ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍກະເທີຍ ຜູ້ທີ່ຖືກ ຄາດຕະກຳ ເມື່ອ 20 ປີກ່ອນ ໃນທີ່ສຸດ ກໍຖືກ​ນຳ​ໄປຝັງ ໃນພະວິຫານ ແຫ່ງຊາດ ວໍຊິງຕັນ


ພວກຜູ້ໄວ້ອາໄລ ຖືລາຍການ ທີ່ມີພາບຂອງທ້າວ ແມັດຕີວ ແຊັປປາຣດ໌ ໃນລະຫວ່າງ ພິທີທາງສາສະໜາ ຂອງ "ວັນຂອບຄຸນພະເຈົ້າ ຫຼື Thanksgiving ແລະ ການລຳລຶກເຖິງ ທ້າວ ແມັດຕີວ ແຊັປປາຣດ໌ " ຢູ່ທີ່ພະວິຫານແຫ່ງຊາດ ວໍຊິງຕັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ຕຸລາ 2018.
ພວກຜູ້ໄວ້ອາໄລ ຖືລາຍການ ທີ່ມີພາບຂອງທ້າວ ແມັດຕີວ ແຊັປປາຣດ໌ ໃນລະຫວ່າງ ພິທີທາງສາສະໜາ ຂອງ "ວັນຂອບຄຸນພະເຈົ້າ ຫຼື Thanksgiving ແລະ ການລຳລຶກເຖິງ ທ້າວ ແມັດຕີວ ແຊັປປາຣດ໌ " ຢູ່ທີ່ພະວິຫານແຫ່ງຊາດ ວໍຊິງຕັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ຕຸລາ 2018.

ຂຸມຝັງສົບຢູ່ໃຕ້​ພະວິຫານແຫ່ງຊາດ ຫຼື National Cathedral ໃນນະຄອນ ວໍຊິງຕັນ
ເປັນບ່ອນທີ່ໄດ້ຖືກປົກປິດມິດຊິດ ແລະປົກປ້ອງ ເຊິ່ງເປັນບ່ອນແບບທີ່ວ່າ ຜູ້ເປັນພໍ່
ແລະແມ່ ອາດຫວັງໃຫ້ເປັນພຽງບ່ອນທີ່ດວງວິນຍານຂອງເດັກນ້ອຍ ຜູ່ທີ່ໄດ້ຖືກ
ທໍລະມານ ແລະຖືກຄາດຕະກຳ ຢູ່ທີ່ນັ້ນ.

ທ່ານນາງຈູດີ ແລະ ທ່ານ ເດນນິສ ແຊັປປາຣດ໌ ໄດ້ໃຊ້ເວລາສອງທົດສະວັດ ຜ່ານມາ
ເພື່ອຊອກຫາບ່ອນທີ່ີຈະຝັງສົບລູກຊາຍຂອງເຂົາເຈົ້າ ທ້າວ ແມັດຕີວ ໃນທີ່ສຸດ ກໍໄດ້
ເລືອກເອົາ ພະວິຫານແຫ່ງຊາດໃນວໍຊິງຕັນ ຊຶ່ງເປັນໂບດໃຫຍ່ຂອງ​ນິ​ກາຍ Episcopal
ທີ່ໄດ້ດຶງດູູດເອົາຜູ້ຄົນຫຼາຍກວ່າ 400,000 ຄົນມາ ຢ້ຽມຊົມໃນແຕ່ລະປີ. ໃນປີ 1998
ນັກສຶກສາມະຫາວິທະຍາໄລປີທີນຶ່ງ ອາຍຸ 21 ປີ ໄດ້ຖືກທຳຮ້າຍຮ່າງກາຍ ຖືກມັດໂຕໃສ່
ຫລັກຮົ້ວ ແລະປ່ອຍປະໄວ້ໃຫ້ຕາຍ ໃນສະພາບອາກາດອຸນຫະພູມຕ່ຳ ເກືອບແຂງ
ກະດ້າງ ໃນເວລາຂ້າມຄືນ. ນຶ່ງອາທິດຕໍ່ມາ ຜູ້ກ່ຽວກໍບໍ່ສາມາດທົນຕໍ່​ພິດບາດແຜທີ່ໄດ້
ຮັບຈາກການຖືກທຸບຕີຢ່າງແຮງ ຈຶ່ງໄດ້ເສຍຊີວິດ.

ຄອບຄົວດັ່ງກ່າວ ມາຈາກລັດໄວໂອມິງ ໄດ້ວິຕົກກັງວົນມາເປັນເວລາສອງທົດສະວັດ ທີ່
ວ່າ ຂຸມຝັງສົບໃດໆນັ້ນ ອາດຈະຕົກເປັນເປົ້າໝາຍໃຫ້ແກ່ຄວາມກຽດຊັງ ແລະຄວາມ
ຢ້ານກົວ ຕໍ່ພວກກະເທີຍ. ໄພຂົ່ມຂູ່ກໍຍັງມີຢູ່ສະເໝີໄປ. ຢູ່ໃນ ເວັບໄຊນຶ່ງ ທີ່ອ້າງເຖິງ
ຄຳເວົ້າຈາກຄຳພີ ບາຍໂບ ແລະໄດ້ຖືກຕັ້ງຂຶ້ນມາເພື່ອ ປະນາມກຸ່ມປົກປ້ອງສິດທິກະເທີຍ,
ຊຶ່ງພາບຂອງທ້າວ ແມັດຕີວ ແຊັປປາຣດ໌ ໄດ້ຖືກຕັ້ງໄວ້ຢູ່ເທິງແປວໄຟ ແລະ ກໍມີເຄື່ອງນັບ
ທີ່ບົ່ງບອກວ່າ ລາວ “ຢູ່ໃນໝໍ້ ນາ​ຮົກຈັກມື້.”

“ທ້າວ ແມັດຕີວ ເປັນຄົນຕາບອດ” ທ່ານ ເດນນິສ ແຊັປປາຣດ໌ ໄດ້ກ່າວວ່າໄປ ຢູ່ໃນ
ລະບົບບໍລິການອິນເຕີເນັດຂອງພະວິຫານ ໃນວັນສຸກວານນີ້ ກ່ຽວກັບ ລູກຊາຍຂອງທ່ານ
ຜູ້ທີ່ຮັບໃຊ້ເປັນຜູ້ຊ່ວຍ ໃນການຈັດພິທີສະເຫຼີມສະຫຼອງ ທາງສາສະໜາຢູ່ ໃນໂບດດັ່ງ
ກ່າວ ໃນເວລາທີ່ລາວຍັງເຍົາໄວ. ທ່ານ ເດນນິສ ໄດ້ກ່າວ ອີກວ່າ “ລາວບໍ່ສາມາດແນມ
ເຫັນສີຜິວ. ລາວບໍ່ສາມາດແນມ ເຫັນສາສະໜາ. ລາວບໍ່ສາມາດແນມ ເຫັນເພດ
ແບບໃດ. ສິ່ງທີ່ລາວເຫັນໄດ້ ກໍພຽງແຕ່ໂອກາດ ໄດ້ມີເພື່ອນອີກຄົນນຶ່ງ.”

ທ່ານກ່າວຕໍ່ໄປວ່າ “ມັນສຳຄັນແທ້ໆເລີຍ ວ່າ ບັດນີ້ ພວກເຮົາມີບ່ອນຢູ່ໃຫ້ແກ່ ແມັດຕີວ
ເປັນບ່ອນຢູ່ທີ່ຄົນອື່ນໆ ສາມາດມາຢ້ຽມຢາມ. ເປັນບ່ອນຢູ່ ທີ່ປອດໄພ ຈາກຄວາມ
ກຽດຊັງ ທັງຫຼາຍ.”

ທຸງທີ່ເປັນສັນຍາລັກຂອງການພູມໃຈທີ່ເປັນກະເທີຍ ພັດສະບັດ ຢູ່ນອກ ພະວິຫານແຫ່ງຊາດວໍຊິງຕັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ຕຸລາ 2018, ຫຼັງຈາກພິທີລຳລຶກເຖິງ " ວັນຂອບຄຸນພະເຈົ້າ ຫຼື Thanksgiving ແລະ ພິທີລຳລຶກເຖິງ ທ້າວ ແມັດຕີວ ແຊັປປາຣດ໌".
ທຸງທີ່ເປັນສັນຍາລັກຂອງການພູມໃຈທີ່ເປັນກະເທີຍ ພັດສະບັດ ຢູ່ນອກ ພະວິຫານແຫ່ງຊາດວໍຊິງຕັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ຕຸລາ 2018, ຫຼັງຈາກພິທີລຳລຶກເຖິງ " ວັນຂອບຄຸນພະເຈົ້າ ຫຼື Thanksgiving ແລະ ພິທີລຳລຶກເຖິງ ທ້າວ ແມັດຕີວ ແຊັປປາຣດ໌".

ຄອບຄົວ ແຊັປປາຣດ໌ ກ່າວວ່າ ອັນນີ້ເປັນເວລາທີ່ເໝາະສົມແລ້ວ ເພື່ອລຳລຶກ ເຖິງລູກ
ຊາຍກົກ ຮູບຊົງຈ່ອຍ ແລະຄ້າຍກັບເດັກ ຂອງພວກເພິ່ນ ເພາະວ່າ ສິ່ງ ທີ່ຈະໄດ້ຮັບ ຂອງ
ການສູນເສຍໄປນັ້ນ ຫາກບໍ່ໄດ້ເຮັດ ໃນກຸ່ມປົກປ້ອງສິດທິ ຂອງພວກ LGBTQ (ທີ່ຫຍໍ້
ມາຈາກ ພວກ​ຮັກ​ຮ່ວມ​ເພດແມ່ຍິງ ​ພວກກະເທີຍ ​ພວກຮັກທັງສອງເພດ ​ພວກປ່ຽນເພດ
ແລະຜູ້ທີ່ຍັງ​ເປັ​ນ​ຄຳ​ຖາມຢູ່) ຕະຫຼອດ ໄລຍະ 20 ປີ ທີ່ຜ່ານມາ.

ໂດຍການຮັບຮູ້ເຖິງຄວາມກ້າວໜ້າທີ່ໄດ້ຮັບ ຊຶ່ງມີ ການແຕ່ງງານລະຫວ່າງ ກະເທີຍ ແມ່ນ
ຖືກຕ້ອງຕາມກົດໝາຍ ແລະບັນດາສະມາຊິກ ຂອງກອງທັບ ກໍບໍ່ຕ້ອງຢ້ານອີກຕໍ່ໄປວ່າ
ຈະຖືກປົດອອກ ຖ້າຫາກຕົນເລືອກຈະ ເປັນເພດໃດ ທີ່ບໍ່ກົງກັບເພດທົ່ວໄປ ແຕ່ພວກເຂົາ
ຊີ້ໃຫ້ເຫັນ ເຖິງການເພີ້ມຂຶ້ນຂອງຄວາມ ຮຸນ ແລະ ອາຊະກຳທັງຫຼາຍ ທີ່ກ່ຽວຂ້ອງກັບ
ຄວາມກຽດຊັງ ຊຶ່ງອົງການສັນຕິ ບານກາງ ຫຼື FBI ກ່າວວ່າ ໄດ້ຫລຸດລົງໜ້ອຍນຶ່ງ ເມື່ອ
ປີກາຍນີ້ ຫຼັງຈາກທີ່ໄດ້ ສູງຂຶ້ນ 4 ປີກ່ອນໜ້ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG