ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກອງ​ປະຊຸມ​ ASEP ຄັ້ງທີ 7 ຕົກລົງ ຈະເສີມ​ຂະຫຍາ​ຍ ຄວາມ​ຮ່ວມ​ມືໃນ 3 ດ້ານ


ຜູ້ແທນສະພາແຫ່ງຊາດມຽນມາທ່ານນຶ່ງ ຈັບມືກັບທ່ານນາງ ປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ, ທີ່ກອງປະຊຸມ ASEP ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 3-4 ຕຸລາ 2012.
ຜູ້ແທນສະພາແຫ່ງຊາດມຽນມາທ່ານນຶ່ງ ຈັບມືກັບທ່ານນາງ ປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ, ທີ່ກອງປະຊຸມ ASEP ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 3-4 ຕຸລາ 2012.
ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ເອ​ເຊ​ຍ-ຢູ​ໂຣບ
ຕົກລົງ​ເສີມ​ຂະຫຍາ​ຍຄວາມ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຢ່າງ​
ຍືນ​ຍົງ​ໃນ 3 ດ້ານ​ທີ່​ສໍາຄັນ ພ້ອມ​ທັງ​ຍັງ​ໄດ້​ຮັບ​ສະມາຊິກ​ໃໝ່
​ເພີ່ມ​ຂຶ້ນອີກ 4 ປະ​ເທດ​ອີກ​ດ້ວຍ.

ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ເອ​ເຊຍ-ຢູ​ໂຣບ
(ASEP) ຄັ້ງ​ທີ 7 ຢູ່​ນະຄອນ​ວຽງ​ຈັນ ທີ່​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​
ທາງ​ການ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ່ 3 ຕຸລາ ​ແລະ​ໄດ້​ສິ້ນ​ສຸດ​ລົງ
​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 4 ຕຸລາ ພາຍ​ໃຕ້ການເປັນ​ປະທານ
​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາແຫ່ງ​ຊາດ​ລາວ​ນັ້ນ
​ໄດ້​ມີ​ມະຕິ​ຕົກລົງ​ທີ່​ຈະ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ລະ​ຫວ່າງ
​ກັນ​ເຂົ້າ​ໃນ 3 ດ້ານ​ທີ່​ສໍາຄັນ ກໍ​ຄື​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງ​ອາຫານ ​ໃນ​ເງື່ອນ​ໄຂ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ອັນ​ສັບສົນ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ ​ແລະ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ​ສັງຄົມ​ໃນ​ການ​ຄຸ້ມ​ຄອງ​ໄພພິບັດ.

ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ASEP ທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນ
ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ASEP ທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນ

​ການ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​
ເອ​ເຊຍ-ຢູ​ໂຣບ ​ໃນ​ທັງ 3 ດ້ານ​ດັ່ງກ່າວ​ນີ້ ຖື​ເປັນ​ພາກສ່ວນ​ທີ່​
ສໍາຄັນ​ໃນ​ເປົ້າໝາຍ​ຂອງ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ຮ່ວມກັນ
​ລະຫວ່າງ​ລັດຖະສະພາ​ຂອງ 2 ພູມິ​ພາກ​ທີ່​ມີ​ປະຊາກອນ
ລວມກັນຫຼາຍກວ່າ 4,700 ລ້ານ​ຄົນ ຫຼືທຽບ​ໄດ້ ກັບ 65%
ຂອງ​ພົນລະ​ເມືອງ​ໂລກ​ທັງ​ໝົດ ​ເພາະສະ​ນັ້ນ ການ​ເສີມ​ຂະ
ຫຍາຍການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ເອ​ເຊຍ-ຢູ​ໂຣບ
ດັ່ງກ່າວ ຈຶ່ງ ມີ​ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ຕໍ່​ການ​ພັດທະນາ​ໃນ​ທຸກໆ
​ດ້ານ ດັ່ງ​ທີ່​ທ່ານ​ວິ​ເສດ ສະ​ແຫວ​ງສຶກສາ ຮອງ​ຫົວໜ້າ​ຫ້ອງ
ການ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ເອ​ເຊຍ-ເອີໂຣບ ມີ​ຈຸດປະສົງ​ເພື່ອ​ສ້າງ​
ຄວາມເປັນ​ປຶກ​ແຜ່ນ​ລະ​ຫວ່າງ​ອົງການ​ຕົວ​ແທນ​ຂອງ​ປະຊາຊົນ ອົງການ​ນິຕິບັນ​ຍັດ
​ຂອງ​ສອງ​ທະວີບ ​ແມ່ນ​ເວທີ​ທີ່​ແລກປ່ຽນ​ຄວາມ​ຄິ​ດຄວາມ​ເຫັນ​ແລະ​ທັດສະນະ ຊຶ່ງ​
ກວມເອົາ​ທາງ​ດ້ານ​ການ​ເມືອງ ​ເສດຖະກິດ ສັງຄົມ ​ແລະ​ວັດທະນະ​ທໍາ ​ແນ​ໃສ່​ເພື່ອ​ເອົາ​ຈຸດ​ຢືນ​ທີ່​ເປັນ​ເອກ​ກະພາບ ​ຕໍ່ບັນຫາ​ສາກົນ.”


​ກອງ​ປະຊຸມ​ຄັ້ງ​ນີ້ ​ເຖິງ​ແມ່ນ​ວ່າຈະ​ມີ​ຜູ້​ນໍາ​ລັດຖະສະພາ​ເຖິງ 10 ປະເທດ​ທີ່​ບໍ່​ສາມາດ​ເດີນທາງ​ມາ​ຮ່ວມ​ໃນ​ກອງ​ປະຊຸມ​ໄດ້ ​ເນື່ອງ​ຈາກ​ຕິດ​ພາລະ ກິດ​ທີ່​ສໍາຄັນ​ອື່ນໆກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ມີ​ຄະນະ​ຜູ້​ແທນ​ລັດຖະສະພາ​ຈາກ 27 ປະ​ເທດ​ຈໍານວນ 30 ຄະນະ ຊຶ່ງ​ລວມ​ເຖິງ​ຄະນະ​ຜູ້​ແທນ​ຂອງ​ກອງ​ທຶນການ​ເງິນ​ສາກົນ IMF ​ແລະ​ອົງການ​ຍຸດ​ທະ​ສາດ​ການ​ຫລຸດ​ຜ່ອນ​ໄພ​ພິບັດ (UNISDR) ​ແຫ່ງ​ສະຫະ​ປະຊາ​ຊາດ​ດ້ວຍ​ທີ່​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະ​ຊຸມ​ຄັ້ງລ່າ​ສຸດ​ນີ້​ຢູ່​ນະຄອນ​ວຽງ​ຈັນ.

ພິທີເປີດກອງປະຊຸມ ASEP ຄັ້ງທີ 7 ທີ່ຈັດຂຶນໃນລາວ ໃນວັນທີ 3-4 ຕຸລາ, 2012
ພິທີເປີດກອງປະຊຸມ ASEP ຄັ້ງທີ 7 ທີ່ຈັດຂຶນໃນລາວ ໃນວັນທີ 3-4 ຕຸລາ, 2012

ນອກ​ຈາກ​ນັ້ນ ກອງ​ປະຊຸມ ASEP ຄັ້ງ​ທີ່ 7 ນີ້​ກໍ​ຍັງ​ໄດ້​ໃຫ້ການ
​ສໍາຄັນ​ຢ່າງ​ຍິ່ງ​ກັບ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ເປັນ
​ປຶກ​ແຜ່ນ​ໃນ​ບັນຫາ​ຕ່າງໆ ລະຫວ່າງ​ອົງການ​ນິຕິ​ບັນ​ຍັດ​ຂອງ​ປະ
ຊາຊົນ​ທັງ​ສອງ​ທະວີບ ​ໃຫ້ຫຼາຍຂຶ້ນກັບ​ທັງ​ຍັງ​ໄດ້​ຕົກລົງ​ຮັບ​ເອົາ​
ສະມາຊິກ​ເພີ່ມ​ຂຶ້ນອີກ 4 ປະ​ເທດ ອີ​ກດ້ວຍ ຄື​ລັດຖະສະພາຈາກ
ຣັດ​ເຊຍ ນີວຊີ​ແລນ​ດ໌ ອອສ​ເຕຣ​ເລຍ ​ແລະ ມຽນມາ ນັ້ນ​ເອງ.

ນອກຈາກ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ASEP ຄັ້ງທີ 7 ​
ແລ້ວ ທາງ​ການລາວ​ກໍ​ຍັງ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ
​ຍອດ​ຜູ້​ນໍາ​ເອ​ເຊ​ຍ-ຢູ​ໂຣບ (ASEM) ຄັ້ງທີ່ 9 ​ໃນ​ວັນ​ທີ່ 5-6 ​
ເດືອນ​ພະຈິກ​ປີ​ນີ້​ອີກ​ດ້ວຍ. ​ແຕ່ວ່າ​ຈົນ​ເຖິງ​ຂະນະ​ນີ້​ກໍ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ​ ຜູ້​ນໍາ​ຈາກ​ທັງ​
ເອ​ເຊຍ​ແລະ​ຢູໂຣບ ຈະ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຢ່າງຄົບ​ຖ້ວນຫຼືບໍ່?

​ອິງຕາມ​ລາຍ​ງານ​ຫລ້າ​ສຸດ​ຂອງ​ກະຊວງ​ຕ່າງປະ​ເທດ​ຂອງ​ລາວ ກໍ​ໄດ້​ໃຫ້ການ​ຢືນ​ຢັນວ່າ​ຈະ​ມີ​ຜູ້​ແທນ​ຈາກ 33 ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງ​ທີ 9 ຊຶ່ງ​ໃນ​ນີ້​ກໍ​ມີ​ປະມຸກ​ລັດ 10 ທ່ານ ຜູ້​ນໍາ​ລັດຖະບານ 21 ທ່ານ ​ແລະ​ລັດຖະມົນຕີ​ອີກ 4 ທ່ານ ທັງ​ນີ້​ໂດຍ ASEM ມີ​ສະມາຊິກ​ທັງ ໝົດ 49 ປະ​ເທດ ຊຶ່ງ​ກໍໝາຍ​ຄວາມ​ວ່າ​ມີ​ຢູ່​ເຖິງ 14 ປະ​ເທດ​ທີ່​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ເຊື່ອ​ວ່າ​ເປັນ​ຍ້ອນ​ບັນຫາ​ວິ​ກິດ​ການ​ໜີ້​ສິນ​ໃນ​ສະຫະພາບ​ຢູ​ໂຣບນັ້ນ​ເອງ.

ກ່ຽວຂ້ອງກັນ

XS
SM
MD
LG