ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍ້ຂັດແຍ້ງ ຢູ່ເຂດທະເລຈີນໃຕ້ ຈະເປັນຈຸດເພັ່ງເລັງ ຂອງກອງປະຊຸມອາຊ່ຽນ


ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນທາງ
ເຂດນໍ້າແດນດິນ ຢູ່ນັ້ນ
ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນທາງ ເຂດນໍ້າແດນດິນ ຢູ່ນັ້ນ
ພວກນັກສັງເກດການເວົ້າວ່າ ເບິ່ງຊົງວ່າຂໍ້ຂັດແຍ້ງກັນທາງ
ເຂດນໍ້າແດນດິນ ຢູ່ເຂດທະເລຈີນໃຕ້ ຈະເປັນຈຸດເພັ່ງເລັງ ຕົ້ນຕໍສໍາລັບກອງປະຊຸມຂອງສະມາ ຄົມບັນດາປະເທດເອ
ເຊຍຕາເວັນອອກສຽງໃຕ້ ຫລື ອາຊ່ຽນ ທີ່ຈະມາເຖິງນີ້. ແຕ່
ພວກທ່ານກໍຄາດວ່າ ຄວາມຄືບໜ້າໃນການສ້າງກົດແຫ່ງການ
ປະຕິບັດລະຫວ່າງກຸ່ມ ປະເທດຢູ່ໃນຂົງເຂດດັ່ງກ່າວ ແລະຈີນທີ່
ຖືກຊັກຊ້າມາເປັນເວລາດົນນານນັ້ນ ຈະເປັນໄປຢ່າງຊ້າໆ.

ຄວາມບໍ່ຕົກລົງກັນໄດ້ກ່ຽວກັບເລື້ອງຂັດແຍ້ງທາງທະເລ ທີ່
ເຮັດໃຫ້ຈີນຕົກຢູ່ ໃນສະພາບຂັດແຍ້ງກັບປະເທດເພື່ອນບ້ານ
ຂອງຕົນ ຢູ່ໃນຂົງເຂດເອເຊຍຕາ ເວັນອອກສຽງໃຕ້ນັ້ນ ໄດ້ ເຮັດໃຫ້ກຸ່ມອາຊ່ຽນບໍ່ສາມາດພິມເຜີຍແຜ່ຖະແຫລງການຮ່ວມ
ຂອງຕົນ ລຸນຫລັງທີ່ມີກອງປະຊຸມສຸດຍອດໃນເດືອນກໍລະກົດ
ທີ່ໄຂຂຶ້ນທີ່ກໍາປູເຈຍ ຊຶ່ງເປັນຄັ້ງທໍາອິດໃນປະຫວັດສາດຂອງກຸ່ມນັ້ນ ທີ່ເປັນເຊັ່ນນີ້. ການ ຢຸດສະງັກຂອງເລື້ອງນີ້ ແມ່ນສືບເນື່ອງມາຈາກການຖືກກົດດັນຈາກລັດຖະບານກຸງປັກກິ່ງ.

ເລຂາທິການໃຫຍ່ຂອງກຸ່ມອາຊ່ຽນ ທ່ານ ສຸຣິນ ພິດສຸວັນ ກ່າວໃນອາທິດແລ້ວນີ້ວ່າ “ສັນ ຍານໃນແງ່ດີ” ໄດ້ໂຜ່ຕົວຂຶ້ນມາຈາກການເຈລະຈາກັນ ທີ່ກໍາລັງດໍາເນີນໄປຢູ່ລະຫວ່າງ ຈີນ ແລະກຸ່ມປະເທດໃນຂົງເຂດກ່ຽວກັບວ່າຈະຮ່າງ “ກົດແຫ່ງການປະຕິບັດ” ເພື່ອແກ້ໄຂ ບັນຫາດັ່ງກ່າວນີ້ ຄືແນວໃດ. ເຖິງແມ່ນວ່າ ທ່ານບໍ່ຄາດຫວັງວ່າ ຈະບໍ່ມີຫຍັງທີ່ຕົກລົງກັນ ເປັນຂັ້ນສຸດທ້າຍໄດ້ ກ່ອນກອງປະ ຊຸມສຸດຍອດລະຫວ່າງກຸ່ມອາຊ່ຽນ ແລະປະເທດໃນ ເຂດເອເຊຍຕາເວັນອອກ ທີ່ຈະຈັດຂຶ້ນຢູ່ກຸງພະນົມເປັນ ໃນວັນທີ 15 ເດືອນພະຈິກນີ້ກໍ ຕາມ ແຕ່ທ່ານ ກໍເວົ້າວ່າ ທ່ານ ຫວັງຢ່າງຍິ່ງວ່າ ຈະໄດ້ເຫັນສິ່ງທີ່ທ່ານເອີ້ນວ່າ ການ ພົບປະສົນ ທະນາກັນ“ແບບກົງໄປກົງມາ” ກ່ຽວກັບບັນຫາເຂດທະເລຈີນໃຕ້ ຢູ່ໃນກອງ ປະຊຸມດັ່ງກ່າວ.

ທ່ານ Ernie Bower ທີ່ປຶກສາຂັ້ນສູງ ແລະປະທານຂອງການສຶກສາກ່ຽວກັບເຂດເອເຊຍ ຕາເວັນອອກສຽງໃຕ້ ທີ່ສູນສຶກສາດ້ານຍຸດທະສາດ ແລະສາກົນ ເຫັນພ້ອມກັບທ່ານສຸຣິນ ພິດສຸວັນວ່າ ໂອກາດທີ່ຈະມີການເຊັນກົດແຫ່ງການປະຕິບັດ ທີ່ກອງປະຊຸມທີ່ຈັດຂຶ້ນໃນ ເດືອນພະຈິກນີ້ ແມ່ນມີໜ້ອຍຫລາຍ. ແຕ່ທ່ານ ກໍໄດ້ກ່າວຕໍ່ວີໂອເອວ່າ ທ່ານຄາດວ່າຈີນ ຈະໃຊ້ວິທີການທີ່ມີຄວາມຮຸນແຮງ ໜ້ອຍກວ່າແຕ່ກ່ອນຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ.
XS
SM
MD
LG