ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດຮຽກຮ້ອງ ໃຫ້ມີ ການໃຫ້ຄວາມສໍາຄັນ ຫລາຍຂຶ້ນ ແກ່ແມ່ຍິງ ໃນຂົງເຂດເອເຊຍ


ແມ່ຍິງຟີລິບປີນແລະລູກໆຂອງເຂົາເຈົ້າ ປະກອບສ່ວນໃນງານວາງແຜນຄອບຄົວ ເພື່ອເປັນຂີດໝາຍ ວັນປະຊາກອນໂລກ ຢູ່ນະຄອນຫລວງມະນີລາ, ວັນທີ 11 ກໍລະກົດ 2012.
ແມ່ຍິງຟີລິບປີນແລະລູກໆຂອງເຂົາເຈົ້າ ປະກອບສ່ວນໃນງານວາງແຜນຄອບຄົວ ເພື່ອເປັນຂີດໝາຍ ວັນປະຊາກອນໂລກ ຢູ່ນະຄອນຫລວງມະນີລາ, ວັນທີ 11 ກໍລະກົດ 2012.

ຫົວໜ້າ​ກອງ​ທຶນ​ປະຊາກອນ​​ໂລກ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື UNFPA ​ຮຽກຮ້ອງ​ໄປຍັງ ບັນດາ​ລັດຖະບານ​ໃນຂົງ​ເຂດ​ເອ​ເຊຍ ຈົ່ງ​ໃຫ້ຄວາມ​ສໍາຄັນແລະ ບຸລິ​ມະ​ສິດ​ສູງ​ຂຶ້ນ ແກ່​ໂຄງການ​​ພັດທະນາຕ່າງໆ​ ສໍາລັບແມ່ຍິງ​. ທ່ານ Babatunde Osotimehin ຫົວໜ້າ UNFPA ກ່າວ​ວ່າ ບັນດາປະ​ເທດ​ທັງຫຼາຍ​ຄວນ​ຈະ​ທໍາ​ການ “​ແກ້​ໄຂ​ບັນຫາ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ຈໍານວນປະຊາກອນທີ່​ມີ​ເພີ່ມຫຼາຍ​ຂຶ້ນ​ໄປ​ ນັບ​ມື້​ນັ້ນ​ ດ້ວຍ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ມອງ​ເຫັນ​ການ​ໄກ ​ແລະ​ຄວາມ​ຍຸຕິ​ທໍາ.

ທ່ານ Babatunde Osotimenhin ຜູ້​ອໍານວຍ​ການ​ບໍລິຫານ​ກອງ​ທຶນ​ປະຊາກອນ​ຂອງອົງການ​ສະຫະ​ປະຊາ​ຊາດ ກໍາລັງ​ຮຽກຮ້ອງ​ໃຫ້​ມີ​ການ​ມອບ​ອໍານາດຫລາຍ​ຂຶ້ນ ​ໃຫ້​ແກ່​ແມ່ຍິງແລະ​ຍິງ​ສາວ​ທັງຫຼາຍ​ ​ເພື່ອ​ແກ້​ໄຂບັນຫາ ​ຕ່າງໆ​ດ້ານ​ຄວາມ​ບໍ່ສະ​ເໝີ​ພາບ​ທາງ​ສັງຄົມ ​ແລະ​ເພື່ອຊຸກຍູ້ສົ່ງ​ເສີມການ​ເຕີບ​ໂຕ​ທາງ​ເສດຖະກິດ ​ໃນ​ຂະນະ​ທີ່​ບັນດາ​ແມ່ຍິງ​ຮັບ​ເອົາບົດບາດອັນ​ໃຫຍ່ຫລວງ​ຂຶ້ນ​ ໃນ​ການ​ພັດທະ
ນາ​ນັ້ນ.

​ໃນ​ການ​ໃຫ້​ສໍາພາດ​ກັບ​ວີ​ໂອ​ເອ ກ່ອນ​ກອງ​ປະຊຸມ​ວ່າ​ດ້ວຍ​ປະຊາ
ກອນເອເຊຍ​ ໃນ​ສັບປະດານີ້ຢູ່ບາງກອກ ທີ່​ໄຂ​ຂຶ້ນເມື່ອ​ວັນອາທິດ
ທີ 26 ສິງຫາ ​ແລະ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ພຸດ ທີ 29 ຜ່ານ​ມາ​ນັ້ນ
ດຣ. Osotimehin ກ່າວ​ວ່າ ການ​ມອບ​ອໍານາດ​ໃຫ້​ແກ່​ບັນດາ​ແມ່ຍິງນັ້ນ ​ແມ່ນ ຈະ​ເປັນ​ການລຸດ​ຜ່ອນການ​ກະທໍາ​ຄວາມ​ຮຸນ​ແຮງ​ຕໍ່ແມ່ຍິງ​ລົງ​ໄປ ​ແລະ​ຊ່ວຍສົ່ງ​ເສີມການ​ເຕີບ​ໂຕ​ທາງ​ເສດຖະກິດ ​ແລະກາ​ນພັດທະນາ​ສັງຄົມ.

ທ່ານ ​ໂອ​ໂຊຕິ​ເມ​ຮິນ​ກ່າວ​ວ່າ: “ຄວາມ​ຮຸນ​ແຮງ​ຕໍ່ຕ້ານ​ບັນດາ​ແມ່ຍິງ​ ​ແມ່ນ ຈະ​ລຸດ​ລົງ​ຢາງ​ຫລວງຫລາຍ. ມັນ​ຈະ​ລຸດຜ່ອນ​ບັນຫາ​ຕ່າງໆ​ຂອງການ​ແຕ່ງ ງານຂອງພວກ​ໄວ​ລຸ່ນ ກ່ອນເຖິງ​ອາຍຸ ​ແລະ​ຈະ​ລຸດ​ຜ່ອນ​ສິ່ງ​ຕ່າງໆ​ທັງຫລາຍ ທີ່ ໃນ​ເວລາ​ນີ້ແມ່ນ​ມີ​ຢູ່​ໃນ​ຫຼາຍໆ​
ພາກ​ສ່ວນ
ຂອງ​ໂລກ ​ໂດຍ​ສະ​ເພາະ​ໃນ​ພາກສ່ວນ​ນີ້​ຂອງ​ໂລກ.”

ກອງ​ປະຊຸມຂອງ​ສະມາຄົມ​ປະຊາກອນ​ເອ​ເຊຍ ໄດ້​ທໍາ​ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ
ຕ່າງໆ​ ​ໂຮມ​ທັງ​ການ​ຍົກຍ້າຍ​ຖິ່ນ​ຖານ​ຢູ່ພາຍ​ໃນປະ​ເທດ ​ແລະ​ການ​ຂະຫຍາຍຕົວ​ເມືອງ ທ່າ​ອຽງຕ່າງໆ​ໃນ​ຄອບຄົວແລະ​ການ​ແຕ່ງ ງານ ການ​ມີ​ລູກ ຄວາມ​ຮຸນ​ແຮງ​ພາຍ​ໃນຄອບຄົວ ​ແລະ​ທ່າ​ອຽງ​ໃນ​ໝູ່ປະຊາ ກອນ​ທີ່​ເຖົ້າ​ແກ່​ຂຶ້ນ.

ດຣ. Osotimehin ກ່າວ​ວ່າ ​ໂດຍ​ທົ່ວ​ໄປ​ແລ້ວ ຂົງ​ເຂດ​ເອ​ເຊຍ​ແມ່ນ​ເຮັດໄດ້​ດີ​ຫຼາຍ ​ໃນ​ການ​ສະໜອງ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ ​ແຕ່​ບັນຫາໃນການ​ເຂົ້າຫາ​ເຂົ້າ​ເຖິງ​ການ​ບໍລິການ​ດັ່ງກ່າວ​ ຍັງ​ມີ​ແລະຕ້ອງ​ໄດ້​ຮີບ​ແກ້​ໄຂ.

ທ່ານ ​ໂອ​ໂຊຕິ​ເມ​ຮິນ ​ເວົ້າ​ວ່າ: “ສິ່ງ​ທີ່​ພວກ​ເຮົາຕ້ອງເຈາະ​ເລິກ​ລົງ​ໄປ​ອີກ ແລະ​ເຮັດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ ກໍ​ຄືຮັບປະກັນ​ໃຫ້ທຸກ​ຄົນໄດ້​ຮັບ​ການ​ບໍລິການ ທີ່​ສະ​ເໝີ​ພາບກັນ. ຂ້າພະ​ເຈົ້າຄິດ​ວ່າ ນັ້ນ​ຄົງ​ຈະ​ແມ່ນ​ສິ່ງທີ່ພວກ​ເຮົາ​ຕ້ອງ ຮັບປະກັນ​​ໃຫ້​ທຸກໆ​ຄົນ​ໄດ້​ຊົມ​ໃຊ້​ຮ່ວມ​ກັນ ​ແລະມີຄວາມ​ສະ​ເໝີພາບສໍາລັບ​ທຸກໆ​ຄົນ. ​ເລື້ອງ​ນີ້ ​ໃນຕົວ​ມັນ​ເອງ ກໍ​ເປັນ​ບັນຫາ​ລະດັບໂລກ​ຢູ່​ແລ້ວ ຄື​ຢູ່​ໃນ​ຂົງ​ເຂດ​ນີ້ ກໍ​ແລເຫັນ​ກັນ​ໄດ້ຢ່າງ​ຊັດ​ເຈນ ເທົ່າໆ​ກັບ​ຢູ່​​ໃນ​ເຂດອື່ນໆ​ຂອງ​ໂລກນັ້ນ.”
ດຣ. Babatunde Osotimehin ຫົວໜ້າອົງການ UNFPA (VOA Photo Credit R. Corben)
ດຣ. Babatunde Osotimehin ຫົວໜ້າອົງການ UNFPA (VOA Photo Credit R. Corben)


ດຣ. ​ໂອ​ໂຊຕິ​ເມ​ຮີນ ອະດີດ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ໄນ​ຈີ​ເຣຍ ກ່າ​ວວ່າ ຄວາມ​ສົນ​ໃຈ​ຕ້ອງ​ຫັນ​ເຫ​ໄປເພ່ງ​ເລັງ​ໃສ່​ຂົງ​ເຂດ​ເອ​ເຊຍ ກ່ຽວ​ກັບ ບັນຫາຂອງ​ການ​ຊົມ​ໃຊ້ເທັກ​ໂນ​ໂລ​ຢີ່ ​ເຊັ່ນເຄຶ່ອງກວດ​ຄື້ນສຽງ ultrasound ​ໂດຍ​ຄູ່​ຜົວ​ເມຍ ​ເພື່ອເລືອກ​ເອົາ​ທາລົກເພດ​ຊາຍ​ຊາຍ. ກອງ​ທຶນ​ປະຊາກອນ ​ສະຫະ​ປະຊາ​ຊາດ ຫຼື UNFPA ທໍານາຍ​ວ່າພາຍ​ໃນ​ປີ 2030 ຈີນ​ແລະ​ອິນ​ເດຍ ອາດຈະ​ມີຜູ້​ຊາຍ ​ຫຼາຍ​ກວ່າ​ແມ່ຍິງ ​ເຖິງ ​50 ​ເປີ​ເຊັນ ໃນ​ໝູ່ພວກ​ທີ່​ຢາກ​ແຕ່ງງານ.

ດຣ. ​ໂອ​ໂຊຕິ​ເມ​ຮີນ ກ່າວ​ຕໍ່​ໄປ​ວ່າ ​ເກົາຫຼີ​ໃຕ້​ໄດ້​ແກ້​ໄຂ​ບັນຫາ​ເລຶ່ອງນີ້ ​ໄດ້ ​ໂດຍ​ສ່ວນໃຫຍ່​ແລ້ວ ​ແຕ່​ໃນ​ປະ​ເທດ​ອື່ນ​ໆ​ນັ້ນ ຍັງ​ຄົງ​ເປັນ​ບັນຫາ​ທີ່​ຮ້າຍ​ແຮງຢູ່.

ດຣ. ​ໂອ​ໂຊຕິ​ເມ​ຮິນ ກ່າວ​ອີກ​ວ່າ: “ຄວາມ​ບໍ່​ສົມ​ດຸນກັນ​ນັ້ນ ​ແທ້ໆ​ແລ້ວ​ກໍາ ລັງ​ຮ້າຍ​ແຮງ​ຂຶ້ນ​ໄປ​ນັບ​ມື້. ການ​ຊົມ​ໃຊ້​ເທັກ​ໂນ​ໂລ​ຢີ່ຕ່າງໆ​ທີ່​ບໍ່ເໝາະ​ສົມ​ ຢູ່​ໃນ​ພາກສ່ວນ​ອື່ນໆນັ້ນ ພວກ​ເຮົາບໍ່​ຄວນ​ຊຸກຍູ້​ຫລື​ສົ່ງ​ເສີມ ແລະ​ພວກ​ເຮົາ​ກໍຄວນ​ຮັບປະກັນ​ ​ໃຫ້​ມີການ​ກອບ​ກູ້ເອົາຄວາມ​ສົມ​ດຸນ​ຕາມ​ທໍາ​ມະ​ຊາດ ລະຫວ່າງ ​ເດັກ​ຊາຍ ​ແລະເດັກ​ຍິງ ​ໃນ​ປະ​ເທດ​ເຫຼົ່າ​ນີ້ ກັບ​ຄືນ​ມາ. ພວກ​ເຮົາ​ກໍາລັງ​ເຮັດ​ວຽກ ຢ່າງ​ໜັກແລະ​ຕັ້ງໜ້າ ກັບ​ບັນດາ​ກຸ່ມ​ຕ່າງ​ທີ່​ປ​ະຕິ​ບັດ​ການ​ຢູ່ໃນ​ປະ​ເທດ​ເຫຼົ່ານັ້ນ ກັບ​ລັດຖະບານ ​ແລະ​ກັບ​ສັງຄົມ​ພົນລະ​ເຮືອນ ​ເພື່ອ​ທີ່​ຈະ​ແກ້​ໄຂ ບັນຫາ​ເຫຼົ່າ​ນີ້.”

ດຣ. ໂອ​ໂຊຕິ​ເມ​ຮິນ ກ່າວ​ວ່າ ສ່ວນ​ຂົງ​ເຂດ​ອື່ນໆ​ນັ້ນ ກໍ​ສາມາດ​ຮຽນ​ຮູ້​ຢ່າງ​ຫຼວງ​ຫຼາຍ​ຈາກ​ ປະສົບ​ປະການ​ຂອງຂົງ​ເຂດ​ເອ​ເຊຍ​ ​ໂດຍ​ສ​ະ​ເພາະ​ວິທີ​ສວາຍ​ໃຊ້ປະ​ໂຫຍດ ຈາກຂໍ້​ໄດ້​ປຽບດ້ານ​ປະຊາກອນ ຂອງ​ການ​ເຕີບ​ໂຕ​ ໃນ​ອັດຕາ​ທີ່​ລຸດ​ຕໍ່າລົງຂອງປະຊາກອນ​ ​ເພື່ອ​ຊຸກຍູ້​ເສດຖະກິດ​ຂອງ​ພວກ​ເຂົາ​ເຈົ້າ ພ້ອມ​ທັງພາກ​ປະຕິບັດທີ່​ດີຂອງ​ເອ​ເຊຍ ​ໃນ​ການບໍລິການສຸຂະພາບ ດ້ານ​ການ​ສືບ​ພັນ ​ໂດຍ​ສະ​ເພາະ ການວາງ​ແຜນ​ຄອບຄົວນັ້ນ.

ຫຼັງ​ຈາກ​ກອງ​ປະຊຸມ​ບັ້ນ​ນີ້​ແລ້ວ ດຣ. ​ໂອ​ໂຊຕິ​ເມ​ຮິນ ມີກໍາໜົດການໄປ​ຢ້ຽມ ຢາມ​ມຽນມາ ​ເພື່ອ​ທໍາ​ການ​ເຈລະ​ຈາກັບ​ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສຢູ່​ທີ່​ນັ້ນ ກ່ຽວ​ກັບ​ບາດກ້າວ​ຕ່າງໆ​ທີ່ UNFPA ສາມາດ​ດໍາ​ເນີນ​ໄດ້ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ ການ​ພັດທະນາ​ມະນຸດ​ຂອງ​ມຽນມາ​ ຫລັງ​ຈາກ​ທີ່​ໄດ້ຖືກເມີນ​ເສຍ​ມາເປັນ​ເວລາຫຼາຍສິບ​ປີ ພາຍ​ໃຕ້​ການ​ປົກຄອງ​ປະ​ເທດ​ໂດຍ​ລັດຖະບານທະ ຫານມຽນມາ​ນັ້ນ.
XS
SM
MD
LG