ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາສູງ ສຫລ ຈະກວດສອບເບິ່ງ ການຮວມຕົວກັນຂອງ ສອງບໍລິສັດຍັກໃຫຍ່ AT&T-Time Warner


ເຄື່ອງໝາຍ ຂອງບໍລິສັດ Time Warner Cable ໄດ້ຖືກຕິດຕັ້ງໃຫ້ເຫັນ ຢູ່ທີ່ຮ້ານຄ້າຂອງບໍລິສັດ ໃນນະຄອນ New York, ວັນທີ 26 ພຶດສະພາ 2015.
ເຄື່ອງໝາຍ ຂອງບໍລິສັດ Time Warner Cable ໄດ້ຖືກຕິດຕັ້ງໃຫ້ເຫັນ ຢູ່ທີ່ຮ້ານຄ້າຂອງບໍລິສັດ ໃນນະຄອນ New York, ວັນທີ 26 ພຶດສະພາ 2015.

ສະພາສູງສະຫະລັດ ວາງແຜນວ່າ ຈະຈັດໃຫ້ມີການຮັບຟັງຄຳໃຫ້ການ ກ່ຽວກັບ ແຜນການທີ່ຈະຊື້ເອົາບໍລິສັດ Time Warner ໃນມູນຄ່າ 85.4 ຕື້ໂດລາ ເປັນເງິນສົດ ແລະ ຮຸ້ນ ຂອງບໍລິສັດ ໂທລະຄົມມະນາຄົມຍັກໃຫຍ່ AT&T ໃນເດືອນໜ້ານີ້.

ສັນຍາລັກຂອງຮ້ານ AT&T ໃນນະຄອນ ນິວຢອກ. 29 ຕຸລາ, 2014. ບໍລິສັດ AT&T ແມ່ນເປັນບໍລິສັດໜຶ່ງຂອງໂລກ ທີ່ລິເລີ່ມບຸກເບີກການໂທລະຄົມມະນາຄົມ ຜູ້ທີ່ມີຮາກຖານ ກັບຄືນໄປເຖິງຍຸກສະໄໝການປະດິດຄິດຄົ້ນໂທລະສັບ ໃນປີ 1879.
ສັນຍາລັກຂອງຮ້ານ AT&T ໃນນະຄອນ ນິວຢອກ. 29 ຕຸລາ, 2014. ບໍລິສັດ AT&T ແມ່ນເປັນບໍລິສັດໜຶ່ງຂອງໂລກ ທີ່ລິເລີ່ມບຸກເບີກການໂທລະຄົມມະນາຄົມ ຜູ້ທີ່ມີຮາກຖານ ກັບຄືນໄປເຖິງຍຸກສະໄໝການປະດິດຄິດຄົ້ນໂທລະສັບ ໃນປີ 1879.

ທ່ານ Mike Lee ຈາກພັກຣີພັບບລີກັນ ແລະ ທ່ານນາງ Amy Klobuchar ຈາກພັກ ເດໂມແຄຣັດ ຂອງອະນຸກຳມະການ ຕ້ານການຜູກຂາດ ກ່າວວ່າ ການຮວບຮວມເຂົ້າກັນ ຂອງສອງບໍລິສັດໂທລະຄົມມະນາຄົມ ທີ່ໃຫຍ່ໂຕ ນີ້ ອາດຈະສ້າງບັນຫາ ໃນການຕ້ານ ການຜູກຂາດ ທີ່ສຳຄັນຫຼາຍຢ່າງ.

ສະມາຊິກສະພາສູງທັງສອງທ່ານນີ້ ກ່າວວ່າ ພວກເພິ່ນ “ໄດ້ກວດສອບເບິ່ງຢ່າງຖີ່ຖ້ວນ ແລ້ວ ໃນການຮວບຮວມເຂົ້າກັນ ຂອງອຸດສາຫະກຳເນືຶ້ອຫາສາລະ ໃນດ້ານເຄເບິລ ແລະ ວີດີໂອ ທັງຫຼາຍ ເພື່ອຮັບປະກັນວ່າ ມັນຈະບໍ່ສົ່ງຜົນເສຍຫາຍ ໃຫ້ແກ່ພວກຜູ້ ຊົມໃຊ້.”

ການຮວບຮວມເຂົ້າກັນນີ້ ຍັງໄດ້ກາຍເປັນບັນຫາອັນໜຶ່ງ ໃນການໂຄສະນາຫາສຽງ ປະທານາທິບໍດີ.

ໂຄສົກທ່ານໜຶ່ງຈາກພັກເດໂມແຄຣັດ ຂອງທ່ານນາງ Hillary Clinton ກ່າວວ່າ ຍັງມີ ຄຳຖາມຫຼາຍອັນ ແລະ ຄວາມກັງວົນຫຼາຍຢ່າງ ແລະ ຍັງມີຂໍ້ມູນຫຼາຍຕື່ມອີກ ກ່ຽວກັບ ການຮວບຮວມເຂົ້າກັນນີ້ ທີ່ຈະຕ້ອງໄດ້ນຳອອກມາໃຫ້ຊາບ.

ສ່ວນທ່ານ Donald Trump ຈາກພັກຣີພັບບລີກັນ ໄດ້ກ່າວໃນວັນເສົາ ຜ່ານມາ ວ່າ ທ່ານຈະກີດກັນຂໍ້ຕົກລົງນັ້ນ ຖ້າທ່ານໄດ້ຖືກເລືອກເປັນປະທານາທິບໍດີ.

ທ່ານເວົ້າວ່າ “ມັນເປັນການມີອຳນາດໃນສູນລວມຫຼາຍເກີນໄປ ຢູ່ໃນກຳມືຂອງບຸກຄົນ ສ່ວນໜ້ອຍ.” ທ່ານ Trump ໄດ້ກ່າວຫາ ພວກສື່ມວນຊົນຍັກໃຫຍ່ ກຳລັງວາງແຜນກັບ ທ່ານນາງ Clinton ເພື່ອຈະຍາດເອົາການເລືອກຕັ້ງຈາກທ່ານ.

ແຕ່ບໍ່ມີຫຍັງທີ່ ປະທານາທິບໍດີ Clinton ຫຼື ປະທານາທິບໍດີ Trump ຜູ້ໃດຜູ້ໜຶ່ງ ຈະສາ ມາດຢຸດຢັ້ງການຮວມຕົວເຂົ້າກັນນີ້ໄດ້. ໃນທີ່ສຸດ ມັນກໍຈະຂຶ້ນກັບກະຊວງຍຸຕິທຳ ທີ່ຈະ ພິຈາລະນາເບິ່ງວ່າ ຂໍ້ຕົກລົງຮວບຮວມເຂົ້າກັນນັ້ນ ຈະຜິດກົດໝາຍຕ້ານການຜູ້ຂາດຫຼືບໍ່.

ບໍລິສັດ AT&T ແມ່ນເປັນບໍລິສັດໜຶ່ງຂອງໂລກ ທີ່ລິເລີ່ມບຸກເບີກການໂທລະຄົມມະນາຄົມ ຜູ້ທີ່ມີຮາກຖານ ກັບຄືນໄປເຖິງຍຸກສະໄໝການປະດິດຄິດຄົ້ນໂທລະສັບ ໃນປີ 1879.

ສ່ວນບໍລິສັດ Time-Warner ກໍເປັນບໍລິສັດຍັກໃຫຍ່ ອີກບໍລິສັດໜຶ່ງ ໃນດ້ານໂທລະຄົມ ມະນາຄົມ ແລະ ບັນເທີງ ຜູ້ເຊິ່ງມີເຄືອຂ່າຍການລົງທຶນປະກອບດ້ວຍ ໂທລະພາບ HBO, CNN ແລະ ບໍລິສັດບັນເທີງ Warner Brothers ທີ່ມີສະຖານທີ່ຜະລິດຮູບເງົາ. ພາກ ສ່ວນເຫຼົ່ານັ້ນ ເປັນພາກສ່ວນທີ່ແຍກກັນຕ່າງຫາກ ເຊິ່ງເຜີຍແພ່ຮູບເງົາ ແລະ ເປັນບໍລິສັດ ບັນເທີງ ກ່ອນໜ້າຈະຮວບຮວມເຂົ້າກັນ ໃນປີ 1990.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

AT&T Time Warner Deal
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG