ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ປະຊາ​ສັງຄົມ ​ແລະ ​ປະຊາຊົນ​ອາ​ຊ່ຽນ ຢາກຮູ້ຄວາມຄືບໜ້າ ໃນ ​3 ບັນຫາ​ສຳຄັນ ຂອງລາວ ​


ບັນດາພາກ​ປະຊາ​ສັງຄົມ ​ແລະ ​ປະຊາຊົນ​ອາ​ຊ່ຽນ ຈຳນວນນຶ່ງ ພາກັນໂຮມຊຸມນຸມ ຖືທຸກຊາດປະຊາຄົມປະເທດອາຊ່ຽນ ແລະ ເຈ້ຍຄຳຂວັນຕ່າງໆ.
ບັນດາພາກ​ປະຊາ​ສັງຄົມ ​ແລະ ​ປະຊາຊົນ​ອາ​ຊ່ຽນ ຈຳນວນນຶ່ງ ພາກັນໂຮມຊຸມນຸມ ຖືທຸກຊາດປະຊາຄົມປະເທດອາຊ່ຽນ ແລະ ເຈ້ຍຄຳຂວັນຕ່າງໆ.

ພາກ​ປະຊາ​ສັງຄົມ ​ແລະ ​ປະຊາຊົນ​ອາ​ຊ່ຽນ​ທວງ​ຖາມ​
ທາງ​ການ​ລາວ ​ໃນ ​3 ບັນຫາ​ສຳຄັນ​ ຄື​ກໍລະນີ ທ່ານ​ສົມບັດ
​ສົມ​ພອນ ການລະ​ເມີ​ດສິດທິ​ຂອງ​ພົນລະ​ເມືອງ​ລາວ ​ແລະ
ການ​ສ້າງ​ເຂື່​ອນ​ເທິງ​ແມ່ນ້ຳຂອງ.

ທ່ານ​ນາງ ສຸນທະ​ຣີ ຫັດຖີ ​ເລຂາທິ​ການ ​ຄະນະ​ກຳ​ມະ​ການ​ປະສານ​ງານ​ ອົງ​ກອນ​ພັດທະນາ​ ພາກ​ເອກະ​ຊົນ​ໃນ​ໄທ ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ ພາກ​ປະຊາ​ສັງຄົມ ​ແລະ ພາກ​ປະຊາຊົນ​ອາ​ຊ່ຽນ ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ ຜູ້ນຳ​ອາ​ຊ່ຽນຄັ້ງ​ທີ 26 ຢູ່ກຸງ​ກົວ​ລາ​ລຳ​ເປີ ປະ​ເທ​ດມາ​ເລ​ເຊຍ ​ໃນ​ທ້າຍ​ເດືອນ​ເມສາ​ທີ່​ຜ່ານ​ມາ ​ໄດ້ໃຫ້ການ​ຢືນຢັນວ່າ ​ໃນ​ຖານະ​ທີ່​ລັດຖະບານ​ລາວ ຈະ​ຕ້ອງ​ເປັນ​ປະທານ​ວຽນ​ຂອງ​ອາ​ຊ່ຽນ ​ໃນ​ປີ 2016 ພາກ​ປະຊາ​ສັງຄົມ ​ແລະ ປະຊາຊົນ​ອາ​ຊ່ຽນ ​ໄດ້​ທວງ​ຖາມ​ທາງ​ການ​ລາວ​ໃນ 3 ບັນຫາ​ສຳ​ຄັນ ຊຶ່ງ​ປະກອບດ້ວຍ ​ກໍລະນີ​ການ​ຫາຍ​ໂຕ​ໄປ​ຂອງ ທ່ານ​ສົມບັດ ສົມ​ພອນ ການລະ​ເມີດ​ສິດທິ​ພົນ​ລະ​ເມືອງ​ລາວ ​ແລະ ​ແຜນການ​ກໍ່ສ້າງ​ເຂື່ອນ ​ເທິງ​ແນວ​ແມ່ນ້ຳຂອງ​ໃນ​ລາວ ດັ່ງ​ທີ່​ທ່ານ​ນາງ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ມີ​ການ​ຖາມ​ເລື່ອງ Human Rights ​ເລື່ອງ​ອ້າຍ​ສົມບັດ ​ແລ້ວ​ກໍ​ມີ​ການ​ຖາມ​ເລື່ອງ​
ເຂື່ອນ​ດ້ວຍ ວ່າ ​ເລື່ອງ​ລາວ​ເຫຼົ່ານີ້ ຊຶ່ງ​ເປັນ​ເລື່ອງ​ທີ່​ພາກ​ປະຊາ​ສັງຄົມ​ເປັນ​ຫ່ວງ​ກັນ
ລັດຖະບານ​ລາວ​ຈະ​ຄິດ​ຢ່າງ​ໃດ ຖ້າ​ໃນ​ເວທີ​ການຈັດ​ງານ​ມີ​ປະເດັນ​ພວກ​ນີ້ ​ແມ່ນ​
ຫຍັງເຫຼົ່ານີ້ເປັນຕົ້ນ ກໍຄິດວ່າເປັນເລື່ອງ ທີ່ຕ້ອງເຮັດການບ້ານຕໍ່ກັນອີກໜ້ອຍໜຶ່ງ
ເພາະວ່າໄດ້ຕັ້ງປະເດັນຄຳຖາມຕໍ່ທີມລາວໄປແລ້ວຫລະ ຖືວ່າເປັນເລື່ອງທີ່ພວກ
ເຂົາຕ້ອງໄປເຮັດການບ້ານ ໃນປະເທດຂອງເຂົາເຈົ້າ.”

ປະຊາສັງຄົມຂອງໄທ ພາກັນປະທ້ວງ ໂຄງການກໍ່ສ້າງເຂື່ອນໄຊຍະບູລີ
ປະຊາສັງຄົມຂອງໄທ ພາກັນປະທ້ວງ ໂຄງການກໍ່ສ້າງເຂື່ອນໄຊຍະບູລີ

ໂດຍການທວງຖາມດັ່ງກ່າວ ກໍເພາະຢາກຈະຮູ້ເຖິງຄວາມຄືບໜ້າ
ໃນການສືບສວນຫາຄວາມຈິງ ທີ່ຢູ່ເບື້ອງຫລັງຂອງການລັກພາໂຕ
ທ່ານສົມບັດ ຊຶ່ງເປັນນັກພັດທະນາທາງສັງຄົມ ທີ່ດີເດັ່ນໃນລາວ
ແລະອາຊ່ຽນ ຫາກແຕ່ວ່າ ໃນຕະຫລອດໄລຍະເວລາ 2 ປີກວ່າ
ມານີ້ ກັບຍັງບໍ່ມີຄວາມຄືບໜ້າໃດໆ ທີ່ໄດ້ຈາກການສືບສວນ
ສອບສວນ ຂອງທາງການຕຳຫຼວດລາວ ທັງໆທີ່ວ່າທ່ານສົມບັດ
ໄດ້ຖືກລັກພາໂຕໄປ ຈາກປ້ອມຕຳຫຼວດໃນນະຄອນຫລວງວຽງຈັນ
ທັງກໍຍັງມີຫລັກຖານ ທີ່ບັນທຶກໄວ້ດ້ວຍລະບົບກ້ອງວົງຈອນປິດ
ຂອງທາງການລາວອີກດ້ວຍ.

ສ່ວນການທວງຖາມກ່ຽວກັບ ບັນຫາການລະເມີດສິດທິພົນລະເມືອງລາວນັ້ນ ກໍຍ້ອນວ່າ
ປະຊາຊົນລາວຖືກຈຳກັດສິດທິ ໃນການປາກເວົ້າ ແລະ ສະແດງຄວາມຄິດເຫັນທາງການ
ເມືອງ ທັງໆທີ່ວ່າ ໄດ້ມີການຮັບຮອງສິດທິດັ່ງກ່າວໄວ້ ໃນລັດຖະທຳມະນູນ ແລະ ການທວງ
ຖາມກ່ຽວກັບ ການສ້າງເຂື່ອນເທິງແມ່ນ້ຳຂອງນັ້ນ ກໍເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ສິ່ງ
ແວດລ້ອມທຳມະຊາດ ໃນເຂດຕອນລຸ່ມຢ່າງກວ້າງຂວາງ.

ທ່ານນາງສຸນທະຣີ ໃຫ້ການຢືນຢັນວ່າ ຖ້າຫາກທາງການລາວບໍ່ສາມາດ ທີ່ຈະຕອບຄຳຖາມ ດັ່ງກ່າວນີ້ໄດ້ຢ່າງຊັດເຈນ ແລະ ເປັນທີ່ຍອມຮັບຂອງພາກປະຊາສັງຄົມ ແລະ ພາກປະຊາ
ຊົນອາຊ່ຽນ ກໍຍ່ອມຈະສົ່ງຜົນກະທົບຕໍ່ເນື່ອງ ເຖິງການເປັນປະທານອາຊ່ຽນ ຂອງທາງ
ການລາວ ຢ່າງຫລີກລ່ຽງບໍ່ໄດ້ເຊັ່ນກັນ ເພາະວ່າພາກປະຊາສັງຄົມ ແລະ ພາກປະຊາຊົນ
ອາຊ່ຽນຄົງທວງຖາມ ໃນບັນຫາເຫຼົ່ານີ້ຕໍ່ໄປຢ່າງຕໍ່ເນື່ອງນັ້ນເອງ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ
ຕ່າງປະເທດ ໃຫ້ການຢືນຢັນວ່າ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ມອບໝາຍ
ໃຫ້ກະຊວງການຕ່າງປະເທດ ຮັບຜິດຊອບໃນການກະກຽມ ຄວາມພ້ອມໃນທຸກໆດ້ານ
ເພື່ອຮອງຮັບການທີ່ລາວຈະໄດ້ເປັນປະທານວຽນ ຂອງອາຊ່ຽນເປັນສະໄໝທີ 2 ໃນປີ
2016 ດັ່ງກ່າວ.

ໂດຍນອກຈາກຈະຕ້ອງຮັບຜິດຊອບ ໃນການເປັນເຈົ້າພາບ ຈັດກອງປະຊຸມລະດັບເຈົ້າໜ້າທີ່ ອາວຸໂສ ແລະ ລະດັບລັດຖະມົນຕີດ້ານຕ່າງໆ ຈຳນວນຫຼາຍສິບຄັ້ງແລ້ວ ກໍຍັງຈະຕ້ອງຈັດ ກອງປະຊຸມສຸດຍອດ ຜູ້ນຳລັດຖະບານອາຊ່ຽນ ເຖິງ 2 ຄັ້ງໃນປີດຽວກັນ ທັງຍັງລວມເຖິງ ການຈັດກອງປະຊຸມສຸດຍອດ ລະຫວ່າງ ຜູ້ນຳອາຊ່ຽນ ກັບຜູ້ນຳປະເທດຄູ່ເຈລະຈາ ຂອງອາຊ່ຽນ ທີ່ປະກອບດ້ວຍ ຈີນ ຍີ່ປຸ່ນ ເກົາຫຼີໃຕ້ ອິນເດຍ ອອສເຕຣເລຍ ນິວຊີແລນ ການາດາ ຣັດເຊຍ ສະຫະລັດອາເມຣິກາ ແລະ ສະຫະພາບຢູໂຣບ ຊຶ່ງກໍໝາຍຄວາມວ່າ ບັນດາຜູ້ນຳຂອງປະເທດເຫຼົ່ານີ້ ກໍຈະເດີນທາງມາຮ່ວມ ໃນກອງປະຊຸມສຸດຍອດ ທີ່ທາງ
ການລາວ ຈະເປັນເຈົ້າພາບຈັດຂຶ້ນ ໃນທ້າຍປີ 2016 ດ້ວຍນັ້ນເອງ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງຮັບປະກັນຄວາມປອດໄພ ໃຫ້ໄດ້ຢ່າງ
ຄັກແນ່ ທັງຍັງຈະຕ້ອງກະກຽມສະຖາານທີ່ຈັດກອງປະຊຸມ ບ້ານພັກຮັບຮອງຜູ້ນຳ ແລະ
ຄະນະຜູ້ແທນຂອງທຸກປະເທດ ຕະຫລອດຈົນເຖິງອຳນວຍຄວາມສະດວກຕ່າງໆ ຢ່າງ
ຄົບຊຸດ ທີ່ລວມເຖິງ ດ້ານບຸກຄະລາກອນອີກດ້ວຍ.

XS
SM
MD
LG