ພວກນັກກົດໝາຍເອເຊຍ ກ່າວວ່າ ຂົງເຂດຂອງພວກເຂົາເຈົ້າ ເປັນຈຸດເລີ່ມຕົ້ນ
ສຳລັບຄວາມພະຍາຍາມໃດໆໃນການຈຳກັດການປ່ຽນຂອງດິນຟ້າອາກາດ ແລະພວກ
ເຂົາເຈົ້າກໍມີພັນທະທີ່ຈະຫາທາງແກ້ໄຂບັນຫາ ຊຶ່ງ Ha Nguyen ມີລາຍງານຈາກ
ນະຄອນHo Chi Minh City ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ໃນກອງປະຊຸມ Inter-Parliamentary Union (IPU) ທີ່ຫາກໍມ້ວນທ້າຍລົງຫວ່າງ
ມໍ່ໆມານີ້ ໃນຫວຽດນາມ ພວກນັກກົດໝາຍຈາກຫຼາຍໆປະເທດທົ່ວຂົງເຂດໄດ້ມາເຕົ້າ
ໂຮມກັນເພື່ອແບ່ງປັນຄວາມຮູ້ສຶກຢ້ານກົວ ເນື່ອງມາຈາກອຸນະພູມໃນທົ່ວໂລກທີ່
ຮ້ອນອົບເອົ້າກວ່າເກົ່າ ຮວມທັງເລື່ອງທີ່ວ່າຄວນຈະເຮັດແນວໃດ ໂດຍການປະສານ
ງານກັນ ແນວຄິດຈາກພວກຜູ້ຄົນພື້ນບ້ານ ໄປຫາພວກທີ່ຂຸດນໍ້າເປັນອ່າງເປັນເວລາ
ດົນນານຈົນຖ້ວມລົ້ນ.
ເລຂາທິການເອກ ຂອງອົງການ IPU ທ່ານ Martin Chungong ໄດ້ກ່າວ ໃນກອງ
ປະຊຸມ ເວລາ 3 ວັນ ທີ່ນະຄອນ Ho Chi Minh ທີ່ສິ້ນສຸດລົງໃນວັນເສົາຜ່ານມານີ້
ວ່າ“ການປ່ຽນແປງຂອງດິນຟ້າອາກາດ ບໍ່ມີໜັງສືຜ່ານແດນ, ມັນໄປປະເທດ
ໃດກໍໄດ້”
ນອກຈາກນັ້ນແລ້ວ ນະຄອນເຈົ້າພາບ ຍັງໄດ້ສະແດງໃຫ້ເຫັນເປັນຕົວຢ່າງວ່າ
ເປັນຫຍັງຂົງເຂດເອເຊຍປາຊີຟິກ ຈຶ່ງເປັນຈຸດໃຈກາງຂອງຄວາມເປັນຫ່ວງ ຂອງທົ່ວ
ທັງໂລກ. ຂົງເຂດດັ່ງກ່າວມີປະຊາກອນອາໄສຢູ່ໃນເຂດຕົວເມືອງນັບເປັນພັນລ້ານຄົນ ຊຶ່ງຫຼາຍກວ່າຈຳນວນທັງໝົດຂອງໂລກ ຮວມເຂົ້າກັນ ອີງຕາມໂຄງການພັດທະນາ
ຂອງອົງການສະຫະປະຊາຊາດ ແລະປະຊາກອນໃນເຂດຕົວເມືອງ ແມ່ນມີຜົນກະທົບ
ຕໍ່ລະບົບນິເວດຢ່າງຫຼວງຫຼາຍ.
ນະຄອນ Ho Chi Minh ເປັນເມືອງໃຫຽ່ທີ່ມີປະຊາກອນ 10 ລ້ານຄົນ ອາໄສຢູ່
ຊຶ່ງໄດ້ເຮັດສິ່ງເສດເຫຼືອແລະໃຊ້ນ້ຳໃນຈຳນວນ 17 ເທົ່າຂອງຈຳນວນ ສະເລ່ຍທີ່ໃຊ້ກັນ
ໃນທົ່ວປະເທດຫວຽດນາມ ຊຶ່ງທ່ານ Nguyen Thien Nhan ປະທານພັກຄອມມຸຍນິດ
ປະຈຳນະຄອນ ໄດ້ກ່າວໄປ.
ຕໍ່ມາ ທ່ານໄດ້ພາບັນດາສະມາຊິກສະພາ ລົງໄປເບິ່ງເຂດດິນປົ່ງໃໝ່ຂອງແມ່ນໍ້າຂອງ
ບ່ອນທີ່ໄດ້ປູກຕົ້ນໄມ້ໄວ້ ແລະເປັນສັກຂີພິຍານນຳກັນກ່ຽວການເຊາະໄຫຼທີ່ຫວຽດນາມ
ກ່າວວ່າ ເປັນນຶ່ງໃນຈຳນວນ 3 ເຂດທີ່ ທີ່ໄດ້ຮັບການຂົ່ມຂູ່ ຈາກການປ່ຽນແປງຂອງ
ດິນຟ້າອາກາດ.
ເຈົ້າໜ້າທີ່ໄທ ໄດ້ບອກ VOA ວ່າ ພວກເຂົາຈະວາງແຜນວ່າຈະປູກຕົ້ນໄມ້ຕື່ມ ຫຼັງຈາກກັບມາຈາກກອງປະຊຸມການປ່ຽນແປງຂອງດິນຟ້າອາກາດປະຈຳຂົງເຂດ ຫຼື Inter-Parliamentary Union (IPU) ແລ້ວ.
ທ່ານ Chaiyuth Promsookt ປະທານຂອງຄະນະກຳມະການແຫຼ່ງຊັບພະຍາກອນ
ທຳມະຊາດແລະສິ່ງແວດລ້ອມຂອງສະພາແຫ່ງຊາດໄທ ໄດ້ກ່າວຢູ່ຂ້າງນອກກອງ
ປະຊຸມວ່າ “ການຂົ່ມຂູ່ອັນຮີບດ່ວນສຳລັບປະເທດໄທ ຈາກການປ່ຽນແປງຂອງ
ດິນຟ້າອາກາດອັນທຳອິດນັ້ນ ແນ່ນອນ ກໍແມ່ນການທຳລາຍປ່າໄມ້ ແລະຫຼຸດຜ່ອນ
ເຂດສີຂຽວໃນປະເທດໄທ,” ຊຶ່ງທ່ານໄດ້ກ່າວວ່າ ລັດຖະບານໄດ້ຕັ້ງເປົ້າໝາຍໄວ້ວ່າ
ຈະຮັກສາປ່າໄມ້ໄວ້ ຢ່າງນ້ອຍ 40 ເປີເຊັນ ໃນ 2 ທົດຕະວັດຕໍ່ໜ້າ. ການປູກປ່າ
ແມ່ນເພື່ອຊ່ອຍເຂົ້າເຖິງເປົ້າໝາຍທີ່ໄດ້ວາງໄວ້ ພ້ອມທັງຈະຊ່ອຍປົກປ້ອງການເຊາະ
ໄຫຼເພພັງຂອງຕາລິ່ງ.
ມາດຕະການອີກອັນນຶ່ງກໍຄື ການປ່ຽນແປງການປູກຝັງຂອງຊົນກຸ່ມນ້ອຍໄປເປັນ
ຕົ້ນ cherry ແລະ ຕົ້ນ apple ເພື່ອຫຼີກເວັ້ນບໍ່ໃຫ້ຕັດໄມ້ທຳລາຍປ່າຢ່າງຜິດກົດໝາຍ.
ທ່ານ Chaiyuth ກ່າວວ່າ ມັນຈະສົ່ງຜົນດີຕໍ່ “ການແບ່ງປັນລາຍຮັບແລະການແບ່ງ
ປັນຜົນຂອງການພັດທະນາອື່ນໆ.”
ທ່ານ Chaiyuth ເວົ້າຕໍ່ໄປວ່າ “ມື້ລາງ ພຣະເຈົ້າຢູ່ຫົວ ເຊື່ອວ່າ ເວົ້າລວມແລ້ວ
ນີ້ຈະເປັນການດີໃນດ້ານການພັດທະນາ ດ້ານການຮວມເອົາຜູ້ຄົນເຂົ້າມາຫາກັນ
ໂດຍສະເພາະພວກທີ່ດ້ອຍໂອກາດ ຢູ່ໃນເຂດຊົນນະບົດ” ຊຶ່ງນັ້ນ ກໍເປັນໄປຕາມຄຳສະເໜີແນະຂອງ ທ່ານນາງ Anna Schreyoegg ທີ່ປຶກສາຂອງອົງການນະໂຍ
ບາຍການປ່ຽນແປງດິນຟ້າອາກາດ ທີ່ ສູນກາງ GIZ ທີ່ຫວຽດນາມ ຊຶ່ງເປັນອົງການ
ພັດທະນາ ຕັ້ງຢູ່ໃນເຢຍຣະມັນ. ທ່ານນາງແນະນຳວ່າ ໃຫ້ພວກເຈົ້າໜ້າທີ່ວາງນະໂຍ
ບາຍສະພາບແວດລ້ອມທັງຫຼາຍ ທີ່ຮວມເອົາຫຼັກຖານທາງວິທະຍາສາດນັ້ນລວມເອົາ
ຄວາມຄິດເຫັນຂອງຄົນພື້ນເມືອງ ແລະພວກແມ່ຍິງເຂົ້ານຳ.
ການຕັດໄມ້ ທຳລາຍປ່າ ແມ່ນສ້າງຄວາມເປັນຫວ່ງຢູ່ໃນສປປ ລາວ ຄືກັນ. ປະເທດ
ນ້ອຍໆແຫ່ງນີ້ ອາດເບິ່ງຄືວ່າ ມີພູມຕ້ານທານຕໍ່ສະພາບການປ່ຽນແປງຂອງດິນຟ້າ
ອາກາດ ເພາະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ບໍ່ຄືກັນກັບປະເທດທີ່ເປັນເກາະ
ດອນເຊັ່ນ ອິນໂດເນເຊຍ ຟິລິປິນ ແລະປະເທດທີ່ມີຊາຍຝັ່ງທະເລຍາວຢຽດຕິດກັບ
ທະເລ ເຊັ່ນຫວຽດນາມແລະມຽນມານັ້ນ. ແຕ່ ອີງຕາມ ທ່ານ ສັນຍາ ປະເສີດ ຮອງ
ປະທານຄະນະກຳມະການເສດຖະກິດ ເທັກໂນໂລຈີແລະສະພາບແວດລ້ອມຂອງ
ສະພາແຫ່ງຊາດລາວແລ້ວແມ່ນວ່າ ການສູນເສຍຕົ້ນໄມ້ ພາໃຫ້ເພີ່ມອຸນຫະພູມ
ສູງຂຶ້ນໃນປະເທດລາວ. ທ່ານໄດ້ບອກ VOA ຕື່ມອີກວ່າ“ປະເທດຂອງພວກເຮົາ
ແມ່ນຮ້ອນຂຶ້ນເລື້ອຍໆ ຖ້າປຽບທຽບໃສ່ອາກາດຂອງປີກ່ອນໜ້ານີ້, ພາຍຸໄຕ້ຝຸ່ນ
ບໍ່ໄດ້ເຂົ້າມາ ຕາມທີ່ຄາດໄວ້ ໃນແຕ່ລະປີ ແລະນັ້ນມັນໄດ້ປ່ຽນໄປ ແລະພວກເຮົາ
ກໍບໍ່ສາມາດຄາດເດົາໄວ້ ແລະນັ້ນລະຄືບັນຫາຫຼັກ.”
ສປປ ລາວ ກຳລັງ ຈະຕັດບັນຫາລົງ ໂດຍຈະໂຈະການອອກໃບອະນຸຍາດໃຫ້ຕັດໄມ້.
ໃຫ້ຮັບຜິດຊອບຕໍ່ແກ໊ສເຮືອນແກ້ວ ພ້ອມທັງ ໃຫ້ການບໍລິການໃນຄວາມພະຍາຍາມ
ທາງການປ່ຽນແປງຂອງດີນຟ້າອາກາດ ຂອງປະເທດທີ່ກຳລັງພັດທະນາ.
ທ່ານນາງ Anna Schreyoegg ກ່າວວ່າ. “ອິນໂດເນເຊຍ ກໍແມ່ນປະເທດນຶ່ງ ທີ່ຢູ່
ໃນສາຍຕາຂອງບັນດາປະເທດທີ່ຈະເລີນແລ້ວ ທີ່ຈະສືບຕໍ່ເປັນຜູ້ນຳພາໃນເລື່ອງນີ້.”