ວີຊາຄົນເຂົ້າເມືອງແບບພິເສດ ແມ່ນອອກໃຫ້ໃຊ້ໄດ້ຕະຫລອດຊີວິດ ສຳລັບນາຍພາສາຊາວອີຣັກ ແລະອັຟການິສຖານ ແລະນັກວິຊາການດ້ານອື່ນໆ ທີ່ເຮັດວຽກໃຫ້ລັດຖະບານສະຫະລັດ ທີ່ປະເຊີນກັບການນາບຂູ່ຢ່າງຮ້າຍແຮງ ຍ້ອນວຽກງານຂອງພວກເຂົາເຈົ້າ. ວີຊາສຳລັບພວກນີ້ ແມ່ນອະນຸຍາດໃຫ້ພວກເຂົາເຈົ້າ ຍົກຍ້າຍມາຢູ່ສະຫະລັດ ແລະໃຫ້ໄດ້ຮັບຄວາມປອດໄພ. ແຕ່ວ່າ ເມື່ອມີການຖອນໂຕຂອງທະຫານສະຫະລັດຈາກອັຟການິສຖານກັບກາຍມາເປັນຄວາມຈິງທີ່ສາມາດມີຂຶ້ນໄດ້, ມັນກໍຈະບໍ່ມີການອອກວີຊາຄົນເຂົ້າເມືອງແບບພິເສດ ຫລື SIV ນີ້ ອີກຕໍ່ໄປ ໃນປີນີ້. Ramon Taylor, ນັກຂ່າວຂອງວີໂອເອ ລາຍງານມາວ່າ ຫລາຍພັນຄົນ ຢູ່ກຸ່ມເຫລົ່ານີ້ ແມ່ນຕົກຢູ່ໃນສະພາບທີ່ບໍ່ມີຄວາມແນ່ນອນ. ບົວສະຫວັນຈະນຳເອົາລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອສະຫະລັດໃກ້ຈະສ້າງແຜນສັນຕິພາບກັບກຸ່ມຕາລິບານໄດ້ແລ້ວນັ້ນ ຄວາມຮູ້ສຶກບໍ່ແນ່ນອນໄດ້ປົກຄຸມຄວາມຄິດຂອງຊາວອັຟການິສຖານປະມານ ຫລາຍກວ່າ 19,000 ຄົນ ທີ່ກຳລັງລໍຖ້າຮັບວີຊາຄົນເຂົ້າເມືອງແບບພິເສດ ຫລື SIV ຢູ່. ໂຄງການວີຊາທີ່ໃຊ້ມາໄດ້ທົດສະວັດແລ້ວ ແມ່ນອອກໃຫ້ແກ່ຄົນໃນທ້ອງຖິ່ນ ທີ່ເຮັດວຽກຕາງໜ້າລັດຖະບານສະຫະລັດ ທີ່ປະເຊີນກັບການນາບຂູ່ຢ່າງໜັກ ເນື່ອງມາຈາກການສືບຕໍ່ ໄດ້ຮັບໄພຂົ່ມຂູ່ຍ້ອນວຽກງານຂອງເຂົາເຈົ້າ.
ທ້າວແຈນນິສ ຈຊິນວາຣີ (Janis Shinwari) ຜູ້ທີ່ໄດ້ຮັບວີຊາຄົນເຂົ້າເມືອງ ແບບພິເສດ ຫລື SIV ຄົນນຶ່ງ ເປັນຜູ້ຮ່ວມກໍ່ຕັ້ງກຸ່ມ No One Left Behind ຫລື ບໍ່ມີໃຜຈະຖືກປະປ່ອຍລະເລີຍໄວ້, ຊຶ່ງເປັນກຸ່ມທີ່ຕັ້ງຢູ່ໃນສະຫະລັດເພື່ອຊ່ວຍຄົນ ທີ່ໄດ້ເຮັດວຽກໃຫ້ແກ່ທະຫານສະຫະລັດໃນໄລຍະທີ່ກອງທັບດັ່ງກ່າວປະຕິບັດງານຢູ່. ລາວເວົ້າວ່າ ສັນຍາດ້ານສັນຕິພາບ ແມ່ນໄດ້ເຮັດໃຫ້ເຂົາເຈົ້າຕົກຢູ່ໃນສະພາບສ່ຽງໄພຫລາຍຂຶ້ນກວ່າເກົ່າ.
ທ້າວ ຈຊິນວາຣີ (Shinwari) ກ່າວວ່າ
"ພວກເຂົາເຈົ້າບໍ່ສາມາດມາໜີ້ (ສະຫະລັດໜີ້) ເພື່ອຂ້າຄົນເມຣິກັນ. ທາງທີ່ງ່າຍທີ່ສຸດ ທີ່ພວກເຂົາຈະຂ້າຄົນໃດຄົນນຶ່ງທີ່ສະໜັບສະໜຸນທະຫານສະຫະລັດຢູ່ໃນອັຟການິສຖານໄດ້ [ກໍແມ່ນໂດຍຜ່ານ] ລ່າມແປພາສາ ນາຍພາສາແບບຂຽນເອົາ."
ອົງການ "Interpreters" ໄດ້ບັນທຶກຂໍ້ຄວາມທີ່ເປັນອັນຕະລາຍທີ່ປະສົບໂດຍພວກລ່າມແປພາສາຊາວອີຣັກ ແລະ ອັຟການິສຖານ ທີ່ເຮັດວຽກໃຫ້ແກ່ກອງທັບສະຫະລັດ ພ້ອມກັບບັນທຶກເວລາຄອງຄອຍໃຫ້ໄດ້ຮັບວີຊາແບບ SIV ນຳ. ບວກ ໃສ່ກັບຄວາມເປັນໄປໄດ້ທີ່ວ່າ ຈະມີການຖອນທະຫານສະຫະລັດອອກຈາກອັຟການິສຖານ, ພວກທີ່ໄດ້ຂໍວີຊານີ້ແລ້ວ ແລະພວກທີ່ກຳລັງຈະຂໍວີຊາໃນອະນາຄົດ ແມ່ນຢູ່ໃນສະພາບທີ່ລັງເລໃຈ ບໍ່ຮູ້ວ່າຈະເຮັດແນວໃດ.
ທ້າວ ໂຊຟຽນ ຄານ (Sofian Khan), ຜູ້ຮ່ວມສ້າງຕັ້ງອົງການ Interpreters ກ່າວວ່າ
"ຄົນພວກນີ້ຍັງຄ້າງຢູ່ຫັ້ນ, ແລະພວກເຂົາເຈົ້າກໍຍັງປະສົບກັບອັນຕະລາຍ ແລະ ໄພຂົ່ມຂູ່ຢູ່ ປະເຊີນກັບສະພາບຫລັງສັງຄາມ ທີ່ຍັງບໍ່ທັນໝົດໄປເທື່ອ.”
ລັດຖະສະພາສະຫະລັດໄດ້ອະນຸຍາດໃຫ້ອອກວີຊາຄົນເຂົ້າເມືອງແບບພິເສດ 14,500 ອັນ ໃຫ້ແກ່ພວກຂໍວີຊາຕົ້ນຕໍ ຈາກອັຟການິສຖານ ນັບແຕ່ປີ 2014 ເປັນຕົ້ນມາ ຊຶ່ງລວມທັງ 3,500 ອັນ ທີ່ອອກໃຫ້ໃນປີ 2018 ທີ່ຫາກໍຜ່ານມານີ້. ລັດຖະບານທ່ານທຣຳ ໄດ້ຮັບຄວາມຜິດຫວັງ ທີ່ເຫັນວ່າ ງົບປະມານທີ່ຈະຈັດໃຫ້ແກ່ 4,000 ຄົນ ໄດ້ຖືກປະຕິເສດບໍ່ໃຫ້ເອົາເຂົ້າຢູ່ໃນງົບປະມານປີ 2019 ນີ້ ຍ້ອນລະບຽບການດ້ານງົບປະມານ.
ໃນຂະນະດຽວກັນ ພວກທີ່ໄດ້ຮັບວີຊາແບບ SIV ໄດ້ຖືກຈັບໄປຂັງໃນລະຫວ່າງທີ່ເດີນທາງມາຍັງສະຫະລັດ ນັບຕັ້ງແຕ່ລັດຖະບານຂອງທ່ານທຣຳ ໄດ້ຈັດຕັງປະຕິບັດມາດຕະການທີ່ເພີ້ມການກວດກາຄົນເດີນທາງເຂົ້າປະເທດ ໃນສອງປີກ່ອນເປັນຕົ້ນມາ.
ນາງ ເອຣິນ ຊູລີວັນ (Erin Sullivan), ຜູ້ຮັບຜິດຊອບກໍລະນີຄົນຂໍວີຊາທີ່ອົງການ HIAS ບອກວ່າ
"ພວກເຮົາກຳລັງເພີ້ມຄວາມແຂງແກ່ນໃຫ້ແກ່ພວກເຂົາເຈົ້າ (ພວກໄດ້ຮັບວີຊາ ແບບ SIV) ໃຫ້ຮູ້ວ່າ ຢູ່ທີ່ນີ້ ແມ່ນຍິນດີຕ້ອນຮັບພວກເຂົາເຈົ້າ, ສະໜັບສະໜຸນພວກເຂົາເຈົ້າຢ່າງຫລວງຫລາຍ ແຕ່ວ່າ ຕາມການຟັງຂ່າວຈາກແຫລ່ງຕ່າງໆ ກໍແມ່ນວ່າ ເລື້ອງແບບນີ້ ຍັງສືບຕໍ່ມີຂຶ້ນຢູ່, ຂ່າວທີ່ວ່າ ຄົນອື່ນແມ່ນບໍ່ຖືກອະນຸຍາດໃຫ້ເດີນທາງມາ, ຄົນທີ່ຍັງຢູ່ຕ່າງປະເທດນັ້ນ, ຂ່າວນີ້ ແນ່ນອນ ຂ້າພະເຈົ້າຄິດວ່າ ໄດ້ສ້າງຄວາມສັບສົນແລະຄວາມກັງວົນໃຈຢູ່ໃນລະດັບໃດນຶ່ງ."
ສຳລັບຄຳຖາມທີ່ວ່າ ຍັງຈະມີການອອກວີຊາຄົນເຂົ້າເມືອງແບບພິເສດ ຫລື SIV ເພີ້ມອີກບໍ່ ໃນປີ 2019 ບັດນີ້ ແມ່ນຂຶ້ນຢູ່ກັບລັດຖະສະພາສະຫະລັດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
Special Immigrant Visas are a lifeline for Iraqi and Afghan interpreters and other professionals working for the U.S. government, who face credible threats as a consequence of their employment. These visas allow them to emigrate to the U.S. and safety. But as U.S. troop withdrawals from Afghanistan become a possibility, no new SIVs have been scheduled for this year. VOA's Ramon Taylor reports that thousands are in limbo.
With the U.S. nearing a possible peace plan with the Taliban, a feeling of uncertainty has swept over some 19,000 Afghans waiting for Special Immigrant Visas — or SIVs. The decade-old visa program is granted to locals working on behalf the U.S. government, who face threats due to the inherent risks of their jobs.
Afghan SIV recipient Janis Shinwari is co-founder of No One Left Behind, a U.S.-based group that helps those who have worked for the U.S. military during its mission. He says a peace agreement puts them at greater risk.
Janis Shinwari, Co-Founder, No One Left Behind said
"They can't come here (to the United States) to kill an American. The easiest way they will kill somebody who supports the U.S. troops in Afghanistan [is through] interpreters and translators."
"The Interpreters" documents the dangers faced by Iraqi and Afghan interpreters working for the U.S. military, along with long waiting times for SIVs. Coupled with the prospect of U.S. troop withdrawals from Afghanistan, applicants and would-be applicants are stuck.
Sofian Khan, Co-Director, The Interpreters said
"These guys are still out there, and that they're still experiencing the danger and the threat and the aftermath of a war that's not over."
Congress has authorized 14,500 SIVs for Afghan principal applicants since 2014, including 3,500 in fiscal year 2018. The Trump administration has expressed disappointment that its funding for 4,000 visas has been dropped from the 2019 budget because of a budgetary rule.
Meanwhile, several SIV holders have been detained en route to the U.S. since the Trump administration implemented measures to increase scrutiny of travelers two years ago.
Erin Sullivan, Case Manager, HIAS said
"We're reinforcing for them (SIV holders) that they are welcome here, that they have a lot of support, but hearing from the news that this kind of thing is going on, that there are other people who are not allowed to travel who are still overseas, definitely, I think, creates some confusion and worry."
Whether there will be any additional SIVs in 2019 is now up to the U.S. Congress.