ໄພນໍ້າຖ້ວມໃນລະດູມໍລະສຸມ ຢູ່ທົ່ວເອເຊຍຕາເວັນອອກສຽງ
ໃຕ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຫລາຍກວ່າ 3 ລ້ານຄົນ
ແລະໄດ້ເອົາຊີວິດໄປແລ້ວ ຢ່າງໜ້ອຍ 100 ຄົນ ຊຶ່ງສ່ວນໃຫຍ່
ແມ່ນຢູ່ໃນ ຫວຽດນາມ ລາວ ແລະ ໄທ.
ບັນດາອົງການຊ່ວຍເຫລືອ ກ່າວວ່າ ນອກນັ້ນແລ້ວ 4 ແຂວງ
ພາກກາງຂອງຫວຽດນາມ ອັນມີແຂວງ Ha Tinh, Quang
Tri, Nghe An ແລະ Thanh Hoa ທີ່ໄດ້ປະສົບກັບໄພນໍ້າ
ຖ້ວມຢ່າງໜັກ ເວລານີ້ກໍຍັງກໍາລັງພະຍາຍາມຟື້ນໂຕຄືນຈາກ
ໄຕ້ຝຸ່ນ Wutip ທີ່ໄດ້ຖະຫລົ່ມເຂົ້າຝັ່ງ ໃນກາງອາທິດແລ້ວນີ້.
ອົງການ World Vision ແລະສະມາພັນສາກົນ ຂອງສະພາກາແດງ ແລະ ສະມາຄົມ
ສ້ຽວເດືອນແດງ ເອີ້ນຫຍໍ້ວ່າ IFRC ນັ້ນ ໄດ້ພາກັນເລີ້ມຮ້ອງຂໍເອົາ ການຊ່ວຍເຫລືອ
ໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມ.
ທ່ານນາງ Kate Roux ປະຈໍາ ຫ້ອງການເອເຊຍຕາເວັນອອກສຽງໃຕ້ຂອງອົງການ
IFRC ກ່າວວ່າ ໄດ້ມີການເສຍຫາຍຢ່າງໜັກແລະແຜ່ກວ້າງ ແລະການຮ້ອງຂໍຄວາມ
ຊ່ວຍເຫລືອ ແມ່ນສໍາລັບທັງຄວາມຕ້ອງການສະເພາະໜ້າ ຫລືໃນທັນທີ ກັບທັງສໍາ
ລັບການຟື້ນໂຕຄືນໃນໄລຍະຍາວ ຂອງບັນດາປະຊາຄົມ ທີ່ປະສົບໄພນໍ້າຖ້ວມນັ້ນ.
ທ່ານນາງກ່າວວ່າ:
“ມີປະຊາຊົນຫລາຍກ່ວາ 100,000 ຄົນ ຢູ່ໃນປະມານສີ່ແຂວງ ທີ່ໄດ້ຖືກ
ຍົກຍ້າຍອອກໄປ ກ່ອນໜ້າພາຍຸໄຕ້ຝຸ່ນ. ບ້ານເຮືອນຫລາຍກວ່າ 150,000
ຫລັງ ໄດ້ຮັບຄວາມເສຍຫາຍ ຫລືພັງລົງ. ຫລາຍໆຄົນກໍາລັງພັກເຊົາຢູ່ກັບ
ໝູ່ເພື່ອນ ແລະບັນດາເພື່ອນບ້ານ. ເພາະສະນັ້ນ ຄວາມຕ້ອງການທີ່ສະພາ
ກາແດງຂອງຫວຽດນາມໄດ້ຕີລາຄາໄປນັ້ນ ຈຶ່ງມີຈໍານວນຫລວງຫລາຍສົມ
ຄວນ ແລະພວກເຮົາກໍຢາກຈະມີຄວາມສາມາດ ທີ່ຈະສະໜອງການຊ່ວຍ
ເຫລືອໃນໄລຍະຍາວ ໃຫ້ແກ່ບັນດາຄອບຄົວທີ່ຕ້ອງການຄວາມຊ່ວຍເຫລືອ
ໃນທັນທີ ແລະໃນໄລຍະຍາວນັ້ນນໍາ.”
ສ່ວນໄພນໍ້າຖ້ວມຢູ່ໃນປະເທດລາວນັ້ນ ກໍມີລາຍງານວ່າຮ້າຍແຮງທີ່ສຸດໃນຮອບ 35 ປີ
ແລະໄດ້ເຮັດໃຫ້ 20 ຄົນເສຍຊີວິດ ແລະຫລາຍກວ່າ 350,000 ຄົນມີຄວາມຕ້ອງການ
ສະບຽງອາຫານສຸກເສີນ ນໍ້າດື່ມ ແລະຢູກຢາ.
ອົງການ World Vision ກ່າວວ່າ ຕົນໄດ້ສະໜອງຕອບ
ຕໍ່ການຮ້ອງຂໍຄວາມຊ່ວຍເຫລືອຈາກແຂວງຈໍາປາສັກ
ໃນພາກໃຕ້ຂອງລາວ ບ່ອນທີ່ 56 ໝູ່ບ້ານ ອັນເປັນບ່ອນ
ຢູ່ອາໄສຂອງ 53,000 ຄົນໄດ້ຖືກນໍ້າຖ້ວມ. ມີລາຍງານ
ວ່າ ຫລາຍໆຄົນໄດ້ຕົກຄ້າງຢູ່ກາງນໍ້າຖ້ວມ ກະຕຸ້ນໃຫ້
ມີການຮ້ອງຂໍການຊ່ວຍເຫລືອສຸກເສີນດ້ານອາຫານ
ທ່າມກາງສະພາວະຂອງການໝົດຫົນທາງຈະເຮັດ.
ທ່ານນາງ Kate Roux ຈາກອົງການ IFRC ກ່າວວ່າ
ສະຖານະພາບການເປັນປະເທດທີ່ດ້ອຍພັດທະນາຂອງລາວນັ້ນ ໝາຍຄວາມວ່າ
ບັນດາປະຊາຄົມຢູ່ທີ່ນັ້ນ ແມ່ນອ່ອນແອຕໍ່ຜົນກະທົບຈາກໄພນໍ້າຖ້ວມຫລາຍກວ່າ
ຢູ່ປະເທດອື່ນໆ.
“ສ່ວນໃຫຍ່ແລ້ວຢູ່ພາກໃຕ້ ແຕ່ວ່າ ມີຫລາຍກວ່າ 220,000 ຄົນໄດ້ຮັບຜົນ
ກະທົບ ແລະໃນຖານະທີ່ເປັນປະເທດທີ່ມີລາຍໄດ້ຕໍ່າ ແລະອ່ອນແອຫລາຍ
ກ່ວາປະເທດອື່ນໃດໃນຂົງເຂດ ຄວາມເປັນຫ່ວງຈຶ່ງມີຫລາຍ. ເພາະສະນັ້ນ
ສະພາກາແດງລາວ ແລະພາຄີຂອງເຂົາເຈົ້າ… ແນ່ນອນວ່າ ພວກເຂົາເຈົ້າ
ກໍາລັງພາກັນ ດິ້ນຮົນພະຍາຍາມຫາທາງຕອບສະໜອງຄວາມຕ້ອງການ
ເຫລົ່ານັ້ນ ຊຶ່ງຄວາມ ຕ້ອງການສະເພາະໜ້າ ໃນທັນທີນີ້ ກໍຄື ເຂົ້າປາອາ
ຫານ ນໍ້າດື່ມສະອາດ ຢາ ປົວພະຍາດ ການຮັກສາສຸຂະພາບ ອັນເປັນ
ຄວາມຕ້ອງການຂັ້ນພື້ນຖານທັງນັ້ນ. ບາດແລ້ວ ພວກເຮົາກໍຈະຮ້ອງຂໍເອົາການສະໜັບສະໜຸນໄລຍະຍາວ.”
ຢູ່ກໍາປູເຈຍນັ້ນ ລາຍງານເມື່ອວັນເສົາຜ່ານມາ ຈາກຄະນະກໍາມະການຮັບມືກັບ
ໄພຫາຍະນະແຫ່ງຊາດຂອງກໍາປູເຈຍ ບອກວ່າ ຈໍານວນຜູ້ເສຍຊີວິດຍ້ອນໄພນໍ້າ
ຖ້ວມຢູ່ທີ່ນັ້ນ ໄດ້ເພີ້ມຂື້ນ ເຖິງ 39 ຄົນແລ້ວ.
ບັນດາເຈົ້າໜ້າທີ່ກໍາປູເຈຍ ກ່າວວ່າ ໄພນໍ້າຖ້ວມໄດ້ທໍາລາຍ
ຜົນລະປູກຢ່າງຮາບຄາບສ້າງຄວາມເສຍຫາຍໃຫ້ທົ່ງໄຮ່ທົ່ງນາ
ແລະຜົນລະປູກອື່ນໆ ໃນພື້ນທີ່ຫລາຍກວ່າ 100,000 ເຮັກຕາ.
ມີລາຍງານວ່າ ໂຮງຮຽນແລະວັດວາອາຮາມ ຫລາຍຮ້ອຍຫລັງ
ພ້ອມທັງສູນກາງປິ່ນປົວສຸຂະພາບ ຫລາຍສິບແຫ່ງຢູ່ໃນຂົງ
ເຂດຖືກເສຍຫາຍ. ຫລາຍກວ່າ 130,000 ຄອບຄົວ ຮູ້ສຶກເຖິງ
ຜົນກະທົບຈາກໄພນໍ້າຖ້ວມ ຢູ່ທົ່ວປະເທດ.
ຢູ່ໃນປະເທດໄທ ທີ່ຍັງຖືກຫລອກຫລອນໂດຍຄວາມຊົງຈໍາ
ກ່ຽວກັບໄພນໍ້າຖ້ວມຮ້າຍແຮງ ເມື່ອສອງປີກ່ອນນັ້ນ ຢ່າງໜ້ອຍ 30 ຄົນໄດ້ເສຍຊີວິດ
ແລະ 3 ລ້ານຄົນໄດ້ຮັບຜົນກະທົບ. ໄພນໍ້າຖ້ວມເຫລົ່ານີ້ໄດ້ເກີດຂື້ນ ຫລັງຈາກມີການ
ຕັກເຕືອນເປັນປະຈໍາຢູ່ຕໍ່ມາ ຈາກພວກນັກວິທະຍາສາດດ້ານການປ່ຽນແປງຂອງດິນ
ຟ້າອາກາດກ່ຽວກັບຄວາມຖີ່ຂຶ້ນ ແລະຮ້າຍແຮງຂື້ນ ຂອງພາຍຸປະຈໍາລະດູການນັ້ນ.
ຫ້ອງການຫລຸດຜ່ອນການສ່ຽງໄພຕໍ່ໄພພິບັດຂອງອົງການສະຫະປະຊາຊາດ ເອີ້ນຫຍໍ້
ວ່າ UNISDR ໄດ້ຮຽກຮ້ອງໃຫ້ລັດຖະບານທັງຫລາຍ ຮັບເອົານະໂຍບາຍສອງດ້ານ
ຄືໃນດ້ານຫລຸດຜ່ອນຕໍ່ການສ່ຽງໄພ ແລະສະໜອງງົບປະມານສໍາລັບການຊ່ວຍເຫລືອ
ສຸກເສີນຫລາຍຂື້ນ. ຫ້ອງການ UNISDR ກ່າວວ່າການລົງທຶນເພີ້ມຂຶ້ນໃສ່ການຫລຸດ
ຜ່ອນການສ່ຽງຕໍ່ໄພທໍາມະຊາດນັ້ນ ສາມາດນໍາໄປສູ່ການໃຊ້ຈ່າຍທີ່ຖືກລົງ ແລະຮັກ
ສາຊີວິດປະຊາຊົນໄວ້ໄດ້.