ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕະຫຼາດຮຸ້ນ ທົ່ວໂລກ ຮູ້ສຶກຍິນດີ ກັບການຂຶ້ນດອກເບ້ຍ ຂອງ ທະນາຄານກາງ ສະຫະລັດ


Global FED React
please wait
Embed

No media source currently available

0:00 0:01:12 0:00

ເຊິນຊົມວິດີໂອ

ໃນ​ວັນ​ພະຫັດ​ມື້​ນີ້ ນັກ​ລົງທຶນ​ໃນ​ທົ່ວ​ໂລກ ​ໄດ້​ສະ​ແດງ​ຄວາມ​
ຍິນ​ດີ​ຕໍ່ການ​ຕັດສິນ​ໃຈ​ຂອງ​ທະ​ນາ​ຄານ​ກາງສະຫະລັດ ທີ່​ຈະ​ຂຶ້ນ
ດອກ​ເບ້ຍ​ ​ເປັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່ໄດ້​ເກີດວິກິດ​ການ​ທາງ​ດ້ານ
ການ​ເງິນ ປີ 2008 ​ເປັນ​ຕົ້ນ​ມາ.

ການ​ເອົາ​ບາດກ້າວ​ທີ່​ມີ​ການ​ຄາດໝາຍ​ໄວ້ ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ
ທະນາຄານ​ກາງຂອງ​ສະຫະລັດ​ ​ໄດ້​ຂຶ້ນ​ດອກ​ເບ້ຍ​ຫຼັກຂອງຕົນ​
ໃນ​ອັດຕາ .25 ​ເປີ​ເຊັນ ຊຶ່ງ​ໄດ້​ຂຶ້ນ​ຈາ​ກ​ເກື​ອບວ່າ 0 ​ເປີ​ເຊັນ
ທີ່​ມີ​ມາ​ເປັນເວລາ 7 ປີ​ ​ແລ້ວນັ້ນ.

ປະທານ​ທະນາຄານ​ກາງ​ສະຫະລັດ ທ່ານນາງ Janet Yellen
ໄດ້​ກ່າວ​ວ່າ ພວກ​ກຳນົດ​ນະ​ໂຍບາຍ​ທັງຫຼາຍ ​ໄດ້​ຕັດສິນ​ໃຈ​ທີ່ຈະ​ຂຶ້ນ​ດອກ​ເບ້ຍ ​ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ສະຫະລັດກຳລັງ​ຂະຫຍາຍຕົວ “​ໃນ​ລະດັບ​ປາກກາ​ງ.” ທ່ານນາງ Yellen ຍັງ​ໄດ້​ກ່າວ​ອີກ​ວ່າ ອັດ​ຕາດ​ອກ​ເບ້ຍ ​ໃນ​ອານາ​ຄົດ ກໍ​ຈະ​ສູງ​ຂຶ້ນ​ “​ເທື່ອ​ລະ​ເລັກ​ລະ​ນ້ອຍ.​”

ການ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ດັ່ງກ່າວ​ນີ້ ​ແມ່ນ​ສະ​ແດງ​ເຖິງຄວາມ​ໝັ້ນ​ໃຈ ​ໃນເສດຖະກິດ​ສະຫະ ລັດ ​ຈາກ​ຫຼາຍໆ​ປະ​ເທດ​ໃນ​ແຖບ​ເອ​ເຊຍ ບ່ອນ​ທີ່​ຕະຫຼາດ​ຮຸ້ນ​ໄດ້​ພຸ່ງ​ຕົວສູງຂຶ້ນໃນ
​ວັນພະຫັດ​ ມື້​ນີ້.

ດັດຊະນີຮຸ້ນ Nikkei ຂອງ​ຍີ່ປຸ່ນ ​ໄດ້​ສູງຂຶ້ນ 2 ເ​ປີ​ເຊັນ ​ແລະ​ຮຸ້ນ Hang Seng ຂອງ​ຮົງ​ກົງ ກໍຖີບ​ຕົວ​ສູງ​ຂຶ້ນ​ ເກືອບ 1 ​ເປີ​ເຊັນ. ສ່ວນຮຸ້ນຂອງເກົາຫຼີ​ໃຕ້ Australia ຈີນ ​ໄຕ້​ຫວັນ ​ແລະ​ນິວຊີ​ແລນ ກໍ​ມີ​ລາຄາ​ສູງ​ຂຶ້ນ​ເຊັ່ນ​ດຽວ​ກັນ.

ໄດ້​ຖີບ​ຕົວ​ຂຶ້ນ ​ຫຼາຍ​ກວ່າ 2 ​ເປີ​ເຊັນ ​ແລະທີ່​ລອນ​ດອນ ກໍຖີບ​ຕົວ​ຂຶ້ນ 1.6 ​ເປີ​ເຊັນ ຫຼັງ​ຈາກ​ຕະຫຼາດ​ເປີດ​ເລັກ​ນ້ອຍ.

ເງິນ​ສະກຸນ​ໂດ​ລ່າ ຂອງ​ສະຫະລັດ ກໍ​ແຂງ​ຄ່າ​ຂຶ້ນ ​ໃນ​ການ​ແລກປ່ຽນ​ກັບເງິນ​ຕາ​ຕ່າງປະ​
ເທດ ທີ່​ສຳຄັນ​ອື່ນໆ.

ທ່ານ Angus Nicholson ນັກວິ​ໄຈຕະຫຼາດ​ຮຸ້ນ ຂອງກຸ່ມ IG ທີ່​ປະຈຳ​ສຳນັກງານ​ຢູ່ ນະຄອນ Melbourne ​ໄດ້​ກ່າວ​ວ່າ “ສິ່ງທີ່ຈະ​ແຈ້ງ​ນັ້ນ ກໍ​ແມ່ນ​ວ່າ ຕະຫຼາດ​ຫລັກ​ຊັບ ​ແມ່ນ​ໄດ້​ສູງ​ຂຶ້ນ ຊຶ່ງ​ເປັນ​ທາງ​ບວກ.”

​ທ່ານ Nicholson ​ໄດ້​ກ່າວ​ວ່າ “ແຕ່​ວ່າ ພວກ​ນັກ​ລົງທຶນ ຈະ​ພາກັນ​ຕິ​ດຕາມທະນາຄານ​ກາງ​ສະຫະລັດ ຢ່າງ​ໃກ້ຊິດ ​ເຖິງ​ການ​ເອົາ​ບາດກ້າວ​ໃດໆ ຕາມ​ປະຫວັດ​ການ​ຄວາມ​ເປັນ​ມາ​ນັ້ນ​ແລ້ວ​ແມ່ນ​ວ່າ ການ​ຂຶ້ນອັດຕາ​ດອກ​ເບ້ຍ ຄັ້ງ​ທີ 2 ​ແລະ 3 ນັ້ ນ​ຈະເປັນທາງ​ລົບ ສຳ​ຫຼັບ​ຕະຫຼາດ​ຫລັກ​ຊັບ.”

ຈີນ ຊຶ່ງ​ມີ​ເສດຖະກິດ​ໃຫຍ່​ທີ 2 ຂອງ​ໂລກ ຮອງ​ລົງ​ມາ​ຈາກ​ສະຫະລັດ ​ໄດ້​ຕອບ​ຮັບ​ຢ່າງ​ລະ ໝັດ​ລະວັງ ຕໍ່​ການ​ຕັດສິນ​ໃຈ ​ຂອງ​ທະນາຄານ​ກາງ​ສະຫະລັດ.

XS
SM
MD
LG