ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດານັກຊ່ຽວຊານ ປະເມີນຜົນກະທົບ ຈາກມາດຕະການຫ້າມ ສະມາຊິກພັກຄອມມິວນິສຈີນ ເຂົ້າມາໃນ ສະຫະລັດ


ພວກທະຫານກອງທັບປະຊາຊົນປະຕິວັດຈີນ ກຳລັງເດີນສວນສະໜາມ ພ້ອມກັບທຸງປະຈຳພັກຄອມມິວນິສຈີນ ໃນລະຫວ່າງການຝຶກຊ້ອມພິທີລຳລຶກ ການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ, ໃນປັກກິ່ງ, ວັນທີ 1 ຕຸລາ 2019.
ພວກທະຫານກອງທັບປະຊາຊົນປະຕິວັດຈີນ ກຳລັງເດີນສວນສະໜາມ ພ້ອມກັບທຸງປະຈຳພັກຄອມມິວນິສຈີນ ໃນລະຫວ່າງການຝຶກຊ້ອມພິທີລຳລຶກ ການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ, ໃນປັກກິ່ງ, ວັນທີ 1 ຕຸລາ 2019.

ສະຫະລັດ ໄດ້ອອກມາດຕະການຫ້າມຄົນເຂົ້າເມືອງຢ່າງກວ້າງຂວາງຕໍ່ບັນດາສະມາຊິກຂອງພັກຄອມມິວນິສຈີນ ຫຼືທີ່ເອີ້ນຫຍໍ້ວ່າ CCP ນັ້ນ ເພື່ອເປັນການຂັດຂວາງບໍ່ໃຫ້ພວກເຂົາໄດ້ຮັບສັນຊາດອາເມຣິກັນຫຼືການອາໄສຢູ່ໃນສະຫະລັດຢ່າງເປັນການຖາວອນ ຖືກຕ້ອງຕາມກົດໝາຍ. ບັນດານັກຊ່ຽວຊານ ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ຈະເພີ້ມລະດັບຄວາມເຄັ່ງຕຶງ ລະຫວ່າງ ທັງສອງປະ ເທດຕື່ມຂຶ້ນ ແຕ່ອາດຈະບໍ່ສົ່ງຜົນກະທົບທີ່ຮ້າຍແຮງຄືກັນກັບມາດຕະການອື່ນໆທີ່ໄດ້ອອກໄປກ່ອນໜ້ານີ້.

ອົງການສັນຊາດແລະຄົນເຂົ້າເມືອງສະຫະລັດ ຫຼື USCIS ໄດ້ອອກນະໂຍບາຍແຈ້ງເຕືອນ ເມື່ອວັນສຸກທີ່ຜ່ານມາ ຊຶ່ງໄດ້ກ່າວວ່າ “ນອກຈາກຖືກຍົກເວັ້ນ ດ້ວຍເຫດຜົນຢ່າງໃດກໍຕາມ ຄົນເຂົ້າເມືອງຜູ້ໃດທີ່ເປັນ ຫຼືເຄີຍເປັນສະມາຊິກ ຫຼື ເຂົ້າຮ່ວມກັບພັກຄອມມິວນິສ ຫຼືພັກຜະເດັດການໃດໆ ຢູ່ພາຍໃນຫຼືຕ່າງປະເທດແມ່ນ ບໍ່ສາດມາດ ໃຫ້ເຂົ້າມາໃນສະຫະລັດ.”

((https://www.uscis.gov/sites/default/files/document/policy-manual-updates/20201002-PartyMembership.pdf))

ການເຄື່ອນໄຫວນີ້ ມີຂຶ້ນໃນຂະນະທີ່ບັນດາເຈົ້າໜ້າທີ່ລະດັບສູງຂອງລັດຖະບານທ່ານທຣຳ ພວມຕ້ອງຕິຢ່າງໜັກຕໍ່ພັກຄອມມິວນິສຈີນ ສຳລັບບົດບາດຂອງພວກເຂົາ ໃນການປົກປິດການແຜ່ລະບາດຂອງໄວຣັສໂຄໂຣນາ.

ໃນລະຫວ່າງກອງປະຊຸມກັບ ບັນດາຫົວໜ້ານັກການທູດຈາກ ຍີ່ປຸ່ນ ອອສເຕຣເລຍ ແລະອິນເດຍ ໃນສັບປະດານີ້ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວວ່າ ວິກິດການໂຣກລະບາດ “ໄດ້ຮ້າຍແຮງຂຶ້ນຢ່າງບໍ່ມີທີ່ສິ້ນສຸດ ຍ້ອນການປົກປິດຂອງພັກຄອມມິວນິສຈີນ.”

ໜັງສືພິມນິວຢອກໄທມສ໌ ໄດ້ລາຍງານໃນເດືອນກໍລະກົດວ່າ ລັດຖະບານທ່ານ ທຣຳ ໃນເວລານັ້ນ ໄດ້ພິຈາລະນາອອກມາດຕະການຫ້າມເດີນທາງເຂົ້າປະເທດຄັ້ງໃຫຍ່ ຕໍ່ບັນດາສະມາຊິກພັກຄອມມິວນິສຈີນ 92 ລ້ານຄົນ.

ບັນດານັກຊ່ຽວຊານ ກ່າວວ່າ ມາດຕະການດັ່ງກ່າວ ເປັນໄປໄດ້ສູູງ ທີ່ຈະທະວີຄວາມເຄັ່ງຕຶງລະຫວ່າງ ທັງສອງປະເທດ ແລະກໍ່ໃຫ້ເກີດມາດຕະການຕອບໂຕ້ຄືນຈາກຈີນ.

ເຖິງຢ່າງໃດກໍຕາມ ບັນດານັກຊ່ຽວຊານຈຳນວນນຶ່ງເຊື່ອວ່າ ຜົນກະທົບຈາກການເຄື່ອນໄຫວຂອງສະຫະລັດ ຕໍ່ພຶດຕະກຳຂອງປັກກິ່ງນັ້ນ ຈະມີຂີດຈຳກັດ.

ທ່ານນິລ ທອມມັສ ນັກຄົ້ນຄວ້າອາວຸໂສຢູ່ທີ່ສະຖາບັນ ພອລຊັນ (Paulson Institute) ຊຶ່ງເປັນສະຖາບັນທີ່ເປັນກາງ ທຳການສຶກສາຄົ້ນຄວ້າສາຍສຳພັນລະຫວ່າງ ສະຫະລັດກັບຈີນນັ້ນ ເຊື່ອວ່າ ນະໂຍບາຍໃໝ່ດັ່ງກ່າວ ເປັນໄປໄດ້ສູງ ທີ່ຈະສະກັດກັ້ນຄວາມພະຍາຍາມຂອງພັກຄອມມິວນິສຈີນ ທີ່ຈະໃຊ້ມີອິດທິພົນຊັກຈູງ ຄວາມຄິດເຫັນຂອງມະຫາຊົນ ຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG