ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາຊຽນ ສ້າງຕັ້ງ 'ປະຊາຄົມ' ທີ່ມີປະຊາກອນ ລວມກັນ ຫຼາຍກວ່າ 600 ລ້ານຄົນ


ນາຍົກລັດຖະມົນຕີ ໄທ ທ່ານ ປຣະຍຸດ ຈັນໂອຊາ (ຊ້າຍ) ແລະ ນາຍົກລັດຖະມົນຕີ ຫວຽດນາມ ທ່ານຫງວຽນ ເຕິນ ຢຸງ (ກາງ) ລົງນາມໃນເອກະສານຈຳນວນນຶ່ງ ຂະນະທີ່ ນາຍົກລັດຖະມົນຕີ ມາເລເຊຍ ທ່ານນາຈິບ ຣາຊາກ ແນມເບິ່ງ ໃນລະຫວ່າງພິທີລົງນາມ ໃນຖະແຫລງການ ກົວລາລຳເປີຣ໌ ປີ 2015 ວ່າດ້ວຍການສ້າງຕັ້ງປະຊາຄົມອາຊຽນ ແລະ ຄຳປະກາດ ກົວລາລຳເປີຣ໌ ອາຊຽນ ປີ 2025, ທີ່ນະຄອນຫຼວງ ກົວລາລຳເປີຣ໌, ປະເທດມາເລເຊຍ, ວັນທີ 22 ພະຈິກ 2015.
ນາຍົກລັດຖະມົນຕີ ໄທ ທ່ານ ປຣະຍຸດ ຈັນໂອຊາ (ຊ້າຍ) ແລະ ນາຍົກລັດຖະມົນຕີ ຫວຽດນາມ ທ່ານຫງວຽນ ເຕິນ ຢຸງ (ກາງ) ລົງນາມໃນເອກະສານຈຳນວນນຶ່ງ ຂະນະທີ່ ນາຍົກລັດຖະມົນຕີ ມາເລເຊຍ ທ່ານນາຈິບ ຣາຊາກ ແນມເບິ່ງ ໃນລະຫວ່າງພິທີລົງນາມ ໃນຖະແຫລງການ ກົວລາລຳເປີຣ໌ ປີ 2015 ວ່າດ້ວຍການສ້າງຕັ້ງປະຊາຄົມອາຊຽນ ແລະ ຄຳປະກາດ ກົວລາລຳເປີຣ໌ ອາຊຽນ ປີ 2025, ທີ່ນະຄອນຫຼວງ ກົວລາລຳເປີຣ໌, ປະເທດມາເລເຊຍ, ວັນທີ 22 ພະຈິກ 2015.

ບັນດາຜູ້ນຳ ຂອງ 10 ປະເທດທີ່ເປັນສະມາຊິກ ປະຊາຄົມ
ບັນດາປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫຼື
ອາຊຽນ (ASEAN) ໄດ້ຮ່ວມກັນລົງນາມ ໃນຖະແຫລງການ
ວ່າດ້ວຍການສ້າງຕັ້ງປະຊາຄົມ ເສດຖະກິດ ການເມືອງ
ຄວາມໝັ້ນຄົງ ແລະ ສັງຄົມ-ວັດທະນະທຳ ຢ່າງເປັນທາງ
ການ ໃນວັນອາທິດຜ່ານມາ. ຜູ້ສື່ຂ່າວ ຂອງ ວີໂອເອ Steve
Herman ລາຍງານຈາກນະຄອນຫຼວງ ກົວລາລຳເປີຣ໌
ປະເທດມາເລເຊຍ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ຢູ່ໃນທີ່ພິທີລົງນາມນັ້ນ ຜູ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ນາຍົກລັດຖະ
ມົນຕີ ມາເລເຊຍ ທ່ານນາຈິບ ຣາຊາກ ໄດ້ສັນລະເສີນ ການຈັດຕັ້ງຂອງປະຊາຄົມອາຊຽນ
ວ່າ “ເປັນຂີດໝາຍຂອງຄວາມສຳເລັດ” ທີ່ໄດ້ກາຍເປັນຮູບປະທຳ ຫຼາຍກວ່າສິບສອງປີ
ຜ່ານມາ ຫຼັງຈາກທີ່ມັນໄດ້ຖືກນຳສະເໜີ ເມື່ອຄັ້ງທຳອິດ.

ທ່ານນາຈິບ ເວົ້າວ່າ “ແນວທາງອາຊຽນຂອງພວກເຮົາ ໄດ້ນຳພາພວກເຮົາ ແລະ ສືບຕໍ່
ເປັນເຂັມທິດໃຫ້ພວກເຮົາ ໃນຂະນະທີ່ພວກເຮົາ ຫາທາງທີ່ຈະເຮັດໃຫ້ມີ ການເມືອງ
ທີ່ໜຽວແໜ້ນ ເສດຖະກິດທີ່ເປັນອັນນຶ່ງອັນດຽວ ສັງຄົມທີ່ມີຄວາມຮັບຜິດຊອບ ແລະ
ຫັນໄປເລື້ອຍໆ ເພື່ອປະຊາຊົນຢ່າງແທ້ຈິງ. ອາຊຽນເປັນສູນກາງການປົກຄອງ ດ້ວຍ
ປະຊາຊົນເປັນພື້ນຖານ.”

ASEAN
please wait
Embed

No media source currently available

0:00 0:00:45 0:00

ກຳແພງການເກັບພາສີອາກອນຫຼາຍໆຢ່າງ ໄດ້ຖືກລົບລ້າງອອກໄປແລ້ວ ພາຍໃນບັນດາ
ປະເທດອາຊຽນ ແຕ່ ພາກສ່ວນທາງດ້ານການເມືອງ ທີ່ລະອຽດອ່ອນ ຍັງຄົງໄດ້ຮັບການ
ປົກປ້ອງ ເຊັ່ນ ດ້ານກະສິກຳ ການຜະລິດລົດໂອໂຕ ແລະ ເຫຼັກກ້າ.

ແຕ່ບັນດານັກວິເຄາະ ກ່າວວ່າ ວຽກງານທີ່ເປັນເສົາຄໍ້າແມ່ນຍັງຄົງມີຢູ່ ຢ່າງຫຼວງຫຼາຍ
ສຳລັບ ປະຊາຄົມເສດຖະກິດ ອາຊຽນ ຫຼື (AEC) ເພື່ອບັນລຸເປົ້າໝາຍຫລັກ ເພື່ອປ່ອຍ
ໃຫ້ມີການເຄື່ອນຍ້າຍ ທີ່ເສລີຂຶ້ນກວ່າເກົ່າ ແຮງງານທີ່ມີຝີມື ການຄ້າຂາຍ ແລະ ທຶນຮອນ
ສຳລັບຂົງເຂດທີ່ມີປະຊາກອນອາໄສຢູ່ ຫຼາຍກວ່າ 600 ລ້ານຄົນ ຊຶ່ງຫຼາຍກວ່າ ອາເມຣິກາ
ລາຕິນ ຫຼື ສະຫະພາບຢູໂຣບ.

ການລວບລວມເສດຖະກິດຂອງອາຊຽນເຂົ້າກັນ ມີຈຸດປະສົງເພື່ອຊ່ວຍໃຫ້ຂົງເຂດ ແຂ່ງຂັນ
ກັບປະເທດຍັກໃຫຍ່ ເຊັ່ນຈີນ ແລະ ອິນເດຍ ຊຶ່ງອາດຈະສ້າງຕະຫລາດແຫ່ງນຶ່ງ ທີ່ໃຫຍ່
ອັນດັບເຈັດຂອງໂລກໄດ້. ໃນບັນດາປະເທດຈຳນວນນຶ່ງຂອງອາຊຽນ ການສໍ້ລາດບັງຫຼວງ
ແມ່ນເປັນບັນຫາສະເພາະທ້ອງຖິ່ນ ພໍສົມຄວນ ຊຶ່ງຂັດຂວາງ ຂະບວນການລວບລວມ
ເສດຖະກິດດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຕໍ່ບັນດານັກຂ່າວຢູ່ທີ່ນີ້ ວ່າ ອັນນັ້ນ
ເປັນເລື້ອງ ທີ່ທ່ານໄດ້ປຶກສາຫາລື ກັບຜູ້ນຳມາເລເຊຍແລ້ວ.

ທ່ານໂອບາມາ ເວົ້າວ່າ “ຂ້າພະເຈົ້າໄດ້ຍົກບັນຫານັ້ນຂຶ້ນມາ ສົນທະນາກັບນາຍົກ ລັດ
ຖະມົນຕີ ທ່ານນາຈິບ ຣາຊາກ ດັ່ງທີ່ຂ້າພະເຈົ້າໄດ້ເຮັດ ກັບບັນດາຜູ້ນຳຫຼາຍທ່ານ ຢູ່ທີ່
ແຫ່ງນີ້ ໃນເອເຊຍຕາເວັນອອກສຽງໃຕ້ ແລະກັບບັນດາຜູ້ນຳໃນອາຟຣິກາຫຼາຍໆທ່ານ
ໃນອາເມຣິກາ ລາຕິນ ແລະ ທຸກຫົນແຫ່ງທີ່ພວກເຮົາໄປ. ຄວາມສຳຄັນຂອງຄວາມ
ໂປ່ງໃສ ຄວາມຮັບຜິດຊອບ ຄວາມສຳຄັນ ຂອງການຖອດຖອນຮາກ ການສໍ້ລາດບັງ
ຫຼວງອອກໃຫ້ໝົດ ເຊິ່ງທັງໝົດນັ້ນ ເປັນອຸປະສັກຕໍ່ການພັດທະນາ ເຊິ່ງສິ່ງທັງໝົດເຫຼົ່າ
ນັ້ນ ທ່ວງດຶງໃຫ້ປະເທດຕ່າງໆ ລ້າຫລັງ.”

ຍຸດທະສາດພາຄີໃໝ່ ລະຫວ່າງ ອາຊຽນ ແລະ ສະຫະລັດ ໄດ້ຖືກປະກາດ ໃນລະຫວ່າງ
ກອງປະຊຸມສຸດຍອດ ໃນມາເລເຊຍ ທີ່ມີຮ່າງລາຍລະອຽດ 5 ດ້ານບຸລິມະສິດ ຂອງການ
ດຳເນີນງານ ປະກອບດ້ວຍ ການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ.

ປະຊາຄົມເສດຖະກິດອາຊຽນ ແມ່ນມີກຳນົດ ຈະນຳມາປະຕິບັດໄດ້ ຢ່າງເຕັມສ່ວນ ໃນວັນ
ທີ 31 ທັນວາຈະມາເຖິງນີ້.

XS
SM
MD
LG