ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ​ລິ​ສັດ​ນ້ອຍ ມີ​ໂອ​ກາດ ຮຸ່ງ​ເຮືອງ ໃນ​ງານ​ວາງ​ສະ​ແດງ​ ເທັກ​ໂນ​ໂລ​ຈີໃຫຍ່


At Major Tech Show, a Chance for Small Startups to Shine
please wait

No media source currently available

0:00 0:01:46 0:00

​ເຊ​ີນ​ຊົມ​ວິດ​ີ​ໂອ ກ່ຽວ​ກັ​ບ ລາຍ​ງານນີ້.

ທຸກ​ໆ​ເດືອນ​ມັງ​ກອນ, ກຸ່ມເທັກ​ໂນ​ໂລ​ຈີທັງຫຼາຍ ຈະ​ພາ​ກັນ​ມຸ່ງ​ໜ້າ​ໄປ​ຍັງນະ​ຄອນ ລາ​ສ
ເວກັສ, ລັດ ເນວາດາ ບ່ອນທີ່ບັນດາບໍລິສັດເທັກໂນໂລຈີທັງຫຼາຍ ວາງສະແດງອຸປະ
ກອນໃໝ່ຫຼ້າສຸດຂອງເຂົາເຈົ້າຢູ່ງານດັ່ງກ່າວ ຊຶ່ງເອີ້ນຊື່ຫຍໍ້ວ່າ ຊີ ອີ ແອັສ (CES) ນັ້ນ.
ພວກບໍລິສັດໃໝ່ທີ່ນ້ອຍກວ່າ ກໍໄດ້ແຂ່ງຂັນກັນ ເພື່ອຍາດເອົາຄວາມສົນໃຈ ໃນງານ
ເຕົ້າໂຮມເຄື່ອງເທັກໂນໂລຈີທີ່ໃຫຍ່ທີ່ສຸດປະຈຳປີ. ນັກຂ່າວວີໂອເອ ທີນາ ທຣິ່ນ ໄດ້ໄປ
ພົບກັບບໍລິສັດໃໝ່ຈາກເມືອງ ບຣຸກລິນ ໃນຂະນະທີ່ເຂົາເຈົ້າກຽມພ້ອມ ທີ່ຈະເດີນທາງ
ໄປພາກຕາເວັນຕົກຂອງປະເທດ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ເຂົ້າ​ຮ່ວມ​ງານຫຼາຍ​ປານນີ້​ມາ​ກ່ອນ, ພຽງ​ແຕ່​ຕົວ​ເລກ
ຂອງຈຳນວນຄົນເທົ່ານັ້ນ ມັນກໍເຮັດໃຫ້ຂ້າພະເຈົ້າຕື່ນເຕັ້ນແລ້ວ.

ນາງ ເມ​ແກັນ ມໍ​ພິນ ກັບ ທ້າວ ຊິດ ຊາ​ລ​ວີ ແມ່ນ​ກຳ​ລັງ​ກະ​ກຽມ​ສຳ​ລັບ​ງານ​ວາງ​ສະ​ແດງ​
ເທັກໂນໂລຈີທີ່ໃຫຍ່ທີ່ສຸດປະຈຳປີ.

ການ​ວາງ​ສະ​ແດງ​ເທັກ​ໂນ​ໂລ​ຈີ​ຜູ້​ບໍ​ລິ​ໂພກ ເປັນທີ່​ຮູ້​ຈັກ​ກັນ​ດີວ່າ CES.

ນາງ ເມ​ແກັນ ມໍ​ພິນ ຜູ້​ບໍ​ລິ​ຫານ​ໃຫຍ່ຂອງ​ບໍ​ລິ​ສັດ ອາ​ໂທ​ລ​ລາ (Atolla) ກ່າວ​ວ່າ “ສິ່ງ​
ຂອງຕ່າງໆຂອງພວກເຮົາ ມັກຈະໝົດໄປ. ແນ່ນອນ ຂ້າພະເຈົ້າບໍ່ຢາກໃຫ້ສິ່ງຂອງ
ຕ່າງໆ ຢູ່ໃນງານ CES ໝົດໄປ. ພວກເຮົາຈະເອົາຢ່າງໜ້ອຍແນວລະ 500 ອັນໄປ
ນຳ.”

ປີ​ກາຍ​ນີ້, ຜູ້​ເຂົ້າ​ຮ່ວມ 180,000 ຄົນ​ຈາກ​ທົ່ວ​ໂລກ​ ໄດ້​ເດີນ​ທາງ​ໄປ​ນະ​ຄອນ ລາ​ສ
ເວກັສ, ບ່ອນທີ່ງານ CES ໄດ້ຖືກຈັດຂຶ້ນໃນແຕ່ລະປີ.

ສຳ​ລັບ​ນາງ ເມ​ແກັນ ກັບ​ທ້າວ ຊິດ ແລ້ວ, ມັນ​ເປັນ​ໂອກາດ​ທີ່​ຈະ​ເອົາ​ບໍ​ລິ​ສັດ​ບຳ​ລຸງ​ຜິວ​
ໜັງ ຊື່ວ່າ ອາໂທລລາ ແລະ ອຸປະກອນທົດທອງຢູ່ບ້ານຂອງເຂົາເຈົ້າ ໄປວາງສະແດງ
ໃຫ້ຝູງຄົນຈຳນວນຫຼາຍໄດ້ຊົມ.

ທັງ​ສອງ​ຄົນ​ ເມື່ອບໍ່​ດົນ​ມານີ້ ຫາ​ເງິນ​ມາ​ໄດ້ 38,000 ໂດ​ລາ ຜ່ານ​ການລະ​ດົມ​ທຶນ ແລະ
ຫວັງວ່າຈະສ້າງເຄືອຂ່າຍ ກັບຜູ້ທີ່ອາດເປັນຄູ່ຮ່ວມຂອງເຂົາເຈົ້າ.

ທ້າວ ຊິດ ຊ​າ​ລ​ວີ ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ ອາ​ໂທ​ລ​ລາ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​
ເຫັນງານ CES ເປັນສ່ວນນຶ່ງຂອງການເດີນທາງຂອງພວກເຮົາ, ໃນຂະນະທີ່ມັນກຳ
ລັງສືບຕໍ່ເປັນເວທີທີ່ເຕີບໃຫຍ່ຂຶ້ນເລື້ອຍໆນັ້ນ, CES ແມ່ນຜູ້ເຂົ້າຊົມ ແລະ ເວທີໂລກ
ສຳລັບພວກເຮົາ ເພື່ອແບ່ງປັນວິໄສທັດຂອງພວກເຮົາ ແລະ ຍີ່ຫໍ້ຂອງພວກເຮົາ.”

ວິ​ໄສ​ທັດ​ດັ່ງ​ກ່າວ​ປະ​ກອບ​ມີ​ ຊີ​ຣຳ ຜິວ​ໜັງ ​ທີ່​ຖືກ​ປັບ​ປຸງ ເຊິ່ງ​ໄດ້​ພັດ​ທະ​ນາ​ຂຶ້ນ​ມາ​ໃນ​
ການຕອບສະໜອງ ຕໍ່ການທົດລອງດ້ວຍຕົນເອງ ແລະ ການສຳຫຼວດຕ່າງໆ ທີ່ເປັນ
ສ່ວນປະກອບໃນສິ່ງແວດລ້ອມ ແລະ ຂໍ້ມູນສຸຂະພາບ.

ທ້າວ ຊິດ ກ່າວ​ວ່າ “ພວກ​ເຮົາ​ຢາກ​ນຳ​ເອົາ​ຂໍ້​ມູນ​ທີ່​ແທ້​ຈິງ ມາ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​
ເຖິງຜິວໜັງຂອງທ່ານເອງ… ທຸກຄັ້ງທ່ານຈະມີບັນຫາໃໝ່ຂຶ້ນມາ, ທ່ານຈະຮູ້ສຶກຄື
ການກັບໄປເລີ່ມຕົ້ນຈາກຈຸດທຳອິດອີກຄັ້ງ. ສະນັ້ນພວກເຮົາຈຶ່ງຢາກນຳສະເໜີລະ
ບົບການປ້ອນຂໍ້ມູນອັດຕະໂນມັດນີ້ ສະນັ້ນທ່ານຈຶ່ງສາມາດສືບຕໍ່ໄດ້ຮັບຜະລິດຕະ
ພັນທີ່ດີທີ່ສຸດສຳລັບທ່ານ.”

ການ​ເດີນ​ທາງ​ຂອງ​ທັງ​ສອງ​ຄົນ​ນັ້ນ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ມະ​ຫາ​ວິ​ທະ​ຍາ​
ໄລ M-I-T, ບ່ອນທີ່ທັງສອງຄົນໄດ້ຄົ້ນຄິດໄອເດຍແຕ່ຕອນທຳອິດ.

ນາງ ມໍ​ພິນ ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຂົ້າ​ຮ່ວມ​ງານ, ແລະ ເຮັດ​ວຽກ​ກັບ​ບໍ​
ລິສັດເທັກໂນໂລຈີໃໝ່ອື່ນໆ ທີ່ເພັ່ງເລັງໃສ່ການພິມສາມມິຕິ.

ນາງ ເມ​ແກັນ ກ່າວ​ວ່າ “ງານ CES ແມ່ນ​ໃຫຍ່ຫຼາຍ​ສຳ​ລັບ​ເຂົາ​ເຈົ້າ ເພາະ​ວ່າ ມັນ​ບໍ່​
ພຽງແຕ່ເຂົາເຈົ້າເປີດຕົວວັດຖຸໃໝ່ຕ່າງໆເທົ່ານັ້ນ, ມັນຂ້ອນຂ້າງຈະເປັນທາງຜ່ານ
ໃນຊະນິດຂອງການນຳສະເໜີເຄື່ອງພິມສາມມິຕິຂອງເຂົາເຈົ້າຕໍ່ໂລກ.”

ໃນ​ເວ​ລານີ້, ມັນ​ຈະ​ເປັນ​ຜຽນ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ສະ​ແດງ​ໃຫ້​ໂລກ​ເທັກ​ໂນ​ໂລ​ຈີ​ເຫັນ​
ສິ່ງທີ່ເຂົາເຈົ້າຫວັງວ່າຈະເປັນສິ່ງທີ່ໃຫຍ່ອັນຕໍໄປ.

Every January, tech insiders head to Las Vegas, Nevada where the biggest tech companies show off their latest devices at the Consumer Electronics Show (CES). Smaller startups also vie for attention at one of the largest tech gatherings of the year. Tina Trinh meets with a Brooklyn startup as they prepare to head west.

"I've never been in front of that type of audience before, so just the number of people is making me feel super nervous . . . "

Meghan Maupin and Sid Salvi are getting ready for one of the biggest tech shows of the year.....

....the Consumer Electronics Show, better known as C-E-S.

"We always run out of stuff. I definitely don't want to run out of stuff at CES. I think we'll bring like, at least 500 of everything . . . "

Last year, over 180,000 attendees from around the world made their way to Las Vegas, where CES is held each year.

For Meghan and Sid, it's a chance to get their skincare startup, Atolla, and its at-home test kit in front of a huge audience.

The pair recently raised $38,000 dollars through crowdfunding and are hoping to network with potential partners.

"I see CES as a part of our journey, as continuing to get to bigger and bigger stages . . . CES is a global audience and platform for us to share our vision and our brand."

That vision involves customized skin serums developed in response to self-administered tests and surveys that factor in environmental and health data.

"We wanted to bring real data to help you understand your own skin . . . every time you have a new issue, you feel like you're starting back at square one. So we wanted to introduce this automated feedback loop . . . so that you continue to get the best product for you."

The duo's trip is being sponsored by their grad school M-I-T, where they originally hatched the idea.

Maupin understands the significance of attending, having worked at another tech startup focused on 3D printing.

"CES was huge for them because not only did they launch new materials, it kind of was such a stepping stone in kind of introducing their 3D printer to the world."

This time around, it'll be their turn to show the tech world what they hope will be the next big thing.

XS
SM
MD
LG