ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຂວງອັດຕະປື ດໍາເນີນ ມາດຕະການ ອະນຸລັກປ່າໄມ້


ເຂດປ່າແຫ່ງນຶ່ງ ທີ່ມີການຕັດໄມ້ ຢ່າງກວ້າງຂວາງ
ເຂດປ່າແຫ່ງນຶ່ງ ທີ່ມີການຕັດໄມ້ ຢ່າງກວ້າງຂວາງ
ທາງການແຂວງອັດຕະປື ດໍາເນີນມາດຕະການອະນຸລັກປາໄມ້
ດ້ວຍການຈັດແບ່ງ ສະພາບປ່າໄມ້ອອກເປັນ 3 ເຂດທີ່ແຕກ
ຕ່າງກັນ ຫາກແຕ່ວ່າການລັກລອບຕັດໄມ້ ເພື່ອການຄ້າເຖື່ອນ ກໍຍັງຄົງເປັນບັນຫາທີ່ທ້າທາຍ.

ເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການວ່າການແຂວງອັດຕະປື ໄດ້
ໃຫ້ການຢືນຢັນວ່າ ທາງການແຂວງອັດຕະປື ຍັງຄົງສືບຕໍ່ການ ປະຕິບັດຈັດຕັ້ງມາດຕະການປົກປັກຮັກສາປ່າໄມ້ພາຍໃນແຂວງ ຕາມນະໂຍບາຍທີ່ລັດຖະບານໄດ້ວາງອອກກໍຄືການເຮັດໃຫ້
ອັດຕາການປົກຫຸ້ມຂອງປ່າໄມ້ຄິດເປັນ 65% ຂອງພື້ນທີ່ທັງ
ໝົດຂອງປະເທດ ພາຍໃນປີ 2015 ແລະເພີ່ມຂຶ້ນເປັນ 70%
ພາຍໃນປີ 2020 ຕາມລໍາດັບ

ເພື່ອເປັນການເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທາງການແຂວງ ດັ່ງກ່າວກໍໄດ້ກໍານົດ ແລະແບ່ງພື້ນທີ່ປ່າໄມ້ພາຍໃນແຂວງອອກເປັນ 3 ປະເພດດ້ວຍກັນ ກໍຄືເຂດປ່າປ້ອງກັນເຂດປ່າສະຫງວນ ແລະເຂດປ່າຜະລິດຕາມລໍາດັບ ຊຶ່ງຈາກການດໍາ ເນີນການປະຕິບັດຈັດຕັ້ງໃນໄລຍະທີ່ຜ່ານມານັ້ນ ກໍເຮັດໃຫ້ທາງການແຂວງອັດຕະປື ບໍ່ ສາມາດປົກປັກຮັກສາສະພາບປ່າໄມ້ໄວ້ໄດ້ເປັນສ່ວນໃຫຍ່ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ແຂວງອັດຕະປືໄດ້ໃຫ້ການຢືນຢັນວ່າ:

ສະພາບລວມຂອງແຂວງອັດຕະປື ກ່ຽວກັບການຄຸ້ມຄອງປ່າໄມ້ ແມ່ນໄທ
ເຮົາໄດ້ມີການຈັດສັນປ່າໄມ້ຕາມນະໂຍບາຍຂອງລັດຖະບານໄດ້ກໍານົດ
ໂດຍສະເພາະ ກ່ຽວກັບເລຶ່ອງປ່າຜະລິດ ປ່າປ້ອງກັນ ແລະປ່າສະຫງວນ ຊຶ່ງ ວ່າມີເນື້ອທີ່ປ່າທັງໝົດກະປະມານ 7 ແສນ 28 ພັນເຮັກຕ້າ ຊຶ່ງວ່າກວມຢູ່
70% ຂອງ ເນື້ອທີ່ຂອງແຂວງ ນອກຈາກນັ້ນ ກໍຍັງມີປ່າຟື້ນຟູອື່ນໆອີກປະ
ມານ 25 ພັນ ເຮັກຕ້າ.”

ປ່າໄມ້ແຫ່ງນຶ່ງໃນລາວ ທີ່ບາງລົງແລ້ວ
ປ່າໄມ້ແຫ່ງນຶ່ງໃນລາວ ທີ່ບາງລົງແລ້ວ


ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ-ປ່າໄມ້ ກໍໄດ້
ໃຫ້ການຊີ້ແຈງວ່າການ ທີ່ລັດຖະບານລາວໄດ້ແບ່ງພື້ນທີ່ປ່າ
ໄມ້ອອກເປັນ 3 ປະເພດດັ່ງກ່າວນີ້ ຈະເຮັດໃຫ້ສາມາດດໍາ ເນີນການປະຕິບັດຕາມແຜນການເປົ້າໝາຍທີ່ວາງໄວ້ໄດ້ງ່າຍ
ຂຶ້ນ ເນື່ອງຈາກວ່າເຂດປ່າໄມ້ແຕ່ລະປະເພດນັ້ນຈະມີໜ່ວຍ
ງານຮັບຜິດຊອບຢ່າງຊັດເຈນ ຊຶ່ງ ຖ້າຫາກວ່າການດໍາເນີນ
ງານເປັນໄປຕາມແຜນການທີ່ວາງໄວ້ນີ້ ກໍຈະເຮັດໃຫ້ລາວ
ມີເນື້ອທີ່ປ່າໄມ້ເພີ່ມຂຶ້ນເປັນ 16 ລ້ານເຮັກຕ້າໃນປີ 2015
ແລະຫຼາຍກວ່າ 17 ລ້ານເຮັກຕ້າໃນປີ 2020.

ແຕ່ຢ່າງໃດກໍຕາມ ໂດຍອິງຕາມລາຍງານຂອງກົມປ່າໄມ້ລາວ ກໍໄດ້ລະບຸວ່າສະພາບປ່າ ໄມ້ຂອງລາວໄດ້ລົດລະດັບຂອງຄວາມໜາແໜ້ນລົງຄິດເປັນອັດຕາສະເລ່ຍ 1.4 % ຕໍ່ປີ ຊຶ່ງກໍເຮັດໃຫ້ຄວາມໜາແໜ້ນຂອງປ່າໄມ້ລາວເຫຼືອຢູ່ປະມານ 9.55 ລ້ານເຮັກຕ້າ ຫຼືຄິດ ເປັນ 40% ຂອງພື້ນທີ່ທັງໝົດຂອງລາວໃນປັດຈຸບັນ ໂດຍສາເຫດສໍາຄັນປະການນຶ່ງ ທີ່ເຮັດ
ໃຫ້ປ່າໄມ້ຂອງລາວຫຸລດລົງຢ່າງຕໍ່ເນື່ອງນັ້ນ ກໍຄືການລັກລອບຕັດໄມ້ເພື່ອການຄ້າຢ່າງຜິດກົດ
ໝາຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ລາວໄດ້ໃຫ້ການອະທິບາຍເຖິງສະພາບການທີ່ ເກີດຂຶ້ນດັ່ງກ່າວວ່າ:

ຖ້າຫາກເຮົາຍັງບໍ່ທັນໄດ້ໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ກະທໍາຄວາມຜິດຫຼື
ວ່າ ພວກນາຍທຶນທີ່ຊື້ຂາຍໄມ້ທີ່ຍັງບໍ່ທັນເຮັດຢ່າງຖືກຕ້ອງນີ້ ຂັ້ນບໍ່ເດັດຂາດ ກໍຖືວ່າກໍ ຍັງເປັນບັນຫາທີ່ໜັກໜ່ວງຢູ່ກັບພວກເຮົານີ້ ເພາະວ່າທໍາມະດາ ເມື່ອມັນມີຕະຫຼາດ ກໍແນ່ນອນເຖິງຈະຫຍຸ້ງຈະຍາກ ມັນກໍເປັນລັກສະນະ ຂອງຄົນເນາະ ມັນກໍທໍາມະດາ ມັນກໍຈະຕ້ອງຂຸດຄົ້ນຫາຕອບສະໜອງ ອັນນີ້ ມັນກໍທໍາມະດາ.”


ເຈົ້າໜ້າທີ່ກົມປ່າໄມ້ລາວ ຍັງໄດ້ລະບຸດ້ວຍວ່າການລົງທຶນຈາກຕ່າງປະເທດໂດຍສະ ເພາະແມ່ນການລົງທຶນຂອງຈີນ ຫວຽດນາມ ແລະໄທໃນລາວທີ່ເພີ່ມຂຶ້ນນັບມື້ ກໍຍັງມີ ສ່ວນທີ່ສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມທໍາມະຊາດໃນລາວຢ່າວກວ້າງຂວາງ ອີກດ້ວຍເຊັ່ນກັນ ເນື່ອງຈາກວ່າບັນດາບໍລິສັດຈາກຈີນ ຫວຽດນາມ ແລະໄທທີ່ ລົງທຶນ ໃນພາກກະສິກໍາທີ່ມີການເຊົ່າທີ່ດິນເພື່ອປູກພືດ ເຊັ່ນ ຢາງພາຣາ ໄມ້ວິກ ມົນຕົ້ນ ອ້ອຍ ສາລີ ແລະຖົ່ວຕ່າງໆນັ້ນ ຕ່າງກໍໄດ້ພາກັນຖືໂອກາດຕັດໄມ້ທໍາລາຍ ປ່າຢູ່ໃນເຂດເຊົ່າ
ຂອງ ພວກຕົນຢ່າງກວ້າງຂວາງແລະໃນຫຼາຍໆກໍລະນີ ກໍຍັງໄດ້ລຸກລໍ້າເຂົ້າໄປໃນເຂດ ປ່າສະຫງວນອີກດ້ວຍ.

ທາງດ້ານເຄືອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງ ກໍລາຍ ງານວ່າການລັກລອບຕັດໄມ້ໃນລາວໄດ້ກາຍເປັນບັນຫາໃຫຍ່ຂຶ້ນໄປນັບມື້ ໂດຍເຂດທີ່ມີ ການລັກລອບຕັດໄມ້ເພື່ອການຄ້າເຖື່ອນຫຼາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍແດນທີ່ ຕິດຕໍ່ກັບຫວຽດນາມ ຈີນ ແລະໄທ ຊຶ່ງປະມານການວ່າມີການລັກ ລອບຕັດໄມ້ ແລະຂົນ ສົ່ງໄມ້ອອກຈາກລາວໄປຍັງທັງ 3 ປະເທດດັ່ງກ່າວໃນປະລິມານລວມກັນຫຼາຍກວ່າ 200,000 ແມັດກ້ອນໃນແຕ່ລະປີ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG