ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຖານະເປັນແມ່ຍິງຜິວດຳ ທີ່ລົງແຂ່ງຂັນຮອງປະທານາທິບໍດີ ທ.ນ. ແຮຣິສ ຕ້ອງວາງໂຕໃຫ້ເປັນກາງ


ທ່ານນາງ ແຮຣິສ ສັງກັດພັກເດໂມແຄຣັດ ຜູ້ສະໝັກເປັນຮອງປະທານາທິບໍດີ ຂອງທ່ານ ໄບເດັນ ອອກມາປາກົດຕົວ ໃນການໂຄສະນາຫາສຽງຮ່ວມກັນ ເປັນຄັ້ງທຳອິດ ໃນເມືອງ ວີລມິງຕັນ ລັດເດລາແວຣ.
ທ່ານນາງ ແຮຣິສ ສັງກັດພັກເດໂມແຄຣັດ ຜູ້ສະໝັກເປັນຮອງປະທານາທິບໍດີ ຂອງທ່ານ ໄບເດັນ ອອກມາປາກົດຕົວ ໃນການໂຄສະນາຫາສຽງຮ່ວມກັນ ເປັນຄັ້ງທຳອິດ ໃນເມືອງ ວີລມິງຕັນ ລັດເດລາແວຣ.

ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ສ້າງປະຫວັດສາດດ້ວຍການເລືອກເອົາ ທ່ານນາງ ຄາມາລາ ແຮຣິສ ສະມາຊິກສະພາສູງ ໃຫ້ເປັນຮອງປະທານາທິບໍດີຂອງທ່ານ. ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານນາງແຮຣິສ ເປັນແມ່ຍິງຜິວດຳຜູ້ທຳອິດ ແລະເປັນແມ່ຍິງອາເມຣິກັນເຊື້ອສາຍເອເຊຍ ທີ່ໄດ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນຮ່ວມໃນການເລືອກຕັ້ງປະທານາທິບໍດີ. ສະນັ້ນແລ້ວ ທ່ານນາງ ເປັນໄປໄດ້ສູງ ທີ່ຈະຕ້ອງໄດ້ວາງໂຕ ໃຫ້ຖືກໃນເລື້ອງຄວາມລຳອຽງທາງດ້ານເພດແລະເຊື້ອຊາດຜິວພັນ.

“ສ່ວນຫຼາຍ ຂ້າພະເຈົ້າ ປຽບທຽບມັນໃສ່ກັບການຍ່າງເທິງເສັ້ນເຊືອກ” ທ່ານນາງອາແມນດາ ຮັນເຕີ້ ຜູ້ອຳນວຍການດ້ານການຄົ້ນຄວ້າແລະສື່ສານ ຢູ່ມູນນິທິຂອງຄອບຄົວບາຣບາຣາ ລີ ໄດ້ກ່າວໄປ ກ່ຽວກັບການວາງໂຕອັນເປັນເລື້ອງລະອຽດອ່ອນທີ່ຈະຕ້ອງໃຫ້ເປັນກາງ ສຳລັບບັນດາຜູ້ສະໝັກ ທີ່ເປັນແມ່ຍິງ. ທ່ານນາງກ່າວຕໍ່ໄປວ່າ “ຄວນໃຊ້ເລື້ອງທີ່ຕະຫລົກ ແຕ່ບໍ່ໃຫ້ຫຼາຍເກີນໄປ ຮັບເອົາຜົນສໍາເລັດ ແຕ່ແບ່ງປັນມັນພ້ອມ ແຕ່ງກາຍໃຫ້ສຸພາບ ແຕ່ບໍ່ໃຫ້ເບິ່ງແພງຫຼາຍ.”

ທ່ານນາງກ່າວຕື່ມອີກວ່າ “ພວກເຮົາ ມັກຈະເຫັນວ່າ ຈາກທັງພວກຄົນທີ່ຢູ່ໃນສື່ມວນຊົນ ຫຼືບັນດາຜູ້ນຳຄົນອື່ນໆ ທີ່ຈະກວດສອບຮູບຊົງຂອງສະມາຊິກສະພາສູງ ແຮຣິສ ແມ່ນແຕ່ນ້ຳສຽງ ແລະທ່າທີໂດຍລວມຂອງເພິ່ນ ໃນທາງທີ່ພວກເຮົາບໍ່ເຫັນ ຄືກັບທີ່ປະຕິບັດຕໍ່ພວກຜູ້ສະໝັກທີ່ເປັນຜູ້ຊາຍ.”

ທ່ານນາງແຮຣິສ ບໍ່ພຽງແຕ່ເປັນແມ່ຍິງຄົນທີສາມ ທີ່ໄດ້ຖືກສະເໜີຊື່ໃຫ້ເປັນຮອງປະທານາທິບໍດີ ຂອງພັກການເມືອງທີ່ສຳຄັນ ໃນປະຫວັດສາດຂອງສະຫະລັດ. ເມື່ອມໍ່ໆມານີ້ ເຄີຍມີອະດີດຜູ້ປົກຄອງລັດອາລາສກາ ທ່ານນາງ ຊາຣາ ເພລິນ ທີ່ໄດ້ລົງແຂ່ງຂັນໃນນາມພັກຣີພັບບລີກັນ ກັບມື້ລາງສະມາຊິກສະພາສູງ ຈອນ ແມັກເຄນ ໃນປີ 2008. ຜູ້ທຳອິດແມ່ນສະມາຊິກາພາ ສັງກັດພັກເດໂມແຄຣັດຈາກລັດນິວຢອກ ທ່ານນາງ ເຈີໂຣດີນ ເຟີຣາໂຣ ຜູ້ທີ່ລົງແຂ່ງຂັນຄູ່ກັບ ທ່ານ ວອລເຕີ ມອນເດລ ໃນປີ 1984.

“ແນ່ນອນ ພວກເຮົາຮູ້ດີວ່າ ສະຖາບັນການເມືອງ ຂອງສະຫະລັດ ແມ່ນແຂງກະດ້າງ ເມື່ອເລື້ອງການຈຳແນກເຊື້ອຊາດຜິວພັນ ແລະການກີດກັນທາງເພດ” ທ່ານແຄລີ ດິດມາຣ ອາຈານສອນລັດຖະສາດປະຈຳມະຫາວິທະຍາໄລ ຣັກເກີ-ແຄມເດັນ ແລະເປັນຜູ້ອຳນວຍການໃນດ້ານການຄົ້ນຄວ້າຢູ່ທີ່ສູນກາງເພື່ອພວກແມ່ຍິງຊາວອາເມຣິກັນແລະການເມືອງ ຫຼື CAWP. ທ່ານກ່າວອີກວ່າ “ຂ້າພະ ເຈົ້າຄຶດວ່າ ຖ້າພວກເຮົາ ສາມາດຍົກເລື້ອງດັ່ງກ່າວຂຶ້ນມາ ຫຼືແມ່ນກະທັງປ້ອງກັນບໍ່ໃຫ້ມັນເກີດຂຶ້ນໃນແຕ່ຕອນຕົ້ນໆ ແລ້ວພວກເຮົາຈະເຫັນວິວັດທະນາການທີ່ແທ້ຈິງໃນສະຖາບັນທັງຫຼາຍເຫຼົ່ານີ້ ທີ່ຈະຮັບປະກັນວ່າ ພວກເຂົາຈະເປັນມິດທີ່ດີຂຶ້ນຕໍ່ພວກແມ່ຍິງ ແລະໂດຍສະເພາະພວກແມ່ຍິງຜິວດຳ ຜູ້ທີ່ມານຳຫຼັງ ທ່ານນາງ ຄາມາລາ ແຮຣິສ.”

ທ່ານນາງແຮຣິສ ອະດີດຫົວໜ້າພະແນກຍຸຕິທຳຂອງລັດຄາລິຟໍເນຍ ທີ່ໄດ້ຖືກເລືອກເຂົ້າເປັນສະມາຊິກສະພາສູງສະຫະລັດ ໃນປີ 2016 ເປັນໄດ້ສູງ ທີ່ຈະຕ້ອງໄດ້ເຮັດວຽກໜັກຂຶ້ນກວ່າຄູ່ຕຳແໜ່ງຂອງເພິ່ນທີ່ເປັນເພດຊາຍ ດັ່ງທີ່ຜ່ານມາ ເພື່ອພິສູດວ່າ ທ່ານນາງມີຄຸນວຸດທິທີ່ເໝາະສົມ ແລະມີຈິດໃຈສຳລັບໜ້າທີ່ນີ້. ທ່ານນາງ ຈະມີຄວາມເປັນຫ່ວງກ່ຽວກັບການວາງໂຕໃຫ້ເປັນທີ່ “ຊົມຊອບ” ພຽງພໍ ໃນຂະນະທີ່ຮັບມືກັບສະພາບການ ຕີລວດກວດພຽງທີ່ເປັນແງ່ລົບ ຊຶ່ງພົວພັນກັບການເປັນແມ່ຍິງ ຜູ້ທີ່ຖືວ່າ “ມີຄວາມໄຝ່ຝັນສູງ.”

ທ່ານດິດມາຣ ກ່າວວ່າ “ອັນນັ້ນ ຈະເປັນເລື້ອງການຕີລວດກວດພຽງທາງດ້ານເພດເລີກລົງໄປກວ່າເກົ່າ ກ່ຽວກັບບົດບາດທາງເພດທີ່ເໝາະສົມ ຄວາມດີງາມຂອງແມ່ຍິງ ຄືວ່າ ເຈົ້າບໍ່ຄວນເປັນຜູ້ແຂ່ງຂັນຫລາຍເກີນໄປ ເຈົ້າຄວນຈະໃຈດີ ເຈົ້າຄວນເປັນແບບສ່ວນລວມ.” ທ່ານກ່າວຕໍ່ໄປອີກວ່າ “ແລະແລ້ວບວກການຕີລວດກວດພຽງໃນເລື້ອງເຊື້ອຊາດ ກ່ຽວກັບການຮາວີ ແລະພວກແມ່ຍິງຜິວດຳ ຫຼື ພວກແມ່ຍິຜິວດຳທີ່ຄຽດແຄ້ນ ເຂົ້າໄປຕື່ມອີກ.”

ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະສົບກັບບັນຫາ ໃນປີ 2013 ເມື່ອທ່ານໄດ້ກ່າວອ້າງເຖິງ ທ່ານນາງ ແຮຣິສ ວ່າ ເປັນ “ຫົວໜ້າພະແນກຍຸຕິ
ທຳທີ່ເບິ່ງງາມທີ່ສຸດ ໃນປະເທດ.” ຄຳເຫັນນັ້ນ ໄດ້ຍົກໃຫ້ເຫັນວ່າ ເປັນການເຈາະຈົງໃສ່ຮູບຊົງຫຼາຍກວ່າ ສຳລັບພວກຜູ້ສະໝັກທີ່ເປັນແມ່ຍິງ ເມື່ອທຽບໃສ່ພວກນັກການເມືອງຝ່າຍຊາຍ.

ທ່ານດິດມາຣ ກ່າວວ່າ “ເມື່ອພວກເຮົາເຈາະຈົງໃສ່ຮູບຊົງຂອງພວກແມ່ຍິງ ພວກເຮົາຈະບໍ່ເຈາະຈົງໃສ່ຄຸນວຸດທິຂອງພວກເຂົາເຈົ້າ ແລະຄວາມສາມາດຂອງພວກເຂົາເຈົ້າສຳລັບໜ້າທີ່ ແລະເຫດຜົນ ແມ່ນສຳຄັນຫຼາຍກວ່າ ສຳລັບພວກແມ່ຍິງ ແຕ່ບໍ່ແມ່ນເຊັ່ນນັ້ນ ສຳລັບພວກຜູ້ຊາຍ ກໍເພາະວ່າ ມີຄວາມສົງໄສຢູ່ແລ້ວ ກ່ຽວກັບຄວາມສາມາດ ແລະຄຸນວຸດທິຂອງພວກແມ່ຍິງ.”

ບັນດາກຸ່ມສິດທິຂອງແມ່ຍິງ ແມ່ນປຸ້ມລຸມກັນຢ່າງໜຽວແໜ້ນຢູ່ແລ້ວ ເພື່ອທີ່ຈະນຳເອົາ ການລາຍງານໂດຍສື່ມວນຊົນ ແລະການໃຫ້ທັດສະນະແບບມີການກີດກັນທາງເພດ ການຈຳແນກຜິວພັນໃດໆ ມາຮັບຜິດຊອບ.

ກຸ່ມ Time’s Up Now ທີ່ຕໍ່ສູ້ການຈຳແນກທາງເພດ ໃນຫ້ອງການ ໄດ້ເປີດ ເຜີຍຖະແຫລງການສະບັບນຶ່ງ ໂດຍຮຽກຮ້ອງຕໍ່ສື່ມວນຊົນໃຫ້ຫລີກເວັ້ນ “ການລາຍງານທີ່ບໍ່ເປັນທໍາ ແບບສອງມາດຕະຖານ ແລະຄໍາສັບທີ່ເປັນລະຫັດທີ່ໄດ້ ຖ່ວງດຶງພວກແມ່ຍິງ ແລະໂດຍສະເພາະພວກແມ່ຍິງຜິວດຳ ຈາກຕຳແໜ່ງທີ່ມີອຳນາດ ໃນທົ່ວພັກການເມືອງ ເປັນເວລາຍາວນານເກີນໄປແລ້ວ.”

ສື່ມວນຊົນໄດ້ຖືກກ່າວຫາວ່າ ມີຄວາມລຳອຽງທາງເພດ ໃນຂະນະທີ່ການລາຍງານຂອງທັງທ່ານນາງ ເພລິນ ແລະທ່ານນາງ ຮີລລາຣີ ຄລິນຕັນ ສັງກັດພັກເດໂມແຄຣັດ ໃນການແຂ່ງຂັນເອົາຕຳແໜ່ງຂອງທຳນຽບຂາວ ໃນປີ 2016. ແຕ່ໃນທັດສະນະຂອງທ່ານນາງຮັນເຕີ້ ແລ້ວ ປີ 2020 ແມ່ນແຕກຕ່າງຢູ່ແລ້ວ ໃນສ່ວນນຶ່ງກໍຍ້ອນຈຳນວນຂອງພວກແມ່ຍິງທີ່ໄດ້ຖືກເລືອກເຂົ້າຮັບໜ້າທີ່ຕ່າງໆ ແມ່ນຫຼາຍເປັນປະຫວັດການ ນັບຕັ້ງແຕ່ມີການເດີນຂະບວນ ຂອງພວກແມ່ຍິງສາກົນ ໃນປີ 2017 ເປັນຕົ້ນມາ. ໃນຂະນະທີ່ພວກແມ່ຍິງ ໄດ້ອອກມາເຄື່ອນໄຫວຫຼາຍຂຶ້ນແບບບໍ່ເຄີຍມີມາກ່ອນ ພວກເຂົາເຈົ້າຍັງມີປາກມີສຽງຫຼາຍຂຶ້ນນຳດ້ວຍ.

“ແນ່ນອນ ພວກເຮົາໄດ້ເຫັນການຫັນປ່ຽນໃນການສົນທະນາ” ທ່ານນາງຮັນເຕີ້ ໄດ້ກ່າວໄປ. ທ່ານນາງ ກ່າວອີກວ່າ “ພວກເຮົາໄດ້ເຫັນພວກແມ່ຍິງ ຢືນຂຶ້ນເພື່ອພວກເຂົາເຈົ້າເອງ ແລະຢືນຂຶ້ນເພື່ອກັນແລະກັນ ໃນເວລາທີ່ເລື້ອງເກີດຂຶ້ນຢູ່ນັ້ນ ໂດຍຍົກເອົາເລື້ອງການກີດກັນທາງເພດຂຶ້ນມາ ບັນດາເຈົ້າໜ້າ ທີ່ຜູ້ຖືກເລືອກມາທັງສອງຄົນນັ້ນ ແລະພວກພົນລະເມືອງທຳມະດານຳດ້ວຍ ລົງໃນສື່ສັງຄົມ.”

ເຖິງແມ່ນວ່າ ທ່ານນາງປະສົບກັບການທ້າທາຍຕ່າງໆ ທ່ານນາງແຮຣິສ ຍັງມີໂອກາດໃໝ່ໆບາງສ່ວນ ໃນຖານະເປັນແມ່ຍິງຜິວດຳຄົນທຳອິດ ທີ່ຢູ່ໃນພັກການເມືອງທີ່ສຳຄັນ ທີ່ຈະລົງແຂ່ງຂັນ ໃນການເລືອກຕັ້ງປະທານາທິບໍດີ.

ທ່ານນາງຮັນເຕີ້ກ່າວວ່າ “ມີໂອກາດສຳລັບ ທ່ານນາງແຮຣິສ ສະມາຊິກສະພາສູງ ທີ່ຈະໂຍນປຶ້ມກົດລະບຽບຖິ້ມ ແລະວາງແຜນການຂອງທ່ານນາງເອງ ເພາະວ່າ ບໍ່ມີແຜນການທີ່ແນ່ນອນ ໃນເວລານີ້ເທື່ອ ແລະອັນນັ້ນກໍເປັນສິ່ງນຶ່ງ ທີ່ຈະເປັນໂອກາດທີ່ຕື່ນເຕັ້ນ ສຳລັບທ່ານນາງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG