ແຜ່ນດິນໄຫວຂະໜາດແຮງ ໄດ້ສັ່ນສະເທືອນໝູ່ເກາະ ໃນເຂດ
ມະຫາສະມຸດປາຊິຟິກຕອນໃຕ້ ໃນວັນພຸດມື້ນີ້ ພາໃຫ້ເກີດຄື້ນ
ຟອງສຸນາມິ ຢູ່ໃນຂົງເຂດ ທີ່ໄດ້ທຳລາຍບ້ານເຮືອນຫລາຍໆ
ຫລັງແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສີ່ຄົນ.
ແຜ່ນດິນໄຫວທີ່ມີຄວາມແຮງ 8 ຣິກເຕີ້ ໄດ້ສັ່ນສະເທືອນຂົງ
ເຂດທີ່ມີ ປະຊາກອນຢູ່ກະຈັດກະຈາຍບໍ່ໜາແໜ້ນ ໃກ້ກັບໝູ່
ເກາະ Solomons. ໃນເວລາຕໍ່ມາ ຄື້ນຟອງສຸນາມິທີ່ສູງເຖິງ
1 ແມັດ ໄດ້ພັດເຂົ້າຖະຫຼົ່ມ ແຄມຝັ່ງຂອງໝູ່ເກາະດັ່ງກ່າວ.
ການປະກາດເຕືອນໄພສຸກເສີນ ຢູ່ທົ່ວຂົງເຂດທັງໝົດ ໄດ້ຖືກ
ຍົກເລີກ ໃນເວລາຕໍ່ມາບໍ່ດົນ.
ຫ້ອງການປະສານງານດ້ານມະນຸດສະທໍາຂອງສະຫະປະຊາຊາດ ກ່າວວ່າ ສີ່ຄົນມີລາຍງານວ່າເສຍຊີວິດ ແລະອີກສອງຄົນໄດ້ຫາຍສາບສູນຢູ່ໃນບໍລິເວນເກາະ Santa Cruz ຂອງໝູ່ເກາະ Solomons ໃກ້ກັບຈຸດສູນກາງບ່ອນເກີດແຜ່ນດິນໄຫວ. ລາຍງານແຈ້ງວ່າ “ບ້ານເຮືອນທີ່ປຸກແບບດັ້ງເດີມຂອງທ້ອງຖິ່ນ” ໄດ້ຖືກທຳລາຍເວລາຄື້ນຟອງສຸນາມິ ພັດຂຶ້ນໄປເທິງບົກເຖິງ 500 ແມັດ.
ທ່ານ Dale Grant ນັກຊ່ຽວຊານດ້ານຜິນດິນໄຫວ ຈາກອົງການສໍາຫລວດທໍລະນີວິທະ
ຍາຂອງສະຫະລັດກ່າວຕໍ່ວີໂອເອວ່າ ແຜ່ນດິນໄຫວ ຄັ້ງທໍາອິດ ໄດ້ຕິດຕາມມາ ໂດຍແຜ່ນ
ດິນໄຫວຂະໜາດນ້ອຍອີກ ຢ່າງໜ້ອຍອີກ 14 ເທື່ອ ທີ່ມີຄວາມແຮງເຖິງ 5 ຣິກເຕີ້ຫລືສູງກວ່ານັ້ນ ທ່ານ Grant ກ່າວວ່າ:
“ທ່ານສາມາດເວົ້າໄດ້ວ່າ ໄດ້ເກີດແຜ່ນດິນໄຫວຄັ້ງໃຫຍ່ ຢູ່ຂົງເຂດທີ່ ສອກຫລີກຫ່າງໄກ. ເພາະສະນັ້ນ ພວກເຮົາໂຊກດີ ທີ່ບໍ່ມີສູນກາງຊຶ່ງ ເປັນບ່ອນທີ່ມີປະຊາກອນອາໄສຢູ່ຢ່າງໜ້າແໜ້ນ ໃກ້ກັບເຂດດັ່ງກ່າວ.
ບັນດາເຈົ້າໜ້າທີ່ຍັງທໍາການສຶບສວນຢູ່ ກ່ຽວກັບລາຍງານຂ່າວທີ່ວ່າມີ ຫລາຍໝູ່ບ້ານໄດ້ຮັບຄວາມເສຍຫາຍຫລືຖືກທໍາລາຍ ຢູ່ໃນເຂດສອກ ຫລີກຫ່າງໄກທີ່ເຂົ້າໄປເຖິງຍາກຂອງໝູ່ເກາະນີ້.