ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕະຫລາດຮຸ້ນ ເອເຊຍ ຕົກຕໍ່າລົງ ໃນຂະນະ ທີ່ນໍ້າມັນ ຂຶ້ນລາຄາ


ຍິງຄົນນຶ່ງຍ່າງກາຍກະດານຂ່າວ ທີ່ສະແດງໃຫ້ເຫັນ ດັດຊະນີຮຸ້ນຂອງຮົງກົງ ຢູ່ນອກທະນາຄານທ້ອງຖິ່ນແຫ່ງນຶ່ງ ໃນວັນທີ 3 ກໍລະກົດ 2013.
ຍິງຄົນນຶ່ງຍ່າງກາຍກະດານຂ່າວ ທີ່ສະແດງໃຫ້ເຫັນ ດັດຊະນີຮຸ້ນຂອງຮົງກົງ ຢູ່ນອກທະນາຄານທ້ອງຖິ່ນແຫ່ງນຶ່ງ ໃນວັນທີ 3 ກໍລະກົດ 2013.
ຕະຫລາດຮຸ້ນ​ໃນເອເຊຍຕົກຕໍ່າລົງໃນວັນພຸດມື້ນີ້ ລຸນຫລັງທີ່
ມີຄວາມຢ້ານກົວກ່ຽວ​ກັບຄວາມວຸ້ນວາຍທາງການເມືອງທີ່ຍັງ​
ດຳ​ເນີນ​ຢູ່​ຕໍ່ມາໃນອີຈິບແລະຄວາມບໍ່ແນ່ນອນຂອງເສດຖະ
ກິດໂລກ ຂັບດັນໃຫ້ລາຄານໍ້າມັນດິບ ຖີບຕົວສູ່ລະດັບສູງສຸດ
ໃນຮອບຫລາຍໆເດືອນ.

ດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ໄດ້ຕົກ​ລາຄາ 0.3 ​
ເປີ​ເຊັນ ​ໃນເວລາ ຕະຫຼາດປິດ ຂະນະທີ່ຮຸ້ນ Kospi ຂອງ
ເກົາຫລີໃຕ້ໄດ້ຕົກລາຄາ 1.6 ເປີເຊັນ ໃນຕອນປິດຕະຫລາດ.
ຮຸ້ນ Hang Seng ຂອງຮົງກົງ ​ໄດ້​ຕົກ​ລາຄາ 1.75 ເປີເຊັນ ແລະຮຸ້ນ​ປະສົມ​ຂອງ Shanghai ​ໃນ​ຈີນ ຕົກ​ລາຄາ 1 ເປີເຊັນ ໃນ ການຊື້ຂາຍກັນ​ໃນຕອນບ່າຍໆມື້ນີ້.

ພວກນັກວິເຄາະເວົ້າວ່າ ນັກລົງທຶນເປັນຫ່ວງກັນວ່າ ຄວາມວຸ້ນວາຍຢູ່ໃນອີຈິບ ອາດຈະ
ເຮັດໃຫ້ການສະໜອງນໍ້າມັນດິບຂອງໂລກຖືກລົບກວນ ຊຶ່ງເຮັດໃຫ້ນໍ້າມັນ​ດິບມີລາຄາ ເພີ້ມຂຶ້ນຫຼາຍກວ່າ 100 ໂດລາຕໍ່ຖັງຢູ່ໃນການຄ້າຂາຍໃນເຂດເອເຊຍ ໃນວັນພຸດມື້ນີ້.

ໃນຂະນະດຽວກັນ ປະເທດຢູໂຣບທີ່ມີໜີ້ສິນຫລາຍສອງປະເທດ ຊຶ່ງກໍຄືປອກຕຸຍການ ແລະ
ກຣີສ ກໍາລັງປະເຊີນກັບຄວາມຫຍຸ້ງຍາກອັນໃໝ່ ໃນໂຄງການປະຢັດມັດທະຍັດ ທີ່ປະ
ເທດທັງ​ສອງໄດ້ຕົກລົງຮັບເອົາ ເພື່ອຮັບປະກັນໃຫ້ໄດ້ຮັບການຊ່ວຍເຫລືອຂອງສາກົນ ແລະຫລີກລ່ຽງການລົ້ມລະລາຍນັ້ນ.

ສ່ວນຢູ່ນະຄອນລີສບອນນັ້ນ ລັດຖະບານປອກຕຸຍ​ການເກືອບຈະລົ້ມລະລາຍລົງລຸນຫລັງ
ທີ່ເຈົ້າໜ້າທີ່ສໍາຄັນສອງທ່ານໄດ້ຂໍລາອອກຈາກຕໍາແໜ່ງ ເພື່ອເປັນການປະທ້ວງຕໍ່ມາດ
ຕະການຕັດຄ່າໃຊ້ຈ່າຍຂອງຕົນລົງ. ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ Paulo
Potas ໄດ້ລາອອກໃນວັນອັງຄານວານນີ້ ນຶ່ງມື້ລຸນຫລັງທີ່ທ່ານ Vitor Gaspar ລັດຖະມົນ
ຕີກະຊວງການເງິນໄດ້ລາອອກຈາກຕໍາແໜ່ງໄປ.

ເຖິງແມ່ນວ່າອີຈິບຈະບໍ່ແມ່ນຜູ້ຜະລິດນໍ້າມັນລາຍໃຫຍ່ກໍຕາມ ແຕ່ກໍມີຄວາມເປັນຫ່ວງກັນ
ວ່າ ຄວາມວຸ້ນວາຍທີ່ກໍາລັງແຜ່ກວ້າງອອກໄປນັ້ນ ອາດຈະເປັນໄພຂົ່ມຂູ່ຕໍ່ການປະຕິ
ບັດງານໃນຄອງຊູເອດຊຶ່ງເປັນຈຸດຜ່ານສໍາຄັນຂອງການລໍາລຽງ ນໍ້າມັນສ່ວນຫລາຍຈາກ
ພາກຕາເວັນອອກກາງນັ້ນ.

ເສດຖະກິດໂລກໄດ້ມີການຂະຫຍາຍໂຕຍາກຢູ່ແລ້ວ ຍ້ອນການຟື້ນໂຕຊ້າຂອງເສດຖະກິດ
ຢູ່ຈີນ ທີ່ເປັນເສດຖະກິດໃຫຍ່ອັນດັບສອງຂອງໂລກ ແລະສະພາວະເສດຖະກິດຖົດຖອຍ
ຢູ່ໃນຢູໂຣບ. ໃນຕອນນີ້ ພວກນັກລົງທຶນຍັງມີຄວາມກັງວົນໃຈອີກ ຕໍ່ສິ່ງທີ່ຈະສະແດງ
ໃຫ້ເຫັນໃນບົດລາຍງານດ້ານວຽກເຮັດງານທໍາຂອງສະຫະລັດ ທີ່ຈະອອກ​ເຜີຍ​ແຜ່ ໃນວັນ
ສຸກຈະມາເຖິງນີ້.
XS
SM
MD
LG