ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຢ່າງໜ້ອຍ 70 ຄົນ ຫາຍສາບສູນ ໃນເຫດດິນເຈື່ອນ ຢູ່ທີ່ບໍ່ແຮ່ຢົກແຫ່ງນຶ່ງ ຂອງມຽນມາ


ພວກຄົນພາກັນແນມເບິ່ງ ໃນຂະນະທີ່ພວກນັກກູ້ໄພ ຕຽມຊອກຫາພວກຄົນງານບໍ່ແຮ່ ຫຼັງຈາກເກີດດິນເຈື່ອນ ຢູ່ທີ່ບໍ່ແຮ່ ໃນເຂດ ປາກຄານ (Hpakant) ຂອງລັດກະຈິນ, ເມື່ອວັນທີ 22 ທັນວາ 2021, ບ່ອນທີ່ມີ 70 ຄົນ ຫາຍສາບສູນ.
ພວກຄົນພາກັນແນມເບິ່ງ ໃນຂະນະທີ່ພວກນັກກູ້ໄພ ຕຽມຊອກຫາພວກຄົນງານບໍ່ແຮ່ ຫຼັງຈາກເກີດດິນເຈື່ອນ ຢູ່ທີ່ບໍ່ແຮ່ ໃນເຂດ ປາກຄານ (Hpakant) ຂອງລັດກະຈິນ, ເມື່ອວັນທີ 22 ທັນວາ 2021, ບ່ອນທີ່ມີ 70 ຄົນ ຫາຍສາບສູນ.

ຫຼາຍສິບຄົນຫາຍສາບສູນ ຫຼັງຈາກໄດ້​ເກີດດິນເຈື່ອນຢູ່ທີ່ບໍ່ຢົກແຫ່ງນຶ່ງ ທາງພາກເໜືອຂອງມຽນມາ ໃນວັນພຸດມື້ນີ້.

ໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນໃນ​ຕອນເຊົ້າມືດ ໃນເຂດປາກຄານ (Hpakant) ຂອງລັດກະຈິນ ອັນເປັນໃຈກາງຂອງອຸດສາຫະກຳຢົກຂອງປະເທດ. ມີຢູ່ລະ ຫວ່າງ 70 ຫາ 80 ຄົນ ອາດໄດ້ຖືກຊຸລົງໄປໃນທະເລສາບ ທີ່ຢູ່ໃກ້ຄຽງນັ້ນ.

ອົງການຂ່າວຂອງຝຣັ່ງ ຫຼື AFP ກ່າວວ່າ ສະມາຊິກຄົນນຶ່ງຂອງທີມກູ້ໄພ ໄດ້ຢັ້ງຢືນວ່າ ໄດ້ພົບເຫັນຄົນຜູ້ນຶ່ງເສຍຊີວິດແລ້ວ ແລະອີກ 25 ຄົນໄດ້ຮັບບາດເຈັບ ແລະຖືກສົ່ງໄປຮັກສາຢູ່ທີ່ໂຮງໝໍ.

ເຫດການດິນເຈື່ອນແມ່ນເກີດຂຶ້ນຢູ່ເປັນປະຈຳສຳລັບອຸດ​ສາ​ຫະ​ກຳ​ຢົກຂອງມຽນມາ ທີ່ມີກຳໄລງາມ ແຕ່ມີການຄຸ້ມຄອງທີ່​ບໍ່​ຄ່ອຍ​ດີ ຊຶ່ງພວກແຮງງານຕ່າງດ້າວທີ່ຖືກວ່າຈ້າງ ແລະພວກແຮງງານຈາກທົ່ວມຽນມາ ຈະຕ້ອງໄດ້ຂຸດຫາ​ຢົກ ທີ່ຖືກນຳໄປຂາຍຢູ່ຕາມເຂດຊາຍແດນໃນຈີນ. ພວກຄົນງານບໍ່ແຮ່ຫຼາຍຮ້ອຍຄົນໄດ້ເສຍຊີວິດໃນປີກາຍນີ້ ເມື່ອເກີດດິນເຈື່ອນຂະໜາດໃຫຍ່ຢູ່ໃນເຂດປາກຄານ.

ການກໍ່ລັດຖະປະຫານ ໃນວັນທີ 1 ກຸມພາ 2021 ທີ່ໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນຂອງ ທ່ານນາງອອງ ຊານ ຊູຈີ ນັ້ນ ກໍໄດ້ສິ້ນສຸດໃນຄວາມພະຍາຍາມ ທີ່ຈະປະຕິຮູບອຸດສາຫະກຳ​ຂຸດ​ຫີນຢົກດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Dozens of people are missing after a landslide at a jade mine in northern Myanmar Wednesday.

The disaster occurred before dawn in the Hpakant area of Kachin state, the heart of the country’s jade industry. Anywhere between 70-80 people may have been swept into a nearby lake.

The French news agency Agence France-Presse says a member of the rescue team has confirmed that one person has been found dead and 25 people have been injured and hospitalized.

Landslides are a common occurrence for Myanmar’s lucrative but poorly-regulated jade mining industry, which employs migrants and workers from across Myanmar to dig for gems that are sold across the border in China. Hundreds of miners were killed last year when a landslide triggered a massive landslide in Hpakant.

The February 1, 2021 coup that ousted Aung San Suu Kyi’s civilian government ended efforts to reform the jade mining industry.

XS
SM
MD
LG