ເຈົ້າໜ້າທີ່ກາຊັກສະຖານກ່າວວ່າ ເດັກຍິງອາຍຸ 4 ປີແມ່ນຮວມຢູ່ໃນພວກທີ່ເສຍຊີວິດ 164 ຄົນ ໃນການປະທ້ວງ ອາທິດແລ້ວນີ້. ເຈົ້າໜ້າທີ່ກ່າວວ່າ ມີ 5,800 ຄົນໄດ້ຖືກຈັບກຸມຄຸມຂັງ.
ໃນຄວາມພະຍາຍາມເພື່ອຈະຍຸຕິການປະທ້ວງນັ້ນ ປະທານາທິບໍດີກັສຊິມ-ໂຈມາດ ຕໍກາເຢັບ ໄດ້ອອກຄຳສັ່ງໃຫ້ຍິງສັງຫານເພື່ອອະນຸຍາດໃຫ້ກຳລັງຮັກສາຄວາມສະຫງົບ ຍິງພວກປະທ້ວງ ໂດຍບໍ່ຕ້ອງມີການເຕືອນ.
ຜູ້ນຳຂອງອະດີດສາທາລະນະລັດສະຫະພາບໂຊຫວຽດຍັງໄດ້ຮ້ອງຂໍໃຫ້ຣັດເຊຍແລະປະທານາທິບໍດີວລາດີເມຍ ປູຕິນ ໃຫ້ການຊ່ວຍເຫຼືອໃນການປາບປາມການເດີນຂະບວນປະທ້ວງ. ຣັດເຊຍແລະສະມາຊິກຫຼາຍໆປະເທດໃນອົງສົນທິສັນຍາວ່າດ້ວຍການຮັກສາຄວາມປອດໄພຮ່ວມ ຊຶ່ງເປັນກຸ່ມພັນທະມິດທາງທະຫານລະຫວ່າງລັດຖະບານຂອງປະເທດໃນເຂດຢູໂຣບເອເຊຍຫຼືຢູເຣຊຽນ ສະໜອງຕອບດ້ວຍການສົ່ງທະຫານໄປຊ່ວຍ.
ການປະທ້ວງໄດ້ມີຂຶ້ນ ລຸນຫຼັງທີ່ມີການຂຶ້ນລາຄານ້ຳມັນເຊື້ອໄຟ ແຕ່ໄດ້ເກີດຂຶ້ນຍ້ອນຄວາມບໍ່ພໍໃຈໃນການປົກຄອງແບບຜະເດັດການຂອງປະເທດດັ່ງກ່າວ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນວັນອາທິດວານນີ້ ຕໍ່ລາຍການ This Week ຂອງໂທລະພາບ ABC ວ່າ ກາຊັກສະຖານ “ສາມາດທີ່ຈະຮັກສາລະບຽບກົດໝາຍ ປົກປ້ອງສະຖາບັນຂອງລັດ ແຕ່ຕ້ອງເຮັດໃນວິທີ ທີ່ໃຫ້ການເຄົາລົບຕໍ່ສິດທິຂອງປະຊາຊົນທີ່ໄດ້ທຳການປະທ້ວງແບບສັນຕິ ແລະແກ້ໄຂຄວາມເປັນຫ່ວງກັງວົນທີ່ພວກເຂົາເຈົ້າໄດ້ຍົກຂຶ້ນ ມາເຊັ່ນຄວາມເປັນຫ່ວງທາງດ້ານເສດຖະກິດ, ຄວາມເປັນຫ່ວງບາງຢ່າງທາງ ດ້ານການເມືອງ.”
ການເດີນຂະບວນປະທ້ວງດັ່ງກ່າວ ໄດ້ພາໃຫ້ທ່ານຕໍກາເຢັບຍຸບຄະນະລັດຖະບານຂອງທ່ານແລະປົດທີ່ປຶກສາ ອະດີດປະທານາທິບໍດີເນີຊູລທັນ ນາຊາບາເຢັບ ອອກຈາກຕຳແໜ່ງຂອງທ່ານໃນຖານະຫົວໜ້າສະພາຄວາມໝັ້ນຄົງຂອງປະເທດ. ທ່ານນາຊາບາເຢັບໄດ້ປົກຄອງປະເທດ ນັບແຕ່ໄດ້ຮັບເອກກະລາດຈາກສະຫະພາບໂຊຫວຽດ ແຕ່ປີ 1990 ຈົນຮອດປີ 2019.
ນອກນັ້ນ ເຈົ້າໜ້າທີ່ຍັງໄດ້ປະກາດການຈັບກຸມທ່ານກາຣິມ ມັສຊີມັອບ ອະດີດຫົວໜ້າຄະນະກຳມະການດ້ານຄວາມໝັ້ນຄົງແຫ່ງຊາດ ໃນຖານສົງໄສວ່າເປັນບຸກຄົນຂາຍຊາດ. ທ່ານມັສຊີມັອບອາຍຸ 56 ປີ ເປັນຫົວໜ້າຄະນະກຳມະການຊຶ່ງເປັນຜູ້ຮັບຜິດຊອບໃນການຕໍ່ຕ້ານຂ່າວກອງ ຈົນເທົ່າທ່ານຕໍກາເຢັບ ປົດລາວໃນອາທິດແລ້ວນີ້.
ທ່ານນາງເອຣິກາ ມາຣັດ ສາສະດາຈານທີ່ມະຫາວິທະຍາໄລປ້ອງກັນປະເທດ ຢູ່ວໍຊິງຕັນ ກ່າວຕໍ່ໜັງສືພິມນິວຢອກໄທມ໌ວ່າ “ທ່ານທໍກາເຢັບໄດ້ເອົາອະທິປະໄຕປະເທດຂອງທ່ານ ມອບໃຫ້ຣັດເຊຍເພື່ອແລກກັບອຳນາດຂອງຕົນເອງແລະຜົນປະໂຫຍດຂອງພວກຄົນລ້ຳລວຍ.”