ກຸ່ມກະບົດຕິດອາວຸດໄດ້ໂຈມຕີສູນປິ່ນປົວໂຣກອີໂບລາ ໃນວັນເສົາວານນີ້ ໃກ້ກັບເມືອງ
ບູເທັມໂບ ຂອງປະເທດ ຄອງໂກ ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກການໂຈມຕີອີກຄັ້ງນຶ່ງ
ທີ່ໄດ້ເຮັດໃຫ້ຜູ້ຊ່ຽວຊານດ້ານໂຣກລະບາດຊາວ ກຳມາຣູນ ຄົນນຶ່ງເສຍຊີວິດ, ອີງຕາມ
ການກ່າວຂອງຕຳຫຼວດ.
ສະມາຊິກຂອງທະຫານບ້ານຄົນນຶ່ງໄດ້ຖືກຂ້າຕາຍ ໃນການໂຈມຕີທີ່ໂຮງໝໍ ຄັດວາ,
ບ່ອນທີ່ພະນັກງານການແພດ ໄດ້ພະຍາຍາມທີ່ຈະຄວບຄຸມການລະບາດຂອງໂຣກອີ
ໂບລາ ໃນພາກຕາເວັນອອກຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ,
ອີງຕາມການກ່າວຂອງຫົວໜ້າຕຳຫຼວດ ທ່ານ ພອລ ເອັນໂກມາ. ທ່ານໄດ້ກ່າວຕື່ມວ່າ
ພວກກະບົດ 4 ຄົນຖືກຈັບໄດ້.
ຮອງເຈົ້າເມືອງ ທ່ານ ແພັດທຣິກ ກຳບາເລ ໄດ້ກ່າວວ່າ ພວກນັກໂຈມຕີໄດ້ພະຍາຍາມ
ທີ່ຈະຈູດສູນດັ່ງກ່າວໃນຂ້າມຄືນນັ້ນ.
ການໂຈມຕີຄັ້ງຫຼ້າສຸດໄດ້ເກີດຂຶ້ນຫຼັງຈາກອົງການອະນາໄມໂລກ ຫຼື WHO ໄດ້ລາຍງານ
ຜູ້ຊ່ຽວຊານດ້ານໂຣກລະບາດວ່າ ທ່ານ ຣິເຈີດ ມູໂຊໂກ ໄດ້ເສຍຊີວິດໃນວັນສຸກທີ່ຜ່ານ
ມາ ເມື່ອມືປືນຫຼາຍຄົນຈາກກຸ່ມທະຫານບ້ານໃນທ້ອງຖິ່ນ ໄດ້ຈູ່ໂຈມໂຮງໝໍດັ່ງກ່າວ.
ການໃຊ້ຄວາມຮຸນແຮງໄດ້ເຮັດໃຫ້ຄວາມພະຍາຍາມ ທີ່ຈະຄວບຄຸມການລະບາດຂອງ
ໄວຣັສ ອີໂບລາ ທີ່ຮ້າຍແຮງທີ່ສຸດເປັນອັນດັບສອງໃນປະຫວັດສາດນັ້ນ ມີຄວາມສັບສົນ,
ໃນຂະນະທີ່ກໍລະນີໃໝ່ໄດ້ເພີ່ມຂຶ້ນແຕ່ລະຄັ້ງ ເມື່ອການປິ່ນປົວ ແລະ ວຽກງານການ
ປ້ອງກັນໄດ້ຖືກລົບກວນ. ການລະບາດຄັ້ງຫຼ້າສຸດນີ້ ໄດ້ສົ່ງຜົນໃຫ້ມີກໍລະນີທີ່ຖືກຢືນຢັນ
ແລະ ອາດເປັນໄປໄດ້ເຖິງ 1,300 ກໍລະນີ ແລະ ເສຍຊີວິດ 855 ຄົນນັບຕັ້ງແຕ່ການລະ
ບາດໄດ້ຖືກປະກາດເມື່ອເດືອນສິງຫາທີ່ຜ່ານມາ, ອີງຕາມການກ່າວຂອງອົງການ
WHO.
ທ່ານ ສິໂກ ໄດ້ກ່າວວ່າ ການໂຈມຕີເມື່ອວັນສຸກທີ່ຜ່ານມາໄດ້ແນເປົ້າໃສ່ຄົນຕ່າງປະເທດ
ເພາະວ່າພວກເຂົາມີຄວາມເຊື່ອທີ່ຜິດວ່າ ຄົນຕ່າງປະເທດເປັນຜູ້ນຳເອົາໄວຣັສນັ້ນມາສູ່
ປະເທດ ຄອງໂກ. ທ່ານໄດ້ກ່າວວ່າຕຳຫຼວດແມ່ນກຳລັງຊອກຫາພວກນັກໂຈມຕີນັ້ນ.
ຄວາມຮຸນແຮງດັ່ງກ່າວແມ່ນຄັ້ງຫຼ້າສຸດ ໃນການໂຈມຕີຫຼາຍຄັ້ງໃສ່ສູນປິ່ນປົວໂຣກອີໂບ
ລາ ໂດຍພວກທະຫານບ້ານ ແລະ ພວກທີ່ບໍ່ໄວ້ວາງໃຈໃນການຕອບໂຕ້ຂອງສາກົນຕໍ່
ການລະບາດນັ້ນ.
ກຸ່ມກະບົດຫຼາຍສິບກຸ່ມແມ່ນກຳລັງເຄື່ອນໄຫວຢູ່ໃນພາກຕາເວັນອອກຂອງປະເທດ ຄອງ
ໂກ.
Armed rebels attacked an Ebola treatment center Saturday near the Congolese city of Butembo, just hours after another attack at the center killed a Cameroon epidemiologist, a police official said.
One militia member was killed in the attack at Katwa hospital, where medical staffers are trying to contain an Ebola outbreak in the eastern part of the the Democratic Republic of Congo, according to Police Chief Paul Ngoma. He added that four other rebels were captured.
Deputy Mayor Patrick Kambale Tsiko said the attackers tried to burn down the center overnight.
The latest attack occurred after the World Health Organization (WHO) reported epidemiologist that Richard Mouzoko was killed Friday when several gunmen from a local militia stormed the hospital.
Violent acts have complicated efforts to contain the second most deadly Ebola virus outbreak in history, as the number of new cases increases each time treatment and prevention work is disrupted. The most recent outbreak has resulted in 1,300 confirmed and probable cases and 855 deaths since the outbreak was announced last August, the WHO said.
Tsiko said Friday's attackers were targeting foreigners because they incorrectly believed the foreigners had brought the virus to Congo. He said police were searching for the attackers.
The violence is the latest in a series of attacks on Ebola treatment centers by militiamen and those distrustful of the international response to the outbreak.
Dozens of rebel groups are active in eastern Congo.