ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອເປັກ ສັນຍາ ຈະຮ່ວມມືກັນ ທາງດ້ານເສດຖະກິດ ຢ່າງໃກ້ຊິດ (ວີດີໂອ)


Kerry Defends US Commitment to Asia at APEC
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ

ທ່ານຈອນແຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດ ກ່າວຕໍ່ບັນດາຜູ້ນຳປະເທດ ໃນພາກພື້ນເອເຊຍ

ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ​ໃຫ້​ຄຳ​ໝັ້ນ​ສັນຍາ​
ວ່າ ຈະ​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດຖະກິດ​ຢ່າງ​ໃກ້
ຊິດ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​
ຂອງ​ຕົນລົງ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ອິນ​ໂດ​ເນ​ເຊຍ​.

ຖະ​ແຫຼ​ງການ​ປິດ​ກອງ​ປະຊຸມ​ ຂອງ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແຫ່ງ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ຫລື APEC ກ່າວ​ວ່າ ການ​ຕິດ​ຕໍ່​ພົວພັນ​ທີ່​ດີ​ຂຶ້ນ​ ສາມາດ​ຊ່ອຍ​ຊົດ​ເຊີຍ​ການຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ ທີ່ຍັງ​ບໍ່​ທຸ່ນ​ທ່ຽງ​ຂອງ​ໂລກ​ໄດ້.

ປະທານາທິບໍດີ​ Susilo Bambang Yudhoyono ​ແຫ່ງ​ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ ການພົບ​ປະກັນ​ເປັນ​ເວລາ​ສອງ​ມື້​ຢູທີ່​ເກາະ​ບາ​ຫຼີ ສະຖານ​ທີ່​ຕາກ​ອາກາດ​ຂອງ​ປະ​ເທດ​ຂອງ​ທ່ານແມ່ນ​ໄດ້ປະສົບຜົນ​ສຳ​ເລັດ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:

ທ່ານ Yudhoyono ກ່າວ​ວ່າ “ພວກ​ເຮົາ​ຂໍ​ຢືນຢັນ​ອີກ​ຄັ້ງ​ໃໝ່​ ຄຳ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ ທີ່​ຈະ​ໃຫ້​ບັນລຸການ​ເຕີບ​ໂຕ​ທາງ​ເສດຖະກິດ​ທີ່​ເຂັ້ມ​ແຂງ​ ກ້ຳ​ເກິ່ງ ຍືນ​ຍົງ​ແລະຄົບ​ຖ້ວນ​ຂອງ​ພວກ​ເຮົາ”

ຄຳ​ປະກາດປິດ​ກອງ​ປະຊຸມຂອງອົງການ ​APEC ທີ່ມີ 21 ປະເທດເປັນສະມາຊິກຍັງໄດ້
ໃຫ້ຄຳໝັ້ນສັນຍາເຊັ່ນກັນວ່າ ຈະປົກປ້ອງພວກເຂົ້າປາອາຫານ ພະລັງງານ ແລະນ້ຳ
ຈາກໄພຂົ່ມຂູ່ຕ່າງໆ ຍ້ອນການປ່ຽນແປງຂອງດິນຟ້າອາກາດນັ້ນ.

ມີການຄາດກັນໄວ້ກ່ອນໜ້ານີ້ວ່າ ການພົບປະກັນຄັ້ງນີ້ ຈະສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ການ​
ເຈລະຈາ ກ່ຽວ​ກັບການຈັດຕັ້ງກຸ່ມການຄ້ານຶ່ງຂຶ້ນພາຍໃຕ້ການນຳພາຂອງສະຫະລັດ ທີ່ເອີ້ນ
ກັນວ່າ ພາຄີຂ້າມມະຫາສະມຸດປາຊີຟິກຫຼື TPPທີ່ສະຫະລັດຫວັງວ່າ ຈະຕົກລົງ​ກັນ​ໄດ້ພາຍ
ໃນທ້າຍປີນີ້.

ທ່ານ John Kerry ລັດຖະມຸນຕີຕ່າງປະເທດສະຫະລັດໄດ້ພົບປະກັບບັນດາຜູ້ນຳອື່ນໆ
ຂອງ11 ປະເທດໃນກຸ່ມເອເປັກ ກ່ຽວກັບເລື້ອງການຈັດຕັ້ງພາຄີ​ການ​ຄ້າ TTP ແລະບໍ່ມີ
ການແຈ້ງໃຫ້ຊາບໃດໆໃນເວລານີ້ກ່ຽວກັບຄວາມຄືບໜ້າຂອງການພົບປະກັນນີ້.

ທ່ານ Kerry ເປັນຕົວແທນຂອງສະຫະລັດ ເຂົ້າຮ່ວມໃນການພົບປະກັນ ແທນປະທາ
ນາທິບໍດີບາຣັກ ໂອບາມາ ທີ່ຈຳເປັນຕ້ອງ​ໄດ້ຢູ່ໃນກຸງວໍຊິງຕັນ ເພື່ອຮັບມືກັບຂໍ້ຂັດແຍ້ງ
ເລື້ອງ ງົບປະມານພາຍໃນປະເທດທີ່ໄດ້ພາໃຫ້ມີການອັດການປະຕິບັດງານຂອງລັດຖະ
ບານກາງ ເປັນບາງສ່ວນລົງນັ້ນ.

ຜູ້ນຳຫຼາຍປະເທດທີ່​ໄປຮ່ວມກອງປະຊຸມສຸດຍອດກຸ່ມເອເປັກເວລານີ້ພວມມຸ້ງໜ້າໄປ
ສູ່ປະ ເທດບຣູໄນ ທີ່ຕັ້ງຢູ່ໃກ້ໆກັບອິນໂດເນເຊຍ ເພື່ອ​ເຂົ້າຮ່ວມກອງປະຊຸມສຸດຍອດ
ປະຈຳປີ ຂອງສະມາຄົມອາຊຽນ ທີ່ມີ 10 ປະເທດເປັນສະມາຊິກນັ້ນ.

ການທີ່ບໍ່ໄດ້ໄປມີໜ້າ ຂອງປະທານາທິບໍດີບາຣັກ ໂອບາມາ ໃນທັງສອງກອງປະຊຸມສຸດ
ຍອດ ໄດ້ສ້າງຄວາມຜິດຫວັງໃຫ້ແກ່ພັນທະມິດໃນພາກພື້ນເອເຊຍປາຊີຟິກທີ່ກຳລັງ
ພະຍາຍາມຊອກຫາຊ່ອງ​ທາງ ເສີມ​ຂະຫຍາຍສາຍພົວພັນ​ໃຫ້​ເຂັ້ມແຂງຂຶ້ນກັບກຸງວໍຊິງ
ຕັນເພື່ອສ້າງຄວາມກ້ຳເກິ່ງກັນກັບອິດທິພົນທາງດ້ານເສດຖະກິດແ ລະທະຫານຂອງຈີນ
ທີ່ກຳ ລັງເພີ່ມຂຶ້ນໃນຂົງເຂດນັ້ນ.
XS
SM
MD
LG