ຢູ່ທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ເວລານີ້ລາຍໄດ້ຂອງ
ຜູ້ຄົນທີ່ຖີບຕົວສູງຂຶ້ນຕະຫຼອດໄລຍະສິບປີຜ່ານມາ ຍັງຜົນເຮັດ
ໃຫ້ອຸດສາຫະກໍາການບິນເຕີບໃຫຍ່ຂະຫາຍຕົວຂຶ້ນໄປນໍາເຊັ່ນ
ກັນ ໂດຍສະເພາະພວກສາຍການບິນ ບໍລິການຜູ້ໂດຍສານໃນ
ລາຄາ ຖືກໆນັ້ນ ແມ່ນຈະເລີນເຕີບໂຕຂຶ້ນ ຢ່າງເປັນປະຫວັດ
ການ. Ron Corben ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງກອກ ກ່ຽວກັບຄວາມຍາກ ລໍາ
ບາກ ທີ່ມາພ້ອມກັບການເຕີບໃຫຍ່ຂຶ້ນ ຂອງອຸດສາຫະກໍາດັ່ງກ່າວ ທີ່ເລ່ງສ້າງສະໜາມບິນ ແລະໂຄງລ່າງພື້ນຖານ ສໍາລັບການບິນ ພ້ອມດຽວກັນ ກໍທໍາການເຝິກອົບລົມ ນັກບິນຈໍານວນຫຼາຍໝື່ນຄົນ ໃນຂະນະທີ່ພະຍາຍາມຮັກສາມາດຕະຖານດ້ານຄວາມປອດໄພໃຫ້ສູງ ໄວ້ນັ້ນ. ທອງປານ ມີລານລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນໄລຍະແປດເດືອນທໍາອິດຂອງປີ 2013 ນີ້ ກຸ່ມການຄ້າດ້ານອຸດສາຫະກໍາ ເວົ້າວ່າ ສາຍການບິນຕ່າງໆແຫ່ງຂົງເຂດເອເຊຍປາຊີຟິກ ໄດ້ຮັບໃຊ້ບໍລິການຜູ້ໂດຍສານຫຼາຍກວ່າ 138 ລ້ານຄົນ ຢູ່ໃນຂົງເຂດ ຊຶ່ງເປັນການເພີ່ມຂຶ້ນ 5% ຈາກປີຜ່ານມາ.
ສູນກາງການບິນເອເຊຍປາຊີຟິກ ຫຼື Center for Asia Pacific Aviation ທີ່ມີສໍານັກ ງານໃຫຍ່ຢູ່ Sydney ປະເທດອອສເຕຣເລຍ ເວົ້າວ່າ ການເຕີບໂຕຂຶ້ນດັ່ງກ່າວ ແມ່ນໄດ້ຮັບການຊຸກຍູ້ ຈາກພວກສາຍການບິນ ລາຄາຖືກທັງຫຼາຍ ທີ່ຂາຍປີ້ໄດ້ ຫຼາຍກວ່າເຄິ່ງນຶ່ງ ຂອງບ່ອນນັ່ງຜູ້ໂດຍສານທັງໝົດໃນປີ 2012 ນັ້ນ ຊຶ່ງເມື່ອສິບປີຜ່ານມາ ແມ່ນບໍ່ມີເລີຍ.
Martin Craig ຫົວໜ້າ ສະມາຄົມທ່ອງທ່ຽວ ເອເຊຍປາຊິຟິກ the Pacific Asia Travel Association ຫຼື PATA ເວົ້າວ່າ ກຸ່ມຊົນຊັ້ນກາງຂອງເອເຊຍ ທີ່ກໍາລັງເຕີບໂຕຂຶ້ນນັບມື້ນັ້ນ ເປັນແຮງຜັກດັນໃຫ້ເກີດ ຄວາມຮຽກຮ້ອງຕ້ອງການສູງ ສໍາລັບການເດີນທາງ.
ທ່ານ Craig ເວົ້າວ່າ: “ການເພີ່ມຂຶ້ນຢ່າງໃຫຍ່ຫຼວງ ຢູ່ໃນວົງການທ່ອງທ່ຽວພາຍໃນເອເຊຍ ແລະການເດີນທາງທາງອາກາດນັ້ນ ແມ່ນເປັນຍ້ອນວ່າ ມີປະຊາ ຊົນໃນຈໍານວນຫຼາຍຂຶ້ນ ທີ່ມີຖານະທີ່ເອີ້ນວ່າ ຊົນຊັ້ນກາງ ທີ່ ມີລາຍໄດ້ສູງພໍທີ່ເຂົາເຈົ້າຈະສາມາດໃຊ້ຈ່າຍເຮັດຫຍັງກໍໄດ້ ຕາມອໍາເພີໃຈ ແລະສິ່ງນຶ່ງໃນຫຼາຍໆສິ່ງທໍາອິດທີ່ພວກເຂົາເຈົ້າຢາກໃຊ້ເງິນທີ່ຫາມາໄດ້ ດ້ວຍເຫື່ອແຮງຂອງເຂົາເຈົ້ານັ້ນ ກໍຄື ໄປທ່ຽວຕ່າງປະເທດ.”
ກຸ່ມຊົນຊັ້ນກາງຂອງຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ປະເມີນກັນວ່າ ເວລານີ້ ມີປະມານ 500 ລ້ານຄົນນັ້ນ ຄາດວ່າຈະເພີ່ມຫຼາຍຂື້ນໄປອີກ ເປັນຮອດ 1.700 ລ້ານຄົນ ພາຍໃນປີ 2030 ແຕ່ທ່ານ Craig ເວົ້າວ່າ ຈໍານວນຄາດການເຫຼົ່ານີ້ ອາດຈະຍັງຕໍ່າເກີນໄປຢູ່ ກໍເປັນໄດ້.
ບັນດານັກວິເຄາະອຸດສາຫະກໍານີ້ ເວົ້າວ່າ ເພື່ອບໍລິການຜູ້ໂດຍສານທັງໝົດທີ່ກ່າວມານັ້ນ ສາຍການບິນຕ່າງໆຈະຕ້ອງໄດ້ຝຶກອົບຮົມນັກບິນ ໃຫ້ໄດ້ ເກືອບຮອດ ສອງແສນຄົນພຸ້ນຫຼ່ະ.
ນັກວິເຄາະເວົ້າວ່າ ຕະຫຼາດການເດີນທາງທາງອາກາດພາຍໃນປະເທດທີ່ ເຕີຍໂຕຢ່າງເຕັມທີ່ແລ້ວນັ້ນ ໄດ້ແກ່ ອິນໂດເນເຊຍ ຟິລິບປິນ ມາເລເຊຍ ແລະໄທ ທີ່ມີສາຍການບິນລາຄາຖືກ ລວມກັນທັງໝົດ 25 ບໍລິສັດ ແລະກໍາລັງຈະມີເພີ່ມຂຶ້ນອີກ.
ທ່ານ Brendan Sobie ນັກວິເຄາະອຸດສາຫະກໍາການບິນ ເວົ້າວ່າ ລາວ ມຽນມາ ແລະຫວຽດນາມນັ້ນ ຍັງຖືວ່າເປັນຕະຫຼາດໃໝ່ຢູ່ ແຕ່ມີຄວາມສາມາດບົ່ມຊ້ອນມະຫາ ສານສໍາລັບການເຕີບໂຕ ຊຶ່ງທ່ານ Sobie ເວົ້າວ່າ ສະເພາະຫວຽດນາມນັ້ນ ອັດຕາ ການເຕີບໂຕຂອງຈໍານວນຜູ້ໂດຍສານ ແມ່ນກາຍ 10%.
ທ່ານ Sobie ເວົ້າວ່າ: “ດ້ວຍການທີ່ເປັນຕະຫຼາດທີ່ກໍາລັງໂຜ່ໂຕຂຶ້ນມາ ແລະມີກິດຈະກໍາເສດຖະກິດຢ່າງຫຼວງຫຼາຍຢູ່ໃນຫວຽດນາມນັ້ນ ຫວຽດນາມ ກໍແມ່ນຈະຕ້ອງໄດ້ແລ່ນຕາມໃຫ້ທັນ ຕະຫຼາດອື່ນໆໃນຂົງເຂດເອເຊຍຕາເວັນອອກ ສຽງໃຕ້ ຊຶ່ງໃນດ້ານການຈະເລີນເຕີບໂຕ ແລະການເຈາະຕະຫລາດທີ່ມີ ຄ່າໃຊ້ຈ່າຍຕໍ່ານັ້ນ ພວກເຮົາກໍກໍາລັງເລີ່ມຈະເຫັນແລ້ວວ່າ ການແລ່ນຕາມໃຫ້ທັນນັ້ນ ກໍາລັງເກີດຂຶ້ນແລ້ວໃນເວລານີ້ ແລະ ສະມາຄົມ PATA ກໍເຫັນວ່າ ຫວຽດ ນາມຈະເປັນນຶ່ງໃນສາມຕະຫຼາດທີ່ກໍາລັງເຕີບໂຕໃຫຍ່ໄວທີ່ສຸດໃນໂລກ ໃນອີກບໍ່ເທົ່າໃດປີຕໍ່ໜ້ານີ້.”
ສ່ວນໃນມຽນມາ ຈໍານວນທີ່ນັ່ງຢູ່ເຮືອບິນໂດຍສານ ທີ່ບິນອອກຈາກສະໜາມບິນໃຫຍ່ໃນເມືອງຢາງກຸ້ງນັ້ນ ແມ່ນໄດ້ເພີ່ມຂຶ້ນປະມານສອງເທົ່າຕົວໃນສອງປີຜ່ານມາ
ໃນຂະນະທີ່ບໍລິສັດສາຍການບິນຕ່າງໆ ພາກັນຂຸ້ນຂ້ຽວເພື່ອຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການທີ່ກໍາລັງຖີບຕົວສູງຂຶ້ນ ໃຫ້ພຽງພໍນັ້ນ ບັນດານັກ ວິເຄາະເວົ້າວ່າ ເລື້ອງ ຄວາມປອດໄພຈະຕ້ອງເປັນຫົວໃຈ ຫຼືຫຼັກສໍາຄັນຂອງອຸດສາຫະກໍານີ້ ແຕ່ມາດຕະຖານຄວາມປອດໄພຢູ່ທົ່ວຂົງເຂດ ຍັງບໍ່ສະໝໍ່າສະເໝີຢູ່.
ເມື່ອຕົ້ນເດືອນນີ້ ເຮືອບິນຂອງສາຍການບິນລາວລໍານຶ່ງ ປະສົບອຸບັດເຫດ ຕົກລົງແມ່ນໍ້າຂອງ ໃນທ່າມກາງອາກາດທີ່ປັ່ນປ່ວນ ມີຝົນຕົກຢ່າງໜັກ ທີ່ຍັງຜົນໃຫ້ຜູ້ໂດຍສານ ນັກບິນ ແລະພວກບໍລິການຢູ່ເທິງເຮືອບິນ ເສຍຊີວິດໄປໝົດ ທັງ 49 ຄົນ.
ຜູ້ໂດຍສານ ແລະພະນັກງານປະຈໍາເຮືອບິນລໍານັ້ນ ແມ່ນມາຈາກສິບຊາດ ແລະອຸບັດ ເຫດເຮືອບິນຕົກຄັ້ງນີ້ ນັບວ່າເປັນໄພພິບັດທາງອາກາດທີ່ຮ້າຍແຮງທີ່ສຸດ ຂອງສາຍການບິນລາວ ນັບຕັ້ງແຕ່ປີ 1954 ເປັນຕົ້ນມາ.
ໃນມຽນມາ ເມື່ອປີ 2012 ມີເຮືອບິນສີ່ລໍາປະສົບອຸບັດເຫດຄັ້ງໃຫຍ່. ໃນຂະນະທີ່ມຽນ ມາ ປະເຊີນກັບການເພີ່ມທະວີຂຶ້ນໃນຈໍານວນຂອງພວກນັກທ່ອງທ່ຽວ ທີ່ຢາກໄປຢ້ຽມ ຢາມປະເທດທີ່ຄັ້ງນຶ່ງເຄີຍປິດຕາຍນັ້ນ ກໍມີບາງກຸ່ມທີ່ ສະແດງຄວາມວິຕົກວ່າ ອຸດສາ ຫະ ກໍາການບິນໃນມຽນມາກໍາລັງຂະຫຍາຍ ຕົວຢ່າງໄວເກີນໄປ. ກະຊວງຕ່າງປະເທດສະຫະລັດ ໄດ້ຕັກເຕືອນ ຊາວອາເມຣິກັນ ທີ່ຈະເດີນທາງໄປຍັງມຽນມາ ວ່າປະຫວັດດ້ານຄວາມປອດໄພຂອງອຸດສາຫະກໍາການບິນ ແລະການກໍາກັບເບິ່ງນໍາເລື້ອງນີ້ ແມ່ນ ຍັງປິດ ບໍ່ໃຫ້ພາຍນອກເຂົ້າໄປກວດກາເບິ່ງຢູ່.
ບັນດານັກວິເຄາະອຸດສາຫະກໍາ ເຊັ່ນອົງການໃຫ້ຄະແນນສິນເຊື່ອ Standard and Poors ເວົ້າວ່າ ຍັງມີໂຄງລ່າງພື້ນຖານ ແລະມາດຕະ ຖານການເຝິກອົບລົມ ທີ່ບໍ່ສະເໝີກັນຢູ່ໃນທົ່ວຂົງເຂດ. ໃນບາງກໍລະນີນັ້ນ ຄວາມໄວຂອງການພັດທະນາ ອາດດໍາເນີນໄປໄວກ່ວາຄວາມສາມາດຂອງບັນດາເຈົ້າໜ້າທີ່ ຈະຮັບປະກັນມາດຕະຖານດ້ານຄວາມປອດໄພ ແລະໂຄງລ່າງພື້ນຖານ ທີ່ພຽງພໍ.
ສໍາລັບທ່ານ Brendan Sobie ແຫ່ງສູນກາງການບິນເອເຊຍປາຊິຟິກແລ້ວ ເຫັນວ່າ ບັນຫາທ້າທາຍນັ້ນແມ່ນ ເລື້ອງທີ່ປະເທດຕ່າງໆຈະຕ້ອງຮັບປະກັນໃຫ້ມີໂຄງລ່າງພື້ນ ຖານຢ່າງພຽງພໍ ເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການ ແລະຜູ້ໂດຍສານຂາເຂົ້າທີ່ກໍາລັງຖີບຕົວສູງຂຶ້ນໄປ ນັບມື້ນັ້ນ.
ທ່ານ Sobie ເວົ້າວ່າ: “ປະເທດໃດ ແລະສະໜາມບິນໃດ ທີ່ບໍ່ລົງທຶນໃນ ດ້ານນີ້ ກໍແມ່ນຈະສູນເສຍຜູ້ໂດຍສານ ໃຫ້ສະໜາມບິນ ແລະປະເທດອື່ນໆ ຊຶ່ງນັ້ນ ແນ່ນອນ ແມ່ນສ້າງສິນນໍ້າໃຈໃຫ້ທໍາການລົງທຶນ. ແຕ່ໜ້າເສຍໃຈ ເພາະປາກົດວ່າຍັງມີການລ້າຫຼັງຫຼາຍທີ່ສຸດຢູ່ ຄືມັນໃຊ້ເວລາດົນຫຼາຍ ເພື່ອສ້າງສະໜາມບິນນຶ່ງ ແລະສ້າງທາງແລ່ນຂຶ້ນລົງ ແລະສ້າງອາຄານຮອງຮັບຜູ້ໂດຍສານ ແລະສິ່ງທີ່ເກີດຂຶ້ນກໍຄືວ່າ ບາງເທື່ອການເຕີບໂຕນັ້ນກໍໄວຫຼາຍ ຈົນມີການລະຫຼວມໃນເລື້ອງຄວາມປອດໄພ ແລະພວກເຮົາກໍຈະເຫັນລັດຖະ ບານຕ່າງໆ ທີ່ບັດນີ້ພາກັນຮີບຮ້ອນເລ່ງລົງມືສ້າງສາສິ່ງທີ່ກ່າວມານັ້ນໃຫ້ທ່ວງທັນ ກັບຄວາມຮຽກຮ້ອງຕ້ອງການ.”
ພ້ອມກັບທີ່ ອຸດສາຫະກໍາການທ່ອງທ່ຽວແລະການຄ້າ ກໍາລັງຈະເລີນຂື້ນຢ່າງໄວ ໃນບັນ ດາ ປະເທດພວມພັດທະນາ ຂອງຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ເດີມພັນກໍແມ່ນສູງຫຼາຍໃນເລື້ອງທີ່ວ່າ ບັນດາລັດຖະບານທັງຫຼາຍຈະຮັບມືກັບການເຕີບໂຕແລະ ຕອບສະໜອງຕໍ່ຄວາມເປັນຫ່ວງດ້ານຄວາມປອດໄພນັ້ນ ແບບໃດ.