄປໄດ້.” ໃນຄຳໃຫ້ການຂອງ
ທ່ານນັ້ນ ທ່ານ ບາຣ ຈະກ່າວວ່າ ທ່ານຈະອະນຸຍາດ ໃຫ້ໄອຍະການພິເສດ ສຳເລັດ
ການສືບສວນຂອງທ່ານ ໂດຍປາດສະຈາກການ ແຊກແຊງໃດໆ.