ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຕະຫຼາດຮຸ້ນເອເຊຍ ຄຶກຄັກຂຶ້ນ ຍ້ອນຕົວເລກຂອງການຜະລິດ ທີ່ເພີ້ມຂຶ້ນ ຢ່າງແຂງຂັນ


ຮູບພາບສະຖິຕິຢູ່ຕະຫຼາດແລກປ່ຽນທີ່ນະຄອນນິວຢອກ ສະແດງໃຫ້ເປັນການເພີ້ມຂຶ້ນຂອງດັຊະນີ S&P 500 ພາບບັນທຶກ ວັນທີ
22 ສິງຫາ 2009 ຫາ 2018.
ຮູບພາບສະຖິຕິຢູ່ຕະຫຼາດແລກປ່ຽນທີ່ນະຄອນນິວຢອກ ສະແດງໃຫ້ເປັນການເພີ້ມຂຶ້ນຂອງດັຊະນີ S&P 500 ພາບບັນທຶກ ວັນທີ 22 ສິງຫາ 2009 ຫາ 2018.

ລາຍງານຕ່າງໆ ວ່າກິດຈະການ ການຜະລິດຢູ່ໃນສະຫະລັດ ແລະບັນດາປະເທດຕ່າງໆ
ໄດ້ກັບຄືນມາເຄື່ອນໄຫວອີກ ອອກຈາກການແຜ່ລະບາດໄວຣັສໂຄໂຣນາ ໄດ້ສົ່ງຜົນເຮັດ
ໃຫ້ຕະຫຼາດເອເຊຍພຸ້ງຂຶ້ນສູງໃນວັນອັງຄານມື້ນີ້.

ດັດຊະນີ Nikkei ຂອງໂຕກຽວທີ່ເປັນຂີດໝາຍໄດ້ສິ້ນສຸດການຊື້ຂາຍຢູ່ໃນ ລະດັບທີ່ສູງ
ກວ່າ 1.7 ເປີເຊັນ. ດັດຊະນີຂອງຮຸ້ນ S&P/ASX ຂອງຊິດນີໄດ້ເພີ້ມ ຂຶ້ນ 1.8 ເປີເຊັນ.
ດັດຊະນີ KOSPI ໃນນະຄອນໂຊລ ເພີ້ມຂຶ້ນ 1.2 ເປີເຊັນ ແລະດັດຊະນີ TSEC ຂອງ
ໄທເປເພີ້ມຂຶ້ນ 1.5 ເປີເຊັນ.

ການຊື້ຂາຍໃນຕອນແລງວານນີ້ ດັດຊະນີຂອງ Hang Seng ຂອງຮົງກົງ ສູງຂຶ້ນໃນ
ລະດັບ 2 ເປີເຊັນ. ດັດຊະນີປະສົມ Composite ຂອງຊຽງໄຮ ໄດ້ສິ້ນສຸດລົງໃນລະດັບ
ທີ່ຂ້ອນຂ້າງຕໍ່າກວ່ານ້ອຍຢູ່ໃນລະດັບ 0. 1 ເປີເຊັນ ແລະດັດຊະນີ Sensex ຂອງມອມ
ບາຍເພີ້ມ ຂຶ້ນ 1.5 ເປີເຊັນ.

ໃນການຊື້ຂາຍສິນຄ້າ, ຄຳແມ່ນຂາຍໃນລາຄາ 1,990.50 ໂດລາ ຊຶ່ງເພີ້ມຂຶ້ນ 0.2 ເປີ
ເຊັນ. ນໍ້າມັນດິບສະຫະລັດຂາຍຢູ່ໃນລາຄາ 40.98 ໂດລາ ຕໍ່ຖັງ ໃນຂະນະທີ່ນໍ້າມັນດິບ
Brent ຍັງຢູ່ເໝືອນເດີມ ຂາຍຢູ່ 43.29 ໂດລາ ຕໍ່ຖັງ.

ທັງສາມດັດຊະນີທີ່ສຳຄັນຂອງສະຫະລັດ ກຳລັງເພີ້ມຂຶ້ນໄປໜ້າໃນການຊື້ຂາຍ.

Reports that manufacturing activity in the United States and other nations has begun to rebound from the coronavirus pandemic sent Asian markets soaring Tuesday.

Tokyo’s benchmark Nikkei index ended its trading session 1.7% higher. Sydney’s S&P/ASX index earned 1.8%. The KOSPI index in Seoul rose 1.2%, and Taipei’s TSEC index gained 1.5%.

In late afternoon trading, Hong Kong’s Hang Seng index is 2% higher, Shanghai’s Composite index is slightly lower at 0.1%, and Mumbai’s Sensex is up 1.5%.

In commodities trading, gold is selling at $1,990.50, an increase of 0.2%. U.S. crude is selling flat at $40.98 per barrel, while Brent crude is also virtually unchanged, selling at $43.29 per barrel.

All three major U.S. indices are trending upward in futures trading.

XS
SM
MD
LG