ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອເຊຍ ຢາກໃຫ້ ສຫລ ຮັບປະກັນ ການພົວພັນ ກັບພາກພື້ນ ໃນຂະນະທີ່ທ. ທຣໍາ ຈະ ເຂົ້າຮ່ວມກອງປະຊຸມ APEC


Analysts: Asia Wants Engaged US Presence Ahead of Trump's APEC Speech
please wait

No media source currently available

0:00 0:02:28 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ດໍໂນລ ທຣຳ ຈະກ່າວຄຳປາໄສທີ່ສຳຄັນ ກ່ຽວກັບ ການຄ້າສາກົນໃນ
ວັນສຸກມື້ນີ້ ເມື່ອທ່ານພົບປະກັບບັນດາຜູ້ນຳຂອງ ອົງການການຮ່ວມມືທາງເສດຖະກິດ
ເອເຊຍປາຊີຟິກ ຫຼື APEC. ທ່ານ ປະທານາທິບໍດີ ຄາດວ່າຈະກ່າວສະຫຼຸບວິໄສທັດ
ຂອງທ່ານ ກ່ຽວກັບ ພາກພື້ນອິນໂດ-ປາຊີຟິກ ທີ່ເສລີ ແລະເປີດກວ້າງ. ແຕ່ໃນຄຳເວົ້າ
ຂອງ ທ່ານ ທຣຳ ກ່ຽວກັບ ການຄ້າໃນເມື່ອກ່ອນນັ້ນ, ນັກວິເຄາະທັງຫຼາຍ ກ່າວວ່າ ບັນ
ດາຜູ້ນຳເອເຊຍຈະຕັ້ງໃຈຟັງເພື່ອຫາຮ່ອງຮອຍ ກ່ຽວກັບວ່າ ທ່ານປະທານາທິບໍດີ ເຂົ້າ
ໃຈແຜນຍຸດທະສາດຂອງພາກພື້ນ ແລະ ຄວາມສຳຄັນທາງເສດຖະກິດຕໍ່ ອາເມຣິກາ
ຫຼືບໍ່. ນັກຂ່າວວີໂອເອ ມິລ ອາເຊກາ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳ
ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເມືອງ ດານັງ ປະເທດ ຫວຽດນາມ, ຄັ້ງນຶ່ງເຄີຍເປັນເຂດສົງຄາມ, ແຕ່ໃນສັບປະດານີ້
ຈະເປັນສະຖານທີ່ຈັດກອງປະຊຸມສຳລັບ 21 ປະເທດສະມາຊິກ ອົງການ APEC.
ລວມກັນແລ້ວ, ເຂົາເຈົ້າຖືເປັນອົງການທີ່ມີປະຊາກອນ ແລະ ການຄ້າເກືອບເຄິ່ງນຶ່ງ
ຂອງໂລກ, ອີງຕາມ ທ່ານ ແມັດ ກູດແມນ ເຄີຍເປັນເຈົ້າໜ້າທີ່ຮັບຜິດຊອບ ກ່ຽວກັບ
ອົງການ APEC ຂອງປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ ແມັດທິວ ກູດແມນ ທີ່ປຶສາດ້ານເສດຖະກິດ ເອເຊຍ ທີ່ສູນກາງແຜນຍຸດທະສາດ
ແລະ ການສຶກສາສາກົນກ່າວວ່າ “ມັນແມ່ນພາກສ່ວນທີ່ສຳຄັນແທ້ໆຂອງໂລກ, ອະ
ນາຄົດທາງເສດຖະກິດຢ່າງຫຼວງຫຼາຍຂອງພວກເຮົາຈະຖືກພິຈາລະນາ, ແລະ ແນ່
ນອນ, ພວກເຮົາກໍມີຜົນປະໂຫຍດດ້ານຄວາມປອດໄພຢູ່ທີ່ນັ້ນ ດ້ວຍກອງກຳລັງ
90,000 ຄົນທີ່ປະຈຳການໃນພາກພື້ນດັ່ງກ່າວ ພ້ອມກັບບັນຫາທ້າທາຍຈາກ ເກົາຫຼີ
ເໜືອ, ພ້ອມດ້ວຍຄວາມຂັດແຍ້ງ ພື້ນທີ່ທາງທະເລຂອງພາກພື້ນ, ດັ່ງນັ້ນມັນຈຶ່ງມີການ
ເດີມພັນຢ່າງຫຼວງຫຼາຍໃນການເດີນທາງຄັ້ງນີ້.”

ແຕ່ຫຼັງຈາກການກ່າວໂຈມຕີທີ່ຮຸນແຮງຕໍ່ການຄ້າ ແລະ ການຕັດສິນໃຈຂອງປະທານາ
ທິບໍດີ ທຣຳ ຖອນຕົວອອກຈາກຂໍ້ຕົກລົງ ພາຄີຂ້າມ ມະຫາສະໝຸດປາຊີຟິກຫຼື TPP
ນັ້ນແລ້ວ, ບັນດາຜູ້ນຳ ເອເຊຍ ແມ່ນກຳລັງຊອກຫາການຄໍ້າປະກັນຄັ້ງໃໝ່ ກ່ຽວກັບ
ບົດບາດຂອງ ສະຫະລັດ ໃນພາກພື້ນ.

ທ່ານ ແມັດທິວ ກູດແມນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ນັ້ນແມ່ນ ຜົນກະທົບທີ່ແທ້ຈິງຕໍ່
ຄວາມເຊື່ອຖືຂອງພວກເຮົາໃນພາກພື້ນ ແລະຂ້າພະເຈົ້າຄິດວ່າພວກເຮົາຕ້ອງທົດແທນ
ມັນດ້ວຍບາງຢ່າງ. ຖ້າມັນບໍ່ແມ່ນຂໍ້ຕົກລົງ TPP, ພວກເຮົາຕ້ອງການແຜນຍຸດທະ
ສາດທາງເສດຖະກິດ ແລະການຄ້າແນວອື່ນ ທີ່ຄົນເອເຊຍເຫັນວ່າໜ້າເຊື່ອຖື , ແລະ
ຮອດດຽວນີ້, ຂໍເວົ້າຕາມຕົງ, ລັດຖະບານທ່ານທຣຳ ຍັງບໍ່ໄດ້ກະກຽມມັນເທື່ອ. ດັ່ງ
ນັ້ນ, ໃນການເດີນທາງຄັ້ງນີ້, ທ່ານມີໂອກາດທີ່ຈະເຮັດແນວນັ້ນ.”

ຄືກອງປະຊຸມຄະນະຜູ້ແທນການຄ້າ ສະຫະລັດ ແລະ ຈີນ ທີ່ຈັດຂຶ້ນໃນນະຄອນຫຼວງ
ປັກກິ່ງ ໃນສັບປະດານີ້, ບັນດາເຈົ້າໜ້າທີ່ກ່າວວ່າຂໍ້ຕົກລົງສອງຝ່າຍແມ່ນບູລິມະສິດສູງ
ສຸດຂອງ ອາເມຣິກາ, ທີ່ໄດ້ເພັ່ງເລັງໃສ່ການຕັດຄວາມບໍ່ດຸ່ນດ່ຽງທາງການຄ້າ.

ທ່ານ ວິລເບີ ຣັອສ ລັດຖະມົນຕີກະຊວງການຄ້າ ສະຫະລັດ ກ່າວວ່າ “ດັ່ງທີ່ທ່ານຮູ້,
ການແກ້ໄຂບັນຫາຄວາມບໍ່ດຸ່ນດ່ຽງໃນການຄ້າກັບຈີນ ໄດ້ເປັນຈຸດເພັ່ງເລັງຫຼັກ
ກ່ຽວກັບການປຶກສາຫາລືຮ່ວມ ລະຫວ່າງ ປະທານາທິບໍດີ ທຣຳ ແລະ ປະທານປະເທດ
ສີ, ແລະການບັນລຸການ ປະຕິບັດທີ່ຍຸດຕິທຳ ແລະ ການຄ້າທີ່ກ້ຳເກິ່ງກັນ ສຳລັບບໍລິ
ສັດຕ່າງໆ ແມ່ນຈຸດປະສົງຮ່ວມກັນ.”

ແຕ່ວ່າ ແຕ່ລະປະເທດແມ່ນແຕກຕ່າງກັນ, ແລະ ເລຂາທິການໃຫຍ່ອົງການ APEC ດຣ.
ອາລັນ ບອລລາດ ກ່າວວ່າ ກອງປະຊຸມສຸດຍອດແມ່ນສະຖານທີ່ໆດີ ສຳລັບການລອງ
ເຮັດຂໍ້ຕົກລົງໃໝ່.

ດຣ. ອາລັນ ບອລລາດ ກ່າວວ່າ “ມັນມີຂໍ້ຕົກລົງການຄ້າທີ່ສັບສົນໃນເອເຊຍ, ມັນແມ່ນ
ຄວາມສັບສົນຂອງຂໍ້ຕົກລົງທັງຫຼາຍ. ພວກເຮົາໄດ້ທົດລອງສູດໃໝ່, ສູດທີ່ດີກວ່າເກົ່າ.
ພວກເຮົາເອົາສູດຕ່າງໆມາຈາກອ້ອມແອ້ມພາກພື້ນນັ້ນ, ທົດລອງມັນ ແລະ ໂຕທີ່ມັນ
ໃຊ້ໄດ້ຜົນ, ເສດຖະກິດຂອງທຸກປະເທດກໍຈະໃຊ້ມັນ.”

ບັນດານັກວິເຄາະກ່າວວ່າ ມັນແມ່ນການຢ້ຽມຢາມທີ່ສຳຄັນໂດຍ ປະທານາທິບໍດີ
ສະຫະລັດ ຄົນນີ້, ຜູ້ທີ່ສາມາດປັບປຸງສາຍພົວພັນໃນອະນາຄົດ.

ທ່ານ ແມັດທິວ ກູດແມນ ກ່າວວ່າ “ພວກເຮົາຢາກໄດ້ອາເມຣິກາ ທີ່ມີການພົວພັນໃນ
ພາກພື້ນໃນທຸກເງື່ອນໄຂຄວາມຮູ້ສຶກ. ເຂົາເຈົ້າຢາກໃຫ້ພວກເຮົາສະແດງຕົວ, ດັ່ງນັ້ນ
ມັນຈຶ່ງເປັນການດີ ທີ່ທ່ານປະທານາທິບໍດີເດີນທາງໄປ. ມັນມີຄວາມສຳຄັນຫຼາຍ. ດັ່ງ
ທີ່ທ່ານ ວູດດີ ອາລເລັນ ໄດ້ກ່າວວ່າ “80 ເປີເຊັນຂອງຊີວິດໄດ້ສະແດງຕົວ ແລະ ດັ່ງນັ້ນ
ລາວຈຶ່ງໄດ້ຄະແນນຫຼາຍສຳລັບສິ່ງນັ້ນ.”

ຍ້ອນຄວາມບໍ່ແນ່ນອນຂອງທ່ານນັ້ນ, ທ່ານ ກູດແມນ ເວົ້າວ່າການທົດສອບໃຫຍ່ຄັ້ງທຳ
ອິດແມ່ນ ທ່ານ ທຣຳ ຈະຍຶດຕິດກັບບົດປາໄສຂອງທ່ານຕາມທີ່ໄດ້ຮ່າງໄວ້ ໃນເວລາທີ່
ທ່ານກ່າວຄຳປາໄສໃນວັນສຸກມື້ນີ້ຫຼືບໍ່.

[[US President Donald Trump delivers a key speech on international trade Friday when he meets with leaders of the Asia Pacific Economic Cooperation (APEC).The president is expected to outline his vision of a free and open Indo-Pacific region. But given Trump's past rhetoric on trade, analysts say Asian leaders will be listening for clues on whether the president understands the region's strategic and economic importance to America. Mil Arcega has more.]]

Danang, Vietnam.Once a war zone,but this week, the meeting place for 21 APEC countries.Combined - they account for nearly half of the world's population and trade.Matt Goodman handled APEC issues for President Obama.

((MATTHEW GOODMAN, CSIS ADVISER ON ASIAN ECONOMICS))
"It's a really important part of the world, a lot of our economic future will be determined, and of course, we have a lot of security interests out there with 90,000 troops in the region with the North Korea challenge, with disputes in maritime spaces of the region, so there's a lot at stake in this trip."

But after President Trump's harsh trade rhetoric and his decision to abandon the Trans Pacific Partnership agreement ((TPP)), Asian leaders are looking for reassurance on the U.S. role in the region.

((MATTHEW GOODMAN, CSIS ADVISER ON ASIAN ECONOMICS))
"I think that was a real blow to our credibility in the region and I think we need to replace it with something.If it isn't TPP, we need some other economic and trade strategy that Asians find credible, and so far, frankly, the Trump administration hasn't laid that out.So in this trip - he has an opportunity to do that."

Like U.S. and Chinese trade delegation meetings in Beijing this weekgovernment officials say bilateral deals are America's priority, aimed at cutting trade imbalances.

((WILBUR ROSS, US COMMERCE SECRETARY))
"As you know, addressing the imbalance in China trade has been the central focus of collaborative discussions between President Trump and President Xi, and achieving fair and reciprocal treatment for the companies is a shared objective."

But each country is different, and APEC Secretariat chief Alan Bollard says the summit is a good place to try out new agreements.

((DR. ALAN BOLLARD, APEC SECRETARIAT))
"There's a complicated noodle bowl in Asia, a noodle bowl of agreements.We try out new recipes, better recipes.We get the recipes from right around the region, try them - and the ones that work, all the economies will use."

Analysts say it's an important visit by this U.S. president, one that could shape future relations.

((MATTHEW GOODMAN, CSIS ADVISER ON ASIAN ECONOMICS))
"Well they want an America that's engaged in the region in all senses of the term.They want us to show up, so it's good that the president is coming. That's important.As Woody Allen said "80 percent of life is showing up and so he gets points for that."

Given his unpredictability, Goodman says the first big test is whether the president stays on script when he speaks on Friday.

XS
SM
MD
LG