ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ່ທີ່ກອງປະຊຸມຂອງອົງການ WHO ຫົວໜ້າໃຫຍ່ ໄດ້ກ່າວຍົກຍ້ອງສັນລະເສີນ ບັນດາພະນັກງານແພດ ຜູ້ທີ່ໄດ້ສູນເສຍຊີວິດ


ພາບຖ່າຍໃບເອກະສານຄັດຕິດ ແລະໄດ້ຖືກເປີດເຜີຍໂດຍອົງການອະນາໄມໂລກ ໃນວັນທີ 24 ພຶດສະພາ 2021, ສະແດງໃຫ້ເຫັນ ຜູ້ອຳນວຍການໃຫຍ່ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ກຳລັງກ່າວຄຳປາໄສ ໃນລະຫວ່າງກອງປະຊຸມປະຈຳປີຂອງອົງການ. (AFP photo / World Health Organization / Christopher Black)
ພາບຖ່າຍໃບເອກະສານຄັດຕິດ ແລະໄດ້ຖືກເປີດເຜີຍໂດຍອົງການອະນາໄມໂລກ ໃນວັນທີ 24 ພຶດສະພາ 2021, ສະແດງໃຫ້ເຫັນ ຜູ້ອຳນວຍການໃຫຍ່ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ກຳລັງກ່າວຄຳປາໄສ ໃນລະຫວ່າງກອງປະຊຸມປະຈຳປີຂອງອົງການ. (AFP photo / World Health Organization / Christopher Black)

ຫົວໜ້າອົງການອະນາໄມໂລກ ຫຼື WHO ໄດ້ເປີດກອງປະຊຸມປະຈຳປີຂອງອົງ ການໃນນະຄອນເຈນີວາ ໃນວັນຈັນວານນີ້ ໂດຍກ່າວຍົກຍ້ອງສັນລະເສີນຕໍ່ບັນ ດາພະນັກງານແພດ ຈຳນວນ 115,000 ຄົນໃນທົ່ວໂລກ ຜູ້ທີ່ໄດ້ສູນເສຍຊີວິດຂອງພວກເຂົາໃນການຕໍ່ສູ້ກັບໂຣກລະບາດຂອງພະຍາດໂຄວິດ-19.

ໃນຄຳເຫັນຂອງທ່ານ ຕໍ່ການຕັດສິນໃຈຂອງອົງການ WHO ນັ້ນ ຜູ້ອໍານວຍການໃຫຍ່ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ໄດ້ກ່າວວ່າ ສຸຂະພາບຂອງໂລກ ແລະບັນດາພະນັກງານແພດທັງຫຼາຍ ໄດ້ຢືນຢູ່ໃນລະຫວ່າງ ຊີວິດ ແລະຄວາມຕາຍໃນຊ່ວງໄລຍະເກືອບ 18 ເດືອນ. ທ່ານໄດ້ກ່າວວ່າ ພວກເຂົາໄດ້ຊ່ອຍຊີວິດ ແລະຕໍ່ສູ້ເພື່ອຄົນອື່ນນັບບໍ່ຖ້ວນ ຜູ້ທີ່ເຖິງແມ່ນວ່າ ພວກເຂົ້າໄດ້ພະຍາຍາມເຖິງທີ່ສຸດແລ້ວກໍຕາມ ກໍຍັງເອົາໂຕບໍ່ລອດ.

ທ່ານເຕໂດຣສ ໄດ້ກ່າວວ່າ ທ່ານພໍໃຈກັບຈຳນວນກໍລະນີໃໝ່ແລະການເສຍຊີວິດ ທີ່ໄດ້ຫລຸດລົງໃນໄລຍະສາມອາທິດລຽນຕິດ ແຕ່ທ່ານໄດ້ກ່າວເຕືອນວ່າ ໂລກຍັງຢູ່ໃນສະຖານະການ ທີ່ອັນຕະລາຍຢ່າງຍິ່ງຢູ່.

ທ່ານໄດ້ເວົ້າວ່າ “ພວກເຮົາຕ້ອງມີຄວາມຈະແຈ້ງທີ່ສຸດວ່າ: ໂຣກລະບາດນີ້ແມ່ນ ຍັງບໍ່ທັນສິ້ນສຸດ ແລະມັນຈະບໍ່ສິ້ນສຸດຈົນກວ່າ ແລະເວັ້ນເສຍແຕ່ວ່າ ການແຜ່ເເຊື້ອພະຍາດນັ້ນ ຈະຖືກຄວບຄຸມໄດ້ໃນທົ່ວທຸກໆປະເທດ.

ຫົວໜ້າອົງການ WHO ໄດ້ຕ້ອງຕິອີກເທື່ອນຶ່ງບັນດາປະເທດທີ່ຮັ່ງມີທີ່ສຸດຂອງໂລກ ສຳລັບສິ່ງທີ່ທ່ານເອີ້ນວ່າ “ຄວາມບໍ່ເທົ່າທຽມກັນທີ່ໜ້າລັງກຽດ” ໃນການຈັດສົ່ງຢາວັກຊີນກັນໂຄວິດ-19 ທີ່ວ່າ “ເຮັດໃຫ້ໂຣກລະບາດຍືດເຍື້ອຕໍ່ໄປ.” ທ່ານໄດ້ໃຫ້ຂໍ້ສັງເກດວ່າ ຫຼາຍກວ່າ 75 ເປີເຊັນ ຂອງປະລິມານຢາວັກຊີນທັງ ໝົດໄດ້ຖືກສັກໄປແລ້ວ ໃນພຽງ 10 ປະເທດເທົ່ານັ້ນ.

ທ່ານໄດ້ຮຽກຮ້ອງຕໍ່ບັນດາປະເທດສະມາຊິກ ຈົ່ງໃຫ້ສະໜັບສະໜຸນຊຸກຍູ້ການສັກຢາວັກຊີນຂະໜາດໃຫຍ່ ໃຫ້ໄດ້ຢ່າງໜ້ອຍ 10 ເປີເຊັນຂອງປະຊາກອນໃນແຕ່ລະປະເທດພາຍໃນເດືອນກັນຍານີ້ ແລະ “ດຳເນີນໄປຈົນຮອດເດືອນທັນວາ” ເພື່ອສັກຢາວັກຊີນໃຫ້ໄດ້ຢ່າງໜ້ອຍ 30 ເປີເຊັນພາຍໃນທ້າຍປີນີ້.

ກ່ອນໜ້ານີ້ ໄຕ້ຫວັນ ໄດ້ຕ້ອງຕິສິ່ງທີ່ຕົນເອີ້ນວ່າ “ຄວາມບໍ່ເອົາໃຈໃສ່” ຂອງອົງການ WHO ຕໍ່ສິດທິດ້ານສຸຂະພາບຂອງພົນລະເມືອງຂອງເກາະດັ່ງກ່າວ. ໄຕ້ຫວັນ ບໍ່ໄດ້ຖືກເຊື້ອເຊີນເຂົ້າຮ່ວມໃນກອງປະຊຸມຂອງອົງການອະນາໄມໂລກ ກໍຍ້ອນ ດັ່ງທີ່ຕົນກ່າວວ່າ ອົງການ WHO ຍິນຍອມຕໍ່ການຖືກກົດດັນຈາກຈີນ.

ໃນຖະແຫລງການຮ່ວມ ລັດຖະມົນຕີກະຊວງການຕ່າງປະເທດຂອງໄຕ້ຫວັນ ທ່ານໂຈເຊັບ ຫວູ ແລະລັດຖະມົນຕີກະຊວງສາທາລະນະສຸກ ທ່ານເສິນ ຊີ-ຈັ່ງ ໄດ້ກ່າວວ່າ “ໃນຖານະທີ່ເປັນອົງການສາກົນດ້ານສາທາະນະສຸກທີ່ເປັນມືອາຊີບ ອົງການ WHO ຄວນຮັບໃຊ້ໃນດ້ານສາທາລະນະສຸກ ແລະສະຫວັດດີການຂອງມະນຸດຊາດທັງໝົດ ແລະບໍ່ຄວນຈຳນົນຕໍ່ຜົນປະໂຫຍດດ້ານການເມືອງຂອງສະມາຊິກບາງປະເທດ.”

The World Health Organization chief opened the agency’s annual World Health Assembly in Geneva Monday by paying tribute to the 115,000 health care workers around the world who lost their lives fighting the COVID-19 pandemic.

In his comments to the WHO decision-making body, Director-General Tedros Adhanom Ghebreyesus said the world’s health and care workers have stood in the breach between life and death for nearly 18 months. He said they have saved countless lives and fought for others who, despite their best efforts, slipped away.

Tedros said he was pleased numbers of new cases and deaths had fallen for three straight weeks, but cautioned the world remains in a very dangerous situation.

He said, “We must be very clear: the pandemic is not over, and it will not be over until and unless transmission is controlled in every last country.”

The WHO chief again criticized the world’s wealthiest nations for what he called the “scandalous inequity” in the delivery of COVID-19 vaccines that is “perpetuating the pandemic.” He noted more than 75 percent of all vaccine doses have been administered in just 10 countries.

He called on member nations to support a massive push to vaccinate at least 10 percent of the population of every country by September, and a “drive to December” to vaccinate at least 30 percent by the end of the year.

Earlier, Taiwan criticized what it calls the “indifference” of the WHO to the health rights of the island’s people. Taiwan was not invited to the World Health Assembly because it says the WHO has given into pressure from China.

In a joint statement, Taiwan’s Foreign Minister Joseph Wu and Health Minister Chen Shih-chung said “As a professional international health body, the World Health Organization should serve the health and welfare of all humanity and not capitulate to the political interests of a certain member.”

XS
SM
MD
LG