ເຖິງແມ່ນວ່າ ຫາກໍ່ມີຄວາມພະຍາຍາມໃໝ່ ຂອງລັດຖະບານປະທານາທິບໍດີ ດໍໂນລ
ທຣໍາເພື່ອຍື່ນມືໄປຫາຂົງເຂດເອເຊຍຕາເວັນອອກສຽງໃຕ້ ແຕ່ຜົນການຢັ່ງຫາງສຽງ
ໃໝ່ໄດ້ສະແດງໃຫ້ເຫັນວ່າ ຄວາມເຊື່ອໝັ້ນໃນການພົວພັນກັບບັນດາປະເທດຢູ່ໃນ
ຂົງເຂດນີ້ ແມ່ນຢູ່ໃນລະດັບຕໍ່າ.
ການສໍາຫລວດທີ່ມີຫົວຂໍ້ວ່າ "ບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້
ເຫັນວ່າລັດຖະບານຂອງທ່ານທຣໍາ ເປັນແບບໃດ?" ໄດ້ດໍາເນີນໄປໂດຍສູນສຶກສາ
ກ່ຽວກັບອາຊ່ຽນທີ່ສະຖາບັນ ISEAS-Yusof Ishak ຢູ່ສິງກະໂປ ຊຶ່ງສູນດັ່ງກ່າວໄດ້
ຮັບຄໍາຕອບຫລາຍກວ່າ 300 ສະບັບຈາກເຈົ້າໜ້າທີ່ລັດຖະບານ, ພົນລະເຮືອນ, ຜູ້
ນໍາທຸລະກິດ, ບັນດານັກປັນຍາຊົນ ແລະນັກຂ່າວ ທີ່ມາຈາກຫລາຍບ່ອນ ໃນເດືອນ
ແລ້ວນີ້.
ປະມານ 43 ເປີເຊັນຂອງຜູ້ເຂົ້າຮ່ວມການສໍາຫລວດເວົ້າວ່າ ລັດຖະບານຂອງທ່ານ
ທຣໍາ “ບໍ່ສົນໃຈ” ຕໍ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ທຽບກັບ 37 ເປີເຊັນບອກວ່າ
ລັດຖະ ບານດັ່ງກ່າວມີຄວາມສົນໃຈຢູ່. ຕົວເລກຄ້າຍໆກັນນີ້ ຄືປະມານ 43 ເປີເຊັນ
ເວົ້າວ່າ ເຂົາເຈົ້າຄາດວ່າ ການພົວພັນຂອງສະຫະລັດກັບຂົງເຂດດັ່ງກ່າວຈະຫລຸດລົງ
ແລະວ່າ ສະຫະ ລັດເປັນພັນທະມິດທີ່ "ບໍ່ສາມາດເພິ່ງພາອາໄສໄດ້" ເມື່ອທຽບໃສ່ກັບ
ສີ່ເດືອນກ່ອນໜ້ານີ້.
ລັດຖະບານຂອງທ່ານທຣໍາ ພະຍາຍາມທີ່ຈະຫລຸດຜ່ອນຄວາມກັງວົນດັ່ງກ່າວ ດ້ວຍ
ການຂະຫຍາຍການພົວພັນ ໄປເຖິງຂົງເຂດດັ່ງກ່າວ ຢ່າງຫລວງຫລາຍ.ໃນອາທິດ
ຜ່ານມານີ້ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ Rex Tillerson ໄດ້ຕ້ອນຮັບ
ບັນດາລັດຖະ ມົນຕີກະຊວງການຕ່າງປະເທດ ແລະເຈົ້າໜ້າທີ່ລະດັບສູງຈາກ 10 ປະເທດສະມາຊິກຂອງສະມາຄົມບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້
ຫລື ASEAN ຢູ່ທີ່ນະຄອນຫຼວງວໍຊິງຕັນ.
ບັນດາຜູ້ແທນໄດ້ເຂົ້າຮ່ວມໃນການສົນທະນາເລື່ອງການຄ້າ, ເກົາຫລີເໜືອ ແລະທະເລ
ຈີນໃຕ້. ພວກເພິ່ນຍັງໄດ້ໄປຊົມກິລາເບສບອລອີກດ້ວຍ.
ໄລຍະ 100 ວັນຂອງການບໍລິຫານຂອງລັດຖະບານທ່ານທຣໍາ ໄດ້ສະແດງໃຫ້ເຫັນວ່າ
ຂາດການພົວພັນອັນໃກ້ຊິດກັບຂົງເຂດດັ່ງກ່າວທີ່ເຄີຍໄດ້ມີຄວາມສໍາພັນອັນດີກັບປະ
ທານາ ທິບໍດີ ບາຣັກ ໂອບາມາຢູ່ພາຍໃຕ້ນະໂຍບາຍ "ການຫັນໄປສູ່ຂົງເຂດເອເຊຍ"
ຂອງທ່ານ. ດ້ວຍການເຊື້ອເຊີນ ທີ່ວ່ານີ້ ທ່ານ Tillerson ມີເຈດຕະນາທີ່ຈະປ່ຽນແປງ
ຄວາມຄິດເຫັນດັ່ງກ່າວນັ້ນ.