ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດຮຸ້ນເອເຊຍ ແລະຢູໂຣບ ມີລາຄາສູງຂຶ້ນ ຍ້ອນຂ່າວເປີດ ເສດຖະກິດສະຫະລັດ ຄືນໃໝ່


ພວກຊື້ຂາຍເງິນ ກຳລັງເບິ່ງຈໍຄອມພິວເຕີ ຕະຫຼາດແລກປ່ຽນເງິນຕາ ທະນາຄານ KEB Hana ທີ່ນະຄອນຫຼວງໂຊລ ໃນວັນສຸກ ທີ 17 ເມສາ 2020.
ພວກຊື້ຂາຍເງິນ ກຳລັງເບິ່ງຈໍຄອມພິວເຕີ ຕະຫຼາດແລກປ່ຽນເງິນຕາ ທະນາຄານ KEB Hana ທີ່ນະຄອນຫຼວງໂຊລ ໃນວັນສຸກ ທີ 17 ເມສາ 2020.

ດັດຊະນີຮຸ້ນໃນອະນາຄົດຂອງສະຫະລັດ ມີລາຄາສູງຂຶ້ນໃນວັນສຸກມື້ນີ້ ໃນຂະ ນະທີ່
ດັດຊະນີ Dow Jones ກໍມີລາຄາສູງຂຶ້ນຊຶ່ງສະແດງໃຫ້ເຫັນວ່າ ລາຄາຮຸ້ນຈະໂດດຂຶ້ນໃນເວລາສັ່ນກະດີງເປີດຕະຫຼາດ. ດັດຊະນີຮຸ້ນ S&P 500 ສູງຂຶ້ນ ເຄິ່ງເປີເຊັນ ແລະດັດຊະນີຮຸ້ນ Nasdaq-100 ໃນອະນາຄົດ ສູງຂຶ້ນເກືອບ 2 ເປີເຊັນ.

ຕະຫຼາດຮຸ້ນໃນຢູໂຣບແລະເອເຊຍ ກໍມີລາຄາສູງຂຶ້ນໃນຂະນະທີ່ປະທານາທິບໍດີສະຫະ
ລັດ ທ່ານດໍໂນລ ທຣໍາ ໄດ້ປະກາດແຜນໃນຕອນແລງວັນພະຫັດວານນີ້ ທີ່ຈະເລີ້ມເປີດ
ເສດຖະກິດຂຶ້ນຄືນໃໝ່ ເທື່ອລະເລັກລະນ້ອຍ. ລາຍງານກ່ຽວກັບຢາທີ່ອາດສາມາດປິ່ນປົວ COVID-19 ໄດ້ຈາກບໍລິສັດເຮັດຢາຂອງສະຫະລັດ ກິລລີດ (Gilead
Sciences Inc) ໄດ້ມີສ່ວນໃນທາງບວກ ເຮັດໃຫ້ຕະຫຼາດ ຮຸູ້ນສູງຂຶ້ນ.

ພວກນັກຄົ້ນຄວ້າຂອງມະຫາວິທະຍາໄລຊິຄາໂກ ກ່າວໃນຕອນແລງວັນພະຫັດວານນີ້່
ວ່າ “ເຂົາເຈົ້າໄດ້ສັງເກດເຫັນ ມີອາການດີຂຶ້ນຢ່າງໄວ” ສຳລັບຄົນປ່ວຍ 125 ຄົນທີ່ຕິດ
COVID-19 ທີ່ໄດ້ໃຊ້ຢາທົດລອງຂອງບໍລິສັດກິີລລີດຊຶ່ງເປັນ ພາກສ່ວນໃນການ
ທົດລອງຢາ.

ຕະຫຼາດເອເຊຍປາກົດວ່າບໍ່ມີການເຄື່ອນໄຫວຫຍັງກ່ຽວກັບຂ່າວ ທີ່ເສດຖະກິດ ຈີນໄດ້
ຫົດໂຕລະຫວ່າງໄຕມາດທີນຶ່ງຂອງປີ 2020 ຊຶ່ງນັບເປັນເທື່ອທຳອິດໃນຮອບຫຼາຍທົດສະວັດ ທີ່ໄດ້ເກີດຂຶ້ນ.

ດັດຊະນີຮຸ້ນ S&P/ASX 200 ຂອງອອສເຕຣເລຍມີລາຄາສູງຂຶ້ນ 1.4 ເປີ ເຊັນ ໃນ
ຕອນອັດຕະຫຼາດ.

ສ່ວນດັດຊະນີ Neikke ຂອງຍີປຸ່ນມີລາຄາສູງຂຶ້ນ 3.15 ເປີເຊັນ ແລະດັດຊະນີ TSEC
ຂອງໄຕ້ຫວັນສູງຂຶ້ນ 2.14 ດປີເຊັນ ດັດຊະນີ Heng Seng ໃນຮົງກົງ ແລະດັດຊະນີ
Sensex ໃນນະຄອນບຸມບາຍຂອງອິນເດຍ ໄດ້ສູງຂຶ້ນຫຼາກວ່າ 1.5 ເປີເຊັນ ໃນຂະນະ
ທີ່ ດັດຊະນີຊຽງໄຮ້ໃນຈີນ ໄດ້ສູງຂຶ້ນເກືອບ 1 ເປີເຊັນ.

U.S. Stock-index futures rose Friday, with the Dow Jones Industrial Average up a fraction, indicating a jump at the opening bell. The S and P 500 rose half a percent and Nasdaq-100 futures were up slightly less than 2%.

European and Asian stock markets also jumped as U.S. President Donald Trump announced plans Thursday evening to gradually restart the economy. The reports of a potential drug treatment for the COVID-19 disease from U.S. drug maker Gilead Sciences Inc. also contributed to the positive reaction of stock markets.

University of Chicago Medicine researchers said Thursday evening that they observed “rapid recoveries” in 125 COVID-19 patients taking Gilead Sciences Inc.’s experimental drug ‘remdesivir’ as part of a clinical trial.

Asian markets seemed unmoved by news the Chinese economy shrank during the first quarter of 2020, the first time in decades that has happened.

In Australia, the S&P/ASX 200 closed 1.41% higher.

Japan’s Nikkei index gained 3.15% and Taiwan’s TSEC 50 Index 2.14%. The Hang Seng in Hong Kong and India’s Mumbai Sensex rose more than 1.5% each, while Shanghai Composite Index in China was up just under 1%.

XS
SM
MD
LG