ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ADB ຮຽກຮ້ອງໃຫ້ ຍຸດຕິ ການເກື້ອກຸນເຂົ້າ (ເບິ່ງວີດີໂອທີ່ກ່ຽວຂ້ອງກັນ)


ບັນດານັກເສດຖະສາດປະຈໍາທະນາຄານພັດທະນາເອເຊຍ ຫຼືເອດີບີ ກ່າວວ່າ ລາຄາພືດປະເພດເຂົ້າ ຫຼືເກຣນ ຂອງ ໂລກທີ່ແພງຂຶ້ນນັ້ນ ແມ່ນໄດ້ສ້າງຄວາມເປັນຫ່ວງວ່າ ລາຄາຈະຖີບຕົວສູງຂຶ້ນໄປອີກ ຖ້າຫາກວ່າອິນເດຍ ສັ່ງຫ້າມ ສົ່ງອອກເຂົ້າຂອງຕົນ ຍ້ອນສະພາບການແຫ້ງແລ້ງ. ດັ່ງທີ່ Ron Corben ຜູ້ສື່ຂ່າວວີໂອເອ ລາຍງານຈາກ ບາງກອກນັ້ນ ກໍແມ່ນວ່າ ທະນາຄານພັດທະນາເອເຊຍ ກໍາລັງຮຽກຮ້ອງໃຫ້ລັດຖະບານທັງຫລາຍ ດໍາເນີນນະໂຍບາຍ ການກະເສດ ທີ່ບໍ່ເກື້ອກຸນຫລືອຸດໜຸນລາຄາເຂົ້າທີ່ສູງນັ້ນ.

ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ ຫຼືເອດີ​ບີ ​ເວົ້າ​ວ່າ ຜົນ​ຜະລິດ​ເຂົ້າໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຈະ​ເພີ່ມ ຂຶ້ນ​ຈາກ 110.5 ລ້ານໂຕນ​ໃນ​ຊ່ວງປີ 2010 ຫາ 2011 ນັ້ນ​ເປັນ 128.3 ລ້ານ​ໂຕນ ພາຍ​ໃນ​ປີ 2012 ຫາ 2022 ​ໂດຍ​ຈະ​ໄດ້​ຮັບ​ການ​ຜັກ​ດັນ​ຈາກ​ການ​ເນັ້ນໜັກ​ໃສ່​ພັນ​ເຂົ້າທີ່​ໃຫ້​ຜົນເກັບ​ກ່ຽວ​ຫຼາຍ ​ແລະ​ເພິ່ງ​ພາ​ນໍ້າ​ຫຼໍ່ລ້ຽງ​ໜ້ອຍ​ລົງ ບວກ​ກັບນະ​ໂຍບາຍ​ນໍາ​ໃຊ້ພື້ນ​ທີ່​ປູກຝັງໃນ​ທາງ​ທີ່​ດີ​ຂຶ້ນ.

​ແຕ່​ບັນດາ​ນັກ​ເສດຖະສາດ ​ເອດີ​ບີ ກໍາລັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ທັງຫລາຍ​ ຖອຍ​ຫ່າງອອກ​ຈາກ​ການວາງ​ນະ​ໂຍບາຍ​ຕ່າງໆ ​ທີ່​ຈໍາກັດການ​ສົ່ງ​ອອກເຂົ້າ ຫຼື​ນະ​ໂຍບາຍ​ທີ່​ຜັກ​ດັນລາຄາ​ເຂົ້າໃຫ້​ແພງ​ຂຶ້ນ​ໂດຍ​ບໍ່​ຈໍາ​ເປັນ ​ເຊັ່ນ​ໂຄງການ​ສັນຍາ​ເໝົາ​ຊື້​ເຂົ້າຂອງ​ໄທ ທີ່ໄດ້​ເປັນສາ​ເຫດ​ເຮັດ​ໃຫ້​ການ​ສົ່ງ​ອອກ​ເຂົ້າຂອງ​ໄທ​ຕົກຕໍ່​າລົງ​ຫຼາຍ​ເຖິງ 43 ​ເປີ​ເຊັນ ​ເມື່ອ​ປີຜ່ານມາ.

ນອກ​ນີ້​ແລ້ວ ​ເອດີ​ບີ ຍັງ​ໄດ້​ຮຽກຮ້ອງ ໃຫ້​ມີ​ການ​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ລະຫວ່າງ​ປາ​ກີ​ສຖານ​ແລະ​ອິນ​ເດຍ​ໃນໂຄງການ​ຕ່າງໆດ້ານ​ນະ​ໂຍບາຍ​ເຂົ້ານັ້ນ.

​ໃນ​ການ​ຖະ​ແຫລ​ງ​ຈາກນະຄອນຫຼວງ​ມະນິລາ ຕໍ່​ບັນດາ​ນັກ​ຂ່າວທີ່​ບາງກອກ ໂດຍ​ຜ່ານ​ທາງ​ລະບົບ​ວິ​ດີ​ໂອນັ້ນ ທ່ານນາງ Lourdes Adriano ນັກ​ເສດຖະສາດປະ​ຈໍາ ​ເອດີບີ ກ່າວວ່າ ຄວາມ​ເປັນ​ຫ່ວງ​ທີ່​ສໍາ​ຄັນ​ກວ່າ​ໝູ່​ກ່ຽວ ກັບປະລິມານ​ເຂົ້າສົ່ງ​ອອກ​ ​ກໍ​ຄື ຢ້ານ​ວ່າ ​ອິນ​ເດຍຈະ​ຫ້າມ​ການ​ສົ່ງ​ອອກ​ເຂົ້າ​ຄືນ​ໃໝ່​ອີກ ເພື່ອ​ຮັບ​ມື​ກັບສະພາບ​ແຫ້ງ​ແລ້ງນັ້ນ. ການ​ສັ່ງ​ຫ້າມ​ສົ່ງ​ເຂົ້າ​ອອກ​ຂອງ​ອິນ​ເດຍ ໃນ​ປີ 2008 ​ໄດ້​ສົ່ງ​ຜົນ​ໃຫ້​ລາຄາ​ເຂົ້າໂລກ ຖີບ​ຂຶ້ນ 150 ​ເປີ​ເຊັນ​.

ທ່ານນາງ ​ອະ​ເດຣຽ​ໂນ ກ່າວ​ວ່າ: “ຖ້າ​ຫາກ​ພວກ​ເຮົາ​ປະ​ເຊີນ​ກັບລະດູ​ມໍ​ລະ​ສຸມທີ່ຮຸນ​ແຮງ​ໃນອິນ​ເດຍ ​ແລະອິນ​ເດ​ຍເລີ້ມສັ່ງ​ຫ້າມ​ສົ່ງ​ອອກ​ເຂົ້າຂອງ​ຕົນ ອີກ​ ພວກ​ເຮົາ​ກໍ​ຈະ​ມີ​ບັນຫາ​ໃຫຍ່ ຍ້ອນ​ວ່າຄື​ທີ່​ທ່ານ​ຮູ້​ຫັ້ນ​ແຫລະ ຕະຫລາດ ​ຄ້າ​ເຂົ້າ​ໂລກ​ບໍ່​ຄ່ອຍ​ຈະ​​ໃຫຍ່ຫລາຍປານ​ໃດ ຄື​ມີ​ຜູ້ສົ່ງ​ອອກ​ເຂົ້າລາຍສໍາຄັນ​ບໍ່ພໍເທົ່າ​ໃດ​ປະ​ເທດ. ​ຜູ້​ສົ່ງ​ອອກ​ເຂົ້າລາຍ​ໃຫຍ່​ໃນ​ຂົງ​ເຂດເອ​ເຊຍ​ ກໍ​ມີໄທ ຫວຽດນາມ ​ແລະ​ແນ່ນອນ​ ອິນ​ເດຍ ນໍາ.

ນອກ​ນີ້ ທະນາຄານ​ ​ເອດີ​ບີ ຍັງໄດ້ຕໍາ​ໜິຕິຕຽນ​ຢ່າງ​ໃຫຍ່ ລາຍ​ງານ​ຂ່າວ​ທີ່​ມີ​ອອກ​ມາ ກ່ຽວ​ກັບການ​ເຄື່ອນ​ໄຫວ​ໂດຍ​ບັນດາ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ຄື ​ໄທ ຫວຽດນາມ ກໍາປູ​ເຈຍ ລາວ ​ແລະ​ມຽນມາ ​ເພື່ອ​ກ້າວ​ໄປ​ສູ່​ການຈັດ​ຕັ້ງກັນເປັນ​ພັນທະ​ມິດ​ຢ່າງເປັນທາງ​ການຂຶ້ນມາ ຫຼື​ເປັນສະມາຄົມ​ກຸ່ມ​ປະ​ເທດ​ຜູກຂາດ​ການ​ຂາຍ​ເຂົ້ານັ້ນ​.

ທ່ານນາງ ​ອ​ະເດຣຍ​ໂນ ກ່າວ​ວ່າ ສະມາຄົມ​ອາ​ຊ່ຽນຄວນ​ຈະເຂົ້າ​ໄປ​ແຊກ​ແຊງ ​ເພື່ອ​ຍຸຕິ​ການ​ເຄຶ່ອນ​ໄຫວ​ແບບ​ນັ້ນ​ ທີ່​ອາດ​ນໍາ​ໄປ​ສູ່​ລາຄາ​ເຂົ້າ​ໂລກ​ທີ່​ສຸງຂຶ້ນ​ໄດ້​ນັ້ນ​. ນັກວິ​ເຄາະ​ບາງ​ຄົນ​ຮອດເວົ້າ​ວ່າ ອາດ​ມີ​ການ​ປະ​ທ້ວງ​ຕາມ​ທ້ອງຖະໜົນ​ແລະ​ການ​ປະ​ທ້ວງທາງ​ກ​ານ​ເມືອງ​ ​ເກີດ​ຂຶ້ນໄດ້ ​ຖ້າ​ຫາກ​ລາຄາ​ເຂົ້າ​ແພງ​ຂຶ້ນໄປ​ອີກ.

ທ່ານນາງ ອະ​ເດ​ຣຍ​ໂນ ກ່າວ​ວ່າ: “ສະມາຄົມ​ອາ​ຊ່ຽນຄວນຈະ​ເຂົ້າ​ແຊກ​ແຊງ ໃນ​ເລຶ່ອງນີ້ ຄື​ມັນ​ບໍ່​ແມ່ນ​ແຕ່​ຄວາມ​ຮັບ​ຜິດ​ຊອບລະດັບ​ຂົງ​ເຂດ​ຂອງ​ສະມາ ຄົມ​ອາ​ຊ່ຽນ​ເທົ່າ​ນັ້ນ ​ແຕ່​ມັນ​ເປັນຄວາມ​ຮັບຜິດ​ຊອບ​ລະດັບ​ໂລກນໍາ ຍ້ອນ​ວ່າ ອາ​ຊ່ຽນ​ມີ​ບົດບາດ​ສໍາຄັນ​ໃນ​ຕະຫຼາດ​ໂລກ. ຄໍາ​ຕອບ​ກໍ​ຄື​ວ່າ ການ​ຜູກຂາດ​ຂາຍເຂົ້າຈະ​ບໍ່​ໃຫ້​ປະ​ໂຫຍ​ດຫຍັງ​ເລີຍ ແກ່ບັນດາ​ປະ​ເທດ​ສົ່ງ​ອອກ​ເຂົ້າລາຍ​ໃຫຍ່ໆ ແລະ​ກໍ​ບໍ່​ໃຫ້​ປະ​ໂຫຍ​ດ​ແກ່​ຜູ້​ໃດ​ໃນ​ໂລກ. ມັນ​ເປັນ​ເກ​ມທີ່​ບໍ່​ມີຝ່າຍ​ໃດ​ຊະນະ.”

​ໂຄງການ​ສັນຍາ​ເໝົາ​ຊື້​ເຂົ້າຂອງ​ລັດຖະບານໄທ​ນັ້ນ ​ແມ່ນເປັນຄໍາ​ໝັ້ນສັນ ຍາ​ໃນ​ການ​ໂຄສະນາຫາ​ສຽງ​ເລືອກ​ຕັ້ງ​ ຕໍ່​ພວກ​ຊາວນາ​ເມື່ອ​ປີຜ່ານມານັ້ນ​ ໂດຍ​ລັດຖະບານ​ພັກ​ເພື່ອ​ໄທ​ຂອງ​ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ທີ່​ ປົກຄອງ​ປະ​ເທດ​ຢູ່ໃນ​ຂະນະ​ນີ້. ລາຄາ​ເຂົ້າທີ່ລັດຖະບານ​ໄທ​ໃຫ້​ສັນຍາແກ່​ພວກ​ຊາວນານັ້ນ​ ​ແມ່ນສູງ​ກວ່າ​ລາຄາ​ຕາມ​ທ້ອງ​ຕະຫຼາດ​ທົ່ວ​ໄປ​ເຖິງ 300 ​ໂດ​ລາ. ປັດຈຸບັນ​ນີ້ ​ໂຄງການ​ດັ່ງກ່າວ​ກໍາລັງ​ໄດ້​ຮັບ​ຄໍາ​ຕ້ອງ​ຕິຢ່າງ​ໃຫຍ່ ຍ້ອນຂໍ້ກ່າວ​ຫາ​ວ່າ​ມີການ​ສໍ້​ລາດ​ບັງ​ຫຼວງ ​ແລະບັນຫາ​ທີ່​ເພີ້​ມຂື້ນ​ນັບ​ມື້​ກ່ຽວ​ກັບ​ການ​ເກັບ​ມ້ຽນເຂົ້າ​ທີ່​ລັດຖະບານ​ຊື້​ໄວ້​ນັ້ນ​ ພ້ອມ​ທັງ​ຜົນ​ກະທົບ​ຕໍ່​ງົບປະ ມານ​ຂອງ​ຊາດນັ້ນ​ນໍາ.

​ແຕ່​ຄະນະ​ລັດຖະບານ​ໄທກໍ​ໄດ້​ເຫັນ​ພ້ອມ​ກັນ ​ທີ່​ຈະ​ຕໍ່​ອາຍຸ​ແຜນການ​ເໝົາ​ຊື້​ເຂົ້າດັ່ງກ່າວ​ອອກ​ໄປ​ອີກ ​ໂດຍ​ໄດ້​ອະນຸມັດ​ງົບປະມານ​ຕື່ມອີກ​ 13 ພັນ​ລ້ານ​ໂດ​ລາ ​ເຂົ້າ​ໃສ່​ໂຄງການນີ້ ຫຼັງ​ຈາກໄດ້​ອະນຸມັດ​ໄປ​ໃນ​ປີຜ່ານມາ​ນັ້ນ 10 ພັນ​ລ້ານ​ໂດ​ລາ​.

ລາຍ​ງານ​ຂອງ​ເອດີ​ບີ ​ເວົ້າ​ວ່າ ປັດຈຸບັນ​ນີ້​ ສະພາບ​ການ​ລາຄາ​ເຂົ້າ​ສໍາ​ລັບເວລາ​ສະ​ເພາະ​ໜ້າ​ນີ້​ ​ແມ່ນຍັງທຸ່ນ​ທ່ຽງ​ຢູ່ ຍ້ອນ​ມີເຂົ້າ​ເກັບສໍາຮອງ​ຍັງ​ຢ່າງ​ຫລວງຫລາຍ ຫຼັງ​ຈາກ​ລາຄາ​ເຂົ້າສູງໄດ້​ສູງຂຶ້ນ​ໃນ​ປີ 2008 ນັ້ນ.

​ໃນ​ຂະນະ​ນີ້ ອົງການ​ຊ່ວຍ​ເຫຼືອ Oxfam ຂອງ​ອັງກິດ ກໍ​ໄດ້​ເຕືອນ​ເມື່ອ​ອາທິດ​ຜ່ານ​ມາ​ ກ່ຽວ​ກັບຜົນ​ກະທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຕໍ່​ລາຄາ​ເຂົ້າປາ​ອາການ​ໃນ​ອະນາຄົດ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ນັ້ນ. ລາຍ​ງານ​ສະບັບ​ນຶ່ງ​ຂອງ​ອົງການ​ Oxfam ​ເວົ້າວ່າ ພາຍ​ໃນ​ປີ 2030 ສະພາວະ​ແຫ້ງ​ແລ້ງ​ໃນ​ອິນ​ເດຍ ຫຼືໄພ​ນໍ້າ​ຖ້ວມໃນ​ຂອບ​ເຂດ​ກ້ວາງ​ຂວາງ​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ອາດພາໃຫ້ລາຄາ​ເຂົ້າຖີບ​ຕົວ​ສູງ​ຂຶ້ນ​ໄປ​ອີກ​ ​ຫຼາຍ​ກວ່າ 20 ​ເປີ​ເຊັນ​ໄດ້ ຊຶ່ງ​ຈະຜົນ​ໃຫ້​ບັນດາ​ປະ​ເທດ​ທີ່​ຊື້​ເຂົ້າທັງ ຫຼາຍ​ໃນ​ຂົງ​ເຂດ​ອາ​ຟຣິກາ ​ເຊັ່ນ​ໄນ​ຈີ​ເຣຍນັ້ນ ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຈາກ​ ​ລາຄາ​ອາຫານ​ທີ່ແພງ​ຂຶ້ນ.

ເບິ່ງວີດີໂອພາສາລາວ ກ່ຽວກັບນະໂຍບາຍເກື້ອກຸນເຂົ້າຂອງໄທ:

XS
SM
MD
LG