ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຂໍລີ້ໄພ ໃນສະຫະລັດ ໄປຊອກຫາ ບ່ອນຢູ່ໃໝ່ ໃນການາດາ


Asylum-Seekers in US Head for Tiny Canadian Border Town
please wait

No media source currently available

0:00 0:02:44 0:00

Intro: ບ່ອນທີ່ລັດ North Dakota ກັບລັດ Minnesota ມາຄົບກັນ ທາງ ພາກເໜືອ
ຕອນກາງຂອງສະຫະລັດ ແຄມແມ່ນໍ້າແດງຫຼື Red River ແມ່ນທີ່ຕັ້ງ ຂອງເມືອງເອ
ເມີຊັນ ແຂວງ ມານີໂຕບາ ຊາຍແດນກົງກັນຂ້າມ ຟາກ ການາດາ. ເມື່ອບໍ່ຫຼາຍປີມານີ້
ຫຼາຍໆຄົນ ໄດ້ຂ້າມໄປການາດາ ຢ່າງຜິດກົດ ໝາຍເພື່ອຂໍລີ້ໄພ ແລະຕັ້ງຕົ້ນຊີວິດໃໝ່.
Jeffrey Young ນັກຂ່າວວີໂອເອ ທີ່ໄດ້ໄປຢ້ຽມຢາມເມືອງເອເມິຊັນ ກັບ ວິນນິເພກ ເມືອງເອກຂອງມານີໂຕບາ ມີລາຍງານເລື້ອງນີ້ຕື່ມ ດັ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ຢູ່ໜີ້ ບໍ່ມີກຳແພງຫຼືຮົ້ວກັ້ນ ລະຫວ່າງການາດາກັບສະຫະລັດ ບ່ອນທີ່ ສອງປະເທດນີ້
ມາຄົບກັນ ມີແຕ່ເດີ່ນກວ້າງ ແປນ ຜ່ານປ່າດົງ ແລະທົ່ງຫຍ້າ.ຢູ່ຕິດຊາຍແດນພໍດີ
ແມ່ນເມືອງ ເອເມີຊັນ ແຂວງ ມານີໂຕບາ ຊຶ່ງເປັນເມືອງ ທີ່ມີປະຊາກອນ ພຽງຫົກຮ້ອຍ
ຄົນ. ພວກທີ່ຂ້າມມາຢ່າງຜິດກົດໝາຍ ພາກັນ ຍ່າງເຂົ້າມາເມືອງນີ້ ຜ່ານທົ່ງທີ່ເປີດ
ແປນ ໃນຂະນະທີ່ບາງຄົນກໍຍ່າງຕາມທາງ ລົດໄຟໄປ. ສ່ວນອີກບາງຄົນ ກໍໄດ້ເຂົ້າໄປ
ໃນການາດາ ໂດຍການລອຍນໍ້າຂຶ້ນ ໄປທາງເໜືອ ໄປຫາແມ່ນໍ້າແດງ ຫຼື Red River.

ໃນພາກສ່ວນໃຫຍ່ຂອງປີ ອຸບປະສັກທີ່ສຳຄັນ ໃນການເຂົ້າໄປເຖິງເມືອງ ເອເມີຊັນ
ຈາກສະຫະລັດ ແມ່ນເລື້ອງອາກາດ ດັ່ງທ່ານ ແອເຣິນ ໄຮເກ ເຈົ້າໜ້າທີ່ພາສີອາກອນ
ແລະປ້ອງກັນຊາຍແດນຂອງ​ສະ​ຫະ​ລັດກ່າວວ່າ:“ເອີ ຕາມປົກກະຕິແລ້ວ ສິ່ງທີ່ພວກ
ເຮົາໄດ້ເຫັນເມື່ອສອງສາມປີຫຼັງນີ້ແມ່ນວ່າ ພວກເຂົາເຈົ້າຈະເລືອກເອົາ ຍາມທີ່ອາ
ກາດຮ້າຍແຮງທີ່ສຸດ. ແລະເວລາທີ່ເຈົ້າ ເວົ້າວ່າ ‘ເວລາອາກາດຂີ້ຮ້າຍທີ່ສຸດ’ ທີ່ລັດ
North Dakota ແມ່ນ 35 ຫາ 40 ອົງສາຟາແຣນໄຮຕໍ່າກວ່າສູນ ເພາະສະນັ້ນ ມັນ
ຈຶ່ງໜາວຈົນສັ່ນ ອາການ ໃນຮ່າງກາຍມີອຸນນະພູມຕໍ່າກວ່າປົກກະຕິ ມັນເປັນການ
ສ່ຽງຫຼາຍທີ່ສຸດ.”

ແຕ່ເຖິງປານນັ້ນກໍຕາມ ໜ່ວຍຕຳຫລວດລາດຊະອານາຈັກການາດາ ກໍກ່າວວ່າ ໃນ
ປີ 2017 ໄດ້ມີຄົນຂ້າມໄປຢ່າງຜິດກົດໝາຍ ປະມານນຶ່ງພັນຄົນ ໄປເມືອງ ເອເມີຊັນ ແມ່ນຈຳນວນ ບໍ່​ຮອດ 500 ຄົນ ທີ່ໄດ້ເຂົ້າໄປ ພາຍໃນທ້າຍເດືອນ ທັນວາ ປີ 2018
ດັ່ງສິບເອກ Corey Meyers ປະຈຳກອງຕຳຫລວດ Royal Canadian Mounted
Policeກ່າວວ່າ: “ເວລາພວກເຮົານຳເອົາເຂົາເຈົ້າອອກມາແລ້ວ ພວກເຮົາກໍປະກອບ
ສຳນວນການ ຈັບກຸມການ ເຂົ້າການາດາຜິດກົດໝາຍ ຢ່າງເປັນລະບຽບ. ແລ້ວກໍເອົາ
ເຂົາເຈົ້າ ໄປຢູ່ໃນຄວາມຄຸ້ມຄອງຂອງພວກເຮົາ.”

ຕຳຫລວດໄດ້ນຳສົ່ງພວກຂໍລີ້ໄພ ໄປຍັງອົງການ ຮັກສາຊາຍແດນການາດາ.ແລ້ວພວກ
ເຂົາເຈົ້າກໍຖືກນຳສົ່ງຕໍ່ ໄປຍັງເມືອງວິນນິເພັກ ເມືອງເອກຂອງແຂວງ ມານີໂຕບາ ຫຼາຍ
ຄົນໄດ້ຖືກນຳໄປໂດຍອົງການສັງຄົມສົງເຄາະ ທີ່ເອີ້ນວ່າ ສະ ພາຍົກຍ້າຍຖິ່ນຖານ
Manitoba Interfaith. ສະຖານທີ່ “ຮັບຕ້ອນຂອງເຂົາ ເຈົ້າຈະໃຫ້ການບໍລິການແກ່
ພວກມາໃໝ່ຫລາຍຢ່າງ.

ຜູ້ຂໍລີ້ໄພຊາວໂຊມາເລຍ ຜູ້ນຶ່ງ ຄືທ້າວ ໄອຊັກ ມາໂກຢາ ໄດ້ປະເຊີນໜ້າກັບ ການຖືກ
ເນລະເທດຈາກສະຫະລັດ ເພາະສະນັ້ນລາວຈຶ່ງໜີໄປເມືອງວິນນິເພັກ ບ່ອນທີ່ລາວ
ໄດ້ຮັບການຊ່ອຍເຫລືອຈາກເຮືອນຕ້ອນຮັບ ແຕ່ລາວກໍຢາກໄປຢູ່ນຳ ຄອບຄົວຂອງ
ລາວ ທີ່ໄດ້ໜີຈາກໄປ ປະໄວ້ເບື້ອງຫລັງຢູ່ ສະຫະລັດ. ທ້າວໄອ ຊັກ ມາໂກຢາ ເວົ້າ
ວ່າ: “ພວກເຂົາເຈົ້າໄດ້ເລີ້ມແຈກເງິນໃຫ້ຂ້ອຍ ເພື່ອຊື້ອາຫານການກິນ ແລະກໍຈ່າຍ
ຄ່າເຊົ່າເຮືອນໃຫ້. ນອກນັ້ນ ເຂົາເຈົ້າຍັງຊ່ອຍຂໍໃບອະນຸຍາດເຮັດວຽກ ໃຫ້ນຳ ຊຶ່ງເປັນ
ໂອກາດອັນດີອັນນຶ່ງ. ເຂົາເຈົ້າຊ່ອຍເຮັດໃບຂັບຂີ່ໃຫ້ເພື່ອໄປເຮັດວຽກແລ້ວດຽວນີ້ຂ້ອຍ
ກໍເຮັດວຽກຫຼາຍບໍ່ຢຸດບໍ່ເຊົາ. ແລະສິ່ງທີ່ຂ້ອຍຕ້ອງການດຽວນີ້ ກໍຄືຄອບຄົວຂ້ອຍ.”

ປະຊາກອນເມືອງວິນນິເພກ 700,000 ຄົນ ແມ່ນລວມທັງ ຊາວໂຊມາເລຍ 1,700 ຄົນ. ພວກເຂົາເຈົ້າແມ່ນຈຳນວນທີ່ຫຼາຍກວ່າໝູ່ໃນຈຳນວນ 65,000 ຄົນ ຢູ່ທົ່ວປະເທດ.
ເຖິງແມ່ນວ່າ ອາກາດໜາວຢູ່ມານີໂຕບາ ຈະກົງກັນຂ້າມ ກັບຢູ່ປະເທດບ້ານເກີດຂອງ
ເຂົາເຈົ້າກໍຕາມ ແຕ່ເສລີພາບແລະໂອກາດທີ່ມີໃຫ້ ຢູ່ການາດາ ກໍແມ່ນເປັນພະລັງອຳ
ນາດອັນຍິ່ງໃຫຍ່ສຳລັບຊາວໂຊມາເລຍແລະ ຊາວອາຟຣິກາຕາເວັນອອກ ແລະພວກ
ເຂົາເຈົ້າກໍຈະຍ່າງຜ່ານຄວາມໜາວຈັດ ໄປຫາສິ່ງດັ່ງກ່າວ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG