ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ 20 ຄົນ ຖືກຂ້າຕາຍ ຈາກການ ໂຈມຕີ ທາງອາກາດໃນ ເຢເມນ

Pedestrians cross the Millennium Footbridge with the sky darkened over London caused by warm air and dust swept up by storm Ophelia. The sun shone red and the sky darkened to a foreboding orange and brown across parts of Britain, as a storm swept air and dust in from southern Europe. Social media users shared pictures of ominous-looking clouds blocking out the sun, prompting London's Science Museum to joke on Twitter: "It's not the apocalypse!"

ການ​ໂຈມ​ຕີ​ທາງ​ອາກາດ​ຈາກ ພັນທະ​ມິດ​ນຳ​ພາໂດຍ ຊາ​ອູ​ດີ​ອາ​ເຣ​ເບຍ ​ໃນ​ປະ​ເທດ ​ເຢ​ເມນ ​ໄດ້​ຂ້ານັກ​ຮົບ​ຢ່າງ​ໜ້ອຍ 20 ຄົນ ​ແລະ ​ໄດ້ເຮັດ​ໃຫ້​ບາດ​ເຈັບ​ອີກ 20 ຄົນ​ໃນ​ວັນ​ເສົາ​ວານ​ນີ້.

ບັນດາທະຫານໄດ້​ກ່າວ​ວ່າ ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ທະ​ຫານພັນທະ​ມິດ​ຕາມ​ຫາ​ພວກ​ກະບົດ Houthi ​ໃນ​ທາງ​ພາກ​ໃ​ຕ້ຂອງ ​ເຢ​ເມນ ​ໂດຍ​ໄດ້ໂຈມ​ຕີຖືກ ສະຖານ​ທີ່​ຕັ້ງ​ຂອງ​ຄ້າຍ​ທະຫານ​ສະໜັບສະໜູນ​ລັດຖະບານ.

ພວກ​ນັກຮົບ​ຫາ​ກໍ​ໄດ້​ຂັບ​ໄລ່ພວກ Houthi ອອກ​ໄປ​ຈາກ​ທີ່​ຕັ້ງ​ຂອງ​ຄ້າຍ​ທະຫານ​ໃນ​ແຂວງ Taiz ​ເມື່ອ​ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ຍິງ​ຖືກ​ພວກ​ເຂົາ.

​ບັນດາເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ຜູ້​ບັນຊາ​ການ​ຂອງ​ພັນທະ​ມິດ​ຫຼາຍ​ຄົນ​ຢູ່​ເທິງ​ພື້ນ​ດິນ ​ໄດ້​ອະທິ ບາຍ​ຢ່າງ​ຊ້ຳ​ໄປ​ຊ້ຳ​ມາ​ກ່ຽວ​ກັບ​ ການ​ສື່ສານ​ທີ່​ຊັກ​ຊ້າ​ກັບ​ບັນດາ​ຜູ້ນຳ​ທະຫານ​ໃນ​ນະຄອນ ຫຼວງ Riyadh.

​ພ້ອມ​ກັນ​ນັ້ນ​ໃນ​ວັນ​ເສົາ​ວານ​ນີ້, ການ​ໂຈມ​ຕີ​ທາງ​ອາກາດ​ ຊາ​ອູ​ດີ ​ກໍໄດ້​ເຮັດ​ໃຫ້​ພວກ Houthi ຕາຍ 13 ຄົນ​ໃນ​ເມື​ອງ Jawf.

ພັນທະ​ມິ​ດອາຣັບ ນຳ​ພາ​ໂດຍ ຊາ​ອູ​ດີ​ອາ​ເຣ​ເບ​ຍ ​ໄດ້​ສະໜັ​ບສະ​ໜູນ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ທີ່​ຮັບ​ຮູ້ໂດຍ​ສາກົນຂອ​ງ ​ເຢ​ເມນ ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກະບົດ​ທີ່​ໜູນຫຼັງ​ໂດ​ຍ ອີຣ່ານ.

ພົນລ​ເຮືອນປະມານ 4500 ຄົນ ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຕໍ່ສູ້ກັນແຕ່​ເດືອນມີນາ​ເປັນ​ຕົ້ນ​ມາ.

XS
SM
MD
LG