ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ເຕືອນວ່າ ໂລກກຳລັງລໍ້ຫຼິ້ນ ກັບ ວິກິດການສະພາບອາກາດ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຄຳປາໄສ ຢູ່ກອງປະຊຸມເສດຖະກິດໂລກ ໃນເມືອງ ດາໂວ, ປະເທດ ສວິດເຊີແລນ,18 ມັງກອນ 2023.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຄຳປາໄສ ຢູ່ກອງປະຊຸມເສດຖະກິດໂລກ ໃນເມືອງ ດາໂວ, ປະເທດ ສວິດເຊີແລນ,18 ມັງກອນ 2023.

ໃນການກ່າວຄຳປາໄສ ຢູ່ກອງປະຊຸມເສດຖະກິດໂລກ ໃນບ້ານພັກຕາກອາກາດ ຂອງ ສວິດເຊີແລນ ໃນເມືອງ ດາໂວ ນັ້ນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ເຕືອນວ່າໂລກ ແມ່ນກຳ ລັງລໍ້ຫຼິ້ນ ກັບໄພພິບັດທຳມະຊາດ. ທ່ານໄດ້ທ້າບັນດາຜູ້ນຳການເມືອງ ແລະ ທຸລະກິດ ທີ່ມາເຕົ້າໂຮມກັນໃຫ້ດຳເນີນການດຽວນີ້ເພື່ອສ້າງເງື່ອນໄຂສຳລັບການແກ້ໄຂໄລຍະຍາວຕໍ່ບັນຫານີ້ ແລະ ໄພຂົ່ມຂູ່ອື່ນໆໃນໂລກ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອຈາກນະຄອນເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫົວໜ້າອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ບໍ່ໄດ້ເວົ້າ ໂຍກ ກ່ຽວກັບ ຂະໜາດຂອງບັນຫາຕ່າງໆ, ໂດຍໄດ້ອະທິບາຍສິ່ງທີ່ທ່ານເອີ້ນ ວ່າສະພາບທີ່ໜ້າເສຍໃຈຂອງໂລກ. ທ່ານໄດ້ນຳສະເໜີຮູບພາບທີ່ມືດ ມົວ ກ່ຽວກັບ ເສດຖະກິດໂລກ ໃນວິກິດການທີ່ໄດ້ປະເຊີນກັບ ພາວະເສດຖະກິດຕົກຕໍ່າໃນຫຼາຍພາກສ່ວນຂອງໂລກ.

ໃນຂະນະທີ່ໂລກກຳລັງກັບຄືນມາຈາກໂຣກລະບາດ ໂຄວິດ-19, ທ່ານໄດ້ ເຕືອນວ່າມັນບໍ່ໄດ້ກຽມພ້ອມເພື່ອຕໍ່ສູ້ກັບໂຣກລະບາດໃນອະນາຄົດ. ທ່ານເລຂາທິການໃຫຍ່ໄດ້ເວົ້າ ກ່ຽວກັບ ຄວາມທຸກທໍລະມານທີ່ເກີດຕໍ່ປະຊາຊົນຫຼາຍ ລ້ານຄົນໂດຍຄວາມຂັດແຍ້ງ, ຄວາມຮຸນແຮງ ແລະ ສົງຄາມ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ໂດຍສະເພາະການຮຸກຮານ ຢູເຄຣນ ໂດຍ ຣັດເຊຍ, ມັນບໍ່ແມ່ນຍ້ອນຄວາມທຸກທໍ ລະມານທີ່ບໍ່ໄດ້ຖືກເລົ່າ ກ່ຽວກັບ ປະຊາຊົນ ຢູເຄຣນ ເທົ່ານັ້ນ, ແຕ່ຍ້ອນມັນກ່ຽວຂ້ອງຢ່າງເລິກເຊິ່ງທົ່ວໂລກຕໍ່ອາຫານໂລກ ແລະ ລາຄາພະລັງງານ, ຕໍ່ການຄ້າ ແລະ ຕ່ອງໂສ້ການສະໜອງ ສິນຄ້າ, ຕໍ່ຄຳຖາມ ກ່ຽວກັບ ຄວາມປອດໄພດ້ານນິວເຄລຍ. ແລະ ຕໍ່ພື້ນຖານ ຂອງກົດ ໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.”

ທ່ານ ກູເຕເຣສ ໄດ້ກ່າວວ່າໂລກແມ່ນກຳລັງລໍ້ຫຼິ້ນກັບໄພພິບັດສະພາບອາກາດ. ທ່ານໄດ້ກ່າວວ່າການປ່ອຍແກັສເຮືອນແກ້ວແມ່ນຢູ່ໃນລະດັບທີ່ສູງເປັນປະຫວັດ ການ ແລະ ກຳລັງເພີ່ມຂຶ້ນ. ທ່ານໄດ້ຖິ້ມໂທດມັນໃສ່ປະເທດຕ່າງໆທີ່ບໍ່ສາມາດ ທີ່ຈະປະຕິບັດຕາມຄຳໝັ້ນສັນຍາຂອງເຂົາເຈົ້າຕໍ່ການຈຳກັດການເພີ່ມຂຶ້ນຂອງ ອຸນຫະພູມໂລກ 1.5 ອົງສາ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ຖ້າປາສະຈາກການດຳເນີນການຕໍ່ໄປ, ພວກເຮົາ ຈະມຸ່ງໜ້າໄປສູ່ການເພີ່ມຂຶ້ນ 2.8 ອົງສາ. ແລະ ຜົນກະທົບທີ່ຕາມມາ, ດັ່ງທີ່ ພວກເຮົາຮູ້ຈະເສຍຫາຍຢ່າງຫຼວງຫຼາຍ. ຫຼາຍພາກສ່ວນໃນໂລກຂອງພວກເຮົາ ຈະບໍ່ສາມາດອາໄສຢູ່ໄດ້. ແລະ ສຳລັບຫຼາຍຄົນ, ມັນໝາຍເຖິງການຕັດສິນປະ ຫານຊີວິດ.”

ຫົວໜ້າອົງການສະຫະປະຊາຊາດໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມ ແຕກແຍກຂອງພາກເໜືອ ແລະ ພາກໃຕ້ຢ່າງເລິກເຊິ່ງ, ໂດຍກ່າວຕື່ມວ່າໂລກ ທີ່ຮັ່ງມີກວ່າ ແລະ ຜູ້ນຳຂອງເຂົາເຈົ້າເບິ່ງຄືວ່າບໍ່ໄດ້ເຂົ້າໃຈ ກ່ຽວກັບ ຂະໜາດ ຂອງຄວາມຜິດຫວັງ ແລະ ບໍ່ພໍໃຈໃນພາກສ່ວນຕອນໃຕ້ຂອງໂລກ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ຄວາມຜິດຫວັງ ແລະ ຄວາມໂມໂຫ ກ່ຽວກັບ ຄວາມບໍ່ເທົ່າທຽມໂດຍລວມຂອງການແຈກຢາຍຢາວັກຊີນເມື່ອບໍ່ດົນມານີ້.. ຄວາມຜິດຫວັງ ແລະ ໂມໂຫ ກ່ຽວກັບ ວິກິດການສະພາບອາກາດທີ່ກຳ ລັງເກີດໃນຫຼາຍປະເທດທີ່ໄດ້ປະກອບສ່ວນໜ້ອຍທີ່ສຸດຕໍ່ການເຮັດໃຫ້ໂລກຮ້ອນຂຶ້ນ. ແລະ ການຂາດແຫຼ່ງຊັບພະຍາກອນດ້ານການເງິນ ເພື່ອຕອບໂຕ້ຕໍ່ ສິ່ງທ້າທາຍ.”

ຫົວໜ້າອົງການສະຫະປະຊາຊາດໄດ້ກ່າວວ່າ ໂລກຕ້ອງສາມັກຄີກັນເພື່ອຊອກ ຫາຂໍ້ແກ້ໄຂຕໍ່ບັນຫາທີ່ເຊື່ອມໂຍງກັນໃນທົ່ວໂລກ. ແຕ່ບໍ່ເປັນຈັ່ງໂຊກ, ທ່ານໄດ້ ກ່າວວ່ານັ້ນແມ່ນມີຄວາມເປັນໄປບໍ່ໄດ້ ໃນຂະນະທີ່ໂລກໄດ້ປະເຊີນກັບການ ແຕກແຍກດ້ານພູມສາດການເມືອງໃນລະດັບທີ່ຮຸນແຮງທີ່ສຸດ ແລະ ບໍ່ໄວ້ວາງ ໃຈກັນໃນຫຼາຍລຸ້ນຄົນ. ແລະ ນັ້ນ, ທ່ານໄດ້ກ່າວວ່າ, ໄດ້ທຳລາຍໝົດທຸກຢ່າງ.

ທ່ານ ກູເຕເຣສ ໄດ້ຂໍຮ້ອງຕໍ່ຜູ້ຟັງທີ່ມີອຳນາດ ແລະ ມີອິດທິພົນຂອງທ່ານ ເພື່ອຊ່ວຍຊອກຫາທາງມາຮ່ວມກັນເຊື່ອມຕໍ່ການແຕກແຍກຕ່າງໆ ແລະ ນຳເອົາຄວາມເຊື່ອຖືກັບມາຄືນ. ທ່ານໄດ້ກ່າວຕື່ມວ່າ ຄວາມເສຍຫາຍຂອງ ການບໍ່ດຳ ເນີນງານແມ່ນຫຼາຍກວ່າຄວາມເສຍຫາຍຂອງການດຳເນີນງານ.

U.N. Chief Antonio Guterres did not sugarcoat the scale of the problems, describing what he called the sorry state of the world. He presented a bleak picture of a global economy in crisis that was facing recession in many parts of the world.

While the world was emerging from COVID-19, he warned it was not prepared to tackle future pandemics. The secretary-general spoke of the misery inflicted upon millions by conflict, violence, and war.

“Especially the Russian invasion of Ukraine—not only because of the untold suffering of Ukrainian people, but because of its profound global implications on global food and energy prices, on trade and supply chains on questions of nuclear safety. And on the very foundations of international law and the United Nations charter.”

Guterres said the world was flirting with climate disaster. He said greenhouse gas emissions are at record levels and growing. He blamed it on nations failing to abide by their commitments to limit global temperature rise to 1.5 degrees.

“Without further action, we are headed to a 2.8-degree increase. And the consequences, as we all know would be devastating. Several parts of our planet would be uninhabitable. And for many, it will mean a death sentence.”

The U.N. chief expressed concern about the deepening north-south divide, adding the wealthier world and their leaders seemingly did not truly grasp the degree of frustration and anger in the southern part of the globe.

“Frustration and anger about the gross inequity of vaccine distribution in the recent past…Frustration and anger about a climate crisis that is crippling countries that contributed least to global heating. And the lack of the financial resources to respond to the challenge.”

The United Nations chief said the world must unite to find solutions to globally interlinked problems. Unfortunately, he said that was unlikely to happen as the world faced the gravest levels of geopolitical division and mistrust in generations. And that, he said, was undermining everything.

Guterres appealed to his powerful, influential audience to help find a way to come together to bridge these divides and restore trust. He added the cost of inaction was far greater than the cost of action.

XS
SM
MD
LG