ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນວັນຄົບຮອບ 100 ປີ ທີ່ເມືອງ ທັລຊາ, ທ່ານ ໄບເດັນ ເປີດຕົວຫຼາຍບາດກ້າວ ເພື່ອປິດຊ່ອງຫວ່າງ ຄວາມຮັ່ງມີທາງເຊື້ອຊາດຜິວພັນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ວັນຄົບຮອບ 100 ປີຂອງການສັງຫານໝູ່ເຊື້ອຊາດຜິວພັນ ທັລຊາ ໃນລະຫວ່າງການຢ້ຽມຢາມ ສູນວັດທະນະທຳ ກຣີນວູດ, ເມືອງ ທັລຊາ, ລັດ ໂອກລາໂຮມາ. 1 ມິຖຸນາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ວັນຄົບຮອບ 100 ປີຂອງການສັງຫານໝູ່ເຊື້ອຊາດຜິວພັນ ທັລຊາ ໃນລະຫວ່າງການຢ້ຽມຢາມ ສູນວັດທະນະທຳ ກຣີນວູດ, ເມືອງ ທັລຊາ, ລັດ ໂອກລາໂຮມາ. 1 ມິຖຸນາ, 2021.

ໃນວັນອັງຄານວານນີ້, ປະທານາທິບໍດີ ໂຈ ໄບເດັນ ໄດ້ກາຍເປັນປະທານາທິບໍດີ ອາເມຣິກັນ ທີ່ດຳລົງຕຳແໜ່ງຢູ່ຄົນທຳອິດ ທີ່ໄດ້ລະນຶກເຖິງວັນຄົບຮອບຂອງການທຳລາຍຊຸມຊົນຄົນຜິວດຳທີ່ຈະເລີນຮຸ່ງເຮືອງໂດຍພວກກໍ່ຈະລາຈົນຜິວຂາວທີ່ໄດ້ເຮັດໃຫ້ 300 ຄົນເສຍຊີວິດ ແລະ 10,000 ຄົນບໍ່ມີບ່ອນຢູ່ອາໄສ.

ທ່ານ ໄບເດັນ ໄດ້ກ່າວໃນຄຳປາໄສຕໍ່ບັນດາຜູ້ລອດຊີວິດຈາກການສັງຫານໝູ່ນັ້ນ ແລະ ຄອບຄົວຂອງເຂົາເຈົ້າຢູ່ສູນວັດທະນະທຳ ກຣີນວູດ ວ່າ “ພຽງແຕ່ປະຫວັດສາດມິດງຽບເທົ່ານັ້ນ, ມັນກໍບໍ່ໄດ້ໝາຍຄວາມວ່າມັນບໍ່ໄດ້ເກີດຂຶ້ນເລີຍ. ຄວາມບໍ່ຍຸຕິທຳບາງອັນແມ່ນຊົ່ວຮ້າຍຫຼາຍ, ເປັນຕາຢ້ານຫຼາຍ, ເສົ້າສະຫຼົດໃຈຫຼາຍ, ມັນບໍ່ສາມາດລືມໄປໄດ້, ບໍ່ວ່າຄົນຈະພະຍາຍາມຍາມຫຼາຍຊໍ່າໃດກໍ ຕາມ.”

ນຶ່ງຮ້ອຍປີທີ່ຜ່ານມາໃນວັນທີ 31 ພຶດສະພາ ແລະ 1 ມິຖຸນາ, ບ້ານ ກຣີນວູດ, ເຊິ່ງແມ່ນໝູ່ບ້ານທີ່ລວມມີສິ່ງທີ່ຖືກເອີ້ນໃນເວລານັ້ນວ່າ Black Wall Street ຫຼື ສູນກາງທຸລະກິດການເງິນຂອງຄົນຜິວດຳນັ້ນ, ໄດ້ຖືກປຸ້ນສະດົມ ແລະ ຖືກຈູດຈົນກ້ຽງໂດຍຄົນຜິວຂາວທີ່ອາໄສຢູ່ໃນເມືອງ ທັລຊາ ດ້ວຍການສະໜັບສະໜູນຈາກກົມຕຳຫຼວດ ທັລຊາ ທີ່ມີຄົນຜິວຂາວລ້ວນ. ການສັງຫານໝູ່ດັ່ງກ່າວໄດ້ ກໍ່ໃຫ້ເກີດການກ່າວຫາທີ່ວ່າຜູ້ຊາຍຜິວດຳອາຍຸ 19 ປີໄດ້ທຳຮ້າຍຮ່າງກາຍເດັກຍິງໄວລຸ້ນຜິວຂາວອາຍຸ 17 ປີຢູ່ໃນລິຟ.

ຫຼາຍທົດສະວັດຫຼັງຈາກການສັງຫານໝູ່ນັ້ນ, ການໂຈມຕີທີ່ຮຸນແຮງແມ່ນໄດ້ຖືກປົກປິດ ແລະ ບໍ່ເປັນທີ່ຮູ້ຈັກດີໃນທົ່ວປະເທດ. ແຕ່ການສົນທະນາໃນປະເທດແມ່ນໄດ້ເພັ່ງເລັງໃສ່ບັນຫາ ກ່ຽວກັບ ການແບ່ງແຍກເຊື້ອຊາດຜິວພັນ ແລະ ຄວາມຮຸນແຮງຂອງຕຳຫຼວດຫຼາຍຂຶ້ນ, ເຊິ່ງແມ່ນເຫດການທີ່ໄດ້ຮັບຄວາມສົນໃຈຫຼາຍກວ່າເກົ່າໃນສື່ມວນຊົນ ແລະ ວັດທະນະທຳສະໄໝໃໝ່.

ທ່ານ ໄບເດັນ ໄດ້ພົບປະກັບບັນດາສະມາຊິກຜູ້ລອດຊີວິດສາມຄົນຈາກການ ສັງຫານໝູ່ ນັ້ນຄື ແມ່ ວີໂອລາ ເຟລັດເຈີ, ທ່ານ ຮິວສ໌ ແວນ ແອລລິສ ຫຼື ລຸງ ເຣດ ແລະ ທ່ານນາງ ເລັສລີ ເບັນນິງຟີລດ໌ ແຣນໂດ ຫຼື ແມ່ ແຣນໂດ, ເຊິ່ງທັງໝົດມີອາຍຸສູງກວ່າ 100 ປີໃນເວລານີ້.

ທ່ານ ໄບເດັນ ໄດ້ກ່າວຫຼັງຈາກໄດ້ນຳພາພິທີໄວ້ອາໄລໃຫ້ແກ່ຜູ້ເຄາະຮ້າຍວ່າ “ເພື່ອນຄົນອາເມຣິກັນຂອງຂ້າພະເຈົ້າ, ນີ້ບໍ່ແມ່ນການກໍ່ຈະລາຈົນ. ນີ້ແມ່ນການສັງຫານໝູ່.

ທ່ານປະທານາທິບໍດີໄດ້ປະກາດບາດກ້າວຕ່າງໆເພື່ອປິດຊ່ອງຫວ່າງຂອງຄວາມ ຮັ່ງມີທາງດ້ານເຊື້ອຊາດຜິວພັນ. ລັດຖະບານຂອງທ່ານໄດ້ວາງແຜນທີ່ຈະລົງທຶນຫຼາຍສິບຕື້ໂດລາໃນຊຸມຊົນທີ່ບໍ່ມີຄວາມໄດ້ປຽບ, ຂະຫຍາຍການເຮັດສັນຍາຈ້າງ ກັບທຸລະກິດທີ່ຄົນກຸ່ມນ້ອຍເປັນເຈົ້າຂອງ ແລະ ຍົກເລີກກົດລະບຽບສອງຢ່າງໃນຍຸກສະໄໝທ່ານ ທຣຳ ທີ່ໄດ້ຫ້າມສິດທິໃນການດຳເນີນທຸລະກິດທີ່ຢູ່ອາໄສຢ່າງຍຸຕິທຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG