ການໂຄສະນາຫາສຽງທີ່ວິພາກວິຈານກັນ ກ່ຽວກັບຂໍ້ຕົກລົງດ້ານການຄ້ານາໆຊາດ ແລະການຂົ່ມຂູ່ວ່າຈະຖອນທະຫານອອກຈາກເອເຊຍ ແມ່ນບໍ່ໄດ້ຖືເປັນເລື້ອງສຳຄັນສຳລັບພວກສັງເກດການໃນຂົງເຂດດັ່ງກ່າວ ຜູ້ຊຶ່ງເວົ້າວ່າ ຜົນປະໂຫຍດຂອງສະຫະລັດໃນຂົງເຂດແມ່ນຍັງຄົງມີສືບຕໍ່ ແລະບັນຫາຕ່າງໆທີ່ຈະປະເຊີນໜ້າກັບປະທານາທິບໍດີ ຄົນຕໍ່ໄປ ກໍແມ່ນຍັງເປັນເລື້ອງສະຫຼັບສັບຊ້ອນຢູ່. ນັກຂ່າວ VOA Brian Padden ມີລາຍງານຈາກນະຄອນຫຼວງ Seoul ຊຶ່ງວັນນະສອນຈະນຳເອົາລາຍລະອຽດມາສະເໜີທ່ານ.
ຕົວແທນຂອງທັງສອງພັກ ຄືທ່ານ Donald Trump ສັງກັດພັກ Republican ແລະທ່ານນາງ Hillary Clinton ຈາກພັກ Democrats ຕ່າງກໍຕິຕຽນຢ່າງແຂງຂັນນະໂຍບາຍການຄ້າເສລີ ໂດຍສະເພາະເລື້ອງພາຄີການຄ້າຂ້າມມະຫາສະໝຸດປາຊີຟິກ Trans Pacific Partnership (TPP) ທີ່ຍັງຈະຕ້ອງໄດ້ຮັບສັດຕະຍາບັນຢູ່ນັ້ນ.
ໃນຕອນຫົວທີ ທ່ານນາງ Clinton ໄດ້ສະໜັບສະໜຸນ ຂໍ້ຕົກລົງການຄ້າເສລີເອເຊຍນີ້ ເພື່ອຕ້ານອຳນາດການເຕີບໂຕຂອງເສດຖະກິດຈີນ ແຕ່ແລ້ວ ກໍໄດ້ປ່ຽນທິດທາງຂອງທ່ານນາງ ໃນຕອນໂຄສະນາຫາສຽງ.
ສ່ວນ ທ່ານ Trump ແມ່ນໄດ້ຂົ່ມຂູ່ວ່າ ຈະຕອບໂຕ້ ດ້ວຍການເພີ້ມພາສີຕໍ່ສິນຄ້າຈາກຈີນ ຊຶ່ງພາໃຫ້ບັນດານັກເສດຖະສາດເຕືອນວ່າໃຫ້ລະວັງ ວ່າການເອົາບາດກ້າວທີ່ວ່ານີ້ ຈະກາຍເປັນສົງຄາມການຄ້າ ທີ່ທັງສອງຝ່າຍຈະເສຍຫາຍທາງດ້ານເສດຖະກິດ.
ແຕ່ວ່າ ອາຈານ Kim Hyun-Wook ຈາກສະຖາບັນການທູດແຫ່ງຊາດຂອງເກົາຫຼີ ຄາດຫວັງວ່າ ບໍ່ວ່າຜູ້ໃດຈະຊະນະການເລືອກຕັ້ງກໍຕາມ ປະທານາທິບໍດີຄົນຕໍ່ໄປ ກໍຈະຕ້ອງຢາກໃຫ້ມີຄວາມແຂງແກ່ນທາງທະຫານ ຢູ່ຕໍ່ໄປໃນຂົງເຂດ.
“ແນ່ນອນ ອິງຕາມນະໂຍບາຍຂອງຜູ້ລົງແຂງຂັນແຕ່ລະຄົນຕໍ່ຂົງເຂດເອເຊຍແລ້ວນັ້ນ ໂດຍສະເພາະ ຕໍ່ເກົາຫຼີໃຕ້ ຜູ້ຊຶ່ງເປັນພັນທະມິດ ຄູ່ພາຄີຂອງພວກເຂົາເຈົ້າແມ່ນວ່າ ມັນອາດຈະມີຄວາມເຄັ່ງຕຶງຢ່າງໃດຢ່າງນຶ່ງ ພ້ອມທັງການປັບປ່ຽນ ພ້ອມທັງການຄັດເກົານຳ ແຕ່ຂ້າພະເຈົ້າຄິດວ່າ ການເປັນພັນທະມິດນັ້ນຍັງຄົງຈະມີຄວາມແຂງແກ່ນຢູ່, ດັ່ງທີ່ ທ່ານ Kim ໄດ້ເວົ້າໄປນັ້ນ.”
ຍັງມີກອງກຳລັງທະຫານອາເມຣິກັນຢູ່ ເກືອບ 10 ພັນຄົນ ໃນ ອັຟການິສຖານ ທີ່ປະຕິບັດໜ້າທີ່ຕໍ່ຕ້ານກຸ່ມກໍ່ການຮ້າຍ ແລະການຝຶກອົບຮົມອື່ນໆ.
ກອງກຳລັງທີ່ວ່ານີ້ ແມ່ນມີກຳໜົດວ່າຈະຖືກຖອນອອກ ເມື່ອໃດກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຫາກຖືກສົ່ງໄປປະຕິບັດການແທນ. ແຕ່ວ່າກຸ່ມກໍ່ການຮ້າຍຕາລີບານ ແມ່ນໄດ້ຍຶດເອົາຫຼາຍໆຂົງເຂດຂຶ້ນຕື່ມໃນຮອບປີກາຍນີ້.
ທ່ານ Xie Tao ຈາກມະຫາວິທະຍາໄລປັກກິ່ງ ຂະແໜງການສຶກສານາໆຊາດ ຄາດຫວັງວ່າ ການຕຳນິຕິຕຽນນີ້ ຈະອ່ອນຂໍ້ລົງ ຫຼັງຈາກການເລືອກຕັ້ງ ເມື່ອຢ້ອນກັບຄືນໄປຫາການໂຄສະນາຫາສຽງໃນປີ 1992 ຕອນທີ່ທ່ານ Bill Clinton ເອີ້ນພວກຜູ້ນຳຈີນວ່າ “ພວກຄົນ ຂ້າສັດໃນປັກກິ່ງ.”
ທ່ານ Xie ກ່າວວ່າ “ແຕ່ແລ້ວ ກໍເບິ່ງແມ໋ະ ມັນມີຫຍັງເກີດຂຶ້ນ ຫຼັງຈາກໄດ້ເປັນປະທານາ
ທິບໍດີແລ້ວ. ໃນຕອນເລີ່ມຕົ້ນກໍເບິ່ງຄືວ່າບໍ່ສູ້ຈະດີ ແຕ່ຫຼັງຈາກ ປີ 1994 ຕອນທີ່ທ່ານຕັດສິນໃຈທີ່ຈະບໍ່ເອົາເລື້ອງມະນຸດສະທຳກັບການຄ້າພົວພັນກັນແລ້ວ ມັນກໍເປັນການ
ດຳເນີນໄປດ້ວຍດີ ເລື້ອງສາຍພົວພັນຈີນ ກັບສະຫະລັດ.”
ໃນດ້ານການຕໍ່ຕ້ານການຂົ່ມຂູ່ໂດຍອາວຸດນິວເຄລຍຂອງເກົາຫຼີເໜືອນັ້ນ ທ່ານນາງ Clinton ແມ່ນຍັງສະໜັບສະໜຸນພາຄີທາງທະຫານທີ່ເຂັ້ມແຂງ ໃນຂົງເຂດ ແລະການປະສານງານຮ່ວມກັບຈີນ ເພື່ອເພີ່ມການລົງໂທດຢ່າງແຂງຂັນຂຶ້ນ.
ສ່ວນ ທ່ານ Trump ກ່າວວ່າ ທ່ານຈະຮຽກຮ້ອງໃຫ້ ຈີນກົດດັນທາງດ້ານເສດຖະກິດ ທີ່ໃຫ້ມີການຍົກເລີກໂຄງການອາວຸດນິວເຄລຍ.
ນອກນັ້ນ ທ່ານຍັງໄດ້ກ່າວວ່າ ທ່ານຢາກໃຫ້ເກົາຫຼີໃຕ້ ແລະຍີ່ປຸ່ນ ຈ່າຍເງິນໃຫ້ກອງກຳລັງສະຫະລັດ ໃນປະເທດຂອງພວກເຂົາເຈົ້າຫຼາຍຂຶ້ນ ຫຼືບໍ່ ທ່ານກໍອາດຈະເອົາພວກທະຫານກັບຄືນບ້ານແລ້ວປ່ອຍໃຫ້ພັນທະມິດທັງຫຼາຍຈັດຕັ້ງໂຄງການອາວຸດນິວເຄລຍຂອງຕົນຂຶ້ນມາເອງ.
ການຕໍ່ລອງໃນຫວ່າງມໍ່ໆມານີ້ ລະຫວ່າງພວກຜູ້ນຳອັຟການິສຖານກັບ ກຸ່ມຕາລິບານ ແມ່ນໄດ້ລົ້ມແຫຼວ ບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.
ແຕ່ວ່າ ນັກວິໄຈປາກິສຖານ ທ່ານ Mosharraf Zaidi ກ່າວວ່າ ພວກຜູ້ນຳອັຟການິສຖານ ແລະສະຫະລັດ ຍັງເປັນຫ່ວງເປັນໃຍ ທີ່ພົວພັນກັບ ປາກິສຖານ ເຖິງແມ່ນວ່າ ພວກຜູ້ນຳກຸ່ມຕາລີບານ ຍັງໃຊ້ສະຖານທີ່ດັ່ງກ່າວເປັນທີ່ລີ້ຊ້ອນຢູ່ກໍຕາມ.
ທ່ານ Mosharraf ນັກຂຽນ ກ່າວວ່າ “ຂ້າພະເຈົ້າຢ້ານກົວວ່າ ເຖິງທ່ານນາງ Clinton
ຈະໄດ້ເປັນປະທານາທິບໍດີ ຫຼື ທ່ານ Trump ຈະໄດ້ເປັນ ກໍຕາມ ຂ້າພະເຈົ້າຄິດວ່າ ສະຫະ ລັດ ຈະສືບຕໍ່ ປະເຊີນໜ້າກັບຄວາມຫຍຸ້ງຍາກຕໍ່ການປະຕິບັດການ ແລະຊອກຫາວິທີທາງທີ່ຈະເຮັດ ໃນ ອັຟການິສຖານ ສ່ວນນຶ່ງກໍແມ່ນວ່າ ການເຂົ້າຂ້າງ
ອອກຂາ ໃນວໍຊີງຕັນ ຕໍ່ປາກິສຖານ.”
ທັງທ່ານ Trump ແລະທ່ານນາງ Clinton ຕ່າງກໍບໍ່ມີຜູ້ໃດສະໜັບສະໜູນຢາກສົ່ງກອງກຳລັງທະຫານສະຫະລັດ ໄປຍັງ ອັຟການິສຖານ ຈັກຄົນ.