ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດ​ຮຸ້ນ​ ໃນ​​ຈີນ ​ມີທັງຂຶ້ນແລະລົງ ຫຼັງຈາກ ມີການຂາຍຮຸ້ນ ຢ່າງໃຫຍ່


ບັນດານັກລົງທຶນ ພາກັນສັງເກດລາຄາ ຕະຫລາດຮຸ້ນ ທີ່ນະຄອນປັກກິ່ງ Beijing ວັນທີ 5 ມັງກອນ 2016.
ບັນດານັກລົງທຶນ ພາກັນສັງເກດລາຄາ ຕະຫລາດຮຸ້ນ ທີ່ນະຄອນປັກກິ່ງ Beijing ວັນທີ 5 ມັງກອນ 2016.

ຕະຫລາດ​ຮຸ້ນ​ໃນ​ປະ​ເທດ​ຈີນ ​ໄດ້​ອັດ​ລົງ​ສ່ວນ​ໃຫຍ່​ແລ້ວ​ໃນ​ການ​
ຊື້ຂາຍ​ທີ່​ມີ​ການ ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ໃນ​ວັນ​ອັງຄານ​ມື້​ນີ້ໜຶ່ງ​ມື້
​ຫລັງ​ຈາກ​ໄດ້ຕົກລາຄາ​ເກືອ​ບ 7 ​ເປີ​ເຊັນ​ໃນ​ການ​ຂາຍ​ຮຸ້ນອອກ
|ທີ່​ໄດ້​ຂະຫຍາຍ​ໄປ​ສູ່​ຕະຫລາດໃນຫົ່ວ​ໂລກ.

ຕະຫລາດ​ຢູ່​ໃນນະ​ຄອນ Shanghai ​ແລະ Shenzhen ​ໄດ້ເປີດ
​ດ້ວຍ​ລາຄາທີ່ ຕ່ຳກວ່າ​ໃນວັນ​ອັງຄານ​ມື້​ນີ້ ​ແລະ​ໄດ້​ຕົກລາຄາ​ຕື່ມ
​ອີກ 2 ​ເປີ​ເຊັນ​ໃນ​ການ​ຊື້ຂາຍຕໍ່​ມາ​ ກ່ອນ​ຈະ​ມີ​ລາຄາ​ດີ​ຂຶ້ນ​ໃນຊົ່ວ
​ໂມງ​ສຸດ​ທ້າຍໂດຍ​ໄດ້​ຕົກ​ລາຄາ 0.3 ​ເປີ​ເຊັນ​ຂອງ​ການ​ປິ​ດຕະ
ຫລາດ​ໃນ​ໃນ​ວັນຈັນວານ​ນີ້. ການ​ຕົກ​ລາຄາຢ່າງ​ໃຫຍ່ຂອງ​ຮຸ້ນຢູ່​
ທີ່​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຢຸດ​ການ​ຊື້ຂາຍ.

Global Stocks Slide on Worries About China's Slowing Economy
please wait

No media source currently available

0:00 0:02:09 0:00

ດັດຊະນີ​ຮຸ້ນ Neikkei ຂອງຍີ່ປຸ່ນ ທີ່​ໄດ້​ຕົກລາຄາ 3 ​ເປີ​ເຊັນ​ໃນ​ວັນ​ຈັນວານ​ນີ້ ​ໄດ້​ມີ​ລາຄາ​
ດີ​ຂຶ້ນ​ໜ້​ອຍໜຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້ກ່ອນຈະ​ຕົກລາຄາ​ລົງ​ຕື່ມ​ອີກ 0.42 ​ເປີ​ເຊັນ​ໃນ​ຕອນ​
ອັດ​ຕະຫລາດ.​

ຢຸ່​ທີ່ຮົງ​ກົງ ດັດຊະນີຮຸ້ນ Hang Seng ​ການ​ມີ​ລາຄາ​ດີ​ຂຶ້ນໃນ​ຕອນ​ຕົ້ນນັ້ນ ​ໄດ້ ​ລົບ​ລ້າງ
ໄປໃນ​ການ​ຊື້ຂາຍ​ຕອນ​ບ່າຍ ຊຶ່ງ​ໄດ້​ຕົກ​ລາຄາ 0.65 ເປີ​ເຊັນ ​ໃນ​ຕອນ​ປິດ​ຕະຫລາດ.

ການ​ຊື້ຂາຍຮຸ້ນຢູ່​ໃນສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້ ໄດ້​ເຫັນດັດຊະນີ​ຮຸ້ນ Dow ​ແລະ S&P
ຕົກລາຄາ​ປະມານ 1.6 ​ເປີ​ເຊັນ ​ໃນ​ຂະນະ​ທີ່ຮຸ້ນ NASDAQ ​ຕົກ​ລາຄາ​ກວ່າ 2 ​ເປີ​ເຊັນ.

ຕະຫລາດ​ຮຸ້ນ​ຢູ​ໂຣບກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຊັ່ນ​ດຽວ​ກັນ​ ຄື​ດັດຊະນີ​ຮຸ້ນ DAX ຂອງ​ເຢຍຣະມັນ ຕົກ​ລາຄາ​ຫຼາຍກວ່າ 4 ​ເປີ​ເຊັນແລະ​ຮຸ້ນ FTSE ຂອງ​ອັງກິດ​ກໍ​ຕົກ​ລາຄາ​
ຫລາ​ຍກວ່າ 2 ​ເປີ​ເຊັນ.

ການ​ຂາຍ​ຮຸ້ນອອກ​ຢູ່​ໃນ​ທົ່ວ​ໂລກ ​ໄດ້​ມີ​ຂື້ນຍ້ອນລາຍ​ງານ ທີ່​ສ້າງຄວາມ​ຜິດ​ຫວັງ ທີ່​ມີ​ມາ
​ເປັນ​ລຳ​ດັບ​ກ່ຽວ​ກັບການຜະລິດຂອງ​ຈີນ. ບັນດາ​ຜູ້​ລົງທຶນ​ເຫັນ​ວ່າມັນເປັນ​ຫລັກ​ຖານ​ ທີ່
ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ເຕີບ​ໂຕຂອງເ​ສດຖະກິດ​ຈີນກຳລັງ​ລ້າຊັກ​ຊ້າ​ລົງ. ຈີນ ​ເປັນ​ປະ​
ເທດທີ່​ມີ​ເສດຖະກິດ​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ​ເປັນ​ຕະຫລາດ​ທີ່​ສຳຄັນ​ສຳ​ລັບ​
ຫລາຍໆ​ປະ​ເທດ​.

Asia Stock
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG