ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອເຊຍ ພວມນຳທັນ ປັນຍາປະດິດ ຫຼື AI ແຕ່ຍັງຄົງມີການແບ່ງແຍກ ໃນດ້ານດິຈິໂຕລ ລະຫວ່າງ ​ຄົນຮັ່ງມີ ແລະ ຄົນທຸກຍາກ


ສິງກະໂປ ເປັນປະເທດດຽວຂອງເອເຊຍ ທີ່ຕິດ 10 ອັນດັບທຳ​ອິດ ໃນດັດ​ຊະນີການແຂ່ງຂັນ ຄວາມສາມາດທົ່ວໂລກ ຫຼື Global Talent Competitiveness Index ທີ່ອີງຕາມຄວາມເຂັ້ມແຂງ ທາງດ້ານເທັກໂນໂລຈີ. (VOA News)
ສິງກະໂປ ເປັນປະເທດດຽວຂອງເອເຊຍ ທີ່ຕິດ 10 ອັນດັບທຳ​ອິດ ໃນດັດ​ຊະນີການແຂ່ງຂັນ ຄວາມສາມາດທົ່ວໂລກ ຫຼື Global Talent Competitiveness Index ທີ່ອີງຕາມຄວາມເຂັ້ມແຂງ ທາງດ້ານເທັກໂນໂລຈີ. (VOA News)

ພວກ​ແຟນໆ​ທີ່​ນິ​ຍົມໃຊ້​ອິນ​ເຕີ​ເນັດ ພວກ​ທຳ​ອິດ​ພຸ້ນ ພາ​ກັນສົງ​ໄສວ່າ ມັນ​ຈະ​ເປັນ​ເທັກ​ໂນ
​ໂລ​ຈີ​ທີ່​ຈະເຮັດ​ໃຫ້​ເກີດ​ປະ​ຊາ​ທິ​ປະ​ໄຕ ໄດ້ຫຼືບໍ່ ເມື່ອ​ວ່າ ໝົດ​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ
​ໄດ້ ໂດຍບໍ່​ຄຳ​ນຶງ​ເຖິງ ລາຍ​ຮັບ​ຂອງ​ພວກ​ເຂົາ​ເຈົ້າ ຖາ​ນະ​ດ້ານ​ສັງ​ຄົມຫຼື​ແມ່ນ​ກະ​ທັງລະ​ດັບ​
ໃນ​ການ​ມີ​ເສ​ລີ​ພາຍໃຕ້​ລັດ​ຖະ​ບານ​ຂອງ​ພວກ​ເຂົາ​ເຈົ້າ. ໃນ​ປັດ​ຈຸ​ບັນ​ນີ້ ເທັກ​ໂນ​ໂລ​ຈີ ຄອມ
​ພິວ​ເຕີ ອີກ​ອັນ​ນຶ່ງ ກໍຄື ປັນ​ຍາ​ປະ​ດິດ ຫຼື AI ກໍ​ໄດ້ຕັ້ງຄຳ​ຖາມທີ່​ຄ້າຍ​ຄື​ກັ​ນ​ກັບ​ຄຳ​ຖາມ​ທີ່​ກ່າວ​
ມານັ້ນ ​ໂດຍ​ຂຶ້ນ​ຢູ່​ກັບ​ວ່າ ມັນ​ຈະ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ໝົດ​ທຸກ​ຄົນ ​ໄດ້ຫຼືບໍ່ ຫຼື​ວ່າ ເຮັດ​ໃຫ້​
ຄວາມບໍ່​ສະ​ເໝີ​ພາບ ທີ່​ມີ​ຢູ່ໃນ​ປັດ​ຈຸ​ບັນນີ້ ມີແຜ່ຫຼາຍຕື່ມ​ອີກຊຶ່ງໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາ​
ລາຍ​ງານ ຂອງວີ​ໂອ​ເອ ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ບົດລາຍງານສະບັບໃໝ່ ທີ່ໄດ້ຖືກເປີດເຜີຍຮ່ວມກັນ ໂດຍບໍລິສັດ Google, ໂຮງຮຽນ
ທຸລະກິດ INSEAD ແລະ ບໍລິສັດຈັດຫາພະນັກງານ Adecco ໄດ້ພາກັນສຸມໃສ່ໃນຄຳ
ຖາມຕ່າງໆ ເຫຼົ່ານັ້ນ ດ້ວຍການຈັດອັນ ດັບບັນດາປະເທດ ແລະຫົວເມືອງຕ່າງໆ ບົນພື້ນ
ຖານທີ່ວ່າ ພວກເຂົາດຶງ ດູດເອົາຄົນເຂົ້າມາຮ່ວມໃນ ກຳລັງແຮງງານຂອງພວກເຂົາເຈົ້າ
ໄດ້ດີປານໃດ ໂດຍການລົງທຶນເຂົ້າໃນ ເທັກໂນໂລຈີ ເຊັ່ນ AI ນັ້ນ. ປະເທດໃນເຂດ
ເອເຊຍທັງຫຼາຍ ພາ​ກັນ​ຂຶ້ນ​ໄປຢູ່ ໃນແຖວໜ້າ ຂອງດັດຊະນີ ການແຂ່ງຂັນດ້ານຄວາມ ສາມາດ ໃນທົ່ວໂລກ ປະ​ຈຳປີ 2020 ເມື່ອທຽບໃສ່ປີ 2019 ໂດຍສະເພາະແລ້ວ ແມ່ນ
ບັນດາປະເທດທີ່ກຳລັງພັດທະນາ. ອັນນັ້ນ ໄດ້ນຳພາບັນດາຜູ້ສັງເກດການ ໃຫ້ສະຫລຸບ
ອອກ​ມາແບບສອງ​ແງ່​ສອງ​ມູ​ມ ທີ່ ມີຄວາມຫວັງ​ໄປໃນແງ່ດີ ແຕ່​ຍັງ​ຄົງລະມັດລະວັງ ເຊັ່ນ
ວ່າ: ໃນດ້ານນຶ່ງ ປະເທດທີ່ດ້ອຍພັດທະນາທັງຫຼາຍ ສາມາດນຳໃຊ້ເທັກໂນໂລຈີນີ້ ເພື່ອ
ຈະໄດ້ກ້າວໜ້າ ແລະ ໃນອີກດ້ານນຶ່ງ ຖ້າຫາກຜູ້ຄົນເພິ່ງພໍໃຈແລ້ວ ການໄດ້ປຽບດ້ານ
ເທັກໂນໂລຈີ ກໍອາດຈະຢູ່ໃນພວກປະເທດທີ່ຮັງມີ.

ທ່ານບຣູໂນ ແລນວິນ ຜູ້ອຳນວຍການບໍລິຫານ ຮັບຜິດຊອບດ້ານການວັດແທກ ໃນທົ່ວ
ໂລກຢູ່ທີ່ ບໍລິສັດ INSEAD ໄດ້ກ່າວວ່າ “ໃນຂະນະທີ່ຄວາມສາມາດ ກາຍມາເປັນເລື້ອງ
ທີ່ບໍ່ຄົງທີ່ແລະປ່ຽນແປງຢູ່ສະເໝີ ພວກຄົນບາງສ່່ວນທີ່ໄດ້ຮັບ ເອົາ AI ຕັ້ງແຕ່ຫົວ​ທີສາ
ມາດ ໃຊ້ເຫດຜົນອັນນີ້ ໃຫ້ກາຍມາເປັນການແຂ່ງຂັນ ກັນ ໃນດ້ານຄວາມສາມາດຫຼາຍ
ຂຶ້ນ ເຖິງຢ່າງໃດກໍຕາມ ຍັງມີຮ່ອງຮອຍຂອງ AI ທີ່ມີຢູ່ຢ່າງແຜ່ຫຼາຍໃນທຸກແຫ່ງ ຊຶ່ງໄດ້ ເຮັດໃຫ້ເກີດຄວາມບໍ່ກ້ຳເກິ່ງ ແລະ ຄວາມບໍ່ເທົ່າທຽມກັນ ໃນປັດຈຸບັນນີ້ ຂະຫຍາຍ​ວົງ
ກວ້າງອອກ.”

ພວກປະເທດ​ໃຫຍ່ໆຢູ່ໃນເອເຊຍ ສ່ວນຫຼາຍກໍໄດ້ປັບປຸງອັນດັບຂອງພວກເຂົາເຈົ້າ ໃນ
ປີນີ້ ທີ່ປະກອບດ້ວຍ ປະເທດຈີນ ມາເລເຊຍ ຟີລິບປິນ ແລະອິນໂດເນເຊຍ. ດັດຊະນີ
ດັ່ງກ່າວ ໃຫ້ຄະແນນແຕ່ລະປະເທດ ສຳລັບຕົວຊີ້ວັດ ຫຼາຍ ກວ່າ 12 ຢ່າງ ເຊັ່ນວ່າ ພວກ
ເຂົາສະໜອງການສຶກສາດ້ານວິຊາການ ແລະ ການຝຶກຫັດ ໃຫ້​ແກ່​ຜູ້​ຄົນຫຼາຍຊ່ຳໃດ, ຈຳນວນການໂອນເທັກໂນໂລຈີໃຫ້ແກ່ຜູ້ຄົນ ທີ່ພວກເຂົາສາມາດເຮັດໄດ້ ແລະລະດັບ
ຂອງການປຸກລະດົມ ທາງດ້ານສັງຄົມ.

ເຫດຜົນທີ່ບັນດາຜູ້ສັງເກດການ ໄດ້ໃຫ້ຂໍ້ສະຫລຸບແບບປະສົມປະສານຈາກດັດຊະນີ
ດັ່ງກ່າວນັ້ນ ກໍແມ່ນວ່າ ຍັງມີໂອກາດສຳລັບບັນດາປະເທດ ກຳລັງພັດທະນາ ທີ່ຈະປັບ
ປຸງໄດ້ ແຕ່ມັນກໍມີຂີດຈຳກັດ. ຍົກຕົວຢ່າງເຊັ່ນ ປະເທດມາເລເຊຍ ໄດ້ຮັບຄະແນນສູງ
ຂຶ້ນກວ່າເກົ່າໃນປີນີ້ ຍ້ອນວ່າ ປະເທດນີ້ ປະຕິບັດໄດ້ດີ ໃນການຕອບສະໜອງແຮງງານ
ໃຫ້ເຂົ້າກັບຄວາມສາມາດ. ເຖິງຢ່າງໃດກໍຕາມ ບັນດານັກຂຽນບົດລາຍງານນີ້ ກ່າວວ່າ
ມັນ “ຈະໄດ້ຮັບຜົນປະໂຫຍດ ຈາກຄວາມ ອົດທົນທີ່ສູງໆ ແລະໂອກາດທີ່ຍິ່ງໃຫຍ່ກວ່າ
ເກົ່າ ສຳລັບພວກຊົນກຸ່ມນ້ອຍ ແລະ ພວກຄົນເຂົ້າເມືອງ.”

ຫາກແຕ່ ບັນດານັກຂຽນ ເອີ້ນສິ່ງທີ່ “ໜ້າເປັນຫ່ວງ” ທີ່ສຸດກໍແມ່ນຄວາມສ່ຽງຂອງ​ການ
ຂະຫຍາຍອອກເລື້ອຍໆ ຊ່ອງຫວ່າງລະຫວ່າງ​ຄົນທຸກແລະ​ຄົນຮັ່ງມີ ໃນແງ່ຂອງປະເທດ
ໃດ​ ທີ່ມີຄວາມພ້ອມດີທີ່ສຸດ ທີ່ຈະນຳໃຊ້ປັນຍາປະດິດ. ສິງກະໂປ ຊຶ່ງ​ເປັນ​ຫົວ​ເມືອງຮັ່ງມີ
ແມ່ນ​ເປັນ​ພຽງປະເທດດຽວຂອງເອເຊຍ ທີ່ສາມາດຕິດ 10 ອັນດັບທຳ​ອິດ ຂອງດັດ​ຊະນີ
ທີ່ໄດ້ຖືກເປີດເຜີຍ ເມື່ອເດືອນແລ້ວ ນີ້. ໃນພາກສ່ວນຂອງການສຶກສາ ທີ່ໄດ້ເພັ່ງເລັງໃສ່
ບັນດາເມືອງຕ່າງໆ ທີ່​ມີລາຍ ຮັບສູງ ເຊັ່ນ ໂຕກຽວ ແລະຮົງກົງ ແມ່ນປະຕິບັດໄດ້ດີທີ່ສຸດ
ຢູ່ໃນ​ພາກ​ພື້ນ ດັ່ງ ກ່າວນັ້ນ.

ພວກປະເທດກຳລັງພັດທະນາ ສາມາດທີ່ຈະທຳຄວາມກ້າວໜ້າໃນບາງສ່ວນ ເພາະວ່າ ຢູ່ໃນຂັ້ນ​ພື້ນ​ຖານ, ເທັກໂນໂລຈີ ແມ່ນສາມາດເຂົ້າຫາໄດ້ ແລະມີ ລາຄາຖືກ. ຍົກຕົວຢ່າງ ອິນເດຍ ແລະຟີລິບປິນ ໄດ້ກາຍເປັນສູນກາງບໍ​ລິການ​ດ້ານ​ການໂທເຂົ້າ​ມາ​ສອບ​ຖາມ
ຂອງໂລກ ແລະສູນກາງແຫຼ່ງແຮງງານ​ຕ່າງ​ຊາດດ້ານ IT ແລະມັນກໍເປັນທີ່ງ່າຍດາຍສຳ
ລັບພວກພົນລະເມືອງຂອງສອງປະເທດ ນີ້ ທີ່ຈະຮຽນຮູ້ທັກສະໃນການຂຽນໂປແກຣມ ຂັ້ນພື້ນຖານ ໂດຍບໍ່ຄຳນຶງເຖິງລາຍຮັບຂອງພວກເຂົາເຈົ້າ.

ເຖິງຢ່າງໃດກໍຕາມ ເມື່ອເທັກ​ໂນ​ໂລ​ຈີ ​ກ້າວໜ້າ​ກາຍ​ທັກ​ສະ​ການ​ຂຽນ​ໂປ​ແກ​ຣມ​ໄປ​ແລ້ວ ​
ການ​ລົງ​ທຶນ ແລະ​ການຊ່ອຍ​ເຫຼືອ​ດ້ານ​ຊັບ​ພະ​ຍາ​ກອນ ​ຕ້ອງ​ມີຫຼາຍ​ຂຶ້ນ. ປັນ​ຍາ​ປະ​ດິດ
ໂດຍ​ສະ​ເພາະແລ້ວ ​ແມ່ນກາງ​ຕໍ່ ຈຳນວນຂໍ້ມູນທີ່ຖືກສົ່ງເຂົ້າ​ຄອມ​ພິວ​ເຕີແລະພະລັງ​ໃນ​
ການຄິດໄລ່ຂໍ້ມູນນັ້ນ. ບັນດາປະເທດ​ຕ່າງໆ ແລະບໍລິສັດ ທັງຫຼາຍ ທີ່ສະ​ສົມຂໍ້​ມູນໄວ້
ແລະ​ພວກ​ຜູ້​ຊ່ຽວ​ຊານ​ທີ່​ໄດ້​ຮັບ​ຄ່າ​ຈ້າງ​ສູງ ຜູ້​ທີ່​ສາ​ມາດ​ເຂົ້າ​ໃຈ​ມັນ ກໍ​ຈະ​ໄດ້​ປຽບ​ໃນ​ຈຸດນີ້
ຊຶ່ງ​ມັນ​ອາດ​ເປັນ​ເລື້ອງ​ຍາກ​ສຳ​ລັບ​ຄົນ​ອື່ນໆ ທີ່​ຈະຕິດ​ຕາ​ມທັນອະ​ນາ​ຄົດ​ໄດ້.

ທ່ານ​ເຄັນ ວອກ​ເກີ ຮອງ​ປະ​ທານ​ອະ​ວຸ​ໂສ ຂອງ​ບໍ​ລິ​ສັດ Google ໄດ້​ກ່າວ​ວ່າ “AI ຍັງ​ຈະ
​ມີ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ​ຂອງ​ຄົນ ແລະ​ຈະ​ປ່ຽນ​ສະ​ພາບຂອງ​ການ​ເຮັດ​ວຽກ. ພວກ​ເຮົາ​
ຕ້ອງຄາດ​ການ​ໄວ້​ລ່ວງ​ໜ້າ ການ​ປ່ຽນ​ແປງ​ເຫຼົ່າ​ນີ້ ແລະ​ເອົາ​ບາດ​ກ້າວ​ຕ່າງໆ ເພື່ອ​ກຽມ​
ພ້ອມ​ສຳ​ລັບ​ພວກ​ມັນ.”

ບໍ​ລິ​ສັດ Google ກໍ​ໄດ້​ປຽບ​ທາງ​ດ້ານ AI ຢ່າງ​ຊັດ​ເຈນ. ກູ​ໂກ​ລ ສາ​ມາດ​ເກັບ​ກຳ​ຮູບ​ພາບ​
ໄດ້​ຢ່າງຫຼວງຫຼາຍ ເພື່ອ​ສົ່ງ​ເຂົ້າ ແລະ​ປັບ​ປຸງ​ຂັ້ນ​ຕອນ​ວິ​ທີ​ຈື່​ຈຳ​ພາບ ຍົກ​ຕົວ​ຢ່າງ ​ໃນ​ລະ​ດັບ
​ທີ່​ຫຍຸ້ງ​ຍາກ​ສຳ​ລັບ​ບໍ​ລິ​ສັດ​ອື່ນໆ​ທັງ​ລາຍ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້​ຄື​ກັບ​ກູ​ໂກ​ລ.

ບັນ​ດາ​ຜູ້​ຂຽນ​ບົດ​ລາຍ​ງານ ໄດ້​ເປີດ​ເຜີຍ ດັດຊະ​ນີ​ຄວາມ​ສາ​ມາດ​ໃນ​ທົ່ວ​ໂລກ ໃນ​ຄວາມ​
ຫວັງ​ທີ່​ຢາກ​ຈະ​ເນັ້ນ​ໃຫ້​ເຫັນ​ຄວາມ​ແຕກ​ແຍກ​ ໃນ​ດ້ານ​ດີ​ຈີ​ໂຕ​ລ ພ້ອມ​ກັນ​ນັ້ນ ເປັນ​ການ
​ສະ​ໜອງ​ຂໍ້​ແນະ​ນຳ​ຕ່າງໆ ວິ​ທີ​ການ​ແກ້​ໄຂ​ມັນ​ນັ້ນ. ພວກ​ເພິ່ນ ກ່າວ​ວ່າ ເພື່ອ​ປ້ອງ​ກັນ​ບໍ່​
ໃຫ້​ພວກ​ຄົນທົ່ວ​ໄປ ຖືກ​ປ່ອຍ​ປະ​ລະ​ເລີຍ ​ເພື່ອ​ໃຫ້​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທັງຫຼາຍ ​ສາ​ມາດເພັ່ງ​ເລັງ​ໃສ່​ການ​ອົບ​ຮົມ​ດ້ານ​ວິ​ຊາ​ສະ​ເພາະ ແລະການ​ຮຽນ​ຮູ້​ຕະຫຼອດຊີ​ວິດ ແລະ​ບໍ່
​ພຽງ​ແຕ່​ສຳ​ລັບ​ວຽກ​ງານ​ວິ​ຊາ​ການ​ທີ່​ໃຊ້​ຄວາມ​ສາ​ມາດ​ຕ່ຳ​ເທົ່າ​ນັ້ນ ເຊັ່ນ​ວ່າ ການ​ຂຽນ​ໂປ
​ແກ​ຣມ. ພວກ​ຄົນ ສາ​ມາດ​ຮຽນ​ຮູ້​ໃນ​ການ​ເຮັດ​ວຽກ ທີ່​ເປັນ​ສ່ວນ​ປະ​ກອບ -- ບໍ່​ແມ່ນ​ການ
​ສັບ​ປ່ຽນ--ດ້ວຍ​ພວກຫຸ່ນ​ຍົນ, ພວກ​ເຄື່ອງຈັກ ​ອາດ​ສາ​ມາດ​ກຽມ​ເຂັມ​ສັກ​ຢາ ​ໃຫ້ເຂົ້າ​ໄປ
​ສູ່​ຕຳ​ແໜ່ງ​ໄດ້ ແຕ່​ພວກ​ຄົນ​ປ່ວຍ ​ກໍຍັງ​ຄົງ​ຢາກ​ໃຫ້ພວກ​ແພດ ​ທີ່​ເປັນມະ​ນຸດ ມາ​ກຳ​ກັບ​
ນຳ​ການ​ສັກ​ຢາ ໃນ​ກໍ​ລະ​ນີນີ້.

ທ່ານ​ນາງ ອາ​ເລນ ດີ​ຮາ​ຊີ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ຂອງ ກຸ່ມ​ບໍ​ລິ​ສັດ ອາ​ເດັກ​ໂກ
(Adecco Group) ໄດ້​ກ່າວ​ວ່າ “ບົດ​ບາດ​ຂອງ​ມະ​ນຸດ ໃນ​ດ້ານ​ວຽກ​ງານຢູ່​ໃນ​ໂລກ
ແມ່ນກຳ​ລັງ​ຖືກເພີ້ມ​ພູນ​ໂດຍ​ເທັກ​ໂນ​ໂລ​ຈີ ແທນ​ທີ່​ຈະ​ເປັນ​ການ​ສັບ​ປ່ຽນ​ໂດຍ​ມັນ.”

ລາຍ​ງານນີ້ ໄດ້​ກ່າວ​ວ່າ ໃນ​ລະ​ດັບ​ຂັ້ນ​ລັດ​ຖະ​ບານ ປະ​ເທດ​ຕ່າງໆ ຄວນ​ຕົກ​ລົງ​ກັນ ກ່ຽວ​
ກັບ​ກົດ​ລະ​ບຽບ ແລະຫຼັກ​ການ ທີ່​ຈະ​ເປັນ​ແນວ​ທາງ​ຊີ້​ນຳໃນ​ດ້ານການ​ຄົ້ນ​ຄວ້າ​ ແລະ​ການ
​ນຳ​ໃຊ້ ເຊັ່ນ​ວ່າ ຄວາມ​ຈຳ​ເປັນ​ໃນ​ການ​ປົກ​ປ້ອງ​ຂໍ້​ມູນ. ອັນ​ນັ້ນ ຈະ​ເພີ້ມ​ຄວາມ​ເປັນ​ໄປ​ໄດ້
ວ່າ ​ເທັກ​ໂນ​ໂລ​ຈີ​ໃໝ່​ຕ່າງໆແມ່ນ​ຈະ​ກ້າວ​ໜ້າ​ໄປ​ໃນ​ທາງ​ທີ່​ເປັນ​ປະ​ໂຫຍດ​ຂອງ​ມວນມະ​ນຸດ​.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG