ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ແຮ​ຣິ​ສ ສົ່ງ​ສັນ​ຍານ​ເຖິງ ຈີນ ວ່າ​ການ​ໂຈມ​ຕີ​ ຟີ​ລິບ​ປິນ ຈະ​ກໍ່​ໃຫ້​ເກີດ​ການ​ຊ່ວຍ​ປ້ອງ​ກັນ​ໂດຍ ສະ​ຫະ​ລັດ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່າ​ນ​ນາງ ຄາ​ມາ​ລາ ແຮ​ຣິ​ສ, ຂວາ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ເຟີ​ດີ​ນານ ມາ​ຄອ​ສ ຢູ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ​ດີ ມາ​ລາ​ກາ​ນັງ ໃນ​ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ, 21 ພະ​ຈິກ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່າ​ນ​ນາງ ຄາ​ມາ​ລາ ແຮ​ຣິ​ສ, ຂວາ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ເຟີ​ດີ​ນານ ມາ​ຄອ​ສ ຢູ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ​ດີ ມາ​ລາ​ກາ​ນັງ ໃນ​ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ, 21 ພະ​ຈິກ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ທີ່​ກຳ​ລັງ​ຢ້ຽມ​ຢາມໄດ້​ກ່າວ​ຢ້ຳ​ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ຕໍ່ ຟີ​ລິບ​ປິນ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ບັນ​ດາ​ພັນ​ທະ​ມິ​ດ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ ວໍ​ຊິງ​ຕັນ ໃນ​ພາກ​ພື້ນ​ທີ່ ຈີນ ກຳ​ລັງ​ຂະ​ຫຍາຍ​ອິດ​ທິ​ພົນ​ທາງ​ການ​ທູດ ແລະ ເສດ​ຖະ​ກິດ​ນັ້ນ.

ທ່ານ​ນາງ ແຮ​ຣິ​ສ ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ເຟີ​ດີ​ນານ ມາ​ຄອ​ສ ຈູ​ເນຍ ໃນ​ນະ​ຄອນຫຼວງ ມະ​ນີ​ລາ ເມື່ອ​ວັນ​ຈັນ​ວານນີ້​ວ່າ “ພວກ​ເຮົາ​ຢືນ​ຢູ່​ກັບ​ທ່ານ​ໃນ​ການ​ປ້ອງ​ກັນ​ກົດ​ລະ​ບຽບ​ ແລະ ກົ​ດ​ເກນ​ສາ​ກົນ​ໃນ​ຂ​ະ​ນະ​ທີ່​ມັນ​ກ່ຽວ​ຂ້ອງ​ກັບ​ທະ​ເລ​ຈີນ​ໃຕ້. ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ຕໍ່​ກອງທັບ ຟີ​ລິບ​ປິນ, ກຳ​ປັ່ນ ຫຼື ເຮືອ​ບິນ​ລັດ​ຖະ​ບານ ຈະ​ກໍ່​ໃຫ້​ເກີດ​ການ​ຊ່ວຍ​ປ້ອງ​ກັນ​ໂດຍ​ ສະ​ຫະ​ລັດ.”

ທ່ານ​ນາງ ແຮ​ຣິ​ສ ໄດ້​ອ້າງ​ເຖິງ​ຂໍ້​ຕົກ​ລົງ ມະ​ນີ​ລາ 1951, ລະ​ຫວ່າງ ສະ​ຫະ​ລັດ ແລະ ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ລວມ​ທັງ ຟີ​ລິບ​ປິນ ແລະ ໄທ, ທີ່​ກຳ​ນົດ​ເງື່ອນ​ໄຂ​ກົດ​ເກນ​ການ​ປ້ອງ​ກັນ​ຮ່ວມ​ກັນ​ພາຍ​ໃຕ້​ການ​ໂຈມ​ຕີ.

ການ​ເດີນ​ທາງ​ຂອງ​ທ່ານ​ນາງ​ໄປ ຟີ​ລິບ​ປິນ ໃນ​ອາ​ທິດນີ້​ແມ່ນ​ສ່ວນ​ນຶ່ງ​ຂອງ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ເພື່​ອ​ພະ​ຍາ​ຍາມ​ເອົາ​ອົກ​ເອົາ​ໃຈ​ຄູ່​ຮ່ວມ​ທີ່​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບ ຈີນ ກ່ຽວ​ກັບ ໄຕ້​ຫວັນ ເພີ່ມ​ຂຶ້ນ. ໃນ​ບັນ​ດາ​ພັນ​ທະ​ມິ​ດ​ 5 ສົນ​ທິ​ສັນ​ຍາ​ຂອງ ວໍ​ຊິງ​ຕັນ ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ​ນັ້ນ, ຟີ​ລິບ​ປິນ ແມ່ນ​ຢູ່ໃກ້​ ໄຕ​ຫວັນ ​ທີ່​ສຸດ ແລະ ສະ​ນັ້ນ​ຈຶ່ງ​ເປັນ​ສູນ​ກາງ​ຂອງ​ແຜນ​ການ ສະ​ຫະ​ລັດ ເພື່ອ​ຍັບ​ຢັ້ງ ແລະ ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທີ່​ອາດ​ເປັນ​ໄປ​ໄດ້ຕໍ່​ເກາະ​ທີ່​ປົກ​ຄອງ​ຕົນ​ເອງທີ່ ປັກ​ກິ່ງ ເຫັນ​ວ່າ​ເປັນ​ແຂວງ​ນຶ່ງ​ທີ່​ຍາກ​ທີ່​ຈະ​ຄວບ​ຄຸມ.

ທ່ານ​ນາງ ແຮ​ຣິ​ສ ແລະ ທ່ານ ມາ​ຄອ​ສ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຫຼາຍ​ໂຄງ​ການ​ໃໝ່​ລວມ​ທັງ​ການ​ສ້າງ​ຕັ້ງ​ສະ​ຖານ​ທີ່​ປ້ອງ​ກັນ​ເພີ່ມ​ເຕີມ​ໃນ​ທົ່ວ ຟີ​ລິບ​ປິນ, ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ຫຼື (EDCA) ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ. ຂໍ້​ຕົກ​ລົງ EDCA ຈະ​ອະ​ນຸ​ຍາດ​ໃຫ້​ກອງ​ທະ​ຫານ ສະ​ຫະ​ລັດ ໃຊ້​ສະ​ຖານ​ທີ່ໆ​ໄດ້​ຕົກ​ລົງ​ກັນ​ໃນ​ ຟີ​ລິບ​ປິນ ສຳ​ລັບ​ການ​ຝຶກ​ຊ້ອມ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ຊ້ອມ​ທະ​ຫານ​ຮ່ວມ​ກັນ​ໂດຍອີງ​ໃສ່ພື້ນ​ຖານ​ການ​ໝຸນ​ວຽນ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ຈາ​ກາ​ຕ້າ ໃນ​ວັນ​ຈັນ​ວານນີ້, ເພື່ອ​ພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ອິນ​ໂດ​ເນ​ເຊຍ ທ່ານ ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ. ທ່ານ ອອ​ສ​ຕິນ ຈະ​ເດີນ​ທາງ​ໄປ​ຕໍ່ ຊຽມ​ຣຽບ, ປະ​ເທດ ກຳ​ປູ​ເຈຍ, ສຳ​ລັບ​ກອງ​ປະ​ຊຸມ​ ອາ​ຊຽນ ແລະ ບັນ​ດາຄູ່​ຮ່ວມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ.

ຈາກ​ນະ​ຄອນຫຼວງ ມະ​ນີ​ລາ, ໃນ​ວັນ​ອັງ​ຄານມື້ນີ້ ທ່ານ​ນາງ ແຮ​ຣິ​ສ ຈະ​ເດີນ​ທາງ​ໄປ​ເກາະ ພາ​ລາ​ວານ​ ໃນ​ທະ​ເລ​ຈີນ​ໃຕ້, ພຽງ 330 ກິ​ໂລ​ແມັດ​ທ​າງ​ພາກ​ຕາ​ເວັນ​ອອກ​ຂອງ​ໝູ່​ເກາະ ສ​ແປ​ຣັດ​ລີ ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ ທີ່​ ຈີນ ອ້າງ​ເອົາ​ກຳ​ມະ​ສິດ​ທັງ​ໝົດ ແລະ ສ່ວນ​ນຶ່ງ​ໂດຍ ບ​ຣູ​ໄນ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄຕ້​ຫວັນ ແລະ ຫວຽດ​ນາມ.

ທ່ານ​ນາງ​ຈະ​ໃຫ້​ການ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ຕັດ​ສິນ​ຂອງສານອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ປະ​ຕິ​ເສດ​ການ​ອ້າງ​ກຳ​ມະ​ສິດ​ທາງ​ທະ​ເລ​ຂອງ ຈີນ ໃນ​ທະ​ເລ​ຈີນ​ໃຕ້, ແລະ ກ່າວ​ຢ້ຳ​ເຖິງ​ “ຄຳ​ໝັ້ນ​ສັ​ນ​ຍາ​ຂອງ ວໍ​ຊິງ​ຕັນ ຕໍ່​ການ​ລຸກ​ຂຶ້ນ​ສູ້​ເພື່ອ​ກົດ​ລະ​ບຽບ ແລະ ກົ​ດ​ເກນ​ສາ​ກົນ.”

ທ່ານ​ນາງ ແຮ​ຣິ​ສ ຍັງ​ຈະ​ພົບ​ປະ​ກັບ​ບັນ​ດາ​ຊຸ​ມ​ຊົນ​ຫາ​ປາ​ໃນ​ເກາະ ພາ​ລາ​ວານ ເພື່ອ​ກ່າວ​ຢ້ຳ​ເຖິງ “ຜົນ​ທີ່​ຈະ​ຕິດ​ຕາມ​ມາ ກ່ຽວ​ກັບ ການ​ຫາ​ປາ​ທີ່ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ບໍ່ເປັນ​ລະ​ບຽບ ແລະ ບໍ່​ໄດ້​ຖືກ​ລາຍ​ງານ. ອີງ​ຕາ​ມ​ດັດ​ສະ​ນີ​ການ​ຫາ​ປາ IUU ນັ້ນ ຈີນ ແມ່ນ​ຜູ້​ກະ​ທຳ​ຜິດ ກ່ຽ​ວກັ​ບ​ການ​ຫາ​ປາ​ທີ່ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ບໍ່​ໄດ້​ຖືກ​ລາຍ​ງານ ແລະ ບໍ່​ເປັນລະ​ບຽບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ 152 ປະ​ເທດ​ທີ່​ມີ​ຊາຍ​ຝັ່ງ​ຕິດ​ກັບ​ທະ​ເລ. ເອ​ກະ​ສານ IUU ແມ່ນ​ດັດ​ສະ​ນີ​ການ​ຫາ​ປາ​ທີ່​ຜິດ​ກົດ​ໝາຍ, ບໍ່​ໄດ້​ຖືກ​ລາຍ​ງານ ແລະ ບໍ່​ເປັນ​ລະ​ບຽບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG