ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ ສ​ປ​ຊ: ປະ​ຊາ​ຄົມ​ສາ​ກົນ ທວງ​ໃຫ້​ຣັດ​ເຊຍ ຢຸດ​ເຊົາ​​ສົງ​ຄາມ ໃນ​ປະ​ເທດ​ຢູ​ເຄ​ຣນ


ກະ​ດານ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ ຕໍ່​ມະ​ຕິ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 24 ມີ​ນາ 2022.
ກະ​ດານ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ ຕໍ່​ມະ​ຕິ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 24 ມີ​ນາ 2022.

ຣັດ​ເຊຍ​ພົບ​ວ່າ ຕົນ​ເອງ​ໄດ້​ຖືກ​ໂດດ​ດ່ຽວ​ຕື່ມ​ຂຶ້ນ​ໃນ​ໝູ່​ປະ​ຊາ​ຄົມ​ສາ​ກົນ ໃນ​ວັນ​ພະ​ຫັດ​ວານນີ້ ເວ​ລາ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ມະ​ຕິ​ທວງ​ໃຫ້​ມົ​ສ​ກູ​ຍຸ​ຕິການ​ເຮັດ​ສົງ​ຄາມ​ຕໍ່​ຢູ​ເຄ​ຣນ​ໃນ​ທັນ​ທີ.

ໃນ​ການ​ລົງ​ຄະ​ແນນ​ທີ່​ມີ 140 ປະ​ເທດ​ເຫັນ​ພ້ອມ 5 ປະ​ເທດ​ຄັດ​ຄ້ານແລະ 38 ປະ​ເທດ​ບໍ່​ອອກ​ສຽງນັ້ນ ບັນ​ດາ​ປະ​ເທດ​ຕ່າງໆ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ຕໍ່​ມະຕິ​ທີ່​ ນຳ​ສະ​ເໜີ​ໂດຍ​ຢູ​ເຄ​ຣນແລະ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີກ 80 ກວ່າ​ປະ​ເທດທີ່​ຍັງຮຽກ​ຮ້ອງ​ໃຫ້ມີ​ການ​ປົກ​ປ້ອງ​ຕໍ່​ພົນ​ລະ​ເຮືອນ ແລະ​ພື້ນ​ຖານ​ໂຄງ​ລ່າງ​ ທາງດ້ານພົນ​ລະ​ເຮືອນ ຕະ​ຫຼອດ​ທັງ ​ພວກ​ເຈົ້າ​ໜ້າ​ທີ່​ມະ​ນຸດ​ສະ​ທຳ ເຈົ້າ​ໜ້າ​ທີ່​ການ​ແພດ ແລະ​ພວກ​ນັກ​ຂ່າວ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ທໍ​ມັ​ສ-ກ​ຣີນ​ຟິ​ລ ກ່າວ​ຕໍ່​ພວກ​ນັກ​ຂ່າວຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ແລ້ວ​ວ່າ “ເວົ້າ​ຮວມ​ແລ້ວ ສຽງ​ສ່ວນ​ຫຼາຍ​ຢ່າງ​ແຂງ​ຂັນ ​ຂອງ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຣັດ​ເຊຍ - ຣັດ​ເຊຍ ເປັນ​ຜູ້​ຮັບ​ຜິດ​ຊອບ​ແຕ່​ພຽງ​ຜູ້​ດຽວ ຕໍ່​ວິ​ກິດ​ການ​ທີ່​ຮ້າຍ​ແຮງທາງ​ດ້ານ​ມະ​ນຸດ​ສະ​ທຳ​ ແລະ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຢູ​ເຄ​ຣນ. ​ຮວມ​ກັນ​ແລ້ວພວກ​ເຮົາ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ປົກປ້ອງ​ ພົນ​ລະ​ເຮືອນ​ ທີ່​ພາ​ກັນ​ຫຼົບ​ໜີ​ຈາກ​ບັນ​ຫາ​ຂັດ​ແຍ້ງ ແລະ​ການ​ເອົາ​ບາດ​ກ້າວ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ບໍ່​ໝັ້ນ​ຄົງດ້ານ​ອາ​ຫານ ​ຊຶ່ງເກີດ​ມາ​ຈາກ​ສົງ​ຄາມ ​ທີ່​ໄຮ້​ເຫດ​ຜົນ ແລະ​ເມື່ອ​ຮວມ​ກັນ​ແລ້ວ ພວກ​ເຮົາ​ຂໍ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ​ຕໍ່​ກົດ​ບັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ​ເຄ​ຣນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ທ່ານ​ເຊີ​ກີ ກີສ​ລິ​ສ​ຢາ (Sergiy Kyslytsya) ​ໄດ້​ກ່າວ ຫຼັງ​ຈາກ​ມີ​ການ​ລົງ​ຄະ​ແນນ​ສຽງ ໃນ​ກອງ​ປະ​ຊຸມ​ສຸກ​ເສີນ ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໃນວັນ​ທີ 24 ມີ​ນາ 2022.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ​ເຄ​ຣນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ທ່ານ​ເຊີ​ກີ ກີສ​ລິ​ສ​ຢາ (Sergiy Kyslytsya) ​ໄດ້​ກ່າວ ຫຼັງ​ຈາກ​ມີ​ການ​ລົງ​ຄະ​ແນນ​ສຽງ ໃນ​ກອງ​ປະ​ຊຸມ​ສຸກ​ເສີນ ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໃນວັນ​ທີ 24 ມີ​ນາ 2022.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ວານນີ້ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ສ​ະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ 2 ມີ​ນາ​ຜ່ານ​ມາ ຊຶ່ງ​ມີ 141 ປະ​ເທດ ​ໄດ້ປະ​ນາມ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ຖອນ​ທະຫານ​ຂອງ​ຕົນ ​ອອກ​ໄປ​ໃນ​ທັນ​ທີ. ຫ້າ​ປະ​ເທດ ​ຈຸ​ດຽວ​ກັນນີ້ ​ໄດ້ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານຕໍ່​ມະ​ຕິ​ດັ່ງ​ກ່າວ ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ມາດ​ຕະ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ປະ​ກອບ​ມີ ​ຣັດ​ເຊຍ ເບ​ລາ​ຣຸ​ສ ເອ​ຣິ​ເທ​ຣຍ ເກົາ​ຫຼີ​ເໜືອ ແລະ​ຊີ​ເຣຍ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ໄດ້​ກ່າ​ວວ່າ​ປະ​ເທດ​ຕາ​ເວັນ​ຕົກ​ “ກົດ​ດັນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ເພື່ອ​ໃຫ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ມະ​ຕິ​ດັ່ງ​ກ່າວ.

ການ​ລົງ​ຄະ​ແນນ​ສຽງ​ມີ​ຂຶ້ນນຶ່ງມື້ກວ່າໆ ຫຼັງ​ຈາກໄດ້​ມີ​ການ​ອະ​ພິ​ປາຍ​ກັນ ທີ່​ມີ 70 ກ​ວ່າ​ປະ​ເທດ​ໄດ້​ຂຶ້ນ​ຖະ​ແຫຼງ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ປະ​ນາມ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ ແລະ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການ​ເປັນ​ປໍ​ລະ​ປັກ​ໃນ​ທັນ​ທີ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ​ຂຶ້ນ​ໃນ​ຢູ​ໂຣບ ທີ່​ໄດ້​ມີຄວາມ​ຮ້າຍ​ແຮງ​ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ.

ຈຳ​ນວນ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ບໍ່​ໜ້າ​ເຊື່ອ. ພາຍ​ໃນ​ເວ​ລາ​ນຶ່ງ​ເດື​ອນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ກ່າ​ວວ່າ ມີ​ຜູ້​ຫຼົບ​ໜີ ​ໄປ​ປະ​ເທດ​ເພື່ອນ​ບ້ານ​ແລ້ວ 3 ລ້ານ 5 ແສນ​ຄົນ ແລະ 6 ລ້ານ 5 ແສນ​ຄົນ​ຫຼົບ​ໜີ​ໄປ​ຈາກ​ບ້ານ​ເຮືອນ​ຢູ່​ພາຍ​ໃນ​ປະ​ເທດ​ຢູ​ເຄ​ຣນເອງ.

ອົງ​ການກອງ​ທຶນ​ເດັກສະ​ຫະ​ປະ​ຊາ​ຊາດກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຫຼາຍກວ່າເຄິ່ງ​ຂອງ​ພວກ​ເດັກ​ນ້ອ​ຍ​ຢູ​ເຄ​ຣນ​ທັງ​ໝົດ ທັງ​ຍິງ​ແລະ​ຊາຍ 4 ລ້ານ 5 ແສນ​ຄົນຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໜີ​ຍ້ອນ​ໄພ​ສົງ​ຄາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG