ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງ ປ. ສຫລ ​ສະ​ເໜີ ​ທາງ​ເລືອກ​ໃໝ່ ນອກ​ເໜືອ​​ຈາກ ໂຄງ​ການ BRI ຂອງ​ຈີນ ໃນກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ ທີ່ສິງກະໂປ


ບັນດາຜູ້ນຳຜູ້ຕາງໜ້າທັງຫຼາຍ ຢືນຖ່າຍຮູບຮວມກັນ ໃນການພັກ
ຮັບປະທານອາຫານກາງເວັນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ສິງກະໂປ 14 ພະຈິກ 2
ບັນດາຜູ້ນຳຜູ້ຕາງໜ້າທັງຫຼາຍ ຢືນຖ່າຍຮູບຮວມກັນ ໃນການພັກ ຮັບປະທານອາຫານກາງເວັນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ສິງກະໂປ 14 ພະຈິກ 2

ຮອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ໄມ​ຄ໌ ແພັນ​ສ໌ ພວມຢູ່ໃນສິງກະໂປ​ເພື່ອເຂົ້າ
​ຮ່ວມ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ຂົງ​ເຂດບ່​ອນ​ທີ່​ທ່ານ​ຈະ​ເນັ້ນ​ເຖິງຄວາມ​ໝາຍ​
ໝັ້ນ​ຂອງ​ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ​ ທີ່ຈະເຮັດ​ໃຫ້​ຂົງ​ເຂດ​ອິນ​ໂດ-ປາ​ຊິ​ຟິກ ເປັນ
​ອິດ​ສະ​ຫຼະ ແລະ​ເປີດກວ້າງ. ດັ່ງທີ່ ແພັ​ຕ​ຊີ ວີ​ດາ​ຄຸສຊາ​ວາຣາ ​ນັກຂ່າວ ຂອງທຳ
ນຽບຂາວ ລາຍ​ງານ​ມາ​ຈາກ​ສິງ​ກະ​ໂປນັ້ນ ກໍແມ່ນວ່າ ບັນ​ດາ​ຜູ້​ນຳ​ທັງ​ຫຼາຍຈະ​ສິ້ງ​
ຊອມ​ເບິ່ງຢ່າງ​ໃກ້​ຊິດ ວ່າ​ແມ່ນ​ຫຍັງ ​ທີ່ເປັນ​ແກ່ນ​ສານ​ແທ້ ທີ່​ທ່ານ​ແພັນ​ສ໌ ຈະນຳ
ມາໃຫ້ເບິ່ງ ໃນການ​ຮັບ​ມື​ກັບ​ການ​ມີ​ອິດ​ທິ​ພົນເພີ້ມຂຶ້ນ​ ຂອງ​ຈີນ ຢູ່​ໃນ​ຂົງ​ເຂດດັ່ງ
ກ່າວ ຊຶ່ງວັນນະສອນຈະນຳລາຍລະອຽດມາສະເໜີທ່ານ.

ທຸກໆ​ສາຍ​ຕາ ​ແມ່ນພາກັນຈ້ອງມອງເບິ່ງຮອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ໄມ​ຄ໌
ເເພັນ​ສ໌ ເວລາເພິ່ນ​ໄປ​ຮອດສິງ​ກະ​ໂປ ເພື່ອກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ຫະ​ລັດ ​
ອາ​ຊຽນ ແລະ​ເອ​ເຊຍ​ຕາ​ເວັນ​ອອກ​.

ທ່ານ​ເເພັນ​ສ໌ ໄດ້​ເດີນ​ທາງ​ຈາກ​ນະ​ຄອນ​ໂຕ​ກຽວ​ ຊຶ່ງ​ເປັນ​ບ່ອນຢຸດ​ແວ່​ທຳ​ອິດ
​ຂອງ​ການ​ຢ້ຽມ​ຢາມ​ນຶ່ງ​ສັບ​ປະ​ດາ​ ບ່ອນ​ທີ່​ທ່ານ​ໄດ້​ເນັ້ນ​ເຖິງຄວາມ​ໝາຍໝັ້ນ
ຂອງສະ​ຫະລັດ ຕໍ່​ຂົງ​ເຂດດັ່ງກ່າວ.

ຮອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ໄມ​ຄ໌ ເເພັນ​ສ໌ ກ່າວ​ວ່າ “ພັນ​ທະ​ມິດ​ຍີ່​ປຸ່ນ​
ກັບ​ສະ​ຫະ​ລັດ ແມ່ນ​ເປັນປະ​ຫວັດ​ສາດ​ທັງເປັນເສົາຄໍ້າຂອງ​ສັນ​ຕິ​ພາບ​ແລະ
ຄວາມຮຸ່ງ​ເຮືອງ​ໃນ ຂົງ​ເຂດ​ອິນ​ໂດ-ປາ​ຊິ​ຟິກ. ສະ​ນັນ ເວລາປະ​ທາ​ນາ​ທິ​ບໍ​ດີ
ສັ່ງໃຫ້​ຂ້າ​ພະ​ເຈົ້າ​ ມາຕາງ​ໜ້າ​ເພິ່ນ ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ ແລະ​ກ​ອງ​
ປະ​ຊຸມເອ​ເປັກ, ພວກ​ເຮົາ​ຮູ້ດີ ​ວ່າ ການ​ມາຍີ່​ປຸ່ນ​ກ່ອນ ຈຶ່ງ​ແມ່ນເປັນບາດ​ກ້າວ
ທີ່​ຖືກ​ຕ້ອງ​ແລ້ວ.”

ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ກຳລັງ
ຫີວ​ໂຫຍ​ ສຳລັບການ​ລົງ​ທຶນ ​ໃ​ສ່ໂຄງ​ລ່າງພື້ນ​ຖານ​ ແລະ​ພວກ​ເຂົາ​ເຈົ້າ​ແມ່ນ​ພວມ
ກະ​ຕື​ລື​ລົ້ນ​ ຢາກໄດ້​ຍິນ​ວ່າ ທ່ານ​ເເພັນສ໌ ມີຫຍັງຈະ​ສະ​ເໜີ​ໃຫ້.

ທ່ານ​ນາງ​ແອັນ​ເຈິ​ລາ ແມນ​ຊິ​ນີ ຫົວ​ໜ້າກຸ່ມ​ທີ່​ປຶກ​ສາຄວບ​ຄຸມ​ຄວາມ​ສ່ຽງ ຫຼື Control
Risks ກ່າວ​ວ່າ “ມັນ​ໄດ້​ມີ​ການ​ລິເລີ້ມ ຈາກ​ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ອອ​ສ​ເຕ​ຣ​ເລຍ
ເຂົ້າ​ໃນການ​ພັດ​ທະ​ນາໂຄງ​ລ່າງ​ພື້ນ​ຖານ ມັນ​ໄດ້​ມີ​ການ​ລິເລີ້ມ ຈາກ​ສະ​ຫະ
​ລັດ ຍີ່​ປຸ່ນ ແລະ ອິນເດຍ ແຕ່​ວ່າ​ ​ບໍ່​ໄດ້​ມີ​ເງິນ​ຈຳ​ນວນ​ຫຼວງ​ຫຼາຍ ເຂົ້າ​ໄປ​ຍັງ​ຂົງ​ເຂດ
ດັ່ງກ່າວ. ສິ່ງ​ທີ່​ໄດ້​ເຂົ້າ​ໄປ​ລົງ​ທຶນ​ໃນ​ຂົງ​ເຂດ ​ແມ່ນ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ
​ທາງ​ຫຼື BRI ຈາກຈີນ.​”

BRI ແມ່ນ​ຫຍໍ້​ມາ​ຈາກ One Belt, One Road ຫຼື ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ​
ເປັນຍຸທະສາດເງິນພັນໆຕື້ໂດລາຂອງຈີນທີ່ລົງທຶນຢ່າງມະຫາສານໃສ່ໂຄງລ່າງ
ພື້ນຖານໃນຂົງເຂົດດັ່ງກ່າວ. ​

ທ່ານ ດານຽລ ຣັນເດ ນັກຊ່ຽວຊານດ້ານການພັດທະນາ ຈາກສູນກາງສຶກສາ
ແລະຍຸທະສາດລະຫວ່າງຊາດ ກ່າວວ່າ “ການລິເລີ້ມນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງແມ່ນແນວຄິດວິເສດ. ຂ້າ​ພະ​ເຈົ້າ​ກຽດ​ຊັງ​ແທ້ໆ ທີ່ຈີນ​ເປັນ​ຜູ້​ລິ​ເລີ້ມ​ມັນ​ຂຶ້ນມາ,
ມັນ​ເປັນວິ​ໄສ​ທັດ​ແບບບັງຄັບ. ໃນ​ທີ່​ສຸດ ສະ​ຫະ​ລັດ ກໍຈຳ​ເປັນ​ຈະ​ຕ້ອງ​ໄດ້​ມີ​ວິ​ໄສ​ທັດ​ແບບບັງຄັບຂອງຕົນເອງຂຶ້ນມາ. ມີຂໍ້ສະເໜີທີ່ໃຫຍ່ໂຕ ໃນໂຕຂອງມັນເອງຂຶ້ນມາ."

ຄວາມຄາດໝາຍທີ່ວ່າຈະໄດ້ຮັບຂໍ້ສະ​ເໜີ​ທີ່​ຍິ່ງ​ໃຫຍ່ ຈາກທ່ານ​ເເພັນ​ສ໌​ ​ໃນ​ສິງ​ກະ​ໂປ
ກໍ​ຄື​ອົງ​ການ​ໃໝ່ ທີ່​ມີ​ມູນ​ຄ່າ 60 ພັນ​ລ້ານ​ໂດ​ລາ ເພື່ອອຳນວຍຄວາມສະດວກໃຫ້
ເອກ​ກະ​ຊົນ ໃນການລົງທຶນ ເຂົ້າ​ໃສ່​ໂຄງ​ການ​ຕ່າງໆ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຮອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ຈະ​ພະ​ຍາ​ຍາມຊັກ​ຈູງ​ບັນ​ດາ​ປະ​ເທດ​ທັງ​ຫຼາຍໃນ​ຂົງ​
ເຂດ ໃຫ້​ເຫັນ​ວ່າ ນີ້​ແມ່ນ​ທາງ​ເລືອກ​ທີ່​ດີກວ່າ ໂຄງ​ການນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​
ຊຶ່ງ​ທ່ານ​ໄດ້​ຕຳ​ໜິ​ຕິ​ຕຽນ ໃນການ​ສະ​ເໜີ​ໃຫ້ເງິນ​ກູ້ຢືມ ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ທັງ​ຫຼາຍ
​ຖືກຝັງ​ເລິກ​ລົງໄປ ໃນ​ການມີໜີ້​ສິນ.

ທ່ານລິມ ໄຕ ເວີຍ ເຈົ້າ​ໜ້າ​ທີ່​ວິ​ໄຈ​ລະ​ດັບ​ສູງ​ທີ່​ສະ​ຖາ​ບັນ​ເອ​ເຊຍ​ຕາ​ເວັນ​ອອກ
ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຂອງ​ສິງ​ກະ​ໂປ ກ່າວ​ວ່າ “ຈີນ​ແມ່ນ​ຍັງ​ເປັນ​ຜູ້​ລົງ​ທຶນ​
ໃໝ່​ຢູ່ ໃນ​ການ​ພັດ​ທະ​ນາ, ໂຄງ​ການ​ກໍ່​ສ້າງໂຄງ​ລ່າງ ​ພື້ນ​ຖານ​ ແລະ​ການ​ເຮັດ​ວຽກ​
ກັບ ບັນ​ດາ​ປະ​ເທດ​ອື່ນໆ. ສະ​ນັ້ນ ທ່ານ​ຈຶ່ງ​ມອງເຫັນວ່າ ຈະ​ມີການ​ເຈັບ​ປວດ​ເຕີບ​
ໃຫຍ່​ຂຶ້ນມາ.”

ສີ​ລັງ​ກາ ແມ​ລ​ດີ​ຟ ແລະ​ມາ​ເລ​ເຊຍ ແມ່ນ​ພວກ​ປະ​ເທດ ທີ່ພວມ​ຮັບ​ຮູ້​ເຖິງ​ຜົນ​ກະ​ທົບ​
ຂອງ​ການເຈັບ​ປວດ​ທີ່ພວມ​ເຕີບ​ໃຫຍ່ຢູ່ ນີ້ ແລະກຳລັງທົບ​ທວນ​ຄືນ​ ກ່ຽວ​ກັບ ການ​ກູ້
​ຢືມເງິນ​ຈາກ​ຈີນ.

ປັກ​ກິ່ງ​ປະ​ຕິ​ເສດ​ຕໍ່ຂໍ້​ກ່າວ​ຫານະ​ໂຍ​ບາຍ​ທີ່​ສ້າງ​ໜີ້​ສິນ​ຢ່າງ​ມະ​ຫາ​ສານ​ນີ້ ໂດຍ​ກ່າວ​ວ່າ
ມັນ​ເປັນ​ການ​ໃຫ້​ເງິນ​ກູ້​ຢືມ​ ເພື່ອ​ຊ່ອຍ​ເຫຼືອ​ບັນ​ດາ​ປະ​ເທດ​ທີ່ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ
ທີ່ຈະ​ສ້າງໂຄງ​ລ່າງພື້ນ​ຖານ​ຂອງເຂົາເຈົ້າ.

ພວກ​ນັກ​ວິ​ເຄາະກ່າ​ວວ່າ ເພື່ອ​ໃຫ້​ບັນ​ລຸ​ຜົນສຳເລັດ ສະ​ຫະ​ລັດ ຈະ​ຕ້ອງ​ໄດ້​ສະ​ແດງ​ໃຫ້
​ເຫັນທາງ​ເລືອກ​ທາງອື່ນທີ່ຕຽມ​ພ້ອມ ເວລາມີຄວາມ​ຈຳ​ເປັນ​.

ທ່ານ​ນາງແມນ​ຊິ​ນີ ກ່າວຕື່ມ​ວ່າ “ພວກ​ປະ​ເທດ​ທັງ​ຫຼາຍ​ນີ້ ຕ້ອງ​ການ​ທີ່​ຈະ​ຂັບ​ເຄື່ອນ
ໄປຢ່າງ​ໄວ​ ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ​ມັນຍັງເປັນ​ເລື້ອງ​ທີ່​ຈະ​ຕ້ອງ​ຕິດ​ຕາມ​ເບິ່ງວ່າ
ສະ​ຫະລັດຈະ​ສາ​ມາດ​ຢືນ​ຢັດ ແລະ​ປະ​ກອບ​ການ​ເຂົ້າ​ໃສ່​ການ​ລົງ​ທຶນ​ຢ່າງ​ໄວວານີ້
ໄດ້ຢ່າງ​ໃດ.”

ປະ​ເທດ​ທັງ​ຫຼາຍ​ເຫຼົ່ານີ້ ຈະພາ​ກັນ​ສິ້ງ​ຊອມເບິ່ງ ອັນ​ທີ່ ທ່ານ​ເພັນ​ສ໌ ຈະ​ໃຫ້​ສັນ​ຍານ​ໃດ
ຕໍ່ສົງ​ຄາມການ​ຂຶ້ນ​ພາ​ສີ​ການ​ຄ້າ US-Sino, ຄວາມ​ເປັນ​ຫ່ວງ​ທີ່ໃ​ຫຍ່​ຫຼວງ​ອີກ​ອັນ​ນຶ່ງ
ກໍ​ແມ່ນ​ວ່າ ຂົງ​ເຂດດັ່ງ​ກ່າ​ວແ​ມ່ນ​ຕ້ອງ​ການ​ທີ່​ຈະ​ຫຼີກ​ເວັ້ນ​ການ​ທີ່​ຈະ​ຕ້ອງ​ເລືອກ ລະ​ຫວ່າງ
​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ນີ້.

ແພັ​ຕ​ຊີ ກ່າວ​ມ້ວນ​ທ້າຍ​ຈາກ​ສິງ​ກະ​ໂປ ວ່າ ທ່ານ​ເເພັນ​ສ໌ ຈະ​ມຸ່ງ​ໜ້າ​ໄປ​ຍັງ​ປາ​ປົວ ນິວ​ກີ​ນີ
ບ່ອນ​ທີ່​ທ່ານ​ຈະ​ເວົ້າ​ເຖິງ ແຜນ​ຍຸດ​ທະ​ສາດ​ຂອງລັດ​ຖະ​ບານ​ຂອງ​ທ່ານທ​ຣຳ​ ທີ່ຈະເຮັດ​ໃຫ້​
ຂົງ​ເຂດ​ອິນ​ໂດ-ປາ​ຊິ​ຟິກ ເປັນ​ອິດ​ສະ​ຫຼະ ແລະ​ເປີດກວ້າງໃນ​ກອງ​ປະ​ຊຸມ​ສຸດຍອດ​ດ້ານ​
ການ​ປະ​ສານ​ງານ​ທາງເສດ​ຖະ​ກິດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

U.S. Vice President Mike Pence is in Singapore to attend regional summits during which he will highlight the Trump administration's commitment to keeping the Indo-Pacific region free and open. As White House Correspondent Patsy Widakuswara reports from Singapore, leaders are looking closely at what concrete offers Pence might bring to counter China's growing influence in the region.

All eyes are on U.S. Vice President Mike Pence as he arrives in Singapore for the US ASEAN and East Asia Summits.

Pence flew in from Tokyo, the first stop of his week-long tour, where he highlighted U.S. commitment to the region.

US VICE PRESIDENT MIKE PENCE
"The Japan-U.S. alliance is historically the cornerstone of peace and prosperity in the Indo-Pacific. So, when the president directed me to represent him at the ASEAN and APEC conference, we knew that coming to Japan first was the right step."

Developing nations in Southeast Asia are hungry for infrastructure investments, and they are eager to hear what Pence will offer.

ANGELA MANCINI, CONTROL RISKS
"There's been the US Japan Australia initiative on infrastructure, there's been a US Japan India infrastructure initiative, but not a lot of money coming into the region. What's been coming into the region has been obviously the BRI work from China."

BRI stands for Belt and Road Initiative, China's trillion-dollar investment strategy that has funded massive infrastructure projects in the region.

DANIEL RUNDE, CSIS
"The One Belt, One Road initiative is a fabulous idea. I just hate the fact that China came up with it, it's a compelling vision. Ultimately, the United States is going to need to come up with its own compelling vision, its own big offer."

The big offer, which Pence is expected to highlight in Singapore, is a new $60 billion agency to facilitate private investment for projects in the developing world.

The American vice president will try to convince countries in the region that this is a better alternative to BRI, which he criticized for offering loans that can put countries deeply in debt.

LIM TAI WEI, NATIONAL UNIVERSITY OF SINGAPORE
"China is relatively new to developmental investment, infrastructure projects and also to working with other countries. So you can see some of the growing pains."

Sri Lanka, Maldives and Malaysia are some of the countries feeling the effects of those growing pains and rethinking their loans from China.

Beijing denies accusations of debt trap diplomacy, saying its readily available loans help countries desperate for infrastructure.

To succeed, the United States will have to show that its investment alternative will be ready when needed, say analysts.

ANGELA MANCINI, CONTROL RISKS
"A lot of these countries want to move as quickly as possible and it remains to be seen how quickly the U.S. can actually stand up and operationalize some of that investment."

Countries will also be watching what Pence will be signaling on trade, including on the US-Sino tariff war, another big concern for a region that wants to avoid having to choose between two giants.

PATSY WIDAKUSWARA, VOA NEWS
From Singapore Vice President Pence will head to Papua New Guinea, where he will outline the Trump administration's Free and Open Indo-Pacific strategy at the Asia Pacific Economic Cooperation Summit.

XS
SM
MD
LG