ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວກາຍ​ເປັນ​ເປົ້າ​ໝາຍ ຮອງ​ຮັບເອົາຂີ້​ເຫຍື້ອ ​​ປ​ລາ​ສ​ຕິກ ແລະ​ອື່ນໆ ທີ່​ນຳ​ເຂົ້າ​ຈາກ ຕ່າງ​ປະ​ເທດເພີ້ມ​ຂຶ້ນ


​ກອງ​ຂີ້​ເຫຍື້ອ​ປ​ລາ​ສ​ຕິກ​ແຫ່ງ​ນຶ່ງ​ໃນ​ລາວ
​ກອງ​ຂີ້​ເຫຍື້ອ​ປ​ລາ​ສ​ຕິກ​ແຫ່ງ​ນຶ່ງ​ໃນ​ລາວ

ລາວ​ກາຍ​ເປັນ​ປະ​ເທດ​ເປົ້າ​ໝາຍ ໃນ​ການ​ຮອງ​ຮັບຂີ້​ເຫຍື້ອປ​ລາ​ສ​ຕິກ ແລະ​ເຄື່ອງ​ເອ​ເລັກ​ໂທ​ຣ​ນິກ ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດເພີ້ມ​ຂຶ້ນ ພາຍ​ຫລັງ​ທີ່​ໄທ ກັບ​ຫວຽດ​ນາມ ໄດ້​ສັ່ງ​ຫ້າມ​ການ​ນຳ​ເຂົ້າຂີ້​ເຫຍື້ອ​ດັ່ງ​ກ່າວ ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ຈາກ​ບາງກອກ

ທ່ານ ທາ​ຣາ ບົວ​ຄໍ​າ​ສີ, ຜູ້​ອຳ​ນວຍ​ການ​ອົງ​ການ Green Peace ປະ​ຈຳ​ປະ​ເທດ​ໄທໃຫ້​ການ​ຢືນ​ຢັນ​ວ່າ ພາຍ​ຫລັງ​ທີ່​ລັດ​ຖະ​ບານ​ໄທ​ກັບ​ຫວຽດ​ນາມ​ໄດ້​ມີ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຂີ້​ເຫຍື້ອ​ປ​ລາ​ສ​ຕິກ ແລະ​ເຄື່ອງ​ເອ​ເລັກ​ໂທ​ຣ​ນິກ ໂດຍ​ຜິດ​ກົດ​ໝາຍ ແລະ​ໃຫ້​ຈຳ​ກັດ​ການ​ນຳ​ເຂົ້າຂີ້​ເຫຍື້ອ​ດັ່ງ​ກ່າວຢ່າງ​ເຂັ້ມ​ງວດ ນັບ​ແຕ່​ກາງ​ປີ 2018 ເປັນ​ຕົ້ນ​ມານັ້ນໄດ້​ເປັນ​ຜົນ​ເຮັດ​ໃຫ້​ປະ​ເທດ​ອື່ນໆ ໃນ​ພູ​ມີ​ພາກ​ດຽວ​ກັນ ກາຍ​ເປັນ​ເປົ້າ​ໝາຍຂອງ​ການ​ນຳ​ຂີ້​ເຫຍື້ອປ​ລ​າ​ສ​ຕິກ ແລະ​ເຄື່ອງ​ເອ​ເລັກ​ໂທ​ຣ​ນິກ​ຈາກ​ຕ່າງ​ປະ​ເທດເພີ້ມ​ຂຶ້ນ​ນັບ​ມື້ ຊຶ່ງ​ໃນ​ນັ້ນ ລວມ​ທັງ ປະ​ເທດ​ກຳ​ປູ​ເຈຍ ແລະ​ລາວ​ອີກ​ດ້ວຍ.

​ຄົນ​ທີ່​ຫາ​ເກັບ​ເຄື່ອງ​ເສດ​ເຫລືອ​ໃນ​ກອງ​ຂີ້​ເຫຍື້ອ​ແຫ່ງ​ນຶ່ງ​ໃນ​ລາວ
​ຄົນ​ທີ່​ຫາ​ເກັບ​ເຄື່ອງ​ເສດ​ເຫລືອ​ໃນ​ກອງ​ຂີ້​ເຫຍື້ອ​ແຫ່ງ​ນຶ່ງ​ໃນ​ລາວ

ທັງ​ນີ້ ອົງ​ການ Green Peace ລາຍ​ງານ​ວ່າ ນັບ​ແຕ່​ເດືອນ​ກໍ​ລະ​ກົດ 2018 ເປັນ​ຕົ້ນ​ມາ ໄດ້​ມີ​ການ​ສົ່ງ​ຂີ້​ເຫຍື້ອ ແລະ​ເຄື່ອງ​ເອ​ເລັກ​ໂທ​ຣ​ນິກໄປ​ທ່າ​ເຮືອ​ໃນ​ແຂວງ ພະ​ສີ​ຫາ​ນຸ ຂອງ​ກຳ​ປູ​ເຈຍ ໃນ​ປະ​ລິ​ມານ 260 ໂຕນ ໃນ​ແຕ່​ລະ​ເດືອນ. ສ່ວນ​ລາວນັ້ນ ເຖິງ​ແມ່ນ​ວ່າບໍ່​ມີ​ລາຍ​ງານ​ທີ່​ຊັດ​ເຈນ ໃນ​ການນຳ​ເຂົ້າ ຂີ້​ເຫຍື້ອປ​ລາ​ສ​ຕິກ ແລະ​ເຄື່ອງ​ເອ​ເລັກ​ໂທ​ຣ​ນິກ ກໍ​ຕາມ ແຕ່​ກໍ​ປາ​ກົດ​ວ່າ ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂີ້​ເຫຍື້ອ​ປ​ລາ​ສ​ຕິກ ທີ່​ເກີນ​ຄວາມ​ສາ​ມາດ​ໃນ​ການ​ກຳ​ຈັດ ໃນ​ປະ​ລິ​ມານ​ເກີນກວ່າ 46,000 ໂຕນໃນ​ປີ 2018 ທັງ​ຍັງ​ມີ​ທ່າ​ອ່ຽງ​ທີ່​ຈະ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງອີກ​ດ້ວຍ ເພາະ​ໃນ​ຊ່ວງ​ປີ 2016-2018 ໄດ້​ມີ​ນຳ​ຂີ້​ເຫຍື້ອເຂົ້າມາ​ໃນ​ອາ​ຊຽນ ຫລາຍກວ່າ 2 ລ້ານ​ໂຕນ ຫລື​ເພີ້ມ​ຂຶ້ນ 171 ເປີ​ເຊັນຈຶ່ງ​ເປັນ​ການ​ຍາກທີ່​ນຳ​ມາ​ຜະ​ລິດ​ໃໝ່ ຫລື Recycle ໄດ້​ທັງ​ໝົດ ແລະ​ເປັນ​ມົນ​ລະ​ພິດ​ຕໍ່​ສິ່​ງ​ແວດ​ລ້ອມ ດັ່ງ​ທີ່​ທ່ານ ທາ​ຣາ ໃຫ້​ການ​ຢືນ​ຢັນ​ວ່າ:

“ປີ 2559-2561 (2016-2018) ສະ​ເພາະ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ປ​ລາ​ສ​ຕິກໃນ​ອາ​ຊຽນ​ນີ້ ມາກກວ່າ 2 ລ້ານ​ຕັນ, ເພີ້ມ​ຂຶ້ນ 171 ເປີ​ເຊັນ ເຖິງ​ແມ່ນ​ວ່າ ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ກັກ​ໂດຍ​ຂະ​ບວນ​ການ​ຕ່າງໆ ມັນ​ກໍ​ຍັງ​ຮັບ​ມືໄມ້​ໄຫວ ເພາະ​ວ່າ ມັນ​ກໍ​ຈະ​ມີ​ການ​ເລັດ​ລອດ​ເຂົ້າ​ມາ​ຜ່ານ​ຊ່ອງ​ທາງ​ຕ່າງໆ ໃນ​ເມື່ອ​ມັນມາ​ເຢິ​ຂະ​ໜາດນີ້ ການ​ຈັດ​ການ​ນີ້ ມັນ​ທຳ​ໄມ້​ໄດ້​ແນ່ນອນ ມັນ​ກໍ​ຈະ​ເຫລືອ​ຖິ້ມ​.”

ການ​ໂຄ​ສະ​ນາ​ຕ້ານ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ໃນໄທ
ການ​ໂຄ​ສະ​ນາ​ຕ້ານ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ໃນໄທ

ນອກ​ຈາກນັ້ນ ຈາກ​ລາຍ​ງານ​ຜົນ​ການກວດ​ກາ​ການ​ຜະ​ລິດ​ສິນ​ຄ້າກະ​ສິ​ກຳ ແລະ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ໃນ​ລາວ ກໍ​ຍັງ​ພົບ​ວ່າ ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ​ເກີດ​ຂຶ້ນ ຢ່າງກວ້າງ​ຂວາງ ໂດຍ​ສະ​ເພາະ​ແມ່ນ​ໄດ້​ມີ​ການ​ລັກ​ລອບ​ນຳ​ເຂົ້າ​ຢາປາບ​ສັດ​ຕູ​ພືດ, ສານ​ເຄມີ​ອັນຕະລາຍ ​ແລະສິນຄ້າ

​ທີ່​ອັນ​ຕະລາຍ​ຕໍ່​ສຸຂະພາບ ທັງ​ຍັງ​ມີ​ການ​ລັກລອບ​ປ່ອຍ​ນໍ້າ​ເປື້ອນ​ແລະ​ສານ​ເຄມີ​ອັນຕະ
ລາຍຕໍ່​ສຸ​ຂະ​ພາບ ລົງ​ສູ່​ແຫຼ່ງນໍ້າທຳ​ມະ​ຊາດອີກ​ດ້ວຍ ດັ່ງ​ທີ່ທ່ານ​ບຸນ​ປອນ ສີ​ສຸລາ​ດ
ປະທານ​ຄະນະ​ກຳມາທິການ​ເສດຖະກິດ ​ເທັກ​ໂນ​ໂລ​ຈີ ​ແລະ​ສິ່ງ​ແວດ​ລ້ອມ​ໃນ​ສະພາ​
ແຫ່ງ​ຊາດ​ລາວ ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ການ​ແກ້ໄຂຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ສັງຄົມ ​ແລະທຳ​ມະ​ຊາດທີ່​ເກີດ​ຂຶ້ນ​ຈາກການ
ຜະລິດ​ກະສິກຳ ອຸດສາຫະກຳ​ປຸງ​ແຕ່ງ ຍັງ​ບໍ່​ທັນເຂັ້ມ​ງວດ​ເທົ່າ​ທີ່
ຄວນ ສະແດງອອກ
ຄື​ບາງ​ໂຄງການ ບໍ່​ໄດ້ສຶກສາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ
ສັງຄົມ ​ແລະທຳ​ມະ​ຊາດ ບໍ່​ມີ​ສັນຍາ​ສຳ​ປະທານ ຍັງ​ມີ​ການ​ລັກລອບ​ນໍາ​ເຂົ້າ​ຈຳໜ່າຍ ແລະນຳໃຊ້ຢາປາບສັດຕູພືດ ສານ​ເຄມີ​ອັນຕະລາຍ​ ເກີນ​ຄ່າ​ມາດຕະຖານບໍ່​ຖື​ກຕ້ອງຕາມ​ຫລັກ​ວິຊາ​ການ ຍັງ​ມີ​ການນຳ​ເຂົ້າ ຈຳໜ່າຍ​ອາຫານ​ທີ່ມີສານເຄມີປົນເປື້ອນ ສິນຄ້າປອມແປງໝົດອາຍຸ
ຈາກນອກ​ປະ​ເທດ ​ໄດ້
ມີການລັກລອບປ່ອນນໍ້າເປື້ອນ ສານເຄມີອັນຕະລາຍລົງສູ່ແມ່
ນໍ້າ​ລຳ​ເຊ ​
ເຮັດໃຫ້ສັດນໍ້າ ສັດລ້ຽງຂອງປະຊາຊົນຈຳນວນນຶ່ງຕາຍ.”

ຕູ້ຄອນ​ເທັນ​ເນີ​ອັນ​ນຶ່ງ ບັນ​ຈຸ​ຂີ້​ເຫຍື້ອທີ່​ນຳ​ມາ​ຈາກອອ​ສ​ເຕ​ຣ​ເລຍ​ເຂົ້າ​ໄປ​ໃນ​ທ່າ​ເຮືອ Klang ຂອງ​ມາເລ​ເຊຍໃນວັນ​ທີ 28 ພຶດ​ສະ​ພາ, 2019
ຕູ້ຄອນ​ເທັນ​ເນີ​ອັນ​ນຶ່ງ ບັນ​ຈຸ​ຂີ້​ເຫຍື້ອທີ່​ນຳ​ມາ​ຈາກອອ​ສ​ເຕ​ຣ​ເລຍ​ເຂົ້າ​ໄປ​ໃນ​ທ່າ​ເຮືອ Klang ຂອງ​ມາເລ​ເຊຍໃນວັນ​ທີ 28 ພຶດ​ສະ​ພາ, 2019

ທາງ​ດ້ານ​ກຸ່ມ​ແລກປ່ຽນ​ຂໍ້​ມູນ​ດ້ານ​ທີ່ດິນ (Land Information Working Group)
ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານໃນລາວ​ລາຍງານ​ວ່າ ການຜະ​ລິດ​ສິນຄ້າ​ກະສິກຳ ທີ່​ສົ່ງ
ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ສັງ​ຄົມ ​ແລະ​ທຳ​ມະ​ຊາດ​ໃນ​ລາວຢ່າງ​ກວ້າງ​ຂວາງ​ທີ່​ສຸດ ​ຄື​
ພື້ນ​ທີ່​ສໍາ​ປະທານ​ການ​ປູກ​ກ້ວຍ​ຫອມ​ຂອງ​ບັນດາ​ນັກ​ທຸລະ​ກິດ​ຈີນ ​ໂດຍ​ສະ​ເພາະ​ແມ່ນ
​ພື້ນ​ທີ່​ໃນ​ເຂດ​ແຂວງ​ບໍ່​ແກ້ວ ອຸດົມ​ໄຊ ​ແລະ​ຫຼວງ​ນໍ້າ​ທານັ້ນຖື​ເປັນ​ພື້ນ​ທີ່ໆ​ໄດ້​ຮັບ​ຜົນ​ກະທົບ​
ຢ່າງ​ໜັກໜ່ວງ​ທີ່​ສຸດ ​ເພາະວ່າ​ບັນດາ​ນັກທຸລະກິດ​ຈີນ​ໄດ້​ພາກັນ​ລັກລອບ​ນໍາ​ເຂົ້າ​ ​ແລະ​
ນໍ​າໃຊ້​ສານເຄມີ​ປ້ອງ​ກັນ​ໂຣກພືດ​ເຖິງ 28 ຊະ​ນິດ​ ກັບ​ຢາ​ປາ​ບ​ສັດຕູ​ພື​ດອີກ 19 ຊະ​ນິດ
ທັງ​ຍັງນໍາ​ໃຊ້​ສານ​ເຄມີ​ເພື່ອ​ເລັ່ງຜົນ​ຜະລິດ​ດ້ວຍ​ນັ້ນ​ກໍ​ໄດ້​ຄຸກ​ຄາມຕໍ່​ສຸຂະພາບ​ອະນາ​ໄມ​
ຂອງ​ປະຊາຊົນ​ລາວ ​ແລະ​ກະທົບ​ຕໍ່​ແຫຼ່ງນໍ້າ​ທຳ​ມະ​ຊາດ ສັດ​ນໍ້າ ສັດລ້ຽງ ທີ່​ນາ ​ແລະ​ພືດ​
ຜົນຕ່າງໆ ຂອງ​ປະຊາຊົນ​ລາວ​ຢ່າງ​ໜັກໜ່ວງ​ອີກ​ດ້ວຍ.

XS
SM
MD
LG